ໜູນຊ່ວຍຜູ້ອອກແຮງງານຜ່ານຜ່າຄວາມຫຍຸ້ງຍາກເນື່ອງຈາກຜົນກະທົບຂອງການລະບາດຂອງພະຍາດໂຄວິດ -19

11:24 | 18/08/2021

ຍສໝ - ໃນເວລາທີ່ຈະມາເຖິງ, ທະນາຄານນະໂຍບາຍສັງຄົມຫວຽດນາມ ຈະສືບຕໍ່ປະສານສົມທົບຢ່າງໃກ້ຊິດກັບບັນດາກະຊວງ ແລະຂະແໜງການຕ່າງເພື່ອຍູ້ແຮງການເຜີຍແຜ່ມະຕິຂອງລັດຖະບານ ແລະຂໍ້ຕົກລົງຂອງນາຍົກລັດຖະມົນຕີວ່າດ້ວຍການໜູນຊ່ວຍ ຜູ້​ໃຊ້ແຮງງານໃຫ້ກູ້ຢືມເງິນເພື່ອຈ່າຍ​ເງິນ​ເດືອນຢຸດວຽກ, ຈ່າຍ​ເພື່ອຟື້ນຟູການຜະລິດ.

ຖະຫວາຍດອກໄມ້ເນື່ອງໃນໂອກາດວັນຄ້າຍວັນເກີດຄົບຮອບ 95 ປີຂອງຜູ້ນຳ ກູບາ Fidel Castro ຖະຫວາຍດອກໄມ້ເນື່ອງໃນໂອກາດວັນຄ້າຍວັນເກີດຄົບຮອບ 95 ປີຂອງຜູ້ນຳ ກູບາ Fidel Castro
ສະວິດເຊີແລນ ໄດ້ສະໜອງອຸປະກອນການແພດ ເພື່ອຊ່ວຍຫວຽດນາມ ໃນການຕ້ານພະຍາດໂຄວິດ-19 ສະວິດເຊີແລນ ໄດ້ສະໜອງອຸປະກອນການແພດ ເພື່ອຊ່ວຍຫວຽດນາມ ໃນການຕ້ານພະຍາດໂຄວິດ-19
ໜູນຊ່ວຍຜູ້ອອກແຮງງານຜ່ານຜ່າຄວາມຫຍຸ້ງຍາກເນື່ອງຈາກຜົນກະທົບຂອງການລະບາດຂອງພະຍາດໂຄວິດ -19
ພາບປະກອບ

ເພື່ອປະຕິບັດບາງນະໂຍບາຍໜູນຊ່ວຍຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານທີ່ປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ-19 ຕາມມະຕິຂອງລັດຖະບານ, ທະນາຄານນະໂຍບາຍສັງຄົມຫວຽດນາມ ແລະ ບັນດາສາຂາຢູ່ທ້ອງຖິ່ນຕ່າງໆ ໄດ້ຜັນຂະຫຍາຍໃຫ້ວິສາຫະກິດສຳຜັດກັບແຫຼ່ງທຶນກູ້ຢືມ ເພື່ອຈ່າຍເງິນເດືອນໃຫ້ແກ່ຜູ້ອອກແຮງງານຢຸດງານ, ຜ່ານຜ່າຄວາມຫຍຸ້ງຍາກໂດຍຊົ່ວຄາວ ຍ້ອນຖືກຜົນກະທົບຈາກໂລກລະບາດໂຄວິດ-19.

ທະນາຄານນະໂຍບາຍສັງຄົມຫວຽດນາມ ແລະສາຂາທະນາຄານນະໂຍບາຍສັງຄົມຫວຽດນາມ ຢູ່ບັນດາທ້ອງຖິ່ນໄດ້​ຜັນ​ຂະ​ຫຍາຍໃຫ້ທຸລະກິດສາມາດເຂົ້າເຖິງແຫຼ່ງເງິນກູ້ເພື່ອຈ່າຍເງິນເດືອນໃຫ້ກັບຄົນງານທີ່ຢຸດເຊົາເຮັດວຽກ ແລະຜ່ານ​ຜ່າ ຄວາມຫຍຸ້ງຍາກຊົ່ວຄາວທີ່ເກີດຈາກຜົນກະທົບຂອງການລະບາດຂອງພະຍາດໂຄວິດ -19.

ຕາມທ່ານ ຮວີ່ງວັນຖ້ວນ, ຮອງຜູ້ອຳນວຍການໃຫຍ່ ທະນາຄານນະໂຍບາຍສັງຄົມຫວຽດນາມ ແລ້ວ, ພາຍຫຼັງການປະຕິບັດມາໄດ້ກວ່າໜຶ່ງເດືອນ (ໄລ່ຮອດວັນທີ 12 ສິງຫາ), ຈຳນວນເງິນທັງໝົດທີ່ທະນາຄານນະໂຍບາຍສັງຄົມຫວຽດນາມໄດ້ຈ່າຍເງິນ​ເດືອນໃຫ້ຜູ້ອອກແຮງງານຢຸດເຊົາເຮັດວຽກ ແລະຈ່າຍ​ເພື່ອຟື້ນຟູການຜະລິດໃຫ້ກັບຜູ້ອອກແຮງງານແມ່ນ 145 ຕື້ດົ່ງໃນ 39 ແຂວງ/ນະຄອນທີ່ຜູ້ອອກແຮງງານຫຼາຍກວ່າ 40,000 ​ເທື່ອຄົນ.

ເພື່ອສືບຕໍ່ສ້າງເງື່ອນໄຂໃຫ້ແກ່ຜູ້ນຳໃຊ້ແຮງງານກູ້ຢືມທຶນໃນໄລຍະຈະມາເຖິງ, ຮວີ່ງວັນຖ້ວນ, ຮອງຜູ້ອຳນວຍການໃຫຍ່ ທະນາຄານນະໂຍບາຍສັງຄົມຫວຽດນາມ, ໃຫ້ຮູ້ວ່າ: “ທະນາຄານນະໂຍບາຍສັງຄົມຫວຽດນາມ ສືບຕໍ່ສົມທົບຢ່າງແໜ້ນແຟ້ນກັບບັນດາກະຊວງ, ຂະແໜງການ ຍູ້ແຮງການໂຄສະນາມະຕິຂອງລັດຖະບານ ແລະ ຂໍ້ຕົກລົງຂອງນາຍົກລັດຖະມົນຕີ ກ່ຽວກັບການໜູນຊ່ວຍຜູ້ໃຊ້ແຮງງານ ກູ້ຢືມທຶນເພື່ອຈ່າຍເງິນເດືອນຜູ້ອອກແຮງງານຢຸດງານ, ຈ່າຍເງິນເດືອນຟື້ນຟູການຜະລິດ. ສ້າງຕັ້ງໜ່ວຍປະຕິບັດງານເພື່ອໜູນຊ່ວຍທ້ອງຖິ່ນແກ້ໄຂບັນດາຄວາມຫຍຸ້ງຍາກເຊິ່ງວິສາຫະກິດ, ຜູ້ໃຊ້ແຮງງານໄດ້ແຈ້ງທາງປະຕູຖານຂໍ້ມູນບໍລິຫານແຫ່ງຊາດ ແລະ ໂທລະສັບສາຍດ່ວນ”.

ນັບແຕ່ເວລາ 18 ໂມງ ຂອງວັນທີ 16 ສິງຫາ ຫາ ເວລາ 18 ໂມງຂອງວັນທີ 17 ສິງຫາ, ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ 9.605 ຄົນ. ມາຮອດປັດຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 293.301 ຄົນ, ໃນນັ້ນ ມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ ຂຶ້ນເຖິງ 111.308 ຄົນ.

ໄຊພອນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.