ມອບເງິນເກືອບ 400 ລ້ານດົ່ງເພື່ອໜູນຊ່ວຍມຽນມາ ຜ່ານຜ່າຜົນຮ້າຍຫຼັງຈາກແຜ່ນດິນໄຫວ

23:38 | 19/04/2025

ຍສໝ - ຕອນບ່າຍວັນທີ 17 ເມສາ ຢູ່ຮ່າໂນ້ຍ, ຄະນະສະມາຄົມມິດຕະພາບຫວຽດນາມ - ມຽນມາ ໂດຍທ່ານ ຈູກົງຟຸ່ງ, ປະທານສະມາຄົມນຳໜ້າ ໄດ້ໄປຢ້ຽມຢາມສະຖານທູດ ມຽນມາ ປະຈໍາ ຫວຽດນາມ ມອບເງິນ 392.372.084 ລ້ານດົ່ງເພື່ອໜູນຊ່ວຍປະຊາຊົນ ມຽນມາ ຜ່ານຜ່າຜົນຮ້າຍຫຼັງຈາກແຜ່ນດິນ​ໄຫວຢ່າງຮ້າຍແຮງທີ່ເກີດຂຶ້ນໃນວັນທີ 28 ມີນາ ທີ່ຜ່ານມາ.

Campaign for Tobacco-Free Kids (ອາເມລິກາ) ຊ່ວຍໃຫ້ເດັກນ້ອຍ 2.400 ຄົນ ໄດ້ຮຽນລອຍນໍ້າຢ່າງປອດໄພ
ຜູ້ແທນສາກົນກວ່າ 400 ທ່ານຈະເຂົ້າຮ່ວມການທ່ຽວຊົມລະດູບານໃໝ່ມິດຕະພາບປີ 2025 ຢູ່ ຮ່າໂນ້ຍ

ຍສໝ - ຕອນບ່າຍວັນທີ 17 ເມສາ ຢູ່ຮ່າໂນ້ຍ, ຄະນະສະມາຄົມມິດຕະພາບຫວຽດນາມ - ມຽນມາ ໂດຍທ່ານ ຈູກົງຟຸ່ງ, ປະທານສະມາຄົມນຳໜ້າ ໄດ້ໄປຢ້ຽມຢາມສະຖານທູດ ມຽນມາ ປະຈໍາ ຫວຽດນາມ ມອບເງິນ 392.372.084 ລ້ານດົ່ງເພື່ອໜູນຊ່ວຍປະຊາຊົນ ມຽນມາ ຜ່ານຜ່າຜົນຮ້າຍຫຼັງຈາກແຜ່ນດິນ​ໄຫວຢ່າງຮ້າຍແຮງທີ່ເກີດຂຶ້ນໃນວັນທີ 28 ມີນາ ທີ່ຜ່ານມາ.

ເຂົ້າຮ່ວມຄະນະ​ຜູ້​ແທນ​ລວມມີ ທ່ານ​ນາງ ລ້ວນທຸຍເຢືອງ, ອະດີດ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ມຽນມາ, ຮອງ​ປະທານ​ສະມາຄົມ ພ້ອມ​ກັບ​ຜູ້ຕາງໜ້າ​ບັນດາ​ວິ​ສາ​ຫະກິດ ແລະ ສະມາຊິກ​ສະມາຄົມ.

ທ່ານ Soe Ko Ko, ອຸປະທູດຊົ່ວຄາວສະຖານທູດ ມຽນ​ມາ ປະ​ຈຳ ​ຫວຽດ​ນາມ ໄດ້​ຮັບຈຳນວນ​ເງິນ​ຊ່ວຍ​ເຫຼືອ​ຈາກ​ສະ​ມາ​ຄົມ.

ກ່າວ​ຄຳ​ປາໄສ​ທີ່​ພິທີ​ມອບ​ລາງວັນ, ທ່ານ ຈູ​ກົງ​ຟຸ່ງ ​ໃຫ້​ຮູ້​ວ່າ: ​ໃນ​ປີ 2020, ​ເມື່ອ​ໂລກລະບາດ​ໂຄ​ວິດ-19 ​ຖືກ​ລະ​ບາດ, ສະມາຄົມ​ໄດ້​ໄປ​ສະຖານທູດ ​ມຽນມາ ປະຈຳ ຫວຽດນາມ ເພື່ອ​ບໍລິຈາກ​ເງິນ 540,750 ລ້ານ​ດົ່ງ ພ້ອມກັບອຸບປະກອນ​ການ​ແພດ​ເພື່ອ​ໜູນ​ຊ່ວຍ​ປະຊາຊົນ​​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ. ປະຈຸ​ບັນ, ເມື່ອ​ມຽນມາ​ ສືບຕໍ່ຍັງ​ຄົງ​ປະສົບ​ກັບ​ໄພ​ທຳ​ມະ​ຊາດ, ສະມາຄົມ​ສືບ​ຕໍ່​ເສີມ​ຂະຫຍາຍ​ນ້ຳ​ໃຈ​ຮັກ​ສາ​ເຊິ່ງກັນ​ແລະ​ ກັນ, ຮຽກຮ້ອງ​ການ​ຮ່ວມ​ມື​ຂອງ​ບັນດາ​ສະມາຊິກ, ວິສາຫະກິດ ​ແລະ ​ເພື່ອນ​ມິດ​ທັງ​ຫວຽດນາມ ​ແລະ ມຽນມາ.

ມອບເງິນເກືອບ 400 ລ້ານດົ່ງເພື່ອໜູນຊ່ວຍມຽນມາ ຜ່ານຜ່າຜົນຮ້າຍຫຼັງຈາກແຜ່ນດິນໄຫວ

ທ່ານ​ປະທານ​ສະມາຄົມ​ມິດຕະພາບ ຫວຽດນາມ - ມຽນມາ ຈູ​ກົງ​ຟຸ່ງ (​ທີ 3 ຈາກ​ຊ້າຍ) ​ໄດ້​ມອບ​ຈຳນວນເງິນຊ່ວຍເຫຼືອໃຫ້​ທ່ານ​ອຸປະທູດຊົ່ວຄາວສະຖານທູດ ມຽນ​ມາ ປະ​ຈຳ ​ຫວຽດ​ນາມ Soe Ko Ko (ທີ 2 ຈາກ​ຂວາ). (ພາບ: ແທງລວນ)

ທ່ານ​ເນັ້ນ​ໜັກ​ວ່າ ຍ້ອນ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ໃນ​ການ​ຂົນ​ສົ່ງ​ສິນຄ້າ​ຈາກ ຫວຽດນາມ ​ໄປ ມຽນມາ, ສະມາຄົມ​ໄດ້​ສະ​ເໜີໃຫ້​ບັນດາ​ສະມາຊິກ ​ແລະ ​ວິ​ສາ​ຫະກິດ ມຽນມາ ໜູນ​ຊ່ວຍ​ໂດຍ​ກົງ, ​ໃນ​ຂະນະ​ທີ່ ຫວຽດນາມ ​ໄດ້​ສຸມ​ໃສ່​ການ​ບໍລິຈາກ​ເງິນສົດຢ່າງຄ່ອງຕົວ. ທ່ານ​ເຊື່ອ​ໝັ້ນ​ວ່າ ມຽນມາ ຈະ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ ​ແລະ ຟື້ນ​ຟູ​ຫຼັງຈາກ​ໄພ​ທຳ​ມະ​ຊາດ​ໂດຍ​ໄວ, ຜ່ານ​ນັ້ນ ກໍ່ສ້າງ​ເງື່ອນ​ໄຂ​ເພື່ອ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ຢ່າງ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ​ລະຫວ່າງ​ສອງ​ປະ​ເທດ​ກໍ​ຄື​ໃນ​ພາກ​ພື້ນກວ່າອີກ.

ທ່ານ Soe Ko Ko ກ່າວ​ວ່າ ​ແຜ່ນດິນ​ໄຫວ​ທີ່​ມີ​ຄວາມ​ແຮງ 7,7 ລິກ​ເຕີ ​ທີ່​ເກີດ​ຂຶ້ນ​ໃນ​ວັນ​ທີ 28 ມີນາ​ນີ້​ ໄດ້​ເຮັດ​ໃຫ້ 3.600 ຄົນ​ເສຍ​ຊີວິດ, 5.000 ກວ່າ​ຄົນ​ຖືກບາດເຈັບ​ ແລະ​ ຫຼາຍ​ຮ້ອຍ​ຄົນ​ຍັງ​ຫາຍ​ສາບ​ສູນ. ລະບົບໂຄງ​ລ່າງ​ໃນ​ຫຼາຍ​ເຂດໄດ້​ຮັບ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກໜ່ວງ.

ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ນ້ຳ​ໃຈ​ສາ​ມັກ​ຄີ, ການ​ໜູນ​ຊ່ວຍ​ຢ່າງ​ວ່ອງ​ໄວ ແລະ ແທດ​ຈິງ​ຂອງ​ລັດ​ຖະ​ບານ ແລະ ປະ​ຊາ​ຊົນ​ຫວຽດ​ນາມ. ລັດຖະບານ​ຫວຽດນາມ ​ໄດ້​ສົ່ງ​ກຳລັງ​ກູ້​ໄພ​ໄປ​ມຽນມາ ພ້ອມ​ກັບ​ອຸປະກອນ​ການ​ແພດ, ອາຫານ ​ແລະ ສິ່ງ​ຈຳເປັນຫຼາຍຢ່າງ​ອື່ນໆ. ຄຽງ​ຂ້າງ​ນັ້ນ, ຊາວ​ຫວຽດນາມ ອາ​ໄສ​ຢູ່ ມຽນມາ ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ກໍ່​ມາ​ສະຖານທູດ ຫວຽດນາມ ​ເພື່ອ​ໜູນ​ຊ່ວຍປະ​ຊາ​ຊົນ​ປະຈຳຖິ່ນ.

ທ່ານ ໂຊ​ໂກ​ໂກ ກ່າວ​ວ່າ: "ການ​ໜູນ​ຊ່ວຍ​ຢ່າງ​ທັນ​ການ​ຂອງ​ລັດຖະບານ ​ແລະ ປະຊາຊົນ ຫວຽດນາມ ​ແມ່ນ​ກຳລັງ​ລະດົມພົນ​ອັນ​ໃຫຍ່​ຫຼວງ​ໃຫ້​ແກ່ ມຽນມາ ​ໃນ​ເວລາ​ນີ້, ​ໄດ້​ສະ​ແດງ​ໃຫ້​ເຫັນ​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ນັບ​ມື້​ນັບ​ແໜ້ນ​ແຟ້ນ".

ມອບຂອງຂວັນກວ່າ 400 ພູດໃຫ້ແກ່ນັກສຶກສາສາກົນທີ່ພວມສຶກສາຮໍ່າຮຽນຢູ່  ມະຫາວິທະຍາໄລ 10 ແຫ່ງຢູ່ຮ່າໂນ້ຍ

ມອບຂອງຂວັນກວ່າ 400 ພູດໃຫ້ແກ່ນັກສຶກສາສາກົນທີ່ພວມສຶກສາຮໍ່າຮຽນຢູ່ ມະຫາວິທະຍາໄລ 10 ແຫ່ງຢູ່ຮ່າໂນ້ຍ

ຍສໝ - ວັນທີ 8 ກັນຍາ, ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມຢູ່ຕ່າງປະເທດ (ກະຊວງການຕ່າງປະເທດ); ມູນນິທິ Steve ບຸ່ຍ ແລະ ບັນດາໝູ່ເພື່ອນໄດ້ມອບຂອງຂວັນຫຼາຍກວ່າ 420 ພູດ ລວມມີ: ເຂົ້າສານ, ໝີ່ສຳເລັດຮູບ, ເຄື່ອງດື່ມ... ໃຫ້ແກ່ບັນດານັກສຶກສາຕ່າງປະເທດທີ່ພວມສຶກສາຮໍ່າຮຽນ ຢູ່ ມະຫາວິທະຍາໄລ 10 ແຫ່ງ ຢູ່ ຮ່າໂນ້ຍ ...

ພະຍາດ COVID-19: ນຳສົ່ງພົນລະເມືອງຫວຽດນາມ ຫລາຍກວ່າ 400 ຄົນຈາກບຣູໄນ ແລະ ຟີລິບປິນ ກັບຄືນບ້ານຢ່າງປອດໄພ

ພະຍາດ COVID-19: ນຳສົ່ງພົນລະເມືອງຫວຽດນາມ ຫລາຍກວ່າ 400 ຄົນຈາກບຣູໄນ ແລະ ຟີລິບປິນ ກັບຄືນບ້ານຢ່າງປອດໄພ

ຍສໝ - ຜູ້ໂດຍສານໃນຖ້ຽວບິນທີ່ຖືກຕິດຄ້າງຍ້ອນການລະບາດຂອງພະຍາດ COVID-19 ແລະ ກໍລະນີທີ່ປະສົບຄວາມຫຍຸ້ງຍາກໂດຍສະເພາະ, ເຊັ່ນ: ແມ່ຍິງຖືພາ, ເດັກນ້ອຍອາຍຸຕໍ່າກວ່າ 18 ປີ, ຄົນເຈັບປ່ວຍໜັກ, ແລະ ຜູ້ອອກແຮງງານໝົດກຳນົດວີຊາ ຫຼື ສັນຍາແຮງງານ, ນັກຮຽນທີ່ບໍ່ມີບ່ອນຢູ່ອາໄສ ຍ້ອນຫໍພັກອັດປະຕູ.

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ການພົວພັນມິດຕະພາບ

ເບິ່ງເພີ່ມເຕີມ