ອົງ​ກາ​ນຈັດ​ຕັ້ງປະ​ຊາ​ຊົນ ເພື່ອສະ​ພາບ​ແວດ​ລ້ອມ Bundang: ຄວາມ​ມາ​ນະ​ພະ​ຍາ​ຍາມ​ເບິ່ງ​ແຍງ​ດູ​ແລ​ເ​ບັນ​ດາ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທິດ​ພິດ​ສີ​ສົ້ມ​ໃນ​ໄລ​ຍະ​ສັນ​ຕິ​ພາບ

11:41 | 16/08/2021

ຍ​ສ​ໝ - ເນື່ອງ​ໃນ​ໂອ​ກາ​ດ​ສະ​ເຫຼີມ​ສະຫຼອງ 60 ປີ​ແຫ່ງວັນໄພ​ພິ​ບັດ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ ຢູ່ ຫວຽດ​ນາມ (10 ສິງ​ຫາ​ 1961 – 10 ສິງ​ຫາ​ 2021), ວາລະ​ສານ​ຍຸກ​ສະ​ໄໝ​ໄດ້​ມີ​ການ​ແລກ​ປ່ຽນ​ສຳ​ລັບ​ທ່ານ Yang Ho ຫົວ​ໜ້າ​ຜູ້​ຕາງ​ໜ້າອົງ​ການ​ຈັດ​ຕັ້ງ​ປະ​ຊາ​ຊົນ ເພື່ອ​ສະ​ພາບ​ແວດ​ລ້ອມ Bundang ຢູ່ ຫວຽດ​ນາມ ໂດຍ​ແມ່ນ​ໜ່ວຍ​ງານ​ປະ​ຕິ​ບັດ​ໂຄງ​ການ​ປັບ​ປຸງ, ຍົກ​ລະ​ດັບ​ສູນ​ໜູ​ນ​ຊ່ວຍ​ສັງ​ຄົມ​ສຳ​ລັບ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ ຫວຽດ​ນາມ ໄລ​ຍະ​ທີ 2.

ຜ່ານ​ຜ່າ​ຄວາມ​ເຈັບ​ປວດ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນຕັ້ງ​ໜ້າ​ປະ​ກອບ​ສ່ວນ​ໃຫ້​ແກ່​ສັງ​ຄົມ​ ຜ່ານ​ຜ່າ​ຄວາມ​ເຈັບ​ປວດ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນຕັ້ງ​ໜ້າ​ປະ​ກອບ​ສ່ວນ​ໃຫ້​ແກ່​ສັງ​ຄົມ​
ຈິດ​ຕະ​ກອນ​ຍິງ ຊາວ​ຫວຽດນາມ​ແຜ່​ກະ​ຈາຍ​ບັນ​ຫາ​ທາດ​ພິດ​ສີ​ສົ້ມ ຢູ່ ຫວຽດ​ນມ ໄປ​ຍັງ​​​ມວ​ນ​ຊົນຝ​ລັ່ງ ຈິດ​ຕະ​ກອນ​ຍິງ ຊາວ​ຫວຽດນາມ​ແຜ່​ກະ​ຈາຍ​ບັນ​ຫາ​ທາດ​ພິດ​ສີ​ສົ້ມ ຢູ່ ຫວຽດ​ນມ ໄປ​ຍັງ​​​ມວ​ນ​ຊົນຝ​ລັ່ງ
ອົງ​ກາ​ນຈັດ​ຕັ້ງປະ​ຊາ​ຊົນ ເພື່ອສະ​ພາບ​ແວດ​ລ້ອມ Bundang: ຄວາມ​ມາ​ນະ​ພະ​ຍາ​ຍາມ​ເບິ່ງ​ແຍງ​ດູ​ແລ​ເ​ບັນ​ດາ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທິດ​ພິດ​ສີ​ສົ້ມ​ໃນ​ໄລ​ຍະ​ສັນ​ຕິ​ພາບ
ພິ​ທີ​ເປີດ​ສະຫຼອງ​ໄລ​ຍະ​ທີ 2

ໂດຍ​ຕອບ​ສຳ​ພາດ​ຕໍ່​ນັກ​ຂ່າວວາ​ລະ​ສານ​ຍຸກ​ສະ​ໄໝ, ທ່ານ Yang Ho ຫົວ​ໜ້າ​ຜູ້​ຕາງ​ໜ້າ​ອົງ​ການ​ຈັດ​ຕັ້ງ​ປະ​ຊາ​ຊົນ ເພື່ອ​ສະ​ພາບ​ແວດ​ລ້ອມ Bundang ປະ​ຈຳ ຫວຽດາມ ໃຫ້​ຮູ້​ວ່າ: “ພາຍຫຼັງ​ປະ​ຕິ​ບັດ​ສຳ​ເລັດ​ໄລຍະ​ທີ 1, ອຳ​ນາດ​ການ​ປົກ​ຄອງ​ແຂວງ Gyeonggi ເຫັນ​ໄດ້​ວ່າ ໂຄງ​ການ​ໄດ້​ຊ່ວຍ​ໃຫ້​ຜູ້​ປະ​ສົບ​ເຄາະ​ຮ້າ​ຍ​ຈາກ​ທາດ​ພິດ​ສີ​ສົ້ມ ໃຫ້ມີ​ຊີ​ວິດ​ການ​ເປັນ​ຢູ່ທາງ​ດ້ານ​ສຸ​ຂະ​ພາບ​ທີ່​​ດີ​ກ່​ວາ, ປັບ​ປຸງ​ສຸ​ຂະ​ພາບ, ຄຸນ​ນະ​ພາບ​ການ​ເປັນ​ຢູ່, ດັ່ງ​ນັ້ນ​ຄວນ​ລົງ​ທຶນ​ຕໍ່​ໄລ​ຍະ​ທີ 2. ອົງ​ການ​ຈັດ​ຕັ້ງ​ປະ​ຊາ​ຊົນ ເພື່ອ​ສະ​ພາບ​ແວ​ດ້​ລອມ Bundang ກໍ່​ປາດ​ຖະ​ໜາ​ຢາກ​ຈະ​ປະ​ກອບ​ສ່ວນ​ເຫື່ອ​ແຮງ​ເຂົ້າ​ໃນ​ການ​ຊ່ວຍ​ເຫຼືອ​ບັນ​ດາ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ ຢູ່ ຫວຽດ​ນາມ ດັ່ງ​ນັ້ນ​ຄວນ​ປະ​ຕິ​ບັດ​ໂຄງ​ການນີ້.”

ໂຄງ​ການໄດ້​ນຳ​ມາ​ເຊິ່ງພື້ນ​ທີ່​ການ​ດຳ​ລົງ​ຊີ​ວິດ, ​ການເຄື່ອນ​ໄຫວ​ທີ່​ປອດ​ໄສ ໃຫ້​ແກ່​ບັນ​ດາ​ຜູ້​ປະ​ສົບ​ເຄາະ​ຮ້າຍຈາກ​ທິດ​ພິດ​ສີ​ສົ້ມ ຢູ່​ສູນ​ໜູນ​ຊ່ວຍ​ສັງ​ຄົມສຳ​ລັບຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາ​ດ​ພິ​ດ​ສີ​ສົ້ມ/ດີ​ໂອ​ຊິນ ຫວຽດ​ນາມ. ເຂດ​ອອກ​ກຳ​ລັງ​ກາຍ​ຊ່ວຍ​ໃຫ້​ບັນ​ດາ​ຜູ້​ປະ​ສົບ​ເຄາະ​ຮ້າຍ​​ຍົກ​ສູງ​ສຸ​ຂະ​ພາບ. ທ່ານ Yang Ho ແບ່ງ​ປັນ.

ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 60 ປີ​ແຫ່ງ​ວັນໄພ​ພິ​ບັດ​ທາດ​ພິດ​ສີ​ສົ້ມ ຢູ່ ຫວຽດ​ນາມ, ອົງ​ການ​ຈັດ​ຕັ້ງ​ປະ​ຊາ​ຊົນ ເພື່ອ​ສະ​ພາບ​ແວດ​ລ້ອມ Bundang ມີ​ຄວາມ​ຫວັງ​ວ່າ ບັນ​ດາ​ຜູ້​ປະ​ສົບ​ເຄ​າ​ະ​ຮ້າຍ​ຈາກ​ທິດ​ພິດ​ສີ​ສົ້ມ ຈະ​ນັບ​ມື້​ນັບ​ມີ​ສະ​ພາບ​ແວດ​ລ້ອມ​​ການປິ່ນ​ປົວ​ທີ່​ມີ​ວັດ​ຖຸ​ອຸ​ປະ​ກອນຢ່າງ​ຄົບ​ຖ້ວນກ່​ວາ, ປັບ​ປຸງ​ສຸ​ຂະ​ພາບ​ຕົນ​ເອງ. “ຄວາມ​ເຈັບ​ປວດ​ຈາກ​ທາ​ດ​ພິດ​ສີ​ສົ້ມ ບໍ​່ພຽງ​ແຕ່​ນຳ​ຄວາມ​ເຈັບ​ປວດ​ມາ​ໃຫ້​ບັນ​ດາ​ນັກ​ຮົບ​ທີ່​ຕໍ່​ສູ້​ໂດຍ​ກົງໃນ​ສົງ​ຄາມ​ເທົ່າ​ນັ້ນ ຫາກ​ຍັງ​ສືບ​ກຳ​ມະ​ພັນ​ໄປ​ຍັ​ງ​ລຸ້ນ​ລູກ​ລຸ້ນຫຼານ​ ​ຈົນມາ​ຮອດ​ປັດ​ຈຸ​ບັນອີກ​ດ້ວຍ. ເພາະ​ສະ​ນັ້ນ, ພວກ​ເຮົາ​ຕ້ອງ​ມາ​ນະ​ພະ​ຍາ​ຍາມ​ກ່​ວາ​ອີກ, ເບິ່ງ​ແຍງ​ດູ​ແລ​​ບັນ​ດາ​ຜູ້​ປະ​ສົບ​ເຄາະ​ຮ້າຍຈາກ​ທິດ​ພິດ​ສີ​ສົ້ມ​ນັບ​ທັງ​ໃນ​ໄລ​ຍະ​ສັນ​ຕິ​ພາບ​ຄື​ປັດ​ຈຸ​ບັນ”. ທ່ານ Yang Ho ເນັ້ນ​ໜັກ.

ເປົ້າ​ໝາຍ​ຂອງ​ໂຄງ​ການ​ເພື່ອ​ແນ​ໃສ່​ປັບ​ປຸງ​ກ່ຽວ​ກັບ​ພື້ນ​ຖານ​ວັດ​ຖຸ, ສະ​ພາບ​ແວດ​ລ້ອມ, ທັດ​ສະ​ນີ​ຍະ​ພາບ, ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ໃນ​ການ​ເຄື່ອນ​ໄຫວ​ໃຫ້​​ສູນ​ໜູນ​ຊ່ວຍ​ສັງ​ຄົມສຳ​ລັບ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ​ຢູ່ ຫວຽດ​ນາມ ຜ່ານ​ການ​ສ້າງ​ພື້ນ​ຖານ​ໂຄງ​ລ່າ​ງ.

ກ່ອນ​ໜ້າ​ນັ້ນ​ ໃນ​ເດືອນ​ຕຸ​ລາ ປີ 2019, ຜ່ານກອງ​ທຶນ​ຮັກ​ສາ​ສິ່ງ​ແວດ​ລ້ອມ ຫວຽດ​ນາມ, ກະ​ຊວງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາ​ດ ແລະ ສິ່ງ​ແວດ​ລ້ອມ, ອຳ​ນາດ​ການ​ປົ​ກ​ຄອງ​ແຂວງ Gyeonggi, ສ.ເກົາ​ຫຼີ ໄດ້​ໜູນ​ຊ່ວຍ​ເງິນ​ເປັນ​ຈຳ​ນວນ 150.000 USD ໃຫ້​ແກ່​ໂຄງ​ການ​ສ້ອມ​ແປງ, ຍົກ​ລະ​ດັບ​ສູນ​ໜູນ​ຊ່ວຍ​ສັງ​ຄົມ​ສຳ​ລັບ​ຜູ້​ປ​ະ​ສົບ​ເຄາະ​ຮ້າຍ​ຈ​າກ​ທິດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ ຫວຽດນາມ.

ທ້າຍ​ປີ 2020, ອຳ​ນາດ​ການ​ປົກ​ຄອງ Gyeonggi ໄດ້​ຕັດ​ສິນໃຈ​ສືບ​ຕໍ່​ໜູນ​ຊ່ວຍ​ຜັນ​ຂະ​ຫຍາຍ​ການ​ຍົກ​ລະ​ດັບ​ສູນ​ໜູນ​ຊ່ວຍ​ສັງ​ຄົມສຳ​ລັບ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ ຫວຽດາມ ໄລ​ຍະທີ 2.

ຕາມ​ນັ້ນ​ແລ້ວ, ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົ​​ນແຂວງ Gyeonggi ​ໄດ້​ໜູນ​ຊ່ວຍ​ໂຄງ​ການ​ຈຳ​ນວນ​ເງິນ 3,4 ຕື້​ດົ່ງ. ໃນ​ນັ້ນ​ແຂວງ Gyeonggi ໜູນ​ຊ່ວຍ ເງິນ​ເປັນ​ຈຳ​ນວນ 2,8ຕື້​ດົ່ງ, 600 ລ້ານ​ດົ່ງ​ທີ່​ຍັງ​ເຫຼືອ​ແມ່ນ​ເງິ​ນ​ຂອງ​ສະ​ມາ​ຄົມ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທິດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ ຫວຽດ​ນາມ ​ດ້ວຍ​ຄວາມ​ຫວັງ​ຢາກ​ໜູນ​ຊ່ວຍ​, ຊ່ວຍ​ເຫຼືອ​ຜູ້​ປະ​ສົບ​ເຄ​າ​ະ​ຮ້າຍ​ຈາກ​ທິດ​ພິດ​ສີ​ສົ້ມ ຫວຽດ​ນາ​ມ.

ໂຄ​ງ​ການ​ໄດ້​ຂຶ້ນ​ແຜນ ແລະ ກະ​ກຽມ​ບັນ​ດາ​ຂັ້ນ​ຕອນ​ແຕ່​ເດືອນ​ພະ​ຈິກ ​ປີ 2020, ເລີ່ມ​ລົງ​ມື​ກໍ່​ສ້າງ​ໃນ​ເດືອນ​ເມ​ສາ ປີ 2021 ແລະ ສ້າງສຳ​ເລັດ​ໃນ​ເດືອນ 31 ພຶດ​ສະ​ພາ 2021. ໂຄງ​ການ​ໄດ້​ຮັບ​ການ​ປະ​ຕິ​ບັດ​ຈາກ​ອົງ​ການ​ຈັດ​ຕັ້ງ​ປະ​ຊາ​ຊົນ​ເພື່ອ​ສະ​ພາບ​ແວ​ດ​ລ້ອມ Bundang, ສ.ເກົາຫຼີ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.