ຫວຽດນາມ - ລາວ ຊຸກຍູ້ການຮ່ວມມືຄວາມໝັ້ນຄົງດ້ານພະລັງງານ | |
ຫວຽດນາມ ພ້ອມກັບລາວ ຮັກສາ ແລະເພີ່ມພູນຄູນສ້າງໃຫ້ແກ່ການພົວພັນອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດຕະຫຼອດໄປ |
ວັນທີ 14 ກຸມພາ, ຢູ່ນະຄອນຫຼວງວຽງຈັນ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ ໄດ້ໃຫ້ການຕ້ອນຮັບຢ່າງສະໜິດສະໜົມ ແລະໂອ້ລົມກັບວິສາຫະກິດຫວຽດນາມ ແລະວິສາຫະກິດຕ່າງປະເທດ ທີ່ມາຈາກຫຼາຍປະເທດ ນຳໂດຍທ່ານ ຫງວຽນຮົ່ງເຫວະ ປະທານສະມາຄົມນັກທຸລະກິດຫວຽດນາມ ຢູ່ຕ່າງປະເທດ.
ທີ່ການພົບປະ, ທ່ານ ຫງວຽນຮົ່ງເຫວະ ໄດ້ຕີລາຄາວ່າ ນີ້ແມ່ນໂອກາດທີ່ດີເພື່ອໃຫ້ວິສາຫະກິດຫວຽດນາມ ຢູ່ຕ່າງປະເທດ ແລະວິສາຫະກິດສາກົນໄດ້ແນະນຳທ່າແຮງຂອງຕົນ, ຜ່ານນັ້ນຫວັງວ່າ ລັດຖະບານລາວ ຈະອະນຸຍາດໃຫ້ລົງທຶນໃນຫຼາຍຂົງເຂດ, ຄື: ພະລັງງານ, ບໍ່ແຮ່, ສຶກສາ, ສາທາລະນະສຸກ, ກະສິກຳເຕັກໂນໂລຢີສູງ...; ການຄ້າ, ລັດຖະບານເອເລັກໂຕນິກ ແລະການກໍ່ສ້າງທໍ່ສົ່ງນໍ້າມັນຈາກແຂວງຮ່າຕິງ ຂອງຫວຽດນາມ ໄປຫານະຄອນຫຼວງວຽງຈັນ ຂອງລາວ.
![]() |
ທ່ານ ຫງວຽນຮົ່ງເຫວະ ສະແດງຄວາມປາດຖະໜາວ່າ ລັດຖະບານລາວ ຈະແບ່ງປັນນະໂຍບາຍ, ກົນໄກ, ລາຍການໃນການລົງທຶນ; ພ້ອມທັງສ້າງເງື່ອນໄຂສະດວກທີ່ສຸດໃຫ້ວິສາຫະກິດຫວຽດນາມ ແລະວິສາຫະກິດຕ່າງປະເທດເພື່ອສາມາດຜັນຂະຫຍາຍການເຄື່ອນໄຫວ, ໂຄງການລົງທຶນ, ດຳເນີນທຸລະກິດທີ່ໄດ້, ພວມ ແລະຈະປະຕິບັດໃນໄລຍະຈະມາເຖິງ.
ຝ່າຍລາວ, ທ່ານ ສອນໄຊ ສີພັນດອນ ໃຫ້ຮູ້ວ່າ ລາວ ເປັນສະຖານທີ່ລົງທຶນທີ່ມີຄວາມສາມາດບົ່ມຊ້ອນໃຫ້ວິສາຫະກິດຫວຽດນາມ ແລະສາກົນ. ທ່ານ ສອນໄຊ ສີພັນດອນ ແບ່ງປັນວ່າ ລາວ ແມ່ນປະເທດບໍ່ມີທະເລ, ແຕ່ແມ່ນປະເທດຜ່ານແດນສຳຄັນເພື່ອເຊື່ອມຕໍ່ຫວຽດນາມ ກັບ ໄທ ແລະບັນດາປະເທດໃນພາກພື້ນ. ພ້ອມທັງເນັ້ນໜັກວ່າ ປະຈຸບັນ ລາວ ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງໃຫ້ແກ່ການຮ່ວມມືດ້ານການຄ້າ, ການລົງທຶນ, ພິເສດແມ່ນ ລາວຈະເປັນສະຖານທີ່ລົງທຶນທີ່ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງໃນຂົງເຂດກະສິກຳ, ທ່ອງທ່ຽວ, logistics, ພື້ນຖານໂຄງລ່າງໃຫ້ວິສາຫະກິດຫວຽດນາມ ແລະສາກົນ.
ລັດຖະບານລາວ ຍາມໃດຈະກໍ່ສ້າງເງື່ອນໄຂສະດວກໃຫ້ວິສາຫະກິດຫວຽດນາມ ແລະນັກລົງທຶນຕ່າງປະເທດຜັນຂະຫຍາຍການເຄື່ອນໄຫວລົງທຶນ ແລະດຳເນີນທຸລະກິດຢູ່ ລາວ ໂດຍໄວ.
![]() | ເອກອັກຄະລັດຖະທູດ ຫງວຽນມິງເຕິມ: ນໍາການພົວພັນມິດຕະພາບຫວຽດນາມ-ລາວ ສືບຕໍ່ກາຍເປັນການພົວພັນແບບຢ່າງທີ່ຫາຍາກໃນໂລກ ຍສໝ - ໂດຍໄດ້ຮັບຄໍາເຊີນຂອງທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດລາວ ໄດ້ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 12-14 ກຸມພາ. |
![]() | ຜັນຂະຫຍາຍການຮ່ວມມືລະຫວ່າງກະຊວງພາຍໃນ ຫວຽດນາມ ແລະ ລາວ ໄລຍະ 2023-2026 ຢ່າງມີປະສິດທິຜົນ ຍສໝ - ວັນທີ 10 ກຸມພາ 2025, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ຫງວຽນມິງເຕີມ ໄດ້ເຂົ້າພົບປະຢ້ຽມຢາມ ແລະ ເຮັດວຽກກັບ ທ່ານ ວິໄລວົງ ບຸດດາຄຳ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງພາຍໃນລາວ. |