ເບິ່ງແຍງດູແລ, ຫນູນຊ່ວຍຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ, ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫລັງ

16:22 | 17/08/2021

ໂລກລະບາດໂຄວິດ -19 ໃນກວ່າ 1 ປີຜ່ານມາໄດ້ເກີດການກະທົບບໍ່ແມ່ນຫນ້ອຍເຖິງຊີວິດຂອງປະຊາຊົນຫວຽດນາມພິເສດ ສຳລັບບັນດາຄອບຄົວມີຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ, ຊີວິດຂອງເຂົາເຈົ້າຍິ່ງຫຍຸ້ງຍາກກວ່າ. ບັນດາອົງການໃນສັງຄົມ, ອົງການຈັດຕັ້ງມະຫາຊົນແລະສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນທຸກຂັ້ນໄດ້ຕັ້ງຫນ້າຫນູນຊ່ວຍ, ຊ່ວຍເຫລືອບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ, ຊ່ວຍເຂົາເຈົ້າມີຊີວິດເປັນປົກກະຕິໃນຊ່ວງເວລາເກີດໂລກລະບາດ.

ທົ່ວປວງຊົນເຂົ້າຮ່ວມວຽກງານເບິ່ງແຍງດູແລບັນດາຄອບຄົວ ທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ຜູ້ທີມີຄຸນງາມຄວາມດີຕໍ່ການປະຕິວັດ ທົ່ວປວງຊົນເຂົ້າຮ່ວມວຽກງານເບິ່ງແຍງດູແລບັນດາຄອບຄົວ ທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ຜູ້ທີມີຄຸນງາມຄວາມດີຕໍ່ການປະຕິວັດ
ເບິ່ງແຍງດູແລຜູ້ມີຄຸນງາມຄວາມດີແມ່ນແຜນນະໂຍບາຍສໍາຄັນຂອງພັກເຮົາ ເບິ່ງແຍງດູແລຜູ້ມີຄຸນງາມຄວາມດີແມ່ນແຜນນະໂຍບາຍສໍາຄັນຂອງພັກເຮົາ
ເບິ່ງແຍງດູແລ, ຫນູນຊ່ວຍຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ, ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫລັງ
ຜູ້ໃຈບຸນໃຈກຸສົນຢ້ຽມຢາມ ແລະ ມອບຂອງຂວັນໃຫ້ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ. (ພາບປະກອບ:baoquangninh.com.vn)

ຄອບຄົວປ້າເຈິ່ນທິວິງຢູ່ ຕາແສງ ຢ໊ຽງໄດ໊ນະຄອນ ຮະລອງ ແຂວງ ກວ໋າງນີງ ມີລູກຊາຍຖືກຜົນສະທ້ອນຈາກທາດພິດສີສົ້ມ/ດີໂອຊິນມາຈາກພໍ່. ຜູ້ເປັນຜົວຂອງປ້າວິງ ເສຍຊີວິດມາໄດ້ຫລາຍປີແລ້ວ, ປ້າເອງບໍ່ມີລາຍຮັບເປັນປົກກະຕິສະນັ້ນສອງແມ່ລູກຈຶ່ງຕ້ອງອາໄສຢູ່ໃນເຮືອນບໍ່ຖາວອນ. ປີ 2019 ດ້ວຍການຮ່ວມແຮງຮ່ວມໃຈ, ປະກອບກຳລັງເຫື່ອແຮງຂອງອຳນາດການປົກຄອງທອ້ງຖິ່ນ, ບັນດາອົງການຈັ້ງຕັ້ງມະຫາຊົນ, ອົງການຕ່າງໆໃນສັງຄົມແລະ ຄຸ້ມບ້ານສະນັ້ນສອງແມ່ລູກ ປ້າວິງ ຈຶ່ງໄດ້ຮັບການຫນູນຊ່ວຍເງິນຈຳນວນ 150 ລ້ານດົ່ງເພື່ອກໍ່ສ້າງເຮືອນຫລັງໃຫມ່ທີ່ໃຫຍ່ກວ່າແລະຖາວອນກວ່າ. ປ້າເຈິ່ນທິວິງແບ່ງປັນວ່າ:

“ຂ້າພະເຈົ້າມີເຮືອນຫລັງໃຫມ່ທີ່ກວ້າງຂວາງ , ສະອາດແລະໃຫຍ່ໂຕຄືປະຈຸບັນ. ນີ້ແມ່ນສິ່ງທີ່ຢູ່ໃນຄວາມຝັນຂອງຂ້າພະເຈົ້າເທົ່ານັ້ນ. ຂ້າພະເຈົ້າຂໍສະແດງຄວາມຂອບອົກຂອບໃຈ ແລະ ຮູ້ບຸນຄຸນມາຍັງອຳນາດການປົກຄອງອົງການຈັດຕັ້ງຕ່າງໆ ທີ່ໄດ້ເອົາໃຈໃສ່ສອງແມ່ລູກຂ້າພະເຈົ້າ.”

ລູກຊາຍຂອງ ປ້າວິງແມ່ນຫນຶ່ງໃນຈຳນວນຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ 5000 ຄົນຢູ່ ແຂວງກວ໋າງນີງ. ນັບແຕ່ປີ 2016 ມາຮອດປະຈຸບັນ, ກອງທຶນເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນໄດ້ຮັບການປະກອບສ່ວນຫລາຍຢ່າງຈາກບັນດາວິສາຫະກິດ, ຜູ້ໃຈບຸນໃຈກຸສົນ. ຈາກກອງທຶນນີ້ ການເຄື່ອນໄຫວປຸກສ້າງເຮືອນແຫ່ງສາຍຈິດມິດໃຈ, ການຫນູນຊ່ວຍທຶນຮອນເພື່ອພັດທະນາການຜະລິດ, ເບິ່ງແຍງສຸຂະພາບຢື້ຢາມຖາມຂ່າວລະດົມກຳລັງໃຈ, ມອບຂອງຂວັນໃຫ້ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນຍາມໃດກໍ່ໄດ້ຮັບການຮັກສາເປັນປະຈຳ. ທ່ານຫງວຽນມິງອານປະທານສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ແຂວງ ກວ໋າງນິງ ໃຫ້ຮູ້ວ່າ:

“ພວກຂ້າພະເຈົ້າໄດ້ກວດກາກ່ຽວກັບຄອບຄົວຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນຢູ່ ບໍລິເວນແຂວງ ກວ໋າງນີງ ເປັນປະຈຳ. ນອກນັ້ນ ຍັງສຸມໃສ່ຊ່ວຍເຫລືອຄອບຄົວຂອງເຂົາເຈົ້າທັງໝົດ, ບໍ່ຈຳແນກການປະພຶດວ່າ ນີ້ແມ່ນລຸ້ນຄົນທີຫນຶ່ງຫລືສອງເພື່ອຮັບປະກັນໃຫ້ເຂົາເຈົ້າມີເຮືອນຢູ່ຖາວອນກວ່າ”

ນະຄອນ ຝູ໋ຫຼີ ແຂວງ ຮ່ານາມມີຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນກວ່າ 700 ຄົນພວມໄດ້ຮັບການອຸດຫນູນຈາກລັດ. ໃນໄລຍະຜ່ານມາພ້ອມກັບການຫນູນຊ່ວຍຂອງຜູ້ໃຈບຸນໃຈກຸສົນ, ນະຄອນ ຝູ໋ຫຼີ ໄດ້ຊ່ວຍເຫລືອຄອບຄົວຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນປຸກສ້າງເຮືອນຢູ່ ແລະ ສອນວິຊາຊີບໃຫ້ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ. ມາຮອດປະຈຸບັນ ຊີວິດການເປັນຢູ່ຂອງເຂົາເຈົ້າໄດ້ຮັບການຍົກສູງຂຶ້ນຫລາຍແລ້ວ. ທ່ານໂດ໊ຕ໊ຽນສີ ປະທານສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນນະຄອນຝູ໋ຫຼີໃຫ້ຮູ້ວ່າ:

“ຄ່າຄອງຊີບໃນປະຈຸບັນສຳລັບ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນຢູ່ ບໍລິເວນນະຄອນຝູ໋ຫຼີໄດ້ມີການປັບປຸງແລະສູງກວ່າຄ່າຄອງຊີບສະເລ່ຍຂອງເຂດ, ທ້ອງຖິ່ນ. ບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ຈາກພັກ, ລັດກໍ່ຄືຂອງສັງຄົມ. ຄວາມເອົາໃຈໃສ່ສ່ວນຫລາຍແມ່ນສຸມໃສ່ດ້ານຊີວິດການເປັນຢູ່ ແລະເຮືອນຢູ່”

ໃນກວ່າ 1 ປີຜ່ານມາ, ການເຄື່ອນໄຫວຫນູນຊ່ວຍຂອງບັນດາອົງການຈັດຕັ້ງມະຫາຊົນ, ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນທຸກຂັ້ນ ກໍ່ປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງຍ້ອນຜົນກະທົບຈາກໂລກລະບາດໂຄວິດ 19. ເຖິງຢ່າງໃດກໍຕາມດ້ວຍທິດນຳທີ່ວ່າ “ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫລັງ”, ບັນດາທ້ອງຖິ່ນຍັງຄົງພະຍາຍາມຮັກສາການເຄື່ອນໄຫວຫນູນຊ່ວຍຄື: ຢື້ຢາມຖາມຂ່າວ, ມອບຂອງຂວັນ, ມອບລົດເຂັນເພື່ອຊ່ວຍບັນດາຄອບຄົວຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນມີຊີວິດເປັນປົກກະຕິຜ່ານຜ່າຄວາມຫຍຸ້ງຍາກໃນຊ່ວງເວລາເກີດໂລກລະບາດ.

vovworld.vn

ເຫດການ
302 Found

Found

The document has moved here.