![]() | ຫຼາຍຈຸດໃໝ່ຢູ່ງານບຸນກາເຟ ບ່ວນມາທວດ ຄັ້ງທີ 9 ປີ 2025 |
![]() | ດານັງ ຍົກລະດັບການທູດປະຊາຊົນໃນປີ 2025 |
ຕາມທີ່ຄະນະຈັດຕັ້ງໄດ້ກ່າວໄວ້, ງານບຸນກາເຟ ບວນມາທວັດ ຄັ້ງທີ 9 ປີ 2025 ຈະມີບັນດາການເຄື່ອນໄຫວຫຼັກຄື: ພິທີເປີດ, ປິດ, ງານບຸນຕາມຖະໜົນ, ກອງປະຊຸມພົວພັນການຄ້າສາກົນເຊື່ອມໂຍງ ແລະ ຍົກລະດັບກາເຟ ຫວຽດນາມ ... ແລະ ບາງກິດຈະກຳຕອບສະໜອງງານບຸນຂອງບັນດາທ້ອງຖິ່ນ.
![]() |
ງານບຸນກາເຟ ບວນມາທວັດ ແມ່ນເຫດການທີ່ພົ້ນເດັ່ນຂອງຂະແໜງກາເຟ ຫວຽດນາມ. (ພາບປະກອບ: ໜັງສືພິມ ດັກລັກ) |
ງານບຸນຈະມີຈຸດເດັ່ນໃໝ່ໆຄື: ການປະກວດປະດິດສ້າງເນື້ອໃນດິຈິຕອນເພື່ອຊຸກຍູ້ງານບຸນຢູ່ອິນເຕີເນັດ; ພິທີວາງສີລາລຶກໂຮງງານກາເຟພະລັງງານ ຈຸງຫງວຽນ Legend; ບຸນແຄ້ມກາເຟ “ຮ່ວມເດີນທາງ, ແບ່ງປັນ” ຢູ່ເຂດປູຊະນີຍະສະຖານປະຫວັດສາດ - ວັດທະນະທຳ CADA Plantation (ເມືອງ ກຣົງປັກ); ການແຂ່ງຂັນຂົ້ວກາເຟ...
ປະຈຸບັນ, ແຂວງ ດັກລັກ ເລັ່ງຜັນຂະຫຍາຍການເຄື່ອນໄຫວຫຼາຍຢ່າງເພື່ອກະກຽມໃຫ້ແກ່ການຈັດງານບຸນ. ບັນດາຂໍ້ມູນຂ່າວສານກ່ຽວກັບລາຍການງານບຸນໄດ້ຖືກອອກອາກາດ, ອັບເດດເປັນປົກກະຕິ ແລະ ຄົບຖ້ວນຢູ່ໜ້າປະຕູຖານຂໍ້ມູນຂ່າວສານເອເລັກໂຕຼນິກຂອງແຂວງ ດັກລັກ: http://daklak.gov.vn; ໜ້າເວັບໄຊທ໌ຂອງງານບຸນກາເຟ ບວນມາທວັດ: http://lehoicaphe.vn; ໜ້າ Fanpage: ງານບຸນກາເຟ ບວນມາທວັດ: https://www.facebook.com/lehoicaphevn.
ງານບຸນກາເຟ ບວນມາທວັດ ຄັ້ງທີ 9 ປີ 2025 ແມ່ນການເຄື່ອນໄຫວທີ່ແທດຈິງເພື່ອສະເຫຼີມສະຫຼອງຄົບຮອບ 50 ປີແຫ່ງວັນໄຊຊະນະ ບວນມາທວັດ ແລະ ການປົດປ່ອຍແຂວງ ດັກລັກ (10 ມີນາ 1975 – 10 ມີນາ 2025). ນີ້ກໍ່ແມ່ນເຫດການທີ່ສຳຄັນ, ປະກອບສ່ວນເຜີຍແຜ່ເຄື່ອງໝາຍການຄ້າກາເຟ ບວນມາທວັດ, ສ້າງພາບລັກນະຄອນ ບວນມາທວັດ ເປັນ “ນະຄອນກາເຟຂອງໂລກ”, ປະກອບສ່ວນຍົກສູງຖານະຂະແໜງການກາເຟ ຫວຽດນາມ ໃນເວທີສາກົນ, ຊຸກຍູ້ການພັດທະນາເສດຖະກິດ - ສັງຄົມ ແລະ ການທ່ອງທ່ຽວຂອງແຂວງ ດັກລັກ; ເຊີດຊູຜູ້ປູກກາເຟ, ຜູ້ປຸງແຕ່ງ ແລະ ດຳເນີນທຸລະກິດກາເຟ, ແນະນຳທ່າແຮງການທ່ອງທ່ຽວ, ຊຸກຍູ້ການລົງທຶນໃນຂົງເຂດກາເຟ ແລະ ບັນດາຜະລິດຕະພັນກະເສດ; ແນະນຳ ແລະ ເຜີຍແຜ່ວັດທະນະທຳພື້ນເມືອງຂອງຊຸມຊົນບັນດາເຜົ່າ, ພິເສດແມ່ນ “ພື້ນທີ່ວັດທະນະທຳຄ້ອງ ໄຕຫງວຽນ - ສິລະປະກຳທີ່ພົ້ົ້ນເດັ່ນເລີດລ້ຳເລົ່າຂານປາກຕໍ່ປາກ” ແລະ ມໍລະດົກທາງວັດທະນະທຳບໍ່ເປັນວັດຖຸຂອງມວນມະນຸດ”.
ການປະກວດປະດິດສ້າງເນື້ອໃນດິຈິຕອນເພື່ອສົ່ງເສີມງານບຸນທາງອິນເຕີເນັດໃນຂອບເຂດງານບຸນກາເຟ ບວນມາທວັດ ຄັ້ງທີ 9 ປີ 2025 ໄດ້ດຳເນີນແຕ່ເດືອນມັງກອນ ຫາວັນທີ 10 ກຸມພາ 2025.
ການປະກວດແມ່ນແນໃສ່ເພື່ອຄັດເລືອກເອົາບັນດາຜົນງານດີເດັ່ນ ເພື່ອນຳໃຊ້ເຂົ້າໃນວຽກງານຂໍ້ມູນຂ່າວສານ, ການສື່ສານ, ເຜີຍແຜ່ກ່ຽວກັບງານບຸນກາເຟ ບວນມາທວັດ ຄັ້ງທີ 9 ປີ 2025 ແລະ ບັນດາລາຍການເຜີຍແຜ່, ໂຄສະນາ, ແນະນຳຜະລິດຕະພັນກາເຟ ບວນມາທວັດ ພາຍໃນປະເທດ ແລະ ຜ່ານບັນດາຊ່ອງທາງການສື່ສານ ແລະ ເຄືອຂ່າຍສັງຄົມ ເຜີຍແຜ່ໄປຕ່າງປະເທດ. ພ້ອມກັນນັ້ນ, ກໍ່ເສີມຂະຫຍາຍຄວາມສາມາດ, ຄວາມຮູ້ ແລະ ຄວາມຄິດສ້າງສັນຂອງບັນດາອົງການຈັດຕັ້ງ, ກຸ່ມ ແລະ ບຸກຄົນໃນການເຜີຍແຜ່ຄຸນຄ່າຂອງກາເຟ ບວນມາທວັດ ຜ່ານບັນດາພື້ນຖານດີຈີຕອນ; ຍົກສູງຄວາມຮັບຮູ້ປົກປັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າທາງດ້ານປະຫວັດສາດ, ວັດທະນະທຳພື້ນເມືອງໃນປະຊາຊົນທຸກຊັ້ນວັນນະ, ປະກອບສ່ວນເຜີຍແຜ່ບພາບ “ບວນມາທວັດ - ຈຸດໝາຍປາຍທາງຂອງກາເຟໂລກ”...
ຫົວຂໍ້ຂອງການປະກວດແມ່ນ “ກາເຟ ບວນມາທວັດ – ຊ່ວງເວລາຂອງຂ້ອຍ”. ເປົ້າໝາຍຂອງການປະກວດແມ່ນບັນດາອົງການຈັດຕັ້ງ, ໜ່ວຍງານ, ນັກປະພັນ/ກຸ່ມນັກປະພັນຄົນຫວຽດນາມ ຫຼື ຄົນຕ່າງປະເທດທີ່ກໍາລັງດໍາລົງຊີວິດ ແລະ ເຮັດວຽກຢູ່ ຫວຽດນາມ.
ຄະນະຈັດຕັ້ງງານບຸນໄດ້ມອບໝາຍໃຫ້ພະແນກຖະແຫຼງຂ່າວ ແລະ ການສື່ສານ ເປັນໜ່ວຍງານຮັບຜິດຊອບຈັດຕັ້ງເສນາທິການສ້າງກະຕິກາການປະກວດ, ສ້າງຕັ້ງຄະນະຈັດຕັ້ງ, ຄະນະກວດສອບ, ກອງເລຂາ; ຈັດຕັ້ງການປະກາດ, ປຸກລະດົມຢ່າງກວ້າງກ່ຽວກັບການປະກວດບົນພາຫະນະສື່ມວນຊົນ...
![]() | ຫຼາຍເຫດການການຕ່າງປະເທດຫຼາຍຝ່າຍ ຈະໄດ້ຮັບການຈັດຕັ້ງໂດຍຫວຽດນາມ ໃນປີ 2025 ຍສໝ - ຕອນເຊົ້າວັນທີ 14 ມັງກອນ, ຢູ່ຮ່າໂນ້ຍ, ກ່າວຄຳປາໄສທີ່ກອງປະຊຸມພົບປະສື່ມວນຊົນເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ປີມະເສັງ 2025, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຫວຍດນາມ ບຸຍແທງເຊີນ ໃຫ້ຮູ້ວ່າ ປີນີ້ ຫວຽດນາມ ຈະມີບັນດາການເຄື່ອນໄຫວທາງການທູດສອງຝ່າຍ, ຫຼາຍຝ່າຍທີ່ຟົດຟື້ນ, ພ້ອມກັນນັ້ນ ກໍຮັບຜິດຊອບການຈັດຕັ້ງເຫດການການທູດຫຼາຍຝ່າຍທີ່ສຳຄັນເຊັ່ນ: ເວທີປາໄສອະນາຄົດອາຊຽນ ຄັ້ງທີ 2, ກອງປະຊຸມສຸດຍອດຄູ່ຮ່ວມມືເພື່ອການເຕີບໂຕສີຂຽວ ແລະ ... |
![]() | ເປີດງານເຫດການແລກປ່ຽນວັດທະນະທຳ ຫວຽດນາມ-ຈີນ ປີ 2025 ຢູ່ ແຂວງ ຢຸນນານ, ຈີນ ຍສໝ - ຕອນຄ່ຳວັນທີ 13 ມັງກອນ, ພິທີເລີ່ມຕົ້ນການເຄື່ອນໄຫວພົບປະແລກປ່ຽນມະນຸດສະທຳ ແລະ ງານມະໂຫລານປະຊາຊົນເຂດຊາຍແດນ ຫວຽດນາມ - ຈີນ 2025 ໄດ້ດຳເນີນຢູ່ເມືອງ ມາລີຟໍ, ແຂວງ ຢຸນນານ, ຈີນ. ເຫດການໄດ້ດຶງດູດປະຊາຊົນເຂດຊາຍແດນສອງປະເທດເຂົ້າຮ່ວມມ່ວນຊື່ນ ແລະ ຮ້ອງເພງມິດຕະພາບໃນລະດູບານໃໝ່ເປັນຈຳນວນຫຼວງຫຼາຍ. |
ທອງມີ ສີຫາວົງ