![]() | ໜູນຊ່ວຍຄົນງານ ຫວຽດນາມ 1.000 ຄົນທີ່ໄປເຮັດວຽກຢູ່ ອົດສະຕາລີ ໃນຂົງເຂດກະສິກໍາ |
![]() | 5 ກຸ່ມເປົ້າໝາຍວຽກງານຂອງ 6 ເດືອນທ້າຍປີ 2024 |
![]() |
ກອງທຶນ Hitachi ທົ່ວໂລກ ໄດ້ປະກາດລາຍຊື່ນັກວິທະຍາສາດ ອາຊຽນ ທີ່ໄດ້ຮັບລາງວັນປະດິດຄິດສ້າງ ອາຊີ 15 ຄົນ ປີ 2024. ໃນຈໍານວນນັກວິທະຍາສາດ 15 ທ່ານທີ່ໄດ້ຮັບລາງວັນ ມີນັກວິທະຍາສາດ ຫວຽດນາມ 6 ທ່ານ (ພາບ: ສໍານັກງານຂ່າວສານ ຫວຽດນາມ) |
ໃນປີ 2024, ຄະນະກຳມະການຄັດເລືອກໄດ້ຕີລາຄາສຳເນົາເອກະສານຈາກ 26 ມະຫາວິທະຍາໄລ ແລະ ສະຖາບັນຄົ້ນຄວ້າຂອງ 6 ປະເທດ ອາຊຽນ ແລະ ຄັດເລືອກເອົາຊື່ດີທີ່ສຸດ, ໃນນັ້ນ ມີນັກວິທະຍາສາດ ຫວຽດນາມ 6 ທ່ານ.
ລະອຽດ, ລາງວັນປະດິດຄິດສ້າງດີເດັ່ນທີ່ມີມູນຄ່າ 1 ລ້ານ ເຢນຍີ່ປຸ່ນ ໄດ້ມອບໃຫ້ ທ່ານຮອງສາດສະດາຈານ, ປອ ຫງວຽນຫືວຫຽວ, ມະຫາວິທະຍາໄລແຫ່ງຊາດ ນະຄອນໂຮ່ຈີມິນ ແລະ ທ່ານຮອງສາດສະດາຈານ ປອ ນາງ ຫງວຽນທິອ໋າຍຍຸງ, ມະຫາວິທະຍາໄລວິທະຍາສາດ (ມະຫາວິທະຍາໄລເຫວ້); ລາງວັນຊົມເຊີຍມີມູນຄ່າ 500.000 ເຢນຍີ່ປຸ່ນ ໄດ້ມອບໃຫ້ ທ່ານຮອງສາດສະດາຈານ, ປອ ເລືອງຊວັນດ້ຽນ, ທ່ານຮອງສາດສະດາຈານ, ປອ ຫວູທູຈາງ ທັງສອງລ້ວນແຕ່ມາຈາກໂຮງຮຽນເຄມີ ແລະ ວິທະຍາສາດການມີຊີວິດ, ມະຫາວິທະຍາໄລສັບພະວິຊາ ຮ່້າໂນ້ຍ, ທ່ານຮອງສາດສະດາຈານ, ປອ ຫງວຽນດິ່ງກວັນ, ມະຫາວິທະຍາໄລສັບພະວິຊາ (ມະຫາວິທະຍາໄລແຫ່ງຊາດ ນະຄອນໂຮ່ຈີມິນ), ທ່ານ ປອ ຫວໍຫງວຽນຊວັນເຟືອງ ມະຫາວິທະຍາໄລ ໂຕນດຶກຖັງ.
ມີນັກວິທະຍາສາດ ຫວຽດນາມ 2 ທ່ານໄດ້ຮັບລາງວັນປະດິດຄິດສ້າງດີເດັ່ນ. ໜຶ່ງແມ່ນ ທ່ານຮອງສາດສະດາຈານ, ປອ ຫງວຽນຫືວຫຽວ ດ້ວຍກິດຈະກໍາ “ການສັງເຄາະວັດຖຸນາໂນຈາກຊີວະມວນໃຫ້ກັບບັນດາການນຳໃຊ້ເຂົ້າໃນການຜະລິດ furfural ແລະ ບຳບັດນ້ຳເສຍ”. ໂຄງການນີ້ແນໃສ່ເພື່ອແກ້ໄຂບັນຫາມົນລະພິດຈາກຢາຍ້ອມຜ້າອິນຊີ, ໂລຫະຫນັກ ແລະ ຢາຕ້ານເຊື້ອທີ່ເປັນອັນຕະລາຍຕໍ່ສຸຂະພາບຂອງມະນຸດ ແລະ ລະບົບນິເວດ. ສອງແມ່ນ ທ່ານຮອງສາດສະດາຈານ, ປອ ນາງ ຫງວຽນຖິອ໋າຍຢຸງ ດ້ວຍກິດຈະກໍາ “ຄົ້ນຄ້ວາ ແລະ ພັດທະນາການຢາຈາກພືດສະໝຸນໄພທີ່ມີຄ່າຫາຍາກດ້ວຍເຕັກໂນໂລຢີການສະກັດທີ່ເປັນມິດກັບສິ່ງແວດລ້ອມ ແລະ ວິທີຈຳລອງທີ່ທັນສະໄໝ". ຜົນການຄົ້ນຄວ້າໄດ້ຮັບການອະນຸຍາດໃຫ້ຜະລິດບັນດາຜະລິດຕະພັນທາງການແພດທີ່ມີຄຸນນະພາບສູງຂອງ ຫວຽດນາມ ຂະຫຍາຍກວ້າງຂວາງອອກ, ເປັນຜົນດີຕໍ່ສຸຂະພາບຂອງຊຸມຊົນ ແລະ ເສດຖະກິດເຕີບໂຕ.
ລາງວັນຊົມເຊີຍ 4 ລາງວັນແມ່ນມອບໃຫ້ກິດຈະກຳຄົ້ນຄວ້າ “ການພັດທະນາທາດເລັ່ງທອງຄຳທີ່ມີຄຸນປະໂຫຍດສູງ ແລະ ວັດຖຸອຸປະກອນສັງລວມນາໂນ ໂດຍອີງໃສ່ຊີວະມວນດ້ວຍການນຳແບບວິທີເຂົ້າໃກ້ກົນລະສາດ ແລະ ເຄມີດ້ານນອກ (MCS)” ໂດຍ ທ່ານ ຮອງສາດສະດາຈານ, ປອ ເລືອງຊວັນດ້ຽນ; “ຍຸດທະສາດລະບົບນິເວດການປູກລ້ຽງປາ-ເຂົ້າແບບຍືນຍົງ” ໂດຍ ທ່ານ ປອ ຫວໍຫງວຽນຊັວນເຟືອງ; “ການປ່ຽນຂີ້ຕົມຈາກການຜະລິດເຈ້ຍເປັນ Nanocellulose ເຊື້ອແບັກທີເຣັຍ ເພື່ອຜະລິດເຈ້ຍແບບຍືນຍົງ” ຂອງ ທ່ານຮອງສາສະດາຈານ, ປອ ຫງວຽນດິ່ງກວັນ; “ພັດທະນາຜະລິດຕະພັນຈາກພືດແບບຍືນຍົງ ແລະ ມີປະໂຫຍດຕໍ່ສຸຂະພາບຈາກການພືດ ຫວຽດນາມ” ໂດຍ ທ່ານ ສາສະດາຈານ, ປອ ຫວູທູຈາງ.
ລາງວັນປະດິດຄິດສ້າງ ອາຊີ ຂອງກອງທຶນ Hitachi ທົ່ວໂລກ ໄດ້ເລີ່ມຂຶ້ນໃນປີ 2020 ແນໃສ່ເພື່ອຊຸຍູ້ວິທະຍາສາດ, ເຕັກໂນໂລຢີ ແລະ ນະວັດຕະກໍາ, ປະກອບສ່ວນແກ້ໄຂບັນຫາສັງຄົມ ແລະ ຫັນສັງຄົມແບບຍືນຍົງໃນພາກພື້ນ ອາຊຽນ ໃຫ້ປະກົດຜົນເປັນຈິງ.
ລາງວັນເຊີດຊູບັນດາບຸກຄົນ ແລະ ອົງການຈັດຕັ້ງທີ່ຮັບໃຊ້ຜົນປະໂຫຍດຂອງສ່ວນລວມຜ່ານຜົນງານທີ່ພົ້ນເດັ່ນຕ່າງໆ ໃນການຄົ້ນຄວ້າ ແລະ ພັດທະນາ (R&D) ໃນຂົງເຂດວິທະຍາສາດ ແລະ ເຕັກໂນໂລຢີ.
![]() | ບັນດາບາດກ້າວພາຍຫຼັງ 6 ເດືອນຂອງການຍົກລະດັບການພົວພັນ ຫວຽດນາມ - ອາເມລິກາ ຍສໝ - ວັນທີ 25 ມີນາ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທງເຊີນ ແລະ ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ໄດ້ເປັນປະທານການພົບປະສົນທະນາຂັ້ນລັດຖະມົນຕີການຕ່າງປະເທດ ຫວຽດນາມ - ອາເມລິກາ ຄັ້ງທຳອິດ. |
![]() | ຫວຽດນາມ ເຂົ້າຮ່ວມເວທີປາໄສສື່ມວນຊົນ ICAPP ຄັ້ງທີ 6 ຍສໝ - ວັນທີ 18 ພະຈິກນີ້, ເວທີປາໄສສື່ມວນຊົນຄັ້ງທີ 6 ໂດຍກອງເລຂາກອງປະຊຸມສາກົນຂອງບັນດາພັກການເມືອງອາຊີ (ICAPP) ໄດ້ໄຂຂຶ້ນຢູ່ຫໍສະພາແຫ່ງຊາດ ສ.ເກົາຫຼີ ຢູ່ນະຄອນຫຼວງເຊອູນ. |
ທອງມີ ສີຫາວົງ