ດານັງ ຕັ້ງໂທລະສັບສາຍດ່ວນ ເພື່ອຊ່ວຍເຫຼືອຄົນຕ່າງປະເທດທີ່ປະສົບກັບຄວາມຫຍຸ້ງຍາກ ເນື່ອງຈາກການລະບາດຂອງພະຍາດ COVID-19

09:15 | 09/09/2021

ຍສໝ - ວັນທີ 1 ກັນຍາ, ທ່ານນາງ ຫງວຽນທູຍແອັງ, ຮອງຫົວໜ້າພະແນກການຕ່າງປະເທດ ນະຄອນດານັງ ໃຫ້ຮູ້ວ່າ: ດານັງ ໄດ້ປະກາດບັນຊີໝາຍເລກໂທລະສັບສາຍດ່ວນ ເພື່ອຮັບຂໍ້ມູນຂ່າວສານ ແລະ ໜູນຊ່ວຍຄົນຕ່າງປະເທດທີ່ປະສົບກັບຄວາມຫຍຸ້ງຍາກ ຢູ່ນະຄອນດ່າໜັງ.

ນະຄອນດານັງ ຝຶກຊ້ອມການເລືອກຕັ້ງຢູ່ເຂດປິດລ້ອມ ຍ້ອນວ່າການລະບາດຂອງ COVID-19 ນະຄອນດານັງ ຝຶກຊ້ອມການເລືອກຕັ້ງຢູ່ເຂດປິດລ້ອມ ຍ້ອນວ່າການລະບາດຂອງ COVID-19
ສະມາຄົມມິດຕະພາບ ຫວຽດນາມ - ໄທ  ຢູ່ ດານັງປະກອບສ່ວນຊຸກຍູ້ຂະແໜງການທ່ອງທ່ຽວ ສະມາຄົມມິດຕະພາບ ຫວຽດນາມ - ໄທ ຢູ່ ດານັງປະກອບສ່ວນຊຸກຍູ້ຂະແໜງການທ່ອງທ່ຽວ

ຕະຫຼອດໄລຍະເວລາທີ່ຜ່ານມາ, ນະຄອນດານັງ ໄດ້ປະຕິບັດການແຍກຫ່າງສັງຄົມເພື່ອຕ້ານການລະບາດ, ເຊິ່ງໄດ້ສົ່ງຜົນກະທົບຕໍ່ຊີວິດປະຈໍາວັນຂອງປະຊາຊົນ ແລະ ຄົນຕ່າງປະເທດຢູ່ໃນນະຄອນ. ສະນັ້ນ, ນະຄອນດານັງໄດ້ຕັ້ງໂທລະສັບສາຍດ່ວນ ເພື່ອຮັບການສະໜັບສະໜູນປະຊາຄົມຄົນຕ່າງປະເທດ.

ຕາມທ່ານນາງ ຫງວຽນທູຍແອັງ ແລ້ວ, ມາຮອດປະຈຸບັນ ສາຍດ່ວນໄດ້ຮັບສາຍໂທລະສັບຂໍຄວາມຊ່ວຍເຫຼືອຈາກຄົນຕ່າງປະເທດປະມານ 180 ສາຍ, ສ່ວນໃຫຍ່ແມ່ນເລື່ອງຊື້ອາຫານ, ສະບຽງອາຫານ, ພາຫະນະໄປສັກຢາປ້ອງກັນພະຍາດ, ນັດເວລາກວດພະຍາດ ແລະ ຊື້ສິນຄ້າທີ່ຈໍາເປັນ.

ດານັງ ຕັ້ງໂທລະສັບສາຍດ່ວນ ເພື່ອຊ່ວຍເຫຼືອຄົນຕ່າງປະເທດທີ່ປະສົບກັບຄວາມຫຍຸ້ງຍາກ ເນື່ອງຈາກການລະບາດຂອງພະຍາດ COVID-19
ດານັງ ຕັ້ງໂທລະສັບສາຍດ່ວນ ເພື່ອຊ່ວຍເຫຼືອຄົນຕ່າງປະເທດທີ່ປະສົບກັບຄວາມຫຍຸ້ງຍາກ ເນື່ອງຈາກການລະບາດຂອງພະຍາດ COVID-19. (ພາບ: tuoitre)

ຄົນຕ່າງປະເທດສ່ວນຫຼາຍ ແມ່ນຊ່ຽວຊານທີ່ເຮັດວຽກຢູ່ໃນເຂດອຸດສາຫະກໍາ ແລະ ຢູ່ໃນສອງເມືອງ Son Tra ແລະ Ngu Hanh Son ເປັນຕົ້ນ. ຫຼັງຈາກໄດ້ຮັບຄໍາຮ້ອງຂໍ, ພະແນກຈະໜູນຊ່ວຍແກ້ໄຂຢ່າງທັນການ ແລະ ມີປະສິດທິຜົນ.

ຕາມທ່ານນາງ ຫງວຽນທູຍແອັງ ແລ້ວ, ມີບາງກໍລະນີທີ່ຄົນຕ່າງປະເທດ ມີຄວາມຫຍຸ້ງຍາກແທ້, ບໍ່ມີເງິນຊື້ອາຫານ. ພະແນກຈະປະສານສົມທົບກັບອຳນາດການປົກຄອງເມືອງ ແລະ ທ້ອງຖິ່ນເພື່ອຢັ້ງຢືນ ແລະ ໃຫ້ການຊ່ວຍເຫຼືອ.

ສາຍດ່ວນເພື່ອໜູນຊ່ວຍຄົນຕ່າງປະເທດທີ່ປະສົບກັບຄວາມຫຍຸ້ງຍາກເນື່ອງຈາກການລະບາດຂອງພະຍາດ COVID-19 ແມ່ນສາມາດຕິດຕໍ່ພົວພັນດ້ວຍພາສາອັງກິດ, ຈີນ, ສ.ເກົາຫຼີ ແລະ ຍີ່ປຸ່ນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.