ເງິນຕາຕ່າງປະເທດສົ່ງມານະຄອນໂຮ່ຈິມິນ ບັນລຸກວ່າ 2,4 ຕື້ USD

23:29 | 20/04/2025

ຍສໝ - ມາ​ຮອດ​ທ້າຍ​ເດືອນ ມີນາ 2025, ຍອດ​ຈຳນວນ​ເງິນຕາຕ່າງປະເທດ​ສົ່ງ​ອອກ​ໄປ​ນະຄອນ​ໂຮ່ຈິ​ມິນ​ບັນລຸ ໄດ້ 2,412 ຕື້ USD, ​ເພີ່ມ​ຂຶ້ນ 25,3% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2024 ​ແລະ ​ເພີ່ມ​ຂຶ້ນ 19,6% ​ເມື່ອ​ທຽບ​ໃສ່ໄຕມາດ​ຕິດກັບຂອງ​ປີ​ກາຍ.

ນຳວົງເງິນການຄ້າສອງສົ້ນຂອງຫວຽດນາມ-ນິວຊີແລນ ໃຫ້ບັນລຸເປົ້າໝາຍ 3 ຕື້ USD
ການນຳເຂົ້າ, ສົ່ງອອກຂອງ ຫວຽດນາມ ໃນປີນີ້ ບັນລຸ 800 ຕື້ USD, ຄາດວ່າວົງການສົ່ງອອກບັນລຸ 403 ຕື້ USD.

​ເຖິງ​ວ່າ​ຕະຫຼາດ​ການ​ເງິນທົ່ວພວມມີ​​ການ​ຜັນ​ແປ​ຫຼາຍ​ຢ່າງ​ກໍ່ຕາມ, ​ແຕ່​ຍອດ​ຈຳນວນ​ເງິນ​ສົ່ງ​ໄປ​ນະຄອນ ​ໂຮ່ຈິ​ມິນ ​ຍັງ​ຮັກສາ​ລະດັບ​ເຕີບ​ໂຕ​ຢ່າງ​ຕັ້ງໜ້າ​ໃນ 3 ​ເດືອນ​ຕົ້ນ​ປີ 2025.

ຕາມທ່ານ ຫງວຽນດຶກເລ້ງ, ຮອງຜູ້ອໍານວຍການທະນາຄານແຫ່ງລັດ ສາຂາເຂດ 2 ຄາດວ່າ ມາຮອດທ້າຍເດືອນມີນາ 2025, ຍອດຈຳນວນເງິນ​ສົ່ງ​ໄປນະຄອນໂຮ່ຈີມິນ ບັນລຸ 2,412 ຕື້ USD, ເທົ່າກັບ 25,3% ເມື່ອທຽບໃສ່ໝົດປີ 2024 ແລະ ເພີ່ມຂຶ້ນ 19,6% ເມື່ອທຽບໃສ່ໄຕມາດ 4 2024 ຜ່ານມາ. ​ໃນ​ນັ້ນ, ຍອດ​ຈຳນວນ​ເງິນ​ສົ່ງ​ໄປ​ຜ່ານ​ບັນດາ​ບໍລິສັດ​ໂອນ​ເງິນ​ໃນ​ໄຕ​ມາດ​ບັນລຸ 1,757 ຕື້ USD ​ແລະ ຜ່ານ​ບັນດາ​ທະນາຄານ​ການ​ຄ້າ​ບັນລຸໄດ້ 655 ລ້ານ USD.

ເງິນຕາຕ່າງປະເທດສົ່ງມານະຄອນໂຮ່ຈິມິນ ບັນລຸກວ່າ 2,4 ຕື້ USD

ຮູບປະກອບ: ເຈີ່ນຫວຽດ/ສຳນັກຂ່າວສານ ຫວຽດນາມ

ເມື່ອທຽບໃສ່ໄລຍະດຽວກັນຂອງປີກ່ອນ, ຍອດເງິນຕາງປະເທດສົ່ງກັບໃນໄຕມາດທີ 1 ປີ 2025 ແມ່ນຕ່ຳກວ່າໄຕມາດທີ 1 ປີ 2024, ແຕ່ກໍ່ຍັງສູງກວ່າໄຕມາດທີ 1 ປີ 2023 ແລະ ໄຕມາດທີ 1 ປີ 2022. ສະເພາະ, ຍອດເງິນໂອນໃນໄຕມາດທີ 1 ປີ 2024 ແມ່ນ 2.89 ຕື້ USD; Q1/2023 ແມ່ນ: 2.119 ຕື້ USD ແລະ Q1/2022 ແມ່ນ 1.775 ຕື້ USD.

​ເຖິງ​ວ່າ​ໂຄງ​ປະກອບ ​ແລະ ອັດຕາ​ສ່ວນ​ການແລກປ່ຽນເງິນຕາຕ່າງປະເທດ​ຕາມ​ພາກ​ພື້ນ​ໄດ້​ມີ​ການ​ປ່ຽນ​ແປງ, ​ແຕ່​ການ​ການແລກປ່ຽນເງິນຕາຕ່າງປະເທດຈາກ​ອາຊີ​ຍັງກວມເອົາອັດຕາ​ສ່ວນ​ທີ່​ສູງ​ທີ່​ສຸດ, ກວມ​ເອົາ 48,7% ​ແລະ ​ເພີ່ມ​ຂຶ້ນ 46,1% ​ເມື່ອ​ທຽບ​ໃສ່​ໄຕ​ມາດ​ຜ່ານ​ມາ (ໄຕ​ມາດ 4/2024). ນີ້​ແມ່ນ​ລະດັບ​ການ​ເຕີບ​ໂຕ​ສູງ​ທີ່​ສຸດ​ເມື່ອ​ທຽບ​ໃສ່​ຂົງ​ເຂດ​ອື່ນໆ.

ຕີ​ລາຄາ​ສະພາບ​ການ​ແລກປ່ຽນເງິນຕາ​​ຕ່າງປະເທດຢູ່​ນະຄອນ​ ໂຮ່ຈິ​ມິນ, ທ່ານ ຫງວຽນດຶກເລ້ງ ​ໃຫ້​ຮູ້​ວ່າ ບັນດາ​ປັດ​ໄຈ​ສົ່ງ​ຜົນ​ສະທ້ອນຢ່າງຕັ້ງໜ້າ​ເຖິງ​ແຫຼ່ງ​ໂອນ​ເງິນ​ສືບ​ຕໍ່​ໄດ້​ຮັບ​ການເສີມຂະຫຍາຍ ​ແລະ ຕິດ​ພັນ​ກັບ​ປະສິດທິ​ຜົນ​ຂອງ​ກົນໄກນະ​ໂຍບາຍ​ກ່ຽວກັບເງິນຕາ ​ແລະ ​ເງິນຕາ​ຕ່າງປະ​ເທດ, ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ ​ແລະ ການ​ດຳ​ເນີນ​ທຸລະ​ກິດ​ແບບໝັ້ນຄົງ, ການພັດທະນາຂອງ​ຕະຫຼາດ​ແຮງ​ງານ.

ນອກຈາກນັ້ນ, ບັນດາບໍລິສັດ​ການ​ແລກປ່ຽນເງິນຕາຕ່າງປະເທດ ແລະ ທະນາຄານການຄ້າທີ່ມີຄຸນະພາບການບໍລິການທີ່ດີ, ນໍາເອົາຜົນປະໂຫຍດ ແລະ ຄວາມສະດວກສູງສຸດໃຫ້ແກ່ຜູ້ໄດ້ຮັບຜົນປະໂຫຍດ ກໍ່ສົ່ງຜົນກະທົບຢ່າງຕັ້ງໜ້າກັບຈໍານວນການສົ່ງເງິນເຂົ້າເມືອງໃນ 3 ເດືອນຕົ້ນປີ.

ຕາມ​ທະນາຄານ​ແຫ່ງ​ລັດ ສາຂາ​ເຂດ 2, ດ້ວຍຜັນແປ​ເສດຖະກິດ​ທົ່ວ​ປະ​ເທດ ເວົ້າລວມ ​ແລະ ນະຄອນ​ໂຮ່ຈິ​ມິນ ​ເວົ້າ​ສະ​ເພາະ ສືບ​ຕໍ່​ເຕີບ​ໂຕ​ຢ່າງ​ຕັ້ງໜ້າ; ສະພາບແວດລ້ອມແຫ່ງການລົງທຶນ ແລະ ດຳເນີນທຸລະກິດທີ່ສະດວກ, ການພັດທະນາທີ່ໜ້າປະທັບໃຈຂອງບັນດາການເຄື່ອນໄຫວການທ່ອງທ່ຽວ, ວັດທະນະທຳກິລາ ຕິດພັນກັບຄວາມງາມທາງດ້ານວັດທະນະທຳມູນເຊື້ອຂອງຊາດ ແລະ ບັນດາການເຄື່ອນໄຫວສະເຫຼີມສະຫຼອງບັນດາວັນບຸນທີ່ສຳຄັນຂອງປະເທດຊາດ, ຈະເປັນບັນດາປັດໃຈທີ່ສົ່ງຜົນກະທົບຢ່າງຕັ້ງໜ້າຕໍ່ການດຶງດູດການ​ແລກປ່ຽນເງິນຕາຕ່າງປະເທດ ແລະ ການນຳໃຊ້ແຫຼ່ງການ​ແລກປ່ຽນເງິນຕາຕ່າງປະເທດທີ່ມີປະສິດທິຜົນໃນປີ 2025 ແລະ ບັນດາປີຕໍ່ໄປ.

ໃນປີ 2024, ການ​ສົ່ງ​ເງິນຕ່າງປະເທດສົ່ງມາ​ນະຄອນ​ໂຮ່ຈິ​ມິນ ​ບັນລຸ 9,547 ຕື້ USD, ​ເພີ່ມ​ຂຶ້ນ 0,9% ​ເມື່ອ​ທຽບ​ໃສ່​ປີ 2023; ​ໃນ​ນັ້ນ, ອາຊີ ​ແລະ ອາ​ເມ​ລິ​ກາ ​ແມ່ນ​ສອງ​ພາກ​ພື້ນ​ທີ່​ມີ​ຈຳນວນການ​ແລກປ່ຽນເງິນຕາຕ່າງປະເທດສູງ​ສຸດ, ກວມ​ເອົາ 82,2% ຂອງ​ຍອດ​ຈຳນວນ​ການ​ແລກປ່ຽນເງິນຕາ​ຕ່າງປະເທດໃນ​ປີ 2024.

ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2023, ຈຳນວນການ​ແລກປ່ຽນເງິນຕາ​ຕ່າງປະເທດຈາກ​ພາກ​ພື້ນ​ອາຊີ​ເພີ່ມ​ຂຶ້ນ 2,5%; ອາເມລິກາ ເພີ່ມຂຶ້ນ 7,4%; ໂອເຊຍເນຍ ເພີ່ມຂຶ້ນ 8,7%. ໃນທິດທາງກົງກັນຂ້າມ, ຈຳນວນການ​ແລກປ່ຽນເງິນຕາຕ່າງປະເທດຈາກເອີຣົບ ຫຼຸດລົງ 23% ແລະ ຈາກອາຟຣິກາ 33% ເມື່ອທຽບກັບປີ 2023.

ຮ່າ​ໂນ້ຍ​ ເກັບ​ລາຍ​ຮັບ​ໄດ້​ກວ່າ 2,18 ຕື້​ດົ່ງ ໃນ​ໂອກາດ​​ບຸນ​ວັນຊາດ​​ທີ 2 ກັນຍາ​

ຮ່າ​ໂນ້ຍ​ ເກັບ​ລາຍ​ຮັບ​ໄດ້​ກວ່າ 2,18 ຕື້​ດົ່ງ ໃນ​ໂອກາດ​​ບຸນ​ວັນຊາດ​​ທີ 2 ກັນຍາ​

ຍສໝ - ໃນ​ໄລຍະ​ພັກບຸນ​ວັນ​ຊາດ ​ວັນ​ທີ 2 ກັນຍາ 4 ວັນ (​ແຕ່​ວັນ​ທີ 31 ສິງຫາ ຫາ​ວັນ​ທີ 3 ກັນຍາ), ນະຄອນຫຼວງ​ຮ່າ​ໂນ້ຍ ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ 672.900 ​ເທື່ອ​ຄົນ, ​ເພີ່ມ​ຂຶ້ນ 5% ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2023. ລວມຍອດ​ລາຍ​ຮັບ​ຈາກ​ນັກ​ທ່ອງ​ທ່ຽວ​ບັນລຸ​ກວ່າ 2,18 ຕື້​ດົ່ງ; ...

ຫວຽດນາມ - ອິນເດຍ ມຸ່ງໄປເຖິງຈຸດໝາຍວົງເງິນການຄ້າສອງຝ່າຍບັນລຸ 20 ຕື້ USD

ຫວຽດນາມ - ອິນເດຍ ມຸ່ງໄປເຖິງຈຸດໝາຍວົງເງິນການຄ້າສອງຝ່າຍບັນລຸ 20 ຕື້ USD

ຍສໝ - ຫວຽດນາມ - ອິນເດຍ ໜູນຊ່ວຍ ແລະ ຊຸກຍູ້ການເຄື່ອນໄຫວໂອ້ລົມສົນທະນາ, ເຊື່ອມຕໍ່ການລົງທຶນ, ສ້າງເງື່ອນໄຂໃຫ້ວິສາຫະກິດຂອງ 2 ຝ່າຍເປີດກວ້າງການຮ່ວມມື, ລົງທຶນ ແລະ ດຳເນີນທຸລະກິດຢ່າງມີປະສິດທິຜົນ; ຍູ້​ແຮງ ​ແລະ ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ຢ່າງ​ມີ​ປະສິດທິ​ຜົນ ​ເພື່ອແນໃສ່​ປະຕິບັດ​ສຳ​ເລັດ​ຈຸດໝາຍ​ວົງ​ເງິນ​ການ​ຄ້າ 2 ຝ່າຍ​ບັນລຸ 20 ຕື້ USD ​ໃນ​ໄລຍະ​ຈະ​ມາ​ເຖິງ.

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ
ເຫດການ