ມອບທຶນການສຶກສາ ວື່ອາຢິງ 100 ທຶນ ໃຫ້ລູກຫຼານຊາວຫວຽດນາມ ອາໄສຢູ່ລາວ

06:00 | 07/03/2025

ຍສໝ - ນີ້ແມ່ນປີທີສອງທີ່ກອງທຶນ ວື່ອາຢິງ ມອບທຶນການສຶກສາ 100 ທຶນໃຫ້ລູກນ້ອງຊາວຫວຽດນາມ ຢູ່ລາວ ເພື່ອຊ່ວຍພວກນ້ອງມີໂອກາດສືບຕໍ່ໄປຮຽນ ແລະພັດທະນາຕົນ, ສ້າງພື້ນຖານໃຫ້ແກ່ການຮ່ວມມືດ້ານການສຶກສາລະຫວ່າງສອງປະເທດ, ພ້ອມທັງຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງຫວຽດນາມ ແລະລາວ.

ມອບທຶນການສຶກສາ Vallet ໃຫ້ແກ່ນັກຮຽນ ແລະນັກສຶກສາ 212 ຄົນຢູ່ 3 ແຂວງພາກກາງ ຫວຽດນາມ ມອບທຶນການສຶກສາ Vallet ໃຫ້ແກ່ນັກຮຽນ ແລະນັກສຶກສາ 212 ຄົນຢູ່ 3 ແຂວງພາກກາງ ຫວຽດນາມ
ປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ ໄປຖະຫວາຍທູບທຽນ ເພື່ອອາໄລຫາປະທານ ໂຮ່ຈີມິນ ປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ ໄປຖະຫວາຍທູບທຽນ ເພື່ອອາໄລຫາປະທານ ໂຮ່ຈີມິນ

ຕອນບ່າຍວັນທີ 6 ມີນາ, ທີ່ນະຄອນຫຼວງວຽງຈັນ, ລາວ, ກອງທຶນວື່ອາຢິງ, ສະມາຄົມ “ເພື່ອຮວ່າງຊາ-ເຈື່ອງຊາ ທີ່ຮັກແພງ” ສົມທົບກັບສະຖານທູດຫວຽດນາມ ປະຈໍາ ລາວ ຈັດຕັ້ງລາຍການມອບທຶນການສຶກສາ ວື່ອາຢິງ 100 ທຶນໃຫ້ລູກຫຼານຊາວຫວຽດນາມ ອາໄສຢູ່ ລາວ (ທຶນລະມີມູນຄ່າ 50 ໂດລາສະຫະລັດ) ເພື່ອຊົມເຊີຍ ແລະຮັບຮູ້ຄວາມມານະພະຍາຍາມ, ສູ້ຊົນຂອງພວກນ້ອງ.

ມອບທຶນການສຶກສາ ວື່ອາຢິງ 100 ທຶນ ໃຫ້ລູກຫຼານຊາວຫວຽດນາມ ອາໄສຢູ່ລາວ
ທ່ານ ຫງວຽນມິງເຕີມ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ລາວ ແລະທ່ານນາງ ເຈືອງໝີຮວາ ອະດີດຮອງປະທານປະເທດມອບຂອງຂວັນໃຫ້ພວກນ້ອງນັກຮຽນ. ພາບ: vov.vn

ເຂົ້າຮ່ວມລາຍການມີທ່ານນາງ ເຈືືອງໝີຮວາ, ອະດີດຮອງປະທານປະເທດ, ປະທານກອງທຶນການສຶກສາ ວື່ອາຢິງ, ປະທານສະມາຄົມ “ເພື່ອຮວ່າງຊາ-ເຈື່ອງຊາ ທີ່ຮັກແພງ”; ທ່ານ ຫງວຽນມິງເຕີມ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ລາວ; ຜູ້ຕາງໜ້າບັນດາອົງການກ່ຽວຂ້ອງພ້ອມກັບພວກນ້ອງນັກຮຽນແມ່ນລູກຫຼານຊາວຫວຽດນາມ ອາໄສຢູ່ລາວ.

ກ່າວຄໍາເຫັນຢູ່ທີ່ນີ້, ທ່ານ ຫງວຽນມິງເຕີມ ໄດ້ສັງເຂບກ່ຽວກັບການພົວພັນຫວຽດນາມ-ລາວ; ຊີວິດການເປັນຢູ່ຂອງປະຊາຄົມຊາວຫວຽດນາມ ຢູ່ ລາວ ກໍ່ຄືການປະກອບສ່ວນຂອງພໍ່ແມ່ປະຊາຊົນໃຫ້ບ້ານເກີດເມືອງນອນ, ປະເທດຊາດ ແລະປະເທດປະຈໍາຖິ່ນ. ທ່ານ ຫງວຽນມິງເຕີມ ເນັ້ນໜັກວ່າ, ໃນຊຸມປີຜ່ານມາ, ບໍ່ພຽງແຕ່ງົບປະມານແຫ່ງລັດເທົ່ານັ້ນ ຫາກຍັງມີບັນດາແຫຼ່ງທຶນສັງຄົມອື່ນອີກດ້ວຍໄດ້ຊ່ວຍຍົກສູງພື້ນຖານດ້ານວັດຖຸໃຫ້ໂຮງຮຽນ, ຍົກສູງຄຸນນະພາບການສຶກສາເທື່ອລະກ້າວໃຫ້ລູກນ້ອງປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ.

ມອບທຶນການສຶກສາ ວື່ອາຢິງ 100 ທຶນ ໃຫ້ລູກຫຼານຊາວຫວຽດນາມ ອາໄສຢູ່ລາວ
ທ່ານ ຫງວຽນມິງເຕີມ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ລາວ. ພາບ: vov.vn

ນີ້ແມ່ນປີທີສອງທີ່ກອງທຶນ ວື່ອາຢິງ ມອບທຶນການສຶກສາ 100 ທຶນໃຫ້ລູກນ້ອງຊາວຫວຽດນາມ ຢູ່ລາວ ເພື່ອຊ່ວຍພວກນ້ອງມີໂອກາດສືບຕໍ່ໄປຮຽນ ແລະພັດທະນາຕົນ, ສ້າງພື້ນຖານໃຫ້ແກ່ການຮ່ວມມືດ້ານການສຶກສາລະຫວ່າງສອງປະເທດ, ພ້ອມທັງຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງຫວຽດນາມ ແລະລາວ.

ກ່າວຄໍາເຫັນທີ່ລາຍການ, ທ່ານນາງ ເຈືອງໝີຮວາ ຍ້ອງຍໍຊົມເຊີຍຄວາມມານະພະຍາຍາມ, ພະຍາຍາມຂອງພວກນ້ອງນັກຮຽນແມ່ນລູກນ້ອງຊາວຫວຽດນາມ ອາໄສຢູ່ລາວ ທີ່ໄດ້ຜ່ານຜ່າຄວາມຫຍຸ້ງຍາກເພື່ອບັນລຸຜົນງານໃນການຮໍ່າຮຽນ. ທ່ານນາງຫວັງວ່າ ທຶນການສຶກສາຈະຊ່ວຍພວກນ້ອງບັນລຸໄດ້ຫຼາຍຜົນງານສູງກວ່າອີກ; ປາດຖະໜາວ່າພວກນ້ອງຈະພະຍາຍາມຮໍ່າຮຽນໃຫ້ດີກວ່າອີກ, ເພື່ອກາຍເປັນລູກຄຳຮູ້, ນັກຮຽນເກັ່ງ, ປະກອບສ່ວນສ້າງສາປະເທດລາວ ແລະຫວຽດນາມ ໃຫ້ນັບມື້້ນັບຮັ່ງມີສວຍງາມ.

ກອງບັນຊາການທະຫານຊາຍແດນຫວຽດນາມ ມອບທຶນການສຶກສາ  ແລະງົວພັນໃຫ້ປະຊາຊົນຢູ່ເຂດຊາຍແດນ ຫວຽດນາມ - ລາວ ກອງບັນຊາການທະຫານຊາຍແດນຫວຽດນາມ ມອບທຶນການສຶກສາ ແລະງົວພັນໃຫ້ປະຊາຊົນຢູ່ເຂດຊາຍແດນ ຫວຽດນາມ - ລາວ

ຍສໝ - ທີ່ພິທີມອບ-ຮັບ, ກອງບັນຊາການທະຫານຊາຍແດນຫວຽດນາມ ໄດ້ມອບທຶນການສຶກສາ 100 ທຶນໃຫ້ນັກຮຽນ 100 ຄົນ, ໃນນັ້ນມີນັກຮຽນຫວຽດນາມ 50 ຄົນ, ນັກຮຽນລາວ 50 ຄົນ, ມອບງົວພັນ 20 ໂຕໃຫ້ບັນດາຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກຢູ່ສອງຟາກຊາຍແດນຫວຽດນາມ-ລາວ,...

ທຶນ​ຈົດ​ທະ​ບຽນ​ການ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ​ຢູ່​ຫວຽດ​ນາມ ໃນ 10 ເດືອນ​ ເພີ່ມ​ຂຶ້ນ 66,1% ທຶນ​ຈົດ​ທະ​ບຽນ​ການ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ​ຢູ່​ຫວຽດ​ນາມ ໃນ 10 ເດືອນ​ ເພີ່ມ​ຂຶ້ນ 66,1%

ຍສໝ - ໃນ 10 ເດືອນຜ່ານມາ, ວິສາຫະກິດໄດ້ລົງທະບຽນ 2.608 ໂຄງການໃໝ່, ທຶນຈົດທະບຽນບັນລຸ 15,29 ຕື້ USD, ເພີ່ມຂຶ້ນ 66,1% ເມື່ອທຽບໃສ່ໄລຍະດຽວກັນຂອງຈໍານວນໂຄງການ ແລະ 54% ຂອງທຶນຈົດທະບຽນ.

ບູນມີ

ທ່ານອາດຈະມັກ

ເຫດການ