![]() |
ທ່ານລັດຖະມົນຕີ Sergei Lavrov ແລະ ທ່ານເອກອັກຄະລັດຖະທູດ ດັ້ງມິງຄອຍ ເຂົ້າຮ່ວມພິທີເປີດງານວາງສະແດງ. |
ວັນທີ 11 ກຸມພາ, ຢູ່ສໍານັກງານໃຫຍ່ກະຊວງການຕ່າງປະເທດ ສະຫະພັນຣັດເຊຍ ທີ່ນະຄອນຫຼວງ Moscow ໄດ້ດໍາເນີນພິທີເປີດງານວາງສະແດງຮູບພາບ ແລະ ເອກະສານສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ ແລະ ສະຫະພັນຣັດເຊຍ. ງານຈັດຂຶ້ນໂດຍກະຊວງການຕ່າງປະເທດຣັດເຊຍ ແລະ ການເຂົ້າຮ່ວມຂອງ ທ່ານລັດຖະມົນຕີ Sergei Lavrov.
ເຂົ້າຮ່ວມພິທີເປີດຍັງມີ ທ່ານ ດັ້ງມິງຄອຍ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສະຫະພັນຣັດເຊຍ, ບັນດາພະນັກງານຫ້ອງການຜູ້ຕາງໜ້າຂອງ ຫວຽດນາມ ປະຈຳ ສະຫະພາບຣັດເຊຍ, ຜູ້ຕາງໜ້າກະຊວງການຕ່າງປະເທດ ຣັດເຊຍ, ສະມາຊິກລັດຖະສະພາຣັດເຊຍ, ການນໍາສະມາຄົມມິດຕະພາບ ຣັດເຊຍ - ຫວຽດນາມ, ບັນດານັກວິຊາການຫວຽດນາມວິທະຍາ, ບັນດາເພື່ອນມິດທີ່ສະໜິດສະໜົມຂອງ ຫວຽດນາມ ແລະ ເອກອັກຄະລັດຖະທູດ ບັນດາປະເທດ ອາຊຽນ ປະຈຳ Moscow.
![]() |
ທ່ານລັດຖະມົນຕີການຕ່າງປະເທດ ຣັດເຊຍ Sergei Lavrov ກ່າວຄຳເຫັນທີ່ງານວາງສະແດງ. |
ກ່າວຄຳເຫັນທີ່ການເປີດງານວາງສະແດງ, ທ່ານລັດຖະມົນຕີການຕ່າງປະເທດ ຣັດເຊຍ Sergei Lavrov ໄດ້ທົບທວນຄືນຂີດໝາຍສໍາຄັນຂອງການພົວພັນ ຫວຽດນາມ - ສະຫະພັນຣັດເຊຍ ໃນ 75 ປີຜ່ານມາ.
ທ່ານລັດຖະມົນຕີ Sergei Lavrov ເນັ້ນໜັກວ່າ: ນ້ຳໃຈມິດຕະພາບ ແລະ ຄວາມເຫັນອົກເຫັນໃຈລະຫວ່າງ ປະຊາຊົນສອງປະເທດໄດ້ຜ່ານການທົດສອບຂອງເວລາ ແລະ ບໍ່ຂຶ້ນກັບສະພາບການເມືອງ. ຣັດເຊຍ ມີຄວາມເອກອ້າງທະນົງໃຈທີ່ໄດ້ໜູນຊ່ວຍປະເທດວິລະຊົນຫວຽດນາມ ໃນຊຸມປີແຫ່ງການຕໍ່ສູ້ເພື່ອເສລີພາບ, ເອກະລາດ, ກໍ່ຄືໃນໄລຍະສ້າງສາ ແລະ ປົກປັກຮັກສາປະເທດຊາດ.
ຣັດເຊຍ ຍາມໃດກໍ່ຮັກສາຄວາມຊົງຈຳກ່ຽວກັບທະຫານອາສາສະໝັກ ຫວຽດນາມ ທີ່ໄດ້ເຂົ້າຮ່ວມບັ້ນສູ້ຮົບປົກປັກຮັກສາ Moscow ໃນປີ 1941-1942. ອານຸສາວະລີເພື່ອເຊີດຊູເຂົາເຈົ້າ ໄດ້ຮັບການເປີດໃນເດືອນສິງຫາ ປີກາຍຢູ່ເຂດຊານເມືອງ Moscow ເປັນສິ່ງພິສູດໃຫ້ເຫັນຢ່າງຈະແຈ້ງກ່ຽວກັບເລື່ອງນີ້. ທ່ານ Lavrov ກ່າວວ່າ ຣັດເຊຍ ຄອງຫວັງວ່າ ຜູ້ຕາງໜ້າການນຳ ຫວຽດນາມ ຈະເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະໃນສົງຄາມປ້ອງກັນປະເທດຊາດທີ່ຍິ່ງໃຫຍ່.
ທ່ານລັດຖະມົນຕີ Lavrov ເນັ້ນໜັກວ່າ ການພົວພັນ ຫວຽດນາມ - ຣັດເຊຍ ໄດ້ຜ່ານຊ່ວງໄລຍະທີ່ຍາວນານ. ປະຈຸບັນ, ການພົວພັນລະຫວ່າງສອງປະເທດຢູ່ໃນລະດັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ໃນນັ້ນ ການສົນທະນາດ້ານການເມືອງຂະຫຍັນຂັນເຂື່ອນ ແລະ ມີຄວາມໄວ້ເນື້ອເຊື່ອໃຈ, ກ່ອນອື່ນໝົດຢູ່ໃນລະດັບສູງສຸດແມ່ນພື້ນຖານຂອງການພົວພັນນີ້.
ການຮ່ວມມືໃນຂົງເຂດພະລັງງານສືບຕໍ່ສວມບົດບາດສຳຄັນໃນການພັດທະນາການຮ່ວມມືດ້ານເສດຖະກິດ ແລະ ການຄ້າ ລະຫວ່າງ ຣັດເຊຍ ແລະ ຫວຽດນາມ. ພ້ອມກັນນັ້ນ, ສອງປະເທດກໍ່ເພີ່ມທະວີການຮ່ວມມືໃນຂົງເຂດວິທະຍາສາດ, ແລກປ່ຽນທາງດ້ານການສຶກສາ ແລະ ວັດທະນະທຳ.
ຫວນຄືນມູນເຊື້ອປະຫວັດສາດອັນສະຫງ່າລາສີຂອງການພົວພັນ ຫວຽດນາມ - ຣັດເຊຍ, ທ່ານຜູ້ນຳໜ້າກະຊວງການຕ່າງປະເທດ ຣັດເຊຍ ເຊື່ອໝັ້ນວ່າ 2 ຝ່າຍສາມາດເອກອ້າງທະນົງໃຈ ແລະ ມີຄວາມໜ້າປະເອີບໃຈມຸ່ງໄປສູ່ອະນາຄົດ, ສືບຕໍ່ເພີ່ມພູນຄູນສ້າງການພົວພັນເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ, ຍ້ອນຄວາມໝັ້ນຄົງ ແລະ ຄວາມປອດໄພຢູ່ພາກພື້ນ ອາຊີ - ປາຊີຟິກ ແລະ ທົ່ວໂລກ.
![]() |
ທ່ານ ເອກອັກຄະລັດຖະທູດ ດັ້ງມິງຄອຍ ກ່າວຄຳເຫັນທີ່ງານວາງສະແດງ. |
ສ່ວນຝ່າຍຫວຽດນາມ, ທ່ານເອກອັກຄະລັດຖະທູດ ດັ້ງມິງຄອຍ ໄດ້ກ່າວຂອບໃຈກະຊວງການຕ່າງປະເທດ ຣັດເຊຍ ທີ່ໄດ້ຈັດຕັ້ງ ແລະ ແນະນຳບັນດາເອກະສານອັນລ້ຳຄ່າ, ຊ່ວຍໃຫ້ຄົນລຸ້ນປະຈຸບັນມີໂອກາດໄດ້ເບິ່ງຄືນ, ມີຄວາມເອກອ້າງທະນົງໃຈໃນອະດີດ ແລະ ການພົວພັນລະຫວ່າງ 2 ປະເທດ ໃນປະຈຸບັນ.
ທ່ານເອກອັກຄະລັດຖະທູດຢືນຢັນວ່າ ການພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ຣັດເຊຍ ໄດ້ສ້າງຕັ້ງຂຶ້ນເມື່ອ 75 ປີກ່ອນໃນວັນທີ 30 ມັງກອນ 1950, ແຕ່ພື້ນຖານການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ປະເທດໄດ້ເລີ່ມຕົ້ນຂຶ້ນໄວກວ່າ ເມື່ອ ທ່ານ ຫງວຽນອ໋າຍກັວກ ເປັນຄັ້ງທໍາອິດທີ່ໄປເຖິງ Petrograd ( Saint Petersburg ໃນປະຈຸບັນ) ໃນການເດີນທາງຊອກຫາເສັ້ນທາງກູ້ຊາດເມື່ອ 102 ປີກ່ອນ.
ຫວຽດນາມ ຍາມໃດກໍ່ຈົດຈໍາດ້ວຍຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ການຊ່ວຍເຫຼືອ, ການໜູນຊ່ວຍອັນຈິງໃຈ ແລະ ອັນລໍ້າຄ່າທີ່ ສະຫະພາບໂຊວຽດ ແລະ ສະຫະພັນຣັດເຊຍ ໄດ້ມອບໃຫ້ ຫວຽດນາມ ໃນໄລຍະແຫ່ງການຕໍ່ສູ້ປົດປ່ອຍຊາດ, ການສ້າງສາ ແລະ ພັດທະນາປະເທດຊາດໃນປະຈຸບັນ.
ການພົວພັນຫວຽດນາມ - ສະຫະພັນຣັດເຊຍ ປະຈຸບັນແມ່ນການສືບທອດມູນເຊື້ອມິດຕະພາບ ແລະ ຄວາມສາມັກຄີທີ່ໄດ້ຮັບການກໍ່ສ້າງເມື່ອ 75 ປີກ່ອນ. ປີ 2001, ຫວຽດນາມ ແລະ ຣັດເຊຍ ໄດ້ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ ແລະ ປີ 2012, ການພົວພັນນີ້ໄດ້ຮັບການຍົກລະດັບຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ.
ສິ່ງທີ່ດີອີກຢ່າງໜຶ່ງແມ່ນຄວາມເຂົ້າໃຈ ແລະ ຕິດພັນກັນລະຫວ່າງປະຊາຊົນສອງປະເທດ, ພິເສດແມ່ນໄວໜຸ່ມທີ່ກໍາລັງໄດ້ຮັບການເປີດກວ້າງ. ຄົນ ຣັດເຊຍ ນັບມື້ນັບມີຄວາມສົນໃຈຫຼາຍຂຶ້ນກ່ຽວກັບຫວຽດນາມ, ມະຫາວິທະຍາໄລຫຼາຍແຫ່ງທົ່ວປະເທດ ຣັດເຊຍ ເລີ່ມສອນພາສາຫວຽດນາມ... ຄົນ ຫວຽດນາມ ມີຄວາມຮູ້ສຶກທີ່ພິເສດຕໍ່ ຣັດເຊຍ, ຮັກແພງ ແລະ ນິຍົມວັດທະນະທຳ ຣັດເຊຍ. ທັງໝົດນີ້ເປັນການຮັບປະກັນວ່າ ນໍ້າໃຈມິດຕະພາບ ແລະ ຄວາມສາມັກຄີຂອງສອງປະເທດຈະໄດ້ຮັບການສົ່ງຕໍ່ໃຫ້ກັບຄົນລຸ້ນຫຼັງ.
ຕາມທ່ານເອກອັກຄະລັດຖະທູດ ດັ້ງມິງຄອຍ ແລ້ວ, ຕໍ່ກັບຜົນງານຕະຫຼອດ 75 ປີແຫ່ງການຮ່ວມມື, ພ້ອມກັບການຢ້ຽມຢາມ ຫວຽດນາມ ທີ່ຜ່ານມາຂອງ ທ່ານ Vladimir Putin ປະທານາທິບໍດີ ຣັດເຊຍ ແລະ ທ່ານ Mikhail Mishustin ນາຍົກລັດຖະມົນຕີ ຣັດເຊຍ, ບັນດາການຢ້ຽມຢາມ ຣັດເຊຍ ຂອງ ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ແລະ ທ່ານ ເຈີ່ນແທັງເໝີ໋ນ ປະທານສະພາແຫ່ງຊາດ ຫວຽດນາມ ໃນປີ 2024 ໄດ້ສະແດງໃຫ້ເຫັນວ່າ 2 ປະເທດໄດ້ເລືອກທິດທາງອັນຖືກຕ້ອງ, ການນຳ ແລະ ປະຊາຊົນ 2 ປະເທດສະແດງໃຫ້ເຫັນເຖິງຄວາມຕັດສິນໃຈນຳການພົວພັນຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ລັດເຊຍ ໃຫ້ເລິກເຊິ່ງຂຶ້ນກວ່າເກົ່າ, ນໍາເອົາການຮ່ວມມືໃຫ້ຂຶ້ນສູ່ລະດັບໃໝ່.
![]() |
ເອກະສານຈໍານວນໜຶ່ງທີ່ວາງສະແດງຢູ່ງານວາງສະແດງ. |
ຮູບພາບ ແລະ ເອກະສານກ່ຽວກັບບັນດາຂີດໝາຍສຳຄັນຕ່າງໆຂອງການພົວພັນລະຫວ່າງສອງປະເທດໄດ້ເກັບກໍາຢ່າງລະອຽດລະອໍ, ໃນນັ້ນ ມີເອກະສານຈໍານວນໜຶ່ງຈາກໜ່ວຍງານສໍາເນົາເອກະສານຂອງກະຊວງການຕ່າງປະເທດ ຣັດເຊຍ ໄດ້ນຳສະເໜີມາວາງສະແດງໃນຄັ້ງນີ້.
![]() |
ເອກະສານຈໍານວນໜຶ່ງທີ່ວາງສະແດງຢູ່ງານວາງສະແດງ. |
ກະຊວງການຕ່າງປະເທດ ຣັດເຊຍ ໃຫ້ຮູ້ວ່າ: ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ 2 ປະເທດ, ຣັດເຊຍ ໄດ້ວາງແຜນການຜັນຂະຫຍາຍການເຄື່ອນໄຫວຈໍານວນໜຶ່ງ, ລວມມີ ວັນວັດທະນະທຳ ຣັດເຊຍ ຢູ່ ຫວຽດນາມ ແລະ ບັນດາການສະແດງຂອງນັກສິລະປິນ ຫວຽດນາມ ຢູ່ ຣັດເຊຍ.
![]() | ນຳການພົວພັນສອງອົງການນິຕິບັນຍັດກາຍເປັນເສົາຄ້ຳສຳຄັນໃນການພົວພັນຫວຽດນາມ - ອົດສະຕາລີ ທ່ານນາງ ເລທູຮ່າ ຮອງຫົວໜ້າກຳມາທິການການຕ່າງປະເທດເນັ້ນໜັກວ່າ ການຢ້ຽມຢາມຂອງທ່ານນາງ Sue Lines ປະທານສະພາສູງອົດສະຕາລີ ມີຄວາມໝາຍສຳຄັນ, ປະກອບສ່ວນຍົກລະດັບ, ເຮັດໃຫ້ການພົວພັນລະຫວ່າງສອງອົງການນິຕິບັນຍັດເຂົ້າສູ່ລວງເລິກ ແລະແທດຈິງກວ່າອີກ, ນຳການພົວພັນນີ້ກາຍເປັນເສົາຄ້ຳສຳຄັນໃນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ອົດສະຕາລີ. |
![]() | ເປີດກວ້າງການຮ່ວມມືລະຫວ່າງສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ແລະ ສະມາຄົມເສດຖະກິດ, ວັດທະນະທຳ ສ.ເກົາຫຼີ - ຫວຽດນາມ ຍສໝ - ວັນທີ 6 ສິງຫາ ຢູ່ຮ່າໂນ້ຍ, ທ່ານ ຟານແອງເຊີນ, ປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ຕ້ອນຮັບທ່ານ Kwon Sung-taek, ປະທານສະມາຄົມເສດຖະກິດ, ວັດທະນະທໍາ ສ.ເກົາຫຼີ - ຫວຽດນາມ (KOVECA) ເນື່ອງໃນການໄປຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. |
ທອງມີ ສີຫາວົງ