ເຊື່ອມ​ຕໍ່​ວິ​ສາ​ຫະ​ກິດ​ຫວຽດ​ນາມ - ສິງ​ກະ​ໂປ ມຸ່ງໄປສູ່​ການ​ຜະ​ລິດ​ແບບ​ຍືນ​ຍົງ

22:33 | 17/03/2025

ຍສໝ​ - ວັນທີ 14 ມີນາ, ສະຫະພັນບັນດາອົງການມິດຕະພາບນະຄອນ ໂຮ່ຈີມິນ (HUFO) ສົມທົບກັບສະມາຄົມມິດຕະພາບ ຫວຽດນາມ - ສິງກະໂປ ນະຄອນ ໂຮ່ຈີມິນ, ສະຖາບັນບັນຊີທະບຽນສານສິງກະໂປ (ISCA) ແລະ ອົງການບັນຊີແຫ່ງຊາດ ສິງກະໂປ ໄດ້ຈັດຕັ້ງເວທີປາໄສພັດທະນາແບບຍືນຍົງ ຫວຽດນາມ - ສິງກະໂປ.

ທ່ານ​ເລ​ຂາ​ທິ​ການ​ໃຫຍ່: ສ້າງ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ຢູ່ ສິງ​ກະ​ໂປ ໃຫ້​ນັບ​ມື້​ນັບ​ເຂັ້ມ​ແຂງ
ຫວຽດ​ນາມ ແລະ ກູ​ບາ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ການ​ຜະ​ລິດ​ເຂົ້າ​ສານ

ກ່າວ​ຄຳປາໄສທີ່​ເວທີ​ປາ​ໄສ, ທ່ານ ເລີມຢຸ້ງຕ໋ຽນ​, ປະທານ​ສະມາຄົມ​ມິດຕະພາບ ຫວຽດນາມ - ສິງກະ​ໂປ ນະຄອນ ​ໂຮ່ຈີ​ມິນ ​ໃຫ້​ຮູ້​ວ່າ ສິງກະ​ໂປ ​ແມ່ນ​ຄູ່​ຮ່ວມ​ມື​ການ​ຄ້າ​ໃຫຍ່​ທີ່​ສຸດ​ຂອງ ຫວຽດນາມ ຢູ່ ອາ​ຊຽນ ​ແລະ ຢືນ​ອັນ​ດັບ 4 ​ໃນ​ໂລກ. ປີ 2024, ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ໄດ້​ບັນ​ລຸ​ກວ່າ 10,3 ຕື້ USD, ເພີ່ມ​ຂຶ້ນ 14,7% ເມື່ອ​ທຽບ​ໃສ່​ປີ 2023.

ກ່ຽວກັບການລົງທຶນ, ປະຈຸບັນ, ສິງກະໂປ ແມ່ນນັກລົງທຶນໃຫຍ່ທີ່ສຸດໃນອາຊຽນ ແລະ ອັນດັບ 2 ຂອງໂລກ ຢູ່ ຫວຽດນາມ ດ້ວຍ 3.951 ໂຄງການ ແລະ ຍອດຈຳນວນເງິນລົງທຶນກວ່າ 83 ຕື້ USD. ​ໃນ​ປີ 2024, ຫວຽດນາມ ​ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ສິງກະ​ໂປ 347.000 ກວ່າ​ເທື່ອ​ຄົນ​ມາ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ເງິນ, ການ​ທະນາຄານ, ຊັບພະຍາກອນ​ທຳ​ມະ​ຊາດ, ສິ່ງ​ແວດ​ລ້ອມ, ການ​ສຶກສາ ​ແລະ ຍຸຕິ​ທຳ​ລະຫວ່າງ 2 ປະ​ເທດ...

ທ່ານ ເລີມຢຸ້ງຕ໋ຽນ ຢືນຢັນ​ວ່າ ເຫດການ​ດັ່ງກ່າວ​ແມ່ນ​ພະຍານ​ຫຼັກ​ຖານ​ເຖິງ​ຄວາມ​ສົນ​ໃຈ​ຢ່າງ​ເລິກ​ເຊິ່ງຂອງ​ວິ​ສາ​ຫະກິດ 2 ປະ​ເທດ​ໃນ​ບັນດາ​ບັນຫາ​ພັດທະນາ​ແບບ​ຍືນ​ຍົງ​ໃນ​ຂະ​ແໜງ​ການ​ຜະລິດ ​ແລະ ດຳ​ເນີນ​ທຸລະ​ກິດ. ​ເວທີ​ປາ​ໄສ​ ໄດ້​ຮັບ​ການ​ຈັດ​ຕັ້ງດ້ວຍເປົ້າໝາຍສ້າງພື້ນທີ່ໃຫ້​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ​ແລະ ສິງກະ​ໂປ ​ແລກປ່ຽນ, ​ແບ່ງປັນ​ຄວາມ​ຮູ້ ​ແລະ ປະສົບ​ການ​ກ່ຽວ​ກັບ​ການ​ພັດທະນາ​ແບບ​ຍືນ​ຍົງ. ທ່ານ ເລີມຢຸ້ງຕ໋ຽນ ​ເຊື່ອ​ໝັ້ນ​ວ່າ ຄວາມ​ຮູ້ ​ແລະ ປະສົບ​ການ​ຂອງ​ບັນດາ​ວິ​ສາ​ຫະກິດ ສິງກະ​ໂປ ຈະ​ແມ່ນແຫຼ່ງກຳລັງຜັກດັນອັນ​ໃຫຍ່​ຫຼວງ​ໃຫ້​ບັນດາ​ວິ​ສາ​ຫະກິດ ຫວຽດນາມ. ພ້ອມ​ກັນ​ນັ້ນ, ບັນດາ​ວິ​ສາ​ຫະກິດ ຫວຽດນາມ ກໍ່​ຈະ​ປະກອບສ່ວນ​ອັນ​ລ້ຳ​ຄ່າ​ໃຫ້​ແກ່​ປະຊາ​ຄົມ​ວິ​ສາ​ຫະກິດ ອາ​ຊຽນ.

ເວທີປາໄສລວມມີ 2 ຫົວຂໍ້ຄື “ຍຸດທະສາດແບບຍືນຍົງ - ຫັນະສິດທິພາບຜົນກຳໄລເປັນດີທີ່ສຸດ ແລະ ກໍ່ສ້າງເຄື່ອງໝາຍການຄ້າໃຫ້ເຂັ້ມແຂງ” ແລະ “ທ່າ​ອ່ຽງ​ໃໝ່ໃນການຜະລິດແບບຍືນຍົງ”. ຢູ່ທີ່ນີ້, ບັນດາວິສາຫະກິດແບ່ງປັນຄວາມຮູ້ ແລະ ປະສົບການ, ປຶກສາຫາລືກ່ຽວກັບຍຸດທະສາດ ແລະ ທ່າອ່ຽງໃໝ່ໃນຂົງເຂດການຜະລິດແບບຍືນຍົງ - ຫົວຂໍ້ສຳຄັນບໍ່ພຽງແຕ່ສຳລັບບັນດາວິສາຫະກິດເທົ່ານັ້ນ, ແຕ່ຍັງມີຜົນກະທົບຢ່າງເລິກເຊິ່ງຕໍ່ປະຊາຄົມ ແລະ ສັງຄົມ.

ນອກຈາກນັ້ນ, ບັນດາຜູ້ແທນ ຍັງໄດ້ແບ່ງປັນກ່ຽວກັບການເພີ່ມທະວີການປະຫຍັດຄ່າໃຊ້ຈ່າຍ, ຫັນປະສິດທິພາບຜົນກໍາໄລເປັນດີທີ່ສຸດ, ເພີ່ມປະສິດທິພາບ ແລະ ອິດທິພົນເຄື່ອງໝາຍການຄ້າໂດຍຜ່ານການລິເລີ່ມແບບຍືນຍົງ; ບັນດາການຄົ້ນຄ້ວາທີ່ປະສົບຜົນສໍາເລັດຂອງບໍລິສັດການຜະລິດ ໄດ້ພັດທະນາຢ່າງເຂັ້ມເຂມ ດ້ວຍວິທີບັນດາມາດການປະຕິບັດແບບຍືນຍົງ.

ເຊື່ອມ​ຕໍ່​ວິ​ສາ​ຫະ​ກິດ​ຫວຽດ​ນາມ - ສິງ​ກະ​ໂປ ມຸ່ງໄປສູ່​ການ​ຜະ​ລິດ​ແບບ​ຍືນ​ຍົງ

ທ່ານຫົວໜ້າກົງສູນໃຫຍ່ ສິງກະ​ໂປ​ ປະຈຳ ​ນະຄອນ​ໂຮ່ຈິ​ມິນ Pang Te Cheng.

ຕາມ​ທ່ານຫົວໜ້າກົງສູນໃຫຍ່ ສິງກະ​ໂປ​ ປະຈຳ ​ນະຄອນ​ໂຮ່ຈິ​ມິນ Pang Te Cheng ​ແລ້ວ, ການ​ພັດທະນາ​ແບບ​ຍືນ​ຍົງ​ບໍ່​ພຽງ​ແຕ່​ແມ່ນ​ການ​ປະຕິບັດ​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການດ້ານກົດບັນຢັດ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ຍຸດ​ທະ​ສາດ​ບັງຄັບ, ຮຽກຮ້ອງ​ບັນດາ​ບາດກ້າວ​ບຸກທະລຸ​ໃນ​ອະນາຄົດ ​ເມື່ອຂະແໜງການເຕັດໂນໂລຢີປຸງ​ແຕ່ງ, ຜະລິດ​ຈະ​ກາຍ​ເປັນ​ຂົງເຂດ​ສຳຄັນ​ໃນ​ການ​ພັດທະນາ​ແບບ​ຍືນ​ຍົງ.

ທ່ານ Pang Te Cheng ​ໃຫ້​ຮູ້​ວ່າ ບັນດາ​ນັກ​ຊ່ຽວຊານ, ວິ​ສາ​ຫະກິດ​ແຖວ​ໜ້າ​ຂອງ ສິງກະ​ໂປ ​ໄດ້​ສະ​ເໜີ​ບັນດາ​ມາດ​ຕະການ​ແກ້​ໄຂ​ການ​ຮ່ວມ​ມື​ທີ່​ເປັນ​ໄປ​ໄດ້​ກັບ​ວິ​ສາ​ຫະກິດ ຫວຽດນາມ. ​ໃນ​ປະມານ 2 ອາທິດ, ທ່ານ​ນາຍົກລັດຖະມົນຕີ ສິງກະ​ໂປ Lawrence Wong ຈະ​ມາ​ຢ້ຽມຢາມ ຫວຽດນາມ. ທ່ານຫວັງວ່າ ການຢ້ຽມຢາມຈະສືບຕໍ່ເປີດກາລະໂອກາດຮ່ວມມືຢ່າງເລິກເຊິ່ງກ້ວາງຂວາງ ແລະ ເວທີປາໄສຄັ້ງນີ້ແມ່ນເງື່ອນມູນ, ເປັນກາລະໂອກາດໃຫຍ່ ເພື່ອໃຫ້ວິສາຫະກິດຫັນບັນດາຂໍ້ຕົກລົງຂອງຜູ້ນຳສອງປະເທດເປັນຕົວຈິງ.

ຫວຽດ​ນາມ ກາຍ​ເປັນ​ປະ​ເທດ​ນຳ​ໜ້າ​ໃນ​ທ່າ​ອ່ຽງ​ຫັນ​ປ່ຽນ​ການ​ຜະ​ລິດ​ທົ່ວ​ໂລກ ຫວຽດ​ນາມ ກາຍ​ເປັນ​ປະ​ເທດ​ນຳ​ໜ້າ​ໃນ​ທ່າ​ອ່ຽງ​ຫັນ​ປ່ຽນ​ການ​ຜະ​ລິດ​ທົ່ວ​ໂລກ

ຍສໝ - ເວັບໄຊ riotimesonline.com (Brazil) ໄດ້ເອົາລົງບົດຂຽນກ່ຽວກັບສະພາບການຜະລິດທົ່ວໂລກພວມປ່ຽນແປງຢ່າງໄວວາ, ຄັດສະເໜີຂໍ້ມູນຫຼ້າສຸດຈາກນັກສະໜອງການບໍລິການຂໍ້ມູນດ້ານການເງິນແຖວໜ້າໂລກ S&P Global Market Intelligence (ອາເມລິກາ) ຊື່ງໃນນັ້ນໃຫ້ຮູ້ວ່າ: ຫວຽດນາມ ໄດ້ກາຍເປັນຈຸດໝາຍປາຍທາງອັນດັບໜຶ່ງ ເພື່ອໃຫ້ບັນດາບໍລິສັດຫັນປ່ຽນການຜະລິດ ແລະການຫັນປ່ຽນນີ້ ເພື່ອແນໃສ່ຮັກສາລະບົບສະໜອງບໍ່ຖືກຕັດຕອນ.

ແຮກສ່ຽວບ້ານ-ບ້ານ: ພື້ນ​ຖານ​ການເພີ່ມພູນຄູນສ້າງການ​ພົວ​ພັນ​ແບບ​ຍືນ​ຍົງ​ ຫວຽດ​ນາມ - ລາວ ແຮກສ່ຽວບ້ານ-ບ້ານ: ພື້ນ​ຖານ​ການເພີ່ມພູນຄູນສ້າງການ​ພົວ​ພັນ​ແບບ​ຍືນ​ຍົງ​ ຫວຽດ​ນາມ - ລາວ

ຍສໝ​ - ການແຮກສ່ຽວ ບ້ານ-ບ້ານ ​ໄດ້ ແລະ ພວມ​ສ້າງ​ຂົວ​ເຊື່ອມ​ຕໍ່​ທີ່ໝັ້ນຄົງ, ສະໜິດຕິດພັນປະ​ຊາ​ຊົນ​ຢູ່​ເຂດ​ຊາຍ​ແດນ​ຫວຽດ​ນາມ - ລາວ. ຍ້ອນ​ຮູບ​ແບບ​ນີ້, ບັນດາໝູ່​ບ້ານ​ຂອງ​ສອງ​ປະ​ເທດ​ບໍ່​ພຽງ​ແຕ່​ປົກ​ປັກ​ຮັກ​ສາ​ເສັ້ນ​ຊາຍ​ແດນ​ເທົ່າ​ນັ້ນ, ຫາກ​ຍັງ​ໄດ້​ຮ່ວມ​ກັນ​ພັດ​ທະ​ນາ​ເສດ​ຖະ​ກິດ ແລະ ສ້າງ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ແບບ​ພິ​ເສດ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ.

ມີງດຶກ