ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ການ​ສຶກ​ສາ​ບຳ​ລຸງ​ສ້າງ​ແມ່ນລັດ​ຖະ​ນະ​ໂຍ​ບາຍ​ແຖວ​ໜ້າ​

11:23 | 05/09/2021

ການສຶກສາບຳລຸງສ້າງ ແມ່ນລັດຖະນະໂຍບາຍແຖວໜ້າ, ແມ່ນພາລະກິດຂອງພັກ, ລັດ ແລະ ຂອງທົ່ວປວງຊົນ, ແມ່ນພື້ນຖານສຳຄັນເພື່ອປະຕິບັດນະໂຍບາຍສະເໝີພາບ, ສາມັກຄີ, ເຄົາລົບ, ຊ່ວຍເຫຼືອເຊິ່ງກັນແລະກັນ ພ້ອມກັນພັດທະນາລະຫວ່າງບັນດາເຜົ່າ..."

ອັດງານມະຫາກຳກິລາການທະຫານສາກົນ Army Games 2021 ຢູ່ຫວຽດນາມ: ຫວຽດນາມຄ້ວາໄດ້ 1 ຫຼຽນຄຳ ແລະ 1 ຫຼຽນ ເງິນ ອັດງານມະຫາກຳກິລາການທະຫານສາກົນ Army Games 2021 ຢູ່ຫວຽດນາມ: ຫວຽດນາມຄ້ວາໄດ້ 1 ຫຼຽນຄຳ ແລະ 1 ຫຼຽນ ເງິນ

ຕອນເຊົ້າວັນທີ 4 ກັນຍາ, ພິທີອັດງານມະຫາກຳກິລາການທະຫານສາກົນ Army Games 2021 ໄດ້ ຖືກຈັດຂຶ້ນຢູ່ສູນຝຶກແອບການທະຫານແຫ່ງຊາດເລກ 4 ຮ່າໂນ້ຍ.

ຄະ​ນະ​ຜູ້​ແທນ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ທ​ີ 36 ຂອງ ຄະ​ນະ​ກຳ​ມະ​ການ​ປະ​ຈຳ ICAPP ຄະ​ນະ​ຜູ້​ແທນ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ທ​ີ 36 ຂອງ ຄະ​ນະ​ກຳ​ມະ​ການ​ປະ​ຈຳ ICAPP

ວັນທີ 3 ກັນຍາ, ຄະນະກຳມະການປະຈຳ ກອງປະຊຸມສາກົນບັນດາພັກການເມືອງ ອາຊີ (ICAPP) ໄດ້ຈັດຕັ້ງ ກອງປະຊຸມຄັ້ງທີ 36 ແບບທາງໄກ ໂດຍມີການເຂົ້າຮ່ວມຂອງ 24 ພັກການເມືອງ ອາຊີ. ຄະນະຜູ້ແທນພັກກອມມູນິດ ຫວຽດນາມ ໂດຍທ່ານນາງ ຫງວຽນທິຮວ່າງເວິນ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ເປັນຫົວໜ້າຄະນະ ເຂົ້າຮ່ວມກອງປະຊຸມ.

undefined
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢ້ຽມຢາມຖາມຂ່າວນັກຮຽນຢູ່ມັດທະຍົມຕອນຕົ້ນກິນນອນຊົນເຜົ່າ ດິ້ງຮວາ (ພາບ: ກະຊວງສຶກສາ ແລະ ການກໍ່ສ້າງ)

ຕອນຄ່ຳວັນທີ 3 ກັນຍາ, ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງ ຖ໊າຍງວຽນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ມີກອງປະຊຸມກັບການນຳແຂວງ ຖ໊າຍງວຽນ ແລະ ເຮັດວຽກກັບການນຳກວ່າ 200 ຕາແສງ, ເທດສະບານເມືອງ, ເມືອງ, ນະຄອນ ໃນບໍລິເວນແຂວງ. ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ສະເໜີ ຈົ່ງສືບຕໍ່ຄົ້ນຄວ້ານະໂຍບາຍສຳລັບເຂດຫ່າງໄກສອກຫຼີກ, ເຂດຊາຍແດນ, ທະເລໝູ່ເກາະ ແລະ ພິເສດແມ່ນ ນະໂຍບາຍສຳລັບເດັກຢູ່ເຂດຊົນເຜົ່າສ່ວນໜ້ອຍໃຫ້ສົມບູນແບບ ເພື່ອແນໃສ່ຕອບສະໜອງຄວາມຕ້ອງການຮ່ຳຮຽນຂອງລູກຫຼານພໍ່ແມ່ພີ່ນ້ອງບັນດາເຜົ່າ, ຮັບປະກັນຄວາມຍຸຕິທຳທາງສັງຄົມໃນການສຶກສາ. ທ່ານກ່າວວ່າ:

“ການສຶກສາບຳລຸງສ້າງ ແມ່ນລັດຖະນະໂຍບາຍແຖວໜ້າ, ແມ່ນພາລະກິດຂອງພັກ, ລັດ ແລະ ຂອງທົ່ວປວງຊົນ, ແມ່ນພື້ນຖານສຳຄັນເພື່ອປະຕິບັດນະໂຍບາຍສະເໝີພາບ, ສາມັກຄີ, ເຄົາລົບ, ຊ່ວຍເຫຼືອເຊິ່ງກັນແລະກັນ ພ້ອມກັນພັດທະນາລະຫວ່າງບັນດາເຜົ່າ. ໃນຊຸມປີຜ່ານມາ, ພັກ, ລັດ ຍາມໃດກໍໃຫ້ຄວາມເອົາໃຈໃສ່ຈົນສຸດຄວາມສາມາດ, ໃຫ້ບຸລິມະສິດແກ່ການລົງທຶນພັດທະນາການສຶກສາບຳລຸງສ້າງສຳລັບເຂດທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດ, ເຂດຊົນເຜົ່າສ່ວນໜ້ອຍ, ເຂດຊາຍແດນທະເລໝູ່ເກາະ, ເຂດຫ່າງໄກສອກຫຼີກ ແລະ ບັນດາເປົ້າໝາຍນະໂຍບາຍ. ໄລຍະຜ່ານມາ, ໂຮງຮຽນມັດທະຍົມກິນນອນຊົນເຜົ່າແຫ່ງຕ່າງໆ ໄດ້ຢັ້ງຢືນໄດ້ຈຸດດີໃນລະບົບການສຶກສາເທື່ອລະກ້າວ ແລະ ນີ້ກໍແມ່ນການກຳນົດທິດສັງຄົມນິຍົມຢູ່ ຫວຽດນາມ”.

vov.world.vn

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.