ຫວຽດນາມ ໄດ້ພາພົນລະເມືອງ 136.000 ຄົນກັບຄືນປະເທດ

15:35 | 25/08/2021

ຍສໝ - ທ່ານລັດຖະມົນຕີກະຊວງການຕ່າງປະເທດ ບູຍແທັງເຊີນ ໃຫ້ຮູ້ວ່າ ມາຮອດປະຈຸບັນ, ຫວຽດນາມ ໄດ້ດຳເນີນການບິນຈຳນວນ 543 ຖ້ຽວ, ໄດ້ພາພົນລະເມືອງປະມານ 136.000 ຄົນກັບຄືນປະເທດຢ່າງປອດໄພ.

ມີວັກຊີນກັນໂຄວິດ - 19 ຕື່ມອີກ 3.000.000 ໂດຣ ໄດ້ສົ່ງມາຮອດຫວຽດນາມ. ມີວັກຊີນກັນໂຄວິດ - 19 ຕື່ມອີກ 3.000.000 ໂດຣ ໄດ້ສົ່ງມາຮອດຫວຽດນາມ.
ທົ່ວໂລກມີຜູ້ຕິດໂລກລະບາດໂຄວິດ-19 ແມ່ນກວ່າ 15.930.000 ຄົນ, ໃນນັ້ນເກືອບ 642.000 ຄົນເສຍຊີວິດ ທົ່ວໂລກມີຜູ້ຕິດໂລກລະບາດໂຄວິດ-19 ແມ່ນກວ່າ 15.930.000 ຄົນ, ໃນນັ້ນເກືອບ 642.000 ຄົນເສຍຊີວິດ

ໂດຍຜ່ານການທູດວັກຊີນ, ມາຮອດປັດຈຸບັນ, ຫວຽດນາມ ໄດ້ຮັບວັກຊີນຫຼາຍລ້ານໂດລ ຈາກການສະໜັບສະໜູນຂອງປະຊາຄົມສາກົນ, ບໍ່ພຽງແຕ່ຮັບໃຊ້ໂດຍກົງໃນການປ້ອງກັນການລະບາດຂອງພະຍາດເທົ່ານັ້ນ, ແຕ່ຍັງມີຄວາມສໍາຄັນຫຼາຍທັງການພົວພັນພາຍໃນ, ການຕ່າງປະເທດ, ການເມືອງ, ການປ້ອງກັນຊາດ, ຄວາມໝັ້ນຄົງ ແລະ ເສດຖະກິດ-ສັງຄົມ.

“ໃນວັນທີ 13 ສິງຫາ 2021, ນາຍົກລັດຖະມົນຕີ ໄດ້ລົງນາມໃນຂໍ້ຕົກລົງສ້າງຕັ້ງຄະນະປະຕິບັດງານຂອງລັດຖະບານ ກ່ຽວກັບການທູດວັກຊີນ ໂດຍລັດຖະມົນຕີກະຊວງການຕ່າງປະເທດ ເປັນຫົວໜ້າ, ເຊິ່ງມີສະມາຊິກແມ່ນການນຳຫ້ອງວ່າການລັດຖະບານ ແລະ ບັນດາກະຊວງການຕ່າງປະເທດ, ສາທາລະນະສຸກ, ປ້ອງກັນຊາດ, ກະຊວງຕຳຫຼວດ, ອຸດສາຫະກໍາ ແລະ ການຄ້າ, ວິທະຍາສາດ ແລະ ເຕັກໂນໂລຊີ. ໃນສະພາບການປະຈຸບັນ, ການສ້າງຕັ້ງຄະນະປະຕິບັດງານນີ້ ມີຄວາມໝາຍສຳຄັນຫຼາຍ”, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ເນັ້ນໜັກ.

ຫວຽດນາມ ໄດ້ພາພົນລະເມືອງ 136.000 ຄົນກັບຄືນປະເທດ
ທ່ານລັດຖະມົນຕີກະຊວງການຕ່າງປະເທດ ບູຍແທັງເຊີນ.

ທັນທີທີ່ ນາຍົກລັດຖະມົນຕີໄດ້ອອກຂໍ້ຕົກລົງສ້າງຕັ້ງ, ຄະນະປະຕິບັດງານ ໄດ້ປະຊຸມ ແລະ ເຫັນດີເປັນເອກະພາບຕໍ່ທິດນຳຂອງຄະນະປະຕິບັດງານແມ່ນການເສີມຂະຫຍາຍນ້ຳໃຈຄວາມຮັບຜິດຊອບສູງສຸດ ຕໍ່ພັກ ແລະ ປະຊາຊົນ, ເປັນເຈົ້າການ, ປະສານສົມທົບກັນຢ່າງແໜ້ນແຟ້ນ, ຮີບດ່ວນ, ປະດິດຄິດສ້າງ ແລະ ມີປະສິດທິພາບ, "ໄດ້ມີຄວາມຕັດສິນໃຈແລ້ວ, ຍິ່ງຕັດສິນໃຈສູງກວ່າອີກ", "ໄດ້ພະຍາຍາມແລ້ວ, ຍິ່ງພະຍາຍາມຂຶ້ນໄປອີກ".

ກະຊວງການຕ່າງປະເທດ ໄດ້ ແລະ ພວມປະສານສົມທົບຢ່າງແໜ້ນແຟ້ນ ກັບບັນດາກະຊວງ, ຂະແໜງການ ເພື່ອຄົ້ນຄ້ວາ ແລະ ເປັນເສນາທິການໃຫ້ແກ່ລັດຖະບານກ່ຽວກັບຫຼາຍມາດຕະການ ເພື່ອອຳນວຍຄວາມສະດວກໃຫ້ແກ່ການເດີນທາງໄປມາຂອງນັກຊ່ຽວຊານ ແລະ ນັກລົງທຶນຕ່າງປະເທດ ທີ່ເຂົ້າມາຫວຽດນາມເພື່ອຮັກສາ ແລະ ພັດທະນາການຜະລິດ, ດຳເນີນທຸລະກິດໃນສະພາບການແຜ່ລະບາດຂອງພະຍາດໂຄວິດ -19.

ຮ່ວມມືຢ່າງແໜ້ນແຟ້ນກັບບັນດາກະຊວງ, ຂະແໜງການ ເພື່ອຊຸກຍູ້ການປົກປ້ອງພົນລະເມືອງ ແລະ ໜູນຊ່ວຍຊາວຫວຽດນາມຢູ່ຕ່າງປະເທດ ເພື່ອຜ່ານຜ່າຄວາມຫຍຸ້ງຍາກຂອງໂລກລະບາດ, ປະກອບສ່ວນເພີ່ມທະວີຄວາມຮັກແພງ ແລະ ຄວາມຜູກພັນຂອງພີ່ນ້ອງຮ່ວມຊາດຢູ່ຕ່າງປະເທດ ກັບບ້ານເກີດເມືອງນອນ, ຍາດແຍ່ງເອົາແຫຼ່ງກຳລັງອັນໃຫຍ່ຫຼວງຂອງຊາວຫວຽດນາມຢູ່ຕ່າງປະເທດ ເພື່ອການປ້ອງກັນຕ້ານໂລກລະບາດ. ມາຮອດປັດຈຸບັນ ໄດ້ດຳເນີນການບິນຈຳນວນ 543 ຖ້ຽວ, ໄດ້ພາພົນລະເມືອງປະມານ 136.000 ຄົນກັບຄືນປະເທດຢ່າງປອດໄພ. ຊາວຫວຽດນາມຢູ່ຕ່າງປະເທດ ໄດ້ຊ່ວຍປະຊາຊົນພາຍໃນປະເທດ ຫຼາຍກວ່າ 50 ຕື້ດົ່ງ ແລະ ອຸປະກອນການແພດຫຼາຍຢ່າງ, ໃນນັ້ນ ໄດ້ປະກອບສ່ວນຫຼາຍກ່ວາ 11 ຕື້ດົ່ງ ເຂົ້າໃນກອງທຶນວັກຊິນກັນພະຍາດ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.