ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕເລີມ ຢ້ຽມ​ຢາມ​ສະ​ຖານ​ທູດ, ພົບ​ປະ​ກັບ​ພະນັກງານບັນ​ດາອົງການຜູ້ຕາງໜ້າ ແລະປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ປະ​ຈຳ ອິນ​ໂດ​ເນ​ເຊຍ

16:28 | 11/03/2025

ຍສໝ - ​ເນື່ອງ​ໃນ​ໂອກາດການ​ຢ້ຽມຢາມ​ທາງ​ລັດຖະກິດໄປຍັງສາທາລະນະ​ລັດ ອິນ​ໂດ​ເນ​ເຊຍ, ການ​ຢ້ຽມຢາມຢ່າງເປັນທາງການຄະນະ​ເລຂາ ອາ​ຊຽນ ​ແຕ່​ວັນ​ທີ 9-11 ມີນາ, ທ່ານ​ເລຂາທິການ​ໃຫຍ່ ໂຕເລີມ ແລະ ພັນລະຍາພ້ອມ​ດ້ວຍ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ​ໄດ້​ໄປ​ຢ້ຽມຢາມ​ສະຖານທູດ, ພົບ​ປະ​ກັບ​ ພະນັກງານບັນ​ດາອົງການຜູ້ຕາງໜ້າ ແລະ ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ປະ​ຈຳ ອິນ​ໂດ​ເນ​ເຊຍ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າ​ມ​ມິງ​ຈິ໊ງ ພົບ​ປະ​ກັບ​​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ, ຫົວ​ໜ້າ​ອົງ​ການ​ຕາງ​ໜ້າ ຫວຽດ​ນາມ ປະ​ຈຳ​ຕ່າງ​ປະ​ເທດ
ພັກ ແລະ ລັດ ຫວຽດ​ນາມ ຍາມ​ໃດ​ກໍ​ເອົາ​ໃຈ​ໃສ່, ເບິ່ງ​ແຍງ​ປະ​ຊາ​ຄົມ​ຊາວ​ ຫວຽດ​ນາມ ອາ​ໄສ ຢູ່​ຕ່າງ​ປະ​ເທດ

ທີ່​ການ​ພົບ​ປະ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ອິນ​ໂດ​ເນ​ເຊຍ ຕະວັນທົງ ​ໄດ້​ລາຍ​ງານ​ໃຫ້​ທ່ານ​ເລຂາທິການ​ໃຫຍ່ກ່ຽວກັບໝາກຜົນວຽກງານຂອງສະຖານທູດ, ສະພາບການພົວພັນສອງຝ່າຍຫວຽດນາມ - ອິນໂດເນເຊຍ ແລະ ວຽກງານກັບປະຊາຄົມຊາວຫວຽດນາມ ໃນບໍລິເວນ. ປະຊາຄົມຊາວຫວຽດນາມ ຢູ່ ອິນໂດເນເຊຍ ມີປະມານ 500 ຄົນ, ມີຊີວິດການເປັນຢູ່ທີ່ໝັ້ນຄົງ, ສາມັກຄີ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອບືນຕົວຂຶ້ນ, ປະຕິບັດກົດໝາຍ, ເຊື່ອມໂຍງເຂົ້າກັບສັງຄົມປະຈຳຖິ່ນເປັນຢ່າງດີ, ມີຄວາມກະຕືລືລົ້ນເຂົ້າຮ່ວມບັນດາການເຄື່ອນໄຫວໂດຍສະຖານທູດຈັດຕັ້ງຄື: ການພົບປະວັນຊາດ, ບຸນເຕັດຮີດປະເພນີ.

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕເລີມ ຢ້ຽມ​ຢາມ​ສະ​ຖານ​ທູດ, ພົບ​ປະ​ກັບ​ພະນັກງານບັນ​ດາອົງການຜູ້ຕາງໜ້າ ແລະປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ປະ​ຈຳ ອິນ​ໂດ​ເນ​ເຊຍ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕເລີມ ແລະ ພັນ​ລະ​ຍາ ພ້ອມ​ກັບ​ບັນ​ດາ​ຜູ້​ແທນ (ພາບ: TTXVN)

ເຖິງວ່າຈຳນວນຄົນຫວຽດນາມຢູ່ຕ່າງປະເທດຍັງໜ້ອຍ, ແຕ່ໃນປະຊາຄົມມີຜູ້ຕາງໜ້າວິສາຫະກິດຫວຽດນາມ ຈຳນວນໜຶ່ງໄດ້ປະສົບຜົນສຳເລັດໃນການສ້າງເຄື່ອງໝາຍການຄ້າຂອງຫວຽດນາມ, ປ່ອຍເຄື່ອງໝາຍອອກສູ່ທ້ອງຕະຫຼາດປະຈຳຖິ່ນ, ມີບາງບ່ອນເຮັດວຽກຂອງຊາວຫວຽດນາມຢູ່ຕ່າງປະເທດໃຫ້ອົງການຈັດຕັ້ງສາກົນ ແລະ ພາກພື້ນເຊັ່ນ: ຄະນະເລຂາອາຊຽນ ແລະ ສະຖາບັນຄົ້ນຄວ້າເສດຖະກິດອາຊຽນ ແລະ ອາຊີຕາເວັນອອກ (ERIA).

ທ່ານ​ເອກ​ອັກຄະ​ລັດຖະທູດ ຕົນທິຫງອກເຮືອງ, ຫົວໜ້າ​ຄະນະ​ຜູ້​ແທນ ຫວຽດນາມ ປະຈຳ ອາ​ຊຽນ ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ໝາຍ​ສຳຄັນ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ໂຕເລີມ ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 30 ປີ​ແຫ່ງ​ວັນ​ຫວຽດນາມ ​ເຂົ້າ​ຮ່ວມ​ອາ​ຊຽນ ​ແລະ ​ໄດ້​ລາຍ​ງານ​ສະພາບ​ການ​ຮ່ວມ​ມື ອາ​ຊຽນ ​ແລະ ການ​ເຂົ້າ​ຮ່ວມ​ຂອງ ຫວຽດນາມ ໃນອາຊຽນ. ໃນ​ໄລຍະ 3 ທົດ​ສະ​ວັດ​ຂອງ​ການ​ເຂົ້າ​ຮ່ວມ​ອາ​ຊຽນ, ຫວຽດນາມ ຍາມ​ໃດ​ກໍ່​ປະຕິບັດ​ບົດບາດ​ເປັນ​ສະມາຊິກ​ຢ່າງ​ຕັ້ງໜ້າ, ເປັນເຈົ້າການ ແລະ ມີ​ຄວາມ​ຮັບຜິດຊອບ.

ຕາງໜ້າປະຊາຄົມຊາວຫວຽດນາມ ຢູ່ ອິນໂດເນເຊຍ, ຜູ້ຕາງໜ້າປະຊາຄົມຈຳນວນໜຶ່ງໄດ້ສະແດງຄວາມເປັນກຽດທີ່ໄດ້ພົບປະກັບທ່ານເລຂາທິການໃຫຍ່ ໂຕເລີມ, ສະແດງຄວາມພາກພູມໃຈ ແລະ ອາລົມຈິດເມື່ອໄດ້ເຫັນປະຈັກຕາການພັດທະນາຢ່າງເຂັ້ມແຂງໃນທຸກດ້ານຂອງປະເທດຊາດ.

ບັນດາ​ຜູ້​ແທນ​ປະຊາ​ຄົມ​ຢືນຢັນ​ທີ່​ຕັ້ງນັບມື້ນັບ​ສູງ​ກ່ວາ​ຂອງ​ຫວຽດນາມ ​ໃນ​ເວທີ​ສາກົນ ​ແມ່ນ​ກຳລັງຜັກດັນ​ຊຸກຍູ້​ໃຫ້​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ແຕ່ລະຄົນ​ມີ​ຄວາມ​ເຊື່ອ​ໝັ້ນ ​ແລະ ຕິດ​ພັນ​ກັບກົກເຄົ້າເຫງົ້າກໍ, ພ້ອມ​ກັນ​ນັ້ນ ສະແດງຄວາມຂອບ​ໃຈ​ພັກ, ລັດ ທີ່​ໄດ້​ເອົາ​ໃຈ​ໃສ່​ເຖິງ​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່​ຕ່າງປະ​ເທດ​ເວົ້າ​ລວມ ​ແລະ ຢູ່ອິນ​ໂດ​ເນ​ເຊຍ ​ເວົ້າ​ສະ​ເພາະ.

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕເລີມ ຢ້ຽມ​ຢາມ​ສະ​ຖານ​ທູດ, ພົບ​ປະ​ກັບ​ພະນັກງານບັນ​ດາອົງການຜູ້ຕາງໜ້າ ແລະປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ປະ​ຈຳ ອິນ​ໂດ​ເນ​ເຊຍ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕເລີມ ມອບ​ຂອງຂວັນ​ໃຫ້​ຄະນະ​ຜູ້​ແທນ ຫວຽດນາມ ປະຈຳ ອາ​ຊຽນ. (ພາບ: TTXVN)

ທີ່​ການ​ພົບ​ປະ, ທ່ານ​ເລຂາທິການ​ໃຫຍ່ ໂຕເລີມ ໄດ້​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ໃນ​ບັນຍາກາດ​ອັນ​ອົບ​ອຸ່ນ, ​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ​ແພງ​ບ້ານ​ເກີດ​ເມືອງ​ນອນ, ​ໄດ້​ໃຫ້ການ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ​ຂອງ​ປະຊາຊົນ, ພະນັກງານ, ພາລະ​ກອນ​ສະຖານທູດ, ອົງການຜູ້ຕາງໜ້າປະຈຳ​ຫວຽດນາມ ປະຈຳ ອາ​ຊຽນ ພ້ອມກັນກັບຜູ້ຕາງໜ້າ​ປະຊາ​ຄົມ, ​ວິ​ສາ​ຫະກິດ ​ແລະ ນັກ​ສຶກສາ ຫວຽດນາມ ຢູ່ ອິນ​ໂດ​ເນ​ເຊຍ.

ທ່ານ​ເລຂາທິການ​ໃຫຍ່​ເນັ້ນ​ໜັກ​ວ່າ ການ​ຢ້ຽມຢາມ​ອິນ​ໂດ​ເນ​ເຊຍ​ ​ຄັ້ງ​ນີ້​ມີ​ຄວາມ​ໝາຍ​ເປັນ​ພິ​ເສດ, ​ໄດ້ດຳເນີນ​ໃນສະຖານະການສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ 2 ປະ​ເທດ (1955-2025), 30 ປີ​ແຫ່ງ​ວັນ​ຫວຽດນາມ ​ເຂົ້າ​ເປັນ​ສະມາຊິກ​ອາ​ຊຽນ, ທັງ​ສອງ​ປະ​ເທດ​ສະ​ເຫຼີ​ມສະຫຼອງ 80 ປີ​ແຫ່ງ​ວັນ​ສ້າງ​ຕັ້ງປະເທດ, ​ເປັນບັນດາເຫດການສຳຄັນ ເພື່ອປະກອບສ່ວນເຂົ້າ​ໃນ​ການຮັດແໜ້ນສາ​ຍພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ ທີ່ໄດ້ຮັບການເພີ່ມພຸນຄຸນສ້າງໂດຍການ​ນຳ​ຂອງ​ພັກ, ລັດ ​ແລະ ປະຊາຊົນ​ສອງ​ປະ​ເທດ, ​ໃນ​ນັ້ນ​ມີ​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ອິນ​ໂດ​ເນ​ເຊຍ.

ທ່ານ​ເລຂາທິການ​ໃຫຍ່ ໂຕເລີມ ໄດ້​ແຈ້ງ​ໃຫ້​ປະຊາຊົນ​​ກ່ຽວ​ກັບ​ສະພາບ​ການ​ພາຍ​ໃນ​ປະ​ເທດ, ບັນດາ​ຜົນງານ​ທີ່​ບັນລຸ​ໄດ້, ບັນດາຄວາມພະຍາຍາມນະ​ວັດຕະ​ກຳ ເພື່ອ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ປະ​ເທດ; ຢືນຢັນວ່າ ພາຍໃຕ້ການນຳພາຂອງພັກ, ການກຳນົດທິດຂອງລະບົບການເມືອງທັງໝົດ ແລະ ທຸກຊັ້ນປະຊາຊົນ, ໃນນັ້ນມີຊາວຫວຽດນາມ ຢູ່ຕ່າງປະເທດ 6 ລ້ານຄົນ, ການໜູນຊ່ວຍຂອງເພື່ອນມິດສາກົນ, ຫວຽດນາມ ໄດ້ ແລະ ພວມພັດທະນາໄປໃນທິດທາງທີ່ດີ, ມຸ່ງໄປເຖິງເປົ້າໝາຍການເຕີບໂຕສອງຕົວເລກ.

ກໍ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ເລຂາທິການ​ໃຫຍ່ ​ໄດ້ສະແດງຄວາມ​ຊົມ​ເຊີຍ ​ແລະ ຕີ​ລາຄາ​ສູງ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ອິນ​ໂດ​ເນ​ເຊຍ, ​ເຖິງ​ວ່າ​ບໍ່​ໃຫຍ່​ເທົ່າ​ກັບ​ບາງ​ປະ​ເທດ​ກໍ່ຕາມ, ​ແຕ່​ຍາມ​ໃດ​ກໍ່​ມານະ​ພະຍາຍາມແຮງງານ, ດຳ​ເນີນ​ທຸລະ​ກິດ​ປະສົບ​ຜົນສຳ​ເລັດ ​ແລະ ມີ​ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ໃຫ້​ແກ່​ສັງຄົມປະຈຳ​ຖິ່ນ.

ທ່ານ​ເລຂາທິການ​ໃຫຍ່​ຢືນຢັນ​ວ່າ ພັກ, ລັດ ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່​ເຖິງ​ປະຊາ​ຄົມ​ຊາວ​ຫວຽດນາມ ຢູ່​ຕ່າງປະ​ເທດ​ເວົ້າ​ລວມ ​ແລະ ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ອິນ​ໂດ​ເນ​ເຊຍ ​ເວົ້າ​ສະ​ເພາະ; ຖື​ປະ​ຊາ​ຄົມ​ເປັນ​ພາກ​ສ່ວນ​ທີ່​ແບ່ງ​ອອກ​ບໍ່​ໄດ້​, ເປັນແຫຼ່ງ​ຊັບ​ພະ​ຍາ​ກອນ​ທີ່​ສໍາ​ຄັນ​ຂອງ​ປະ​ເທດ​ຊາດ​. ແນວທາງນະໂຍບາຍຂອງພັກ ແລະ ລັດໄດ້ຮັບການຫັນເປັນລະອຽດ, ຜັນຂະຫຍາຍໃນການເບິ່ງ​ແຍງ​ດູ​ແລ​ປະຊາ​ຄົມ​ຊາວ​ຫວຽດນາມ ຢູ່​ຕ່າງປະ​ເທດ, ໜູນ​ຊ່ວຍ​ໃຫ້​ປະຊາຊົນ​ມີທີ່ຕັ້ງ​ດ້ານ​ກົດໝາຍຢ່າງໝັ້ນຄົງ, ຊີວິດ​ການ​ເປັນ​ຢູ່​ໝັ້ນຄົງ, ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສັງຄົມປະຈຳຖິ່ນ; ປັບປຸງກຸ່ມກ້ອນມະຫາສາມັກຄີ​ແຫ່ງ​ຊາດ​; ສົ່ງເສີມ ແລະ ສ້າງ​ເງື່ອນ​ໄຂ​ໃຫ້​ປະຊາຊົນ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ; ສົມທົບ​ກັນຢ່າງຕັ້ງໜ້າ​​ແກ້​ໄຂ​ບັນດາ​ຂໍ້​ສະ​ເໜີ, ບັນຫາ ​ແລະ ຄວາມ​ຫຍຸ້ງຍາກ​ຂອງ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ.

ທ່ານ​ເລຂາທິການ​ໃຫຍ່ ໃຫ້ຮູ້ວ່າ ທີ່ບັນດາກອງປະຊຸມພົບປະກັບ​ຝ່າຍ​ອິນ​ໂດ​ເນ​ເຊຍ, ຈະ​ສະເໜີໃຫ້ຝ່າຍ​ອິນ​ໂດ​ເນ​ເຊຍ ​ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ປະຊາ​ຄົມ​ຊາວ​ຫວຽດນາມ ທີ່​ດຳລົງ​ຊີວິດ, ຮ່ຳຮຽນ, ​ເຮັດ​ວຽກ ​ແລະ ເຊື່ອມໂຍງຢ່າງຕັ້ງໜ້າ, ມີ​ຄວາມ​ຮັບຜິດຊອບ, ປະກອບສ່ວນເຂົ້າໃນການ​ພັດທະນາ​ຂອງປະເທດປະຈຳຖິ່ນ ແລະ ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ.

​​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ເລຂາທິການ​ໃຫຍ່ ໂຕເລີມ ໄດ້​ມີ​ການ​ພົບ​ປະ​ແລກປ່ຽນ​ຢ່າງ​ວ່ອງ​ໄວ​ກັບ​ຜູ້ຕາງໜ້າ​ບັນດາ​ພະນັກງານ, ລັດຖະກອນ​ຂອງອົງການ​ຫວຽດນາມ ປະຈຳ ອາ​ຊຽນ.

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດນາມ ​ມອບຂໍ້ຕົກລົງແຕ່ງຕັ້ງ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ​ບັນ​ດາ​ປະ​ເທດ

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດນາມ ​ມອບຂໍ້ຕົກລົງແຕ່ງຕັ້ງ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ​ບັນ​ດາ​ປະ​ເທດ

ຍສໝ - ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຫວຽດນາມ ຢືນຢັນ​ວ່າ ໜ້າ​ທີ່​ຂອງບັນດາເອກ​ອັກຄະ​ລັດຖະທູດ ​ແມ່ນ​ຢູ່ໃນ​ທຸກ​ດ້ານ, ຂົງ​ເຂດຂອງປະເທດຊາດ ​ຄື: ການ​ທູດ, ​ເສດຖະກິດ, ວັດທະນະທຳ, ການປ້ອງ​ກັນຊາດ, ປ້ອງກັນຄວາມສະຫງົບ, ປົກປ້ອງ​ສິດ, ຜົນ​ປະ​ໂຫຍ​ດຂອງ​ຊາດ.

ລາວ​ ​ໝັ້ນໃຈ​ຮັບດຳລົງບົດບາດເປັນ​ປະ​ທານ​ອາ​ຊຽນ 2024 ກັບການຮ່ວມເດີນທາງຂອງຫວຽດ​ນາມ

ລາວ​ ​ໝັ້ນໃຈ​ຮັບດຳລົງບົດບາດເປັນ​ປະ​ທານ​ອາ​ຊຽນ 2024 ກັບການຮ່ວມເດີນທາງຂອງຫວຽດ​ນາມ

ຍສໝ - ໂດຍ​ຮັບ​ຄຳເຊີນ​ຂອງ​​ທ່ານ ສອນ​ໄຊ ສີ​ພັນ​ດອນ, ນາຍົກລັດຖະມົນຕີ ລາວ, ປະເທດປະທານ ອາ​ຊຽນ 2024 ທ່ານ ຟ້າ​ມມິງຈິງ ນາຍົກລັດຖະມົນຕີຫວຽດນາມ ຈະ​ນຳ​ໜ້າ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ ຄັ້ງ​ທີ 44 ​ແລະ 45 ​ແລະ ບັນດາກອງ​ປະຊຸມ​ສຸດ​ຍອດ​ທີ່​ກ່ຽວຂ້ອງ​​ຢູ່​ນະຄອນຫຼວງ​ວຽງ​ຈັນ ​ແຕ່​ວັນ​ທີ 8 - 10 ...

ມີງດຶກ

ເຫດການ