ຍສໝ - ກະຊວງແຮງງານ, ທະຫານເສຍອົງຄະ ແລະສັງຄົມໄດ້ສະເໜີໃຫ້ຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນ ຂຶ້ນກັບສູນກາງຊີ້ນຳບັນດາອົງການທີ່ກ່ຽວຂ້ອງຢູ່ທ້ອງຖິ່ນ ປະຕິບັດຕາມບັນດາຂໍ້ກຳນົດ ແລະມາດຕະຖານກ່ຽວກັບການຮັບປະກັນຄວາມປອດໄພ, ການປ້ອງກັນການຕິດເຊື້ອພະຍາດ COVID-19 ສຳລັບເດັກນ້ອຍຢ່າງເຂັ້ມງວດ.
ຍສໝ - ວັນທີ 9 ກັນຍາ, ຢູ່ສູນເຂດຮ້ອນຫວຽດ - ລັດເຊຍ (ຍາຈາງ - ແຄ້ງຮ່ວາ) ໄດ້ດຳເນີນການເລືອກຕັ້ງເຄື່ອນທີ່ກ່ອນກຳນົດ ໃຫ້ແກ່ບັນດາພົນລະເມືອງ ລັດເຊຍ ທີ່ພວມມີໜ້າຢູ່ແຂວງແຄ້ງຮ່ວາ ຂອງຫວຽດນາມ.
ຍສໝ - ຕາມຜູ້ຮອງໂຄສົກຂອງກະຊວງການຕ່າງປະເທດ ດວ່ານຄັກຫວຽດ ແລ້ວ, ຫວຽດນາມພວມສົ່ງເສີມເພື່ອສາມາດນຳໃຊ້ໜັງສືຜ່ານແດນວັກຊີນໃນໄວໆນີ້.
ຍສໝ - ຄົນຕ່າງປະເທດຫຼາຍຄົນ ໄດ້ຮູ້ສຶກຕະລຶງເມື່ອເຂົາເຈົ້າໄດ້ຍິນສຽງເຄາະປະຕູ, ເຫັນພວກອ້າຍຕຳຫຼວດ, ທະຫານບ້ານ ມອບເຄື່ອງໃຊ້ທີ່ຈຳເປັນ ຊ່ວຍເຫຼືອ...
ຍສໝ - ວັນທີ 1 ກັນຍາ, ທ່ານນາງ ຫງວຽນທູຍແອັງ, ຮອງຫົວໜ້າພະແນກການຕ່າງປະເທດ ນະຄອນດານັງ ໃຫ້ຮູ້ວ່າ: ດານັງ ໄດ້ປະກາດບັນຊີໝາຍເລກໂທລະສັບສາຍດ່ວນ ເພື່ອຮັບຂໍ້ມູນຂ່າວສານ ແລະ ໜູນຊ່ວຍຄົນຕ່າງປະເທດທີ່ປະສົບກັບຄວາມຫຍຸ້ງຍາກ ຢູ່ນະຄອນດ່າໜັງ.
ຍສໝ - Dolab ສະເໜີບັນດາວິສາຫະກິດປະຕິບັດລະບຽບການທີ່ຈໍາເປັນ, ແຊກເຂົ້າເພື່ອໃຫ້ແຮງງານສາມາດໄດ້ຮັບບັນດານະໂຍບາຍໜູນຊ່ວຍຂອງປະເທດມາເລເຊຍ; ໜູນຊ່ວຍບ່ອນພັກສໍາລັບກັບແຮງງານທີ່ໝົດອາຍຸສັນຍາແຮງງານແລ້ວ ແຕ່ບໍ່ສາມາດກັບຄືນປະເທດໄດ້.
ຍສໝ - ຕອນເຊົ້າວັນທີ 1 ກັນຍາ, ອົງການພັດທະນາສາກົນ ອາເມລິກາ (USAID) ສົມທົບກັບຄະນະກຳມະການປະຊາຊົນ ແຂວງ ກ໋ວາງຈິ ແລະ ສູນການກະທຳແຫ່ງຊາດ ແກ້ໄຂຜົນຮ້າຍທີ່ຕາມມາຈາກທາດພິດເຄມີ ແລະ ສິ່ງແວດລ້ອມ (NACCET -ກະຊວງປ້ອງກັນປະເທດ) ຈັດຕັ້ງພິທີປະກາດທາງໄກ ບັນດາໂຄງການໜູນຊ່ວຍຄົນພິການ ໂດຍ USAID ໜູນຊ່ວຍຢູ່ ກ໋ວາງຈິ.
ການສຶກສາບຳລຸງສ້າງ ແມ່ນລັດຖະນະໂຍບາຍແຖວໜ້າ, ແມ່ນພາລະກິດຂອງພັກ, ລັດ ແລະ ຂອງທົ່ວປວງຊົນ, ແມ່ນພື້ນຖານສຳຄັນເພື່ອປະຕິບັດນະໂຍບາຍສະເໝີພາບ, ສາມັກຄີ, ເຄົາລົບ, ຊ່ວຍເຫຼືອເຊິ່ງກັນແລະກັນ ພ້ອມກັນພັດທະນາລະຫວ່າງບັນດາເຜົ່າ..."
ມະຕິທີ່ກອງປະຊຸມຄັ້ງປະຖົມມະລຶກ, ໃນນັ້ນມີບັນດາມາດຕະການພິເສດສະເພາະ, ສ້າງພື້ນຖານດ້ານນິຕິກຳ, ເພີ່ມລັກສະນະເປັນເຈົ້າການໃຫ້ແກ່ລັດຖະບານ ແລະ ບັນດາທ້ອງຖິ່ນໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19.
ໜ່ວຍງານພິເສດແມ່ນອົງການສົມທົບລະຫວ່າງຂະແໜງ, ມີໜ້າທີ່ຊ່ວຍໃຫ້ລັດຖະບານ, ທ່ານນາຍົກລັດຖະມົນຕີຄົ້ນຄ້ວາ, ຊີ້ນຳ, ສົມທົບກັນແກ້ໄຂບັນດາວຽກງານສຳຄັນ, ລະຫວ່າງຂະແໜງໃນການແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ ແລະ ປະຊາຊົນທີ່ຖືກຜົນກະທົບຈາກໂລກລະບາດໂຄວິດ - 19.
ວຽກງານອະໄພຍະໂທດ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງນະໂຍບາຍຂອງພັກ, ລັດ ຫວຽດນາມ ແມ່ນຍຸຕິທຳໂປ່ງໃສ, ເຂັ້ມງວດ ແລະ ພິພາກສາຢ່າງຍຸຕິທຳ ສຳລັບອາດຊະຍາກອນທີ່ໄດ້ຮັບການອະໄພຍະໂທດ.
ເນື່ອງໃນໂອກາດວັນຊາດຫວຽດນາມທີ 2 ກັນຍາ, ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກໄດ້ເຊັນຂໍ້ຕົກລົງອະໄພຍະໂທດປີ 2021 ຊຶ່ງໄດ້ອະໄພຍະໂທດໃຫ້ນັກໂທດ 3.026 ຄົນຊຶ່ງພວມປະຕິບັດໂທດຈຳຄຸກ.
ຍສໝ - ທະນາຄານພັດທະນາອາຊີ (ADB) ຫາກໍ່ອະນຸມັດບ້ວງເງິນກູ້ຢືມ 58 ລ້ານໂດລາສະຫະລັດ ແລະ ເງິນຊ່ວຍເຫຼືອລ້າ 2 ລ້ານໂດລາສະຫະລັດ ຈາກກອງທຶນເຕັກໂນໂລຢີຂັ້ນສູງ ຂອງ ADB ເພື່ອຈັດຕັ້ງປະຕິບັດໂຄງການພື້ນຖານໂຄງລ່າງໃຫ້ເໝາະສົມກັບການປ່ຽນແປງຂອງດິນຟ້າອາກາດ ສຳລັບຊົນເຜົ່າສ່ວນໜ້ອຍ ຢູ່ໃນສອງແຂວງບີ່ງດີ້ງ ແລະ ກ໋ວາງນາມ...
ຍສໝ -ໃນວັນທີ 25 ສິງຫາ, ທີ່ການເຮັດວຽກກັບການນຳແຂວງ ຍິ່ງເຢືອງ, ທ່ານ ພົນຕີ ໂງມິງຕຽນ ຮອງເສນາທິການໃຫຍ່ ກອງທັບປະຊາຊົນ ຫວຽດນາມ ໃຫ້ຮູ້ວ່າ ກະຊວງປ້ອງກັນປະເທດຈະຈັດສົ່ງທະຫານ 2000 ຄົນ ເຂົ້າຮ່ວມພ້ອມກັບບັນດາກຳລັງທ້ອງຖິ່ນຕ້ານໂລກລະບາດໂຄວິດ - 19…
ຍສໝ - ທ່ານລັດຖະມົນຕີກະຊວງການຕ່າງປະເທດ ບູຍແທັງເຊີນ ໃຫ້ຮູ້ວ່າ ມາຮອດປະຈຸບັນ, ຫວຽດນາມ ໄດ້ດຳເນີນການບິນຈຳນວນ 543 ຖ້ຽວ, ໄດ້ພາພົນລະເມືອງປະມານ 136.000 ຄົນກັບຄືນປະເທດຢ່າງປອດໄພ.
ຍສໝ - ຫວ່າງແລ້ວນີ້, ຄະນະຊີ້ນຳການປ້ອງກັນ, ຄວບຄຸມໂລກລະບາດໂຄວິດ-19 ຢູ່ນະຄອນ ຖຸດຶກ (ເມືອງ ຖຸດຶກ, ນະຄອນໂຮ່ຈີມິນ) ໄດ້ຈັດຕັ້ງການມອບຂອງຂວັນໃຫ້ຄົນຕ່າງປະເທດທີ່ຖືກຜົນສະທ້ອນຈາກການແຜ່ລະບາດຂອງພະຍາດ COVID-19 ຢູ່ໃນບໍລິເວນ.
ຕອນບ່າຍວັນທີ 23 ສິງຫາ ຢູ່ຮ່າໂນ້ຍ, ສະພາທີ່ປຶກສາອະໄພຍະໂທດປີ 2021 ໄດ້ໂຮມປະຊຸມ ພິຈາລະນາ ກວດເອກະສານ, ບັນຊີລາຍຊື່ສະເໜີອະໄພຍະໂທດປີ 2021 . ທ່ານຮອງນາຍົກລັດຖະມົນຕີ ຝ້າມບີງມິນ ປະທານ ສະພາທີ່ປຶກສາອະໄພຍະໂທດເປັນປະທານກອງປະຊຸມ.
ຍສໝ - ຕອນບ່າຍວັນທີ 19 ສິງຫາ, ຄະນະຊີ້ນຳການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ນະຄອນຖູດຶກ, ນະຄອນໂຮ່ຈີມິນ ໄດ້ຈັດຕັ້ງການມອບຂອງຂວັນໃຫ້ແກ່ຊາວຕ່າງປະເທດ ທີ່ຖືກຜົນກະທົບຈາກໂລກລະບາດຄໂວິດ - 19 ທີ່ພວມດຳລົງຊີວິດຢູ່ບໍລິເວນນະຄອນ ຖູດຶກ.
ຍສໝ - ທ່ານນາງ Kazuyo Watanabe ຜູ້ສ້າງຕັ້ງທັງເປັນປະທານສະຫະພັນດູແລເດັກນ້ອຍ ອາຊີ (ACCL) ມີຄວາມຫວັງຢາກໜູນຊ່ວຍໃຫ້ແກ່ບັນດາເດັກທີ່ເປັນພະຍາດມະເຮັງ ບໍ່ພຽງແຕ່ຢູ່ພາກກາງເທົ່ານັ້ນ ຫາກຍັງຢູ່ບັນດາເຂດພາກຕ່າງໆຂອງ ຫວຽດນາມ ອີກດ້ວຍ.
ຍສໝ - ໃນວັນທີ 15 ສິງຫາ, ກ່ຽວກັບສະພາບພົນລະເມືອງຫວຽດນາມ ຢູ່ອາບການິດສະຖານ, ກະຊວງການຕ່າງປະເທດ ໄດ້ຊີ້ນຳໃຫ້ສະຖານທູດ ສ້າງແຜນການ ແລະ ກຽມພ້ອມມີມາດຕະການປົກປ້ອງພົນລະເມືອງໃນກໍລະນີຈຳເປັນ.
ວັນທີ 30 ມິຖຸນາປີ 2021, ທ່ານປະທານປະເທດໄດ້ປະກາດໃຊ້ຂໍ້ຕົກລົງເລກທີ 1161 ກ່ຽວກັບການອະໄພຍະໂທດປີ 2021 ເນື່ອງໃນໂອກາດວັນຊາດທີ 2 ກັນຍາ.
ຍສໝ - ໃນເວລາທີ່ຈະມາເຖິງ, ທະນາຄານນະໂຍບາຍສັງຄົມຫວຽດນາມ ຈະສືບຕໍ່ປະສານສົມທົບຢ່າງໃກ້ຊິດກັບບັນດາກະຊວງ ແລະຂະແໜງການຕ່າງເພື່ອຍູ້ແຮງການເຜີຍແຜ່ມະຕິຂອງລັດຖະບານ ແລະຂໍ້ຕົກລົງຂອງນາຍົກລັດຖະມົນຕີວ່າດ້ວຍການໜູນຊ່ວຍ ຜູ້ໃຊ້ແຮງງານໃຫ້ກູ້ຢືມເງິນເພື່ອຈ່າຍເງິນເດືອນຢຸດວຽກ, ຈ່າຍເພື່ອຟື້ນຟູການຜະລິດ.
ໂລກລະບາດໂຄວິດ -19 ໃນກວ່າ 1 ປີຜ່ານມາໄດ້ເກີດການກະທົບບໍ່ແມ່ນຫນ້ອຍເຖິງຊີວິດຂອງປະຊາຊົນຫວຽດນາມພິເສດ ສຳລັບບັນດາຄອບຄົວມີຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ, ຊີວິດຂອງເຂົາເຈົ້າຍິ່ງຫຍຸ້ງຍາກກວ່າ. ບັນດາອົງການໃນສັງຄົມ, ອົງການຈັດຕັ້ງມະຫາຊົນແລະສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນທຸກຂັ້ນໄດ້ຕັ້ງຫນ້າຫນູນຊ່ວຍ, ຊ່ວຍເຫລືອບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ, ຊ່ວຍເຂົາເຈົ້າມີຊີວິດເປັນປົກກະຕິໃນຊ່ວງເວລາເກີດໂລກລະບາດ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນໄພພິບັດທາດພິດສີສົ້ມ/ດີໂອຊິນ ຢູ່ ຫວຽດນາມ (10 ສິງຫາ 1961 – 10 ສິງຫາ 2021), ວາລະສານຍຸກສະໄໝໄດ້ມີການແລກປ່ຽນສຳລັບທ່ານ Yang Ho ຫົວໜ້າຜູ້ຕາງໜ້າອົງການຈັດຕັ້ງປະຊາຊົນ ເພື່ອສະພາບແວດລ້ອມ Bundang ຢູ່ ຫວຽດນາມ ໂດຍແມ່ນໜ່ວຍງານປະຕິບັດໂຄງການປັບປຸງ, ຍົກລະດັບສູນໜູນຊ່ວຍສັງຄົມສຳລັບຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຫວຽດນາມ ໄລຍະທີ 2.
ເປົ້າໝາຍໄດ້ຮັບຜົນປະໂຫຍດຂອງຍຸດທະສາດ ແມ່ນຜູ້ຕິດເຊື້ອຕິດພະຍາດອັນຕະລາຍ, ເດັກນ້ອຍກຳພາ, ຜູ້ມີອາຍຸສູງບໍ່ມີບ່ອນພັກພາອາໄສ, ຜູ້ບໍ່ມີເຮືອນຊານບ້ານຊ່ອງ, ແຮງງານຕ່າງແຂວງບໍ່ມີວຽກເຮັດງານທຳ, ປະສົບກັບຄວາມຫຍຸ້ງຍາກ, ປັດຈຸບັນພວມພັກເຊົ່າຢູ່ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ.
ຄິດວ່າການສົ່ງອາຫານແມ່ນເລື່ອງງ່າຍດາຍ, ແຕ່ຢູ່ໂຮງໝໍປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ພັດບໍ່ເປັນແນວນັ້ນ, ເພາະວ່າຕ້ອງປະຕິບັດບັນດາຂໍ້ກຳນົດກົດລະບຽບກ່ຽວກັບການປ້ອງກັນ, ຕ້ານພະຍາດໂຄວິດ-19 ຢ່າງເຂັ້ມງວດ.
ຍສໝ - ທ່ານນາງ ເຈິນໂຕງາ (ອາຍຸ 80 ປີ), ຜູ້ທີ່ໄດ້ຕໍ່ສູ້ເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມກ່ວາ 10 ປີ, ໄດ້ສູ້ຢັນກັນກັບ ກຸ່ມບໍລິສັດເຄມີແຖວໜ້າໂລກ ກວ່າ 10 ແຫ່ງ ໄດ້ກ່າວຄຳເຫັນຄືແນວນັ້ນກັບນັກຂ່າວວາລະສານຍຸກສະໄໝ ແລະ ມະໂນທຳມວນມະນຸດ ເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນໄພພິບັດທາດພິດສີສົ້ມ ຢູ່ ຫວຽດນາມ (10 ສິງຫາ 1961 – 10 ສິງຫາ 2021).
ໃນຊຸມປີຜ່ານມາ, ກອງທຶນຜູ້ປະສົບເຄາະຮ້າຍຈາກທິດພິດສີສົ້ມໄດ້ລະດົມທຶນເປັນຈຳນວນ 2.660 ຕື້ດົ່ງ ເພື່ອຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ. ມີໝູ່ບ້ານສັນຕິພາບ, ໝູ່ບ້ານມິດຕະພາບ 12 ແຫ່ງ ແລະ ສູນເດັກນ້ອຍພິການ, ສູນໜູນຊ່ວຍສັງຄົມ ຫຼາຍແຫ່ງພວມຟື້ນຟູນສຸຂະພາບ, ສັ່ງສອນ, ລ້ຽງດູ ເດັກນ້ອຍພິການນັບພັນຄົນ ຈາກທາດພິດສີສົ້ມ, ຊ່ວຍໃຫ້ເຂົາເຈົ້າບືນຕົວຂຶ້ນໃນຊີວິດການເປັນຢູ່.
ຍສໝ - ອີງຕາມຂໍ້ມູນຈາກກອງທຶນປະຊາກອນສະຫະປະຊາຊາດ (UNFPA), ຫວຽດນາມ ຈະສືບຕໍ່ໄດ້ຮັບການໜູນຊ່ວຍດ້ານເຕັກນິກຈາກ UNFPA ແລະ ອົງການ Vital Strategies - ຄູ່ຮ່ວມມືໃນ "ຂໍ້ລິເລີ່ມຂໍ້ມູນສຸຂະພາບຂອງກອງທຶນ Bloomberg Philanthropries" ແນໃສ່ຍູ້ແຮງລະບົບການຈົດທະບຽນ ແລະ ສະຖິຕິພົນລະເມືອງ ຢູ່ໃນຂັ້ນສູນກາງ ແລະ ທ້ອງຖິ່ນ, ຜ່ານນັ້ນ ກໍ່ປົກປ້ອງສະຫວັດດີການສັງຄົມຂອງພົນລະເມືອງແຕ່ລະຄົນ.
ຍສໝ - ສະພາຍີ່ປຸ່ນຕ້ານລູກລະເບີດ A&H (Gensuikyo) ຮຽກຮ້ອງການໜູນຊ່ວຍ ສຳຫຼັບຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຫວຽດນາມ ແລະ ເພີ່ມທະວີຄວາມສາມັກຄີລະຫວ່າງສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຫວຽດນາມ (VAVA) ແລະ Gensuikyo …