ຈິດໃຈຮ່ວມ​ມື, ຮັກ​ສາ​ສັນ​ຕິ​ພາບ ແມ່ນ​ຊັບ​ສິນ​ອັນ​ລ້ຳ​ຄ່າ​ຂອງ​ຊາວ​ຫວຽດ​ນາມ ແລະ ອາ​ເມ​ລິ​ກາ

23:35 | 19/04/2025

ຍສໝ - ນັ້ນ​ແມ່ນ​ສານ​ທີ່​ທ່ານ ຟານ​ແອງ​ເຊີນ, ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ​ໄດ້ແບ່ງປັນການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ກອງ​ທຶນໄກ່ເກ່ຍ ແລະ ພັດທະນາ (FRD) ​ແລະ ສະພາ​ແຫ່ງ​ຊາດຜູ້​ອາຍຸ​ສູງ ອາເມລິກາ​ (NCOE) ​ໃນ​ວັນ​ທີ 17 ເມສາ ຢູ່​ຮ່າ​ໂນ້ຍ.

ອາ​ຊຽນ ແລະ ບົດເລກໂຈດພາ​ສີ ອາ​ເມ​ລິ​ກາ: ການ​ຕອບ​ສະ​ໜອງ​ທີ່​ຄ່ອງ​ຕົວ​ໃນ​ສະ​ພາບ​ການ​ໂລກ
ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​​ຕ້ອນຮັບ​ຍາດຕິ​ພີ່ນ້ອງ​ຂອງ​ອະດີດ​ນັກ​ບິນ ອາ​ເມ​ລິ​ກາ

ກ່າວ​ຄຳປາໄສທີ່​ການ​ຕ້ອນຮັບ, ທ່ານ​ປະທານ VUFO ຟານ​ແອງ​ເຊີນ ​ເນັ້ນ​ໜັກ​ເຖິງ​ບົດບາດ​ຂອງ​ບັນດາ​ອົງການ, ​ເພື່ອນ​ມິດ​ຂອງ ອາ​ເມ​ລິ​ກາ ທີ່​ເຄີຍເຂົ້າ​ຮ່ວມ​ຂະບວນການເຄື່ອນ​ໄຫວ​ຕ້ານ​ສົງຄາມ​ຢູ່ ຫວຽດນາມ, ປະຈຸ​ບັນ ສືບ​ຕໍ່​ມາ ຫວຽດນາມ ດ້ວຍ​ຈິດ​ໃຈ​ສັນຕິພາບ, ​ຮ່ວມ​ມື, ເພີ່ມພຸນຄຸນສ້າງນ້ຳໃຈມິດຕະພາບ​ລະຫວ່າງ 2 ປະ​ເທດ.

ຈິດໃຈຮ່ວມ​ມື, ຮັກ​ສາ​ສັນ​ຕິ​ພາບ ແມ່ນ​ຊັບ​ສິນ​ອັນ​ລ້ຳ​ຄ່າ​ຂອງ​ຊາວ​ຫວຽດ​ນາມ ແລະ ອາ​ເມ​ລິ​ກາ

ທ່ານປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO) ຟານແອງເຊີນ (ແຖວໜ້າ, ທີ 6 ຈາກຊ້າຍ) ຖ່າຍຮູບທີ່ລະນຶກກັບ​ຄະນະ​ຜູ້​ແທນ​ກອງ​ທຶນໄກ່ເກ່ຍແລະ ພັດທະນາ (FRD) ແລະ ສະພາແຫ່ງຊາດຜູ້ສູງອາຍຸ ອາເມລິກາ (NCOE). (ພາບ: Dinh Hoa)

ທ່ານ ຟານ​ແອງ​ເຊີນ ​ໄດ້​ຂໍ້ມູນໃຫ້​ຄະນະ​ຜູ້​ແທນ​ກ່ຽວ​ກັບ​ບັນຂີດໝາຍສຳຄັນ​ໃນ​ຂົງ​ເຂດ​ຕ່າງໆ​ຂອງ​ຫວຽດນາມ ພາຍຫຼັງ 50 ປີ​ແຫ່ງ​ການ​ປົດ​ປ່ອຍ​ພາກ​ໃຕ້ ​ແລະ ​ໂຮມ​ປະ​ເທດ​ເປັນ​ເອກະ​ພາບ.

ພາຍຫຼັງ​ປີ 1975, ຫວຽດນາມ ​ໄດ້​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ: ພື້ນຖານເສດຖະກິດ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກໜ່ວງ, ພື້ນຖານ​ໂຄງ​ລ່າງ​ກໍ່​ຖອຍຫຼັງ, ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ. ມາ​ຮອດ​ປະ​ຈຸ​ບັນ, ຫວຽດ​ນາມ ຍັງ​ໄດ້​ຮັບ​ຜົນ​ສະ​ທ້ອນ​ຫລາຍ​ຢ່າງ​ຈາກ​ສົງ​ຄາມ. ພາຍຫຼັງ​ຫຼາຍ​ທົດ​ສະ​ວັດ​ແຫ່ງ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ເກັບ​ກູ້​ລະ​ເບີດ, 17% ຂອງ​ເນື້ອ​ທີ່​ດິນ​ຂອງ​ຫວຽດ​ນາມ ຍັງ​ຄົງ​ມີ​ມົນ​ລະ​ພິດ, ຕ້ອງ​ໃຊ້​ເວ​ລາ ແລະ ຊັບ​ພະ​ຍາ​ກອນ​ຢ່າງ​ຫຼວງ​ຫຼາຍ​ເພື່ອ​ສະ​ອາດ.

ປະຈຸ​ບັນ, ມີ​ເກືອບ 400 ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ຕ່າງປະ​ເທດ ​ພວມ​ເຄື່ອນ​ໄຫວ​ຢູ່​ຫວຽດນາມ, ​ໃນ​ນັ້ນ​ມີ​ຫຼາຍ​ອົງການ​ຈາກ​ອາ​ເມ​ລິ​ກາ. ບັນດາ​ອົງການ​ດັ່ງກ່າວ ​ໄດ້​ປະກອບສ່ວນ​ຢ່າງ​ແທດຈິງ​ເຂົ້າ​ໃນ​ບັນດາ​ຂົງ​ເຂດ​ຄື: ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ, ການ​ສຶກສາ, ສາທາລະນະ​ສຸກ, ການ​ພັດທະນາ​ແບບ​ຍືນ​ຍົງ ​ແລະ ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ສົງຄາມ...

ໃນ​ດ້ານ​ເສດຖະກິດ - ສັງຄົມ, ຍ້ອນ​ການປະຕິບັດຂະບວນການປ່ຽນໃໝ່ຢ່າງປະສົບ​ຜົນສຳ​ເລັດນັບ​ແຕ່​ປີ 1986, ຫວຽດນາມ ​ໄດ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ສ້າງ​ພື້ນຖານ​ເພື່ອ​ບັນລຸ​ໄດ້​ບັນດາ​ຜົນງານ​ສຳຄັນ. ອັດຕາຄວາມທຸກຍາກໄດ້ຫຼຸດລົງຈາກເກືອບ 50% ໃນທ້າຍຊຸມປີ 1980 ຫຼຸດເປັນ 1,92% ໃນທ້າຍປີ 2024, ເປົ້າໝາຍຫຼຸດໃຫ້ຕ່ຳກວ່າ 1% ໃນປີ 2025. GDP ຂອງຫວຽດນາມ ໃນປີ 2024 ຈະບັນລຸກວ່າ 470 ຕື້ USD, GDP ເຕີບໂຕ 6-7%. ​ໃນ​ປີ 2025, ຫວຽດນາມ ຄາດ​ວ່າ​ຈະ​ບັນລຸເປົ້າໝາຍ GDP 8%.

ຫວຽດນາມ ໄດ້ວາງອອກເປົ້າໝາຍທີ່ມາຮອດປີ 2030 ກາຍ​ເປັນ​ປະ​ເທດພວມພັດທະນາ, ມີ​ອຸດສາຫະກຳ​ທັນ​ສະ​ໄໝ, ມີ​ລາຍ​ຮັບ​ປານ​ກາງ​ສູງ​ ແລະ ​ເປັນ​ປະ​ເທດ​ພັດທະນາ​ທີ່​ມີ​ລາຍ​ຮັບ​ສູງ​ໃນ​ປີ 2045.

ຈິດໃຈຮ່ວມ​ມື, ຮັກ​ສາ​ສັນ​ຕິ​ພາບ ແມ່ນ​ຊັບ​ສິນ​ອັນ​ລ້ຳ​ຄ່າ​ຂອງ​ຊາວ​ຫວຽດ​ນາມ ແລະ ອາ​ເມ​ລິ​ກາ

ທ່ານປະທານ VUFO ຟານແອງເຊີນ (ກາງ) ໄດ້ຕ້ອນຮັບ​ຄະນະ​ຜູ້​ແທນ​ກອງ​ທຶນໄກ່ເກ່ຍແລະ ພັດທະນາ (FRD) ແລະ ສະພາແຫ່ງຊາດຜູ້ສູງອາຍຸ ອາເມລິກາ (NCOE). (ພາບ: Dinh Hoa)

ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ຫວຽດນາມ ມີ​ການ​ພົວພັນ​ທາງ​ການ​ທູດ​ກັບ​ເກືອບ 200 ປະ​ເທດ ​ແລະ ​ເຂດ​ແຄວ້ນ, ​ເຂົ້າ​ຮ່ວມ​ກ່ວາ 70 ກົນ​ໄກ ​ແລະ ອົງການ​ຫຼາຍ​ຝ່າຍ​ສາກົນ ​ແລະ ພາກ​ພື້ນ; ​ໄດ້​ລົງ​ນາມ​ໃນ​ສັນຍາ​ການ​ຄ້າ​ເສລີ (FTA) 17 ສະບັບ​ກັບ​ຫຼາຍ​ປະ​ເທດ ​ແລະ ອົງການ​ຈັດ​ຕັ້ງ​ໃນ​ທົ່ວ​ໂລກ.

ການ​ພົວພັນ ຫວຽດນາມ - ອາ​ເມ​ລິ​ກາ ກໍ່​ບັນລຸ​ໄດ້​ບັນດາ​ຜົນງານ​ສຳຄັນ​ຫຼາຍ​ຢ່າງ. ດ້ວຍທິດນຳ “ໂຈະໄວ້ອະ​ດີດ, ຜ່ານ​ຄວາມ​ແຕກ​ຕ່າງ, ເສີມຂະຫຍາຍຄວາມ​ຄ້າຍຄື​ກັນ, ມຸ່ງ​ໄປ​ເຖິງ​ອະນາຄົດ”, ສອງ​ປະ​ເທດ​ໄດ້ເພີມພຸນຄຸນສ້າງການ​ພົວພັນ​ທີ່​ມີ​ປະສິດທິ​ຜົນ ​ແລະ ​ແບບ​ຍືນ​ຍົງ. ປີ 2013, ສອງ​ປະ​ເທດ​ໄດ້​ສ້າງ​ຕັ້ງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ. ​ໃນ​ປີ 2023, ​ໃນ​ໄລຍະ​ຢ້ຽມຢາມ​ນະຄອນຫຼວງ​ຮ່າ​ໂນ້ຍຂອງ​ທ່ານ​ປະທານາທິບໍດີ Joe Biden, 2 ປະ​ເທດ​ໄດ້​ຍົກ​ລະດັບ​ການ​ພົວພັນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ.

ຈິດໃຈຮ່ວມ​ມື, ຮັກ​ສາ​ສັນ​ຕິ​ພາບ ແມ່ນ​ຊັບ​ສິນ​ອັນ​ລ້ຳ​ຄ່າ​ຂອງ​ຊາວ​ຫວຽດ​ນາມ ແລະ ອາ​ເມ​ລິ​ກາ

ບັນດາຜູ້ແທນໄດ້ແບ່ງປັນຄວາມຊົງຈຳ ແລະ ຄວາມຮູ້ສຶກກ່ຽວກັບຫວຽດນາມ. (ພາບ: Dinh Hoa)

ທີ່​ການ​ຕ້ອນຮັບ, ບັນດາ​ຜູ້​ແທນ​ໄດ້​ແບ່ງປັນ​ຄວາມ​ຊົງ​ຈຳ, ຄວາມ​ຮູ້ສຶກ​ກ່ຽວ​ກັບ​ວັດທະນະທຳ, ປະຊາຊົນ ​ແລະ ຄວາມ​ຮັກ​ແພງ​ທີ່​ມີ​ຕໍ່​ຫວຽດນາມ. ບັນດາຜູ້ແທນໄດ້ຂອບອົກຂອບໃຈ VUFO ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ແລະ ຢືນຢັນວ່າ, ຂໍ້ມູນຂ່າວສານຂອງທ່ານປະທານ ຟານແອງເຊີນ ໄດ້ຊ່ວຍໃຫ້ຄະນະຜູ້ແທນມີທັດສະນະລວມ ແລະ ປັບປຸງປະເທດຊາດ, ປະຊາຊົນຫວຽດນາມ.

ມາ​ເລ​ເຊຍ ​ແລະ ຫຼາຍ​ປະ​ເທດ​ ຕີລາຄາສູງທ່ານ​ເລຂາທິການ​ໃຫຍ່ ໂຕເລີມ ໂທລະສັບ​ກັບ​ປະທານາທິບໍດີ ອາ​ເມ​ລິ​ກາ, ສະໜັບສະໜູນ​ວິ​ທີເຂົ້າເຖິງ​ຂອງ​ຫວຽດນາມ

ມາ​ເລ​ເຊຍ ​ແລະ ຫຼາຍ​ປະ​ເທດ​ ຕີລາຄາສູງທ່ານ​ເລຂາທິການ​ໃຫຍ່ ໂຕເລີມ ໂທລະສັບ​ກັບ​ປະທານາທິບໍດີ ອາ​ເມ​ລິ​ກາ, ສະໜັບສະໜູນ​ວິ​ທີເຂົ້າເຖິງ​ຂອງ​ຫວຽດນາມ

Chiều 6/4, theo đề nghị của phía Malaysia, Thủ tướng Phạm Minh Chính đã có cuộc điện đàm với Thủ tướng Malaysia Anwar Ibrahim để ...

ຫວຽດນາມ ສືບ​ຕໍ່​ປະສານ​ສົມທົບ ​ແລະ ​ແລກປ່ຽນ​ກັບ ອາ​ເມ​ລິ​ກາ

ຫວຽດນາມ ສືບ​ຕໍ່​ປະສານ​ສົມທົບ ​ແລະ ​ແລກປ່ຽນ​ກັບ ອາ​ເມ​ລິ​ກາ

ຍສໝ - ທ່ານນາງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ ຫວຽດນາມ ຟ້າມທູຮັ່ງ ອອກສຽງກ່ຽວ​ກັບ​ປະຕິກິລິຍາ​ຂອງ​ຫວຽດນາມ ​ຕໍ່​ການ​ປະກາດ​ຂອງ​ອາ​ເມ​ລິ​ກາ ກ່ຽວ​ກັບ​ການ​ຕັດສິນ​ໃຈ​ເກັບ​ພາສີ​ສົ່ງ​ອອກ​ຂອງ​ຫວຽດນາມ ​ໄປ​ຍັງ​ອາ​ເມ​ລິ​ກາ.

ມີງດຶກ

ເຫດການ