ຊາວ​ຕ່າງ​ປະ​ເທດ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ ຫວຽດ​ນາມ ທີ່​ຍາມ​ໃດ​ກໍ່​ໃຫ້​ການ​ໜູນ​ຊ່ວຍ​ໃນ​ໄລ​ຍະ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19

13:49 | 22/08/2021

ຍ​ສ​ໝ - ຕອນ​ບ່າຍ​ວັນ​ທີ 19 ສິງ​ຫາ, ຄະ​ນະ​ຊີ້​ນຳ​ການ​ປ້ອງ​ກັນ, ຕ້ານ​ໂລ​ກ​ລະ​ບາດ​ໂຄວິດ - 19 ນະ​ຄອນ​ຖູ​ດຶກ, ນະ​ຄອນ​ໂຮ່​ຈີ​ມິນ ໄດ້​ຈັດ​ຕັ້ງ​ການມອບ​ຂອງ​ຂວັນ​ໃຫ້​ແກ່​ຊາວ​ຕ່າງ​ປະ​ເທດ ທີ່​ຖື​ກ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດ​ຄ​ໂວິດ - 19 ທີ່ພວມ​ດຳ​ລົງ​ຊີ​ວິດຢູ່​ບໍ​ລິ​ເວນ​ນະ​ຄອນ ​ຖູ​ດຶກ.

ACCL ຢາກ​ເປີ​ດ​ກ້​ວາງ​ຂອບ​ຂະ​ໜາດ​ການ​ໜູນ​ຊ່ວຍ​ໃຫ້​ແກ່​ບັນ​ດາ​ເດັກ​ທີ່​ເປັນ​ພະ​ຍາດ​ມະ​ເຮັງ ຢູ່ ຫວຽດ​ນາມ ACCL ຢາກ​ເປີ​ດ​ກ້​ວາງ​ຂອບ​ຂະ​ໜາດ​ການ​ໜູນ​ຊ່ວຍ​ໃຫ້​ແກ່​ບັນ​ດາ​ເດັກ​ທີ່​ເປັນ​ພະ​ຍາດ​ມະ​ເຮັງ ຢູ່ ຫວຽດ​ນາມ
ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ອັງ​ກິດ​ ປຸກ​ລະ​ດົມ​ຍຸດ​ທະ​ສາດ “ຮ່ວມ​ແຮງ​ຮ່ວມ​ໃຈ​ພ້ອ​ມກັ​ບ ຫວຽດ​ນາມ ຜ່ານ​ຜ່າ​ໂລກ​ລະ​ບາດ​ໂຄວິດ - 19” ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ອັງ​ກິດ​ ປຸກ​ລະ​ດົມ​ຍຸດ​ທະ​ສາດ “ຮ່ວມ​ແຮງ​ຮ່ວມ​ໃຈ​ພ້ອ​ມກັ​ບ ຫວຽດ​ນາມ ຜ່ານ​ຜ່າ​ໂລກ​ລະ​ບາດ​ໂຄວິດ - 19”
ຊາວ​ຕ່າງ​ປະ​ເທດ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ ຫວຽດ​ນາມ ທີ່​ຍາມ​ໃດ​ກໍ່​ໃຫ້​ການ​ໜູນ​ຊ່ວຍ​ໃນ​ໄລ​ຍະ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19
ພາບ​ປະ​ກອບ: TTXVN

ນະ​ຄອນ​ຖູ​ດຶກ ໄດ້​ມີ​ການ​ພົບ​ປະ​, ລະ​ດົມ​ກຳ​ລັງ​ໃຈຊາວ​ຕ່າງ​ປະ​ເທດ 25 ຄົນ​ທີ່​ມາ​ຈາກຫຼາຍ​ປະ​ເທດ ທີ່ຖືກ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19 ແລະ ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ. ໃນ​ຈຳ​ນວນ​ນັ້ນ​ ບາງ​ຄົ​ນກໍ່​ແມ່ນຄູ​ສອນ, ແມ່ຄົວ, ກຳ​ມະ​ກອນ… ໂລກ​ລະ​ບາດ​ເກີດ​ຂຶ້ນ ແລະ ແກ່​ຍາວ​ມາ​ເປັນ​ເວ​ລາຫຼາຍ​ເດືອນ ເຮັດ​ໃຫ້​ເງິນທີ່​ເຂົາ​ເຈົ້າ​ເກັບ​ສະ​ສົມ​ມານັ້​ນໝົດກ້ຽງ​.

ທ່ານ Danny Ray Draughn (ສັນ​ຊາດ ອາ​ເມ​ລິ​ກາ​) ​ດຳ​ລົງ​ຊີ​ວິດ ຢູ່​ນະ​ຄອນ​ຖູ​ດຶກ ມາ​ເປັນ​ເວ​ລາ​ເກືອບ 10 ປີ​ແລ້ວ ແລະ ແມ່ນ​ຄູ​ສອນ​ພາ​ສາ​ອັງ​ກິດ​ໃຫ້​ແກ່​ເດັກ​ນ້ອຍ​ທີ່​ມີ​ອາ​ຍຸ 5 ປີ​ຂຶ້ນ​ໄປ. ໂລກ​ລະ​ບາດ​ໂຄວິດ - 19 ​ເກີດ​ຂຶ້ນມາ​ເປັນ​ເວ​ລາ​ເກືອບ 2 ປີ ໄດ້​ເຮັດ​ໃຫ້​ລາຍ​ຮັບ​ຂອງ​ທ່ານ ຖືກ​ຜົນ​ກະ​ທົບ​ຢ່າງ​ຮ້າຍ​ແຮງ. ທ່ານ​ໃຫ້​ຮູ້​ວ່າ: ໄລ​ຍະ​ຜ່ານ​ມາ ທ່ານ​ຕ້ອງຫຼຸດ​ຜ່ອນ​ທຸກໆ​ການ​ໃຊ້​ຈາຍ ແຕ່​ວ່າ​ຍັງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ. ທ່ານ​ເວົ້າ​ວ່າ: “ໂດຍ​​ໄດ້ຮັບ​ຄ​ວາມ​ສົນ​ໃຈ, ລະ​ດົມ​ກຳ​ລັງ​ໃຈ, ມອບ​ຂອງ​ຂວັນຈ​າກອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ, ຂ້າ​ພະ​ເຈົ້າ​ດີ​ໃຈຫຼາຍ. ນີ້​ຈະ​ແມ່ນ​ກຳ​ລັງ​​ໃຈ​ເພື່ອ​ໃຫ້​ພວກ​ຂ້າ​ພະ​ເຈົ້າ​ຜ່ານ​ຜ່າ​ໄລ​ຍະ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກນີ້​. ພວກ​ຂ້າ​ພະ​ເຈົ້າ​ຂໍ​ຂອບ​ໃຈ​ນະ​ຄອນ​ຖູ​ດຶກ, ຂໍ​ຂອບ​ໃຈ​ນະ​ຄອນ​ໂຮ່​ຈີ​ມິນ ແລະ ຊາວ​ຫວຽດ​ນາມ”.

ທ່ານ Johnston Gareth Alexander (ສັນ​ຊາດ ນິວ​ຊີ​ແລນ) ກ​ໍ່​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈຕໍ່​ຊາວ​ຫວຽດ​ນາມ ເມື່ອ​ຍາມ​ໃດ​ກໍ່ສະ​ໜັບ​ສະ​ໜູນ​ອູ້ມຊູ​ຊ່ວຍເຫຼືອທ່ານ ກໍ່​ຄື​ປະ​ຊາ​ຄົມ​ຊາວ​ຕ່າງ​ປະ​ເທດ ໃນ​ໄລ​ຍະ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ. “ຂ​້າ​ພະ​ເຈົ້າ​ໄດ້​ຮັບ​ສະ​ບຽງ​ອາ​ຫານ​ໂດຍ​ທຸກ​ຄົນ​​ສົ່ງມອບ​ໃຫ້​ເປັນ​ປະ​ຈຳ. ມີ​ຜັກ ເຂົາ​ເຈົ້າ​ກໍ່​ໃຫ້​ຜັກ, ມີ​ປາ​ເຂົາ​ເຈົ້າ​ກໍ່​ໃຫ້​ປາ. ຫຼາຍ​ເດືອນ​ຜ່ານ​ມາ ຂ້າ​ພະ​ເຈົ້າ​ບໍ່​ມີ​ລາຍ​ຮັບ ແຕ່​​ກໍ່ໄດ້​ຮັບ​ການ​ໜູນ​ຊ່ວຍ​ຈາກ​ທຸກໆ​ຄົນ ດັ່ງ​ນັ້ນ ການ​ດຳ​ລົງ​ຊີ​ວິດ​ກໍ່​ບໍ່​ລຳ​ບາກ​ຫຼາຍປານ​ໃດ. ຂ້າ​ພະ​ເຈົ້າ​ຮັກ​ທຸກ​ຄົນ, ຂ້າ​ພະ​ເຈົ້າ​ຮັກ​ຫວຽດ​ນາມ.”

ໂດຍ​ໄດ້​ຮູ້​ວ່າ, ນະ​ຄອນ​ຖູດ​ຶກ ໄດ້​ມອບ​ຂອງ​ຂວັນ 25 ພູດ ໃຫ້​ແກ່​ຊາວ​ຕ່າງ​ປະ​ເທດ 25 ຄົນ ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19 ແຕ​່​ລະ​ພູດ​ມີ​ມູນ​ຄ່າ 500.000 ດົ່ງ ແລະ ເງິນ​ສົດ 2 ລ້ານ​ດົ່ງ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.