ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຟ້​າມ​ບິ່ງ​ມິນ ເຂົ້າ​ຮ່ວມ​ພິ​ທ​ີ​ປະ​ກາດ​ຂໍ້​ຕົກ​ລົງ​ວ່າ​ດ້ວຍ​ການ​ອະ​ໄພ​ຍະ​ໂທດ ຢູ່ ຖ໊າຍງວຽນ

14:06 | 03/09/2021

ວຽກງານອະໄພຍະໂທດ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງນະໂຍບາຍຂອງພັກ, ລັດ ຫວຽດນາມ ແມ່ນຍຸຕິທຳໂປ່ງໃສ, ເຂັ້ມງວດ ແລະ ພິພາກສາຢ່າງຍຸຕິທຳ ສຳລັບອາດຊະຍາກອນທີ່ໄດ້ຮັບການອະໄພຍະໂທດ.

ສື່ມວນຊົນລາວ ອວນພອນວັນຊາດຫວຽດນາມ ທີ 2 ກັນຍາ ສື່ມວນຊົນລາວ ອວນພອນວັນຊາດຫວຽດນາມ ທີ 2 ກັນຍາ
ນັກການທູດສາກົນອວຍພອນວັນຊາດຫວຽດນາມ ທີ 2 ກັນຍາ ນັກການທູດສາກົນອວຍພອນວັນຊາດຫວຽດນາມ ທີ 2 ກັນຍາ
undefined
ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຟ້າມບິ່ງມິນ ມອບຂໍ້ຕົກລົງວ່າດ້ວຍການອະໄພຍະໂທດ (ພາບ: VOV)

ຕອນເຊົ້າວັນທີ 01 ກັນຍາ, ຢູ່ຄ້າຍກັກຂັງ ຝຸເຊີນ 4, ເມືອງ ຝຸເຊີນ, ແຂວງ ຖ໋າຍງວຽນ ໄດ້ດຳເນີນພິທີປະກາດຂໍ້ຕົກລົງວ່າດ້ວຍການອະໄພຍະໂທດຂອງປະທານປະເທດ ປີ 2021.

ໂດຍມອບຂໍ້ຕົກລົງວ່າດ້ວຍການອະໄພຍະໂທດໃຫ້ແກ່ບັນດານັກໂທດ ແລະ ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຟ້າມບິ່ງມິນ, ປະທານສະພາທີ່ປຶກສາອະໄພຍະໂທດ ປີ 2021 ໃຫ້ຮູ້ວ່າ ວຽກງານອະໄພຍະໂທດ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງນະໂຍບາຍຂອງພັກ, ລັດ ຫວຽດນາມ ແມ່ນຍຸຕິທຳໂປ່ງໃສ, ເຂັ້ມງວດ ແລະ ພິພາກສາຢ່າງຍຸຕິທຳ ສຳລັບອາດຊະຍາກອນທີ່ໄດ້ຮັບການອະໄພຍະໂທດ. ທ່ານກໍເຊື່ອໝັ້ນວ່າ ຜ່ານໄລຍະຮ່ຳຮຽນ, ອອກແຮງງານ, ດັດສ້າງທີ່ມີຄວາມກ້າວໜ້າຢູ່ໃນຄ້າຍກັກຂັງ, ຜູ້ຄົນທີ່ໄດ້ຮັບການອະໄພຍະໂທດໃນຄັ້ງນີ້ ຈະສາມາດຢືນຢູ່ຢ່າງໝັ້ນຄົງໃນການດຳລົງຊີວິດ.

ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິນ ກໍປາດຖະໜາວ່າ ກຳລັງຕຳຫຼວດຢູ່ຄ້າຍກັກຂັງ ຈະສົມທົບກັບຄະນະພັກອຳນາດການປົກຄອງທ້ອງຖິ່ນ, ບັນດາອົງການຈັດຕັ້ງມະຫາຊົນ, ສ້າງທຸກເງື່ອນໄຂສະດວກໃຫ້ແກ່ຜູ້ໄດ້ຮັບອະໄພຍະໂທດ ເພື່ອລົບລ້າງຄວາມປົມດ້ອຍໄດ້ຢ່າງວ່ອງໄວ ແລະ ເຊື່ອມຕົວເຂົ້າກັບສັງຄົມ ແລະ ມີຊີວິດການເປັນຢູ່ເປັນປົກກະຕິ.

vov.world.vn

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.