ຜັນຂະຫຍາຍວຽກງານ ປົກປ້ອງພົນລະເມືອງຫວຽດນາມ

20:17 | 19/08/2021

ຍສໝ - ໃນວັນທີ 15 ສິງຫາ, ກ່ຽວກັບສະພາບພົນລະເມືອງຫວຽດນາມ ຢູ່ອາບການິດສະຖານ, ກະຊວງການຕ່າງປະເທດ ໄດ້ຊີ້ນຳໃຫ້ສະຖານທູດ ສ້າງແຜນການ ແລະ ກຽມພ້ອມມີມາດຕະການປົກປ້ອງພົນລະເມືອງໃນກໍລະນີຈຳເປັນ.

ຫວຽດນາມ: ວຽກງານປົກປ້ອງພົນລະເມືອງ ຫວຽດນາມໄດ້ຍົກລະດັບຂຶ້ນສູ່ລະດັບສູງໃໝ່ ຫວຽດນາມ: ວຽກງານປົກປ້ອງພົນລະເມືອງ ຫວຽດນາມໄດ້ຍົກລະດັບຂຶ້ນສູ່ລະດັບສູງໃໝ່
ກະຊວງການຕ່າງປະເທດຫວຽດນາມ: ຫວຽດນາມ ພ້ອມແລ້ວທີ່ຈະປົກປ້ອງພົນລະເມືອງຫວຽດນາມ ຢູ່ມຽນມາ ກະຊວງການຕ່າງປະເທດຫວຽດນາມ: ຫວຽດນາມ ພ້ອມແລ້ວທີ່ຈະປົກປ້ອງພົນລະເມືອງຫວຽດນາມ ຢູ່ມຽນມາ

ໃນສອງສາມມື້ຜ່ານມາ, ສະຖານທູດຫວຽດນາມປະຈຳປາກິດສະຖານ ໄດ້ຕິດຕາມສະຖານະການຢ່າງໃກ້ຊິດ, ​ ກວດກ​າຄືນ ແລະ ເກັ​ບກຳສະພາບການພົນລະເມືອງຫວຽດນາມ ທີ່ພວມດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ທີ່ນີ້ຢ່າງຮີບດ່ວນ. ພ້ອມ​ທັງສ້າງແຜນການ ແລະ ກຽມພ້ອມທີ່ຈະດ​ຳ​ເນີນມາດຕະການປົກປ້ອງພົນລະເມືອງໃນກໍລະນີຈໍາເປັນ.

ຜັນຂະຫຍາຍວຽກງານ ປົກປ້ອງພົນລະເມືອງຫວຽດນາມ
ຜັນຂະຫຍາຍວຽກງານ ປົກປ້ອງພົນລະເມືອງຫວຽດນາມ. (ພາບປະກອບ)

ຕາມສະຖານທູດຫວຽດນາມ ປະຈຳປາກິດສະຖານ ພ້ອມ​ທັງ​ຮັບ​ຜິດ​ຊອບ​ວຽກ​ງານຝ່າຍອາບການິດສະຖານ ແລ້ວ, ມາຮອດປັດຈຸບັນ, ​ຍັງບໍ່ທັນ​ໄດ້​ຮັບ​ການຢັ້ງ​ຢືນ​ວ່າມີພົນລະເມືອງຫວຽດນາມຢູ່ອາບການິດສະຖານ. ກ່ອນໜ້ານີ້, ໃນວັນທີ 3 ສິງຫາ 2021, ສະຖານທູດ ໄດ້ປະສານງານເພື່ອ​ພາພົນລະເມືອງຫວຽດນາມຄົນໜຶ່ງ ທີ່ເຮັດວຽກໃຫ້ອົງການສະຫະປະຊາຊາດ ປະຈຳອາບການິດສະຖານກັບຄືນປະເທດຢ່າງປອດໄພ.

ໃນກໍລະນີຕ້ອງການຄວາມຊ່ວຍເຫຼືອ, ພົນລະເມືອງຫວຽດນາມ ສາມາດຕິດຕໍ່ສາຍດ່ວນຂອງສະຖານທູດຫວຽດນາມ ປະຈຳ ປາກິດສະຖານ ພ້ອມທັງຮັບຜິດຊອບວຽກງານຝ່າຍອາບການິດສະຖານ: + 92 0336 3336868 (Whatsapp) ຫຼື + 84 936 061996 (Zalo, Viber), ເບີໂທລະສັບຕັ້ງໂຕະ +92 51 2655785/87 ຫຼື ສູນປົກປ້ອງພົນລະເມືອງຂອງກົມກົງສຸນ, ກະຊວງການຕ່າງປະເທດ +84,981.84.84.84.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.