UNFPA ໜູນຊ່ວຍຫວຽດນາມ ຍູ້ແຮງລະບົບການຈົດທະບຽນ ແລະ ສະຖິຕິພົນລະເມືອງ

21:38 | 11/08/2021

ຍສໝ - ອີງຕາມຂໍ້ມູນຈາກກອງທຶນປະຊາກອນສະຫະປະຊາຊາດ (UNFPA), ຫວຽດນາມ ຈະສືບຕໍ່ໄດ້ຮັບການໜູນຊ່​ວຍດ້ານເຕັກນິກຈາກ UNFPA ແລະ ອົງການ Vital Strategies - ຄູ່ຮ່ວມມືໃນ "ຂໍ້ລິເລີ່ມຂໍ້​ມູນສຸຂະພາບຂອງກອງທຶນ Bloomberg Philanthropries" ແນ​ໃສ່​ຍູ້​ແຮງລະ​ບົບການຈົດທະບຽນ ແລະ ສະຖິຕິພົນ​ລະ​ເມືອງ ຢູ່ໃນ​ຂັ້ນສູນກາງ ແລະ ທ້ອງຖິ່ນ, ​ຜ່ານນັ້ນ ກໍ່ປົກປ້ອງສະຫວັດດີການສັງຄົມຂອງພົນລະເມືອງແຕ່ລະຄົນ.

ອົງການ UNFPA ຫວຽດນາມ ໄດ້ໜູນຊ່ວຍແມ່ຍິງ ແລະ ເດັກຍິງ ຢູ່ບັກຢາງ, ບັກນິງ, ນະຄອນໂຮຈິມິນ ອົງການ UNFPA ຫວຽດນາມ ໄດ້ໜູນຊ່ວຍແມ່ຍິງ ແລະ ເດັກຍິງ ຢູ່ບັກຢາງ, ບັກນິງ, ນະຄອນໂຮຈິມິນ
ອົດສະຕາລີ ແລະ UNICEF ໜູນຊ່ວຍຫວຽດນາມ ປະຕິບັດໂຄງການສັກວັກຊິນກັນໂຄວິດ-19 ອົດສະຕາລີ ແລະ UNICEF ໜູນຊ່ວຍຫວຽດນາມ ປະຕິບັດໂຄງການສັກວັກຊິນກັນໂຄວິດ-19

ນີ້ແມ່ນໝາກຜົນຂອງຂໍ້ຕົກລົງ​ວ່າ​ດ້ວຍ​ການຜັນຂະຫຍາຍໄລຍະ 2 ຂອງການ​ພົວ​ພັນ​ຄູ່ຮ່ວມມືຈັດຕັ້ງປະຕິບັດ “ຂໍ້ລິເລີ່ມຂໍ້ມູນສຸຂະພາບ” ທີ່ໄດ້ລົງນາມໂດຍ UNFPA ປະ​ຈ​ຳຫວຽດນາມ ແລະ ອົງການ Vital Strategies ໃນວັນທີ 9 ສິງຫາ, ເພື່ອສືບຕໍ່ສະໜັບສະໜູນ​ບັນ​ດາຄວາມມາ​ນະພະຍາຍາມໃນວຽກງານຈົດທະບຽນ ແລະ ສະຖິຕິພົນ​ລະ​ເມືອງ​ຂອງລັດຖະບານຫວຽດນາມ.

UNFPA ໜູນຊ່ວຍຫວຽດນາມ ຍູ້ແຮງລະບົບການຈົດທະບຽນ ແລະ ສະຖິຕິພົນລະເມືອງ
ທ່ານນ່າງ Naomi Kitahara - ຫົວໜ້າຜູ້ແທນ UNFPA ປະ​ຈ​ຳຫວຽດນາມ

ການລິເລີ່ມດັ່ງກ່າວ ແມ່ນໄດ້ຮັບການສະໜັບສະໜູນ ໂດຍກອງທຶນ Bloomberg Philanthropies ແລະ ກະຊວງຕ່າງປະເທດ - ການຄ້າຂອງອົດສະຕາລີ. ຫວຽດນາມ ໄດ້ເຂົ້າຮ່ວມການລິເລີ່ມນີ້ ແຕ່ເດືອນມີນາ 2020, ແລະ ໄລຍະ 2 ຈະໄດ້ຮັບການຈັດຕັ້ງປະຕິບັດໂດຍກະຊວງຍຸຕິທຳ ສົມທົບກັບບັນ​ດາກະຊວງ ແລະ ​ຂ​ະ​ແໜງການທີ່ກ່ຽວຂ້ອງ ແຕ່ເດືອນກໍລະກົດ 2021 ຫາ ເດືອນມີນາ 2023.

ໃນໄລຍະທີ 1, ​ໂຄງ​ການໄດ້ໜູນຊ່ວຍ​ໃນ​ກ​ານ​ຍົກ​ສູງຄຸນນະພາບການຈົດທະບຽນການເກີດ ແລະ ການເສຍຊີວິດໂດຍຜ່ານການ​ເພີ່ມ​ທະ​ວີ​ການ​ຄຸ້ມ​ຄອງການຈົດທະບຽນ, ສະຖິຕິພົນ​ລະ​ເມືອງ, ​ຕີ​ລາ​ຄາ​ການ​ເຄື່ອນ​ໄຫວຂອງລະບົບການຈົດທະບຽນ, ສະຖິຕິພົນ​ລະ​ເມືອງ, ກ​ວດກ​​າ​ຄືນ​ບັນ​ດາເອກະສານ​ນິ​ຕິ​ກຳທີ່ກ່ຽວຂ້ອງ ແລະ ອອກແບບຂະບວນການປັບປຸງການຈົດທະບຽນການເກີດ, ການຈົດທະບຽນການເສຍຊີວິດ ແລະ ສະຖິຕິພົນ​ລະ​ເມືອງອື່ນໆ.

ໂຄງການໄລຍະທີ 2 ຈະສຸມໃສ່ການຍູ້​ແຮງວຽກ​ງານ​ຄຸ້ມ​ຄອງ ແລະ ກອບ​ນິ​ຕິ​ກຳ ກ່ຽວກັບການ​ຈົດທະບຽນ ແລະ ສະຖິຕິພົນ​ລະ​ເມືອງໃຫ້ສົມບູນແບບກວ່າ​ອີກ; ນຳໃຊ້​ບັນ​ດາວິທີແກ້ໄຂ​ເປັນດິຈິຕອນ ເພື່ອປັບປຸ​ງ​ຂັ້ນ​ຕອນການຈົດທະບຽນ ແລະ ສະຖິຕິພົນ​ລະ​ເມືອງ, ​ພ້ອມ​ທັງເພີ່ມທະວີການປະສານສົມ​ທົບລະຫວ່າງບັນດາກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງ ໃນການແບ່ງ​ປັນ​ຂໍ້​ມູນການຈົດທະບຽນ ແລະ ສະຖິຕິພົນ​ລະ​ເມືອງ ຮັບ​ໃຊ້​ໃຫ້​ແກ່ວຽກງານສ້າງນະໂຍບາຍ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.