ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ພົນ​ລະ​ເມືອງ ລັດ​ເຊຍ ຢູ່​ແຂວງ​ແຄງ​ຮ່​ວາ ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ລັດ​ເຊຍ

06:18 | 12/09/2021

ຍ​ສ​ໝ - ວັນ​ທີ 9 ກັນ​ຍາ, ຢູ່​ສູນ​ເຂດ​ຮ້ອນຫວຽດ - ລັດ​ເຊຍ (ຍາ​ຈາງ - ແຄ້ງ​ຮ່​ວາ) ໄດ້​ດຳ​ເນີນ​ການ​ເລືອກ​ຕັ້ງ​ເຄື່ອນ​ທີ່​ກ່ອນ​​ກຳ​ນົດ ໃຫ້​ແກ່​ບັນ​ດາ​ພົນ​ລະ​ເມືອງ ລັດ​ເຊຍ ທີ່​ພວມ​ມີ​ໜ້າ​ຢູ່​ແຂວງ​ແຄ້ງ​ຮ່​ວາ ຂອງ​ຫວຽດ​ນາມ.

ການ​ແຂ່ງ​ຂັນ eSports ລັດ​ເຊຍ - ຫວຽດ​ນາມ 2021 ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ປັບ​ປຸງ​ການ​ຮ່ວມ​ມື​ມະ​ນຸດ​ສະ​ທຳ​ລະ​ຫວ່າງ ສອງ​ປະ​ເທດ ການ​ແຂ່ງ​ຂັນ eSports ລັດ​ເຊຍ - ຫວຽດ​ນາມ 2021 ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ປັບ​ປຸງ​ການ​ຮ່ວມ​ມື​ມະ​ນຸດ​ສະ​ທຳ​ລະ​ຫວ່າງ ສອງ​ປະ​ເທດ
ໜູນ​ຊ່ວຍ​ຊາວ​ລັດ​ເຊຍ ອາ​ໄສ​ຢູ່ຍາ​ຈາງ​ ທີ່ປະ​ສົບ​ກັບ​ຄວາມ​ຫຍຸ້ງຍ​າກ​ຍ້ອນໂລກ​ລະ​ບາດ​ໂຄວິດ - 19 ໜູນ​ຊ່ວຍ​ຊາວ​ລັດ​ເຊຍ ອາ​ໄສ​ຢູ່ຍາ​ຈາງ​ ທີ່ປະ​ສົບ​ກັບ​ຄວາມ​ຫຍຸ້ງຍ​າກ​ຍ້ອນໂລກ​ລະ​ບາດ​ໂຄວິດ - 19
ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ພົນ​ລະ​ເມືອງ ລັດ​ເຊຍ ຢູ່​ແຂວງ​ແຄງ​ຮ່​ວາ ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ລັດ​ເຊຍ
ຊາວ​ລັດ​ເຊຍ​ມາ​ປ່ອ​ນ​ບັດ​ຈະ​ໄດ້​ຮັບ​ການ​ຫາ​ເຊື້ອ​ໄວ​ຣັດ​ໂຄວິດ - 19 ໂດຍ​ໄວ (ພາບ: TTXVN)

ຕາມ​ການ​ຕີ​ລາ​ຄ​າ​ຂອງ​ຄະ​ນະ​ຈັດ​ຕັ້ງແລ້ວ, ປີນີ້​ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19 ດັ່ງ​ນັ້ນ​ ໄດ້ກໍ່​ຜົນ​ສະ​ທ້ອນ​ຢ່າງ​ໃຫຍ່ຫຼວງ​ຕໍ່​ຈຳ​ນວນ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ໄປ​ປ່ອນ​ບັດ, ໂຄງ​ການ​ໄດ້​ແກ່​ຍາວ​ແຕ່​ເວ​ລາ 8 ໂມງ ຫາ 20 ໂມງ​ ດ້ວຍການ​ເຂົ້າ​ຮ່ວມ​ຂອງ​ພົນ​ລະ​ເມືອງ​ລັດ​ເຊຍ​ ປະ​ມານ 450 ຄົນ.

ຕາມ​ແຜນ​ການ​ແລ້ວ, ການ​ເລືອກ​ຕັ້ງ ສະ​ພາ​ແຫ່ງ​ຊາດ ລັດ​ເຊຍ​ ຈະ​ດຳ​ເນີນ​ແຕ່​ວັນ​ທີ 19 ກັນ​ຍາ ຢູ່​ສະ​ຫະ​ພັນ​ລັດ​ເຊຍ, ແຕ່​ພົນ​ລະ​ເມືອງ ລັດ​ເຊຍ​ຢູ່​ຕ່າງ​ປະ​ເທດ​ອາດ​ຈະ​ປະ​ຕິ​ບັດ​ການ​ປ່ອນ​ບັດ​ເລືອກ​ຕັ້ງ​ໄວ​ກວ່າ ແລະ ແຄ້ງ​ຮ່​ວາ​ກໍ່ແມ່ນ​ໜຶ່ງ​ໃນ​ບັນ​ດາ​ສະ​ຖານ​ທີ່​ປ່ອ​ນ​ບັດ​ເລືອກ​ຕັ້ງ ເພື່ອ​ໃຫ້​ບັນ​ດາ​ຜູ້​ມີ​ສິດ​ເລືອກ​ຕັ້ງ ສະ​ຫະ​ພັນ​ລັດ​ເຊຍ​ປະ​ຕິ​ບັດສິດ ແລະ ​ພັນ​ທະ​ຂອງ​ຕົນ.

ກ່ຽວ​ກັບ​ວິ​ວັດ​ການ​ປະ​ຕິ​ບັດ, ວຽກງານ​​ກະ​ກຽມ​ສະ​ຖານ​ທີ່​ເລືອກ​ຕັ້ງ, ບັດ​ເລືອກ​ຕັ້ງ ແລະ ຫີບບັດ ໄດ້​ຮັບ​ການ​ກະ​ກ​ຽມ​ແຕ່​ເຊົ້າ ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ສະ​ຖານ​ທູດ ລັດ​ເຊຍ ປະ​ຈຳ​ນະ​ຄອນ​ໂຮ່​ຈີ​ມິນ. ພົນ​ລະ​ເມືອງລັດ​ເຊຍ ​ແຕ່​ລະ​ຄົນ​ເມື່ອ​ໄປ​ປ່ອນ​ບັດ​ເລືອກ​ຕັ້ງ​ຈະ​ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຢ່າງ​ເຂັ້ມ​ງວດ.

ໂດຍ​ໄດ້​ຮູ້​ວ່າ ຢູ່ ຫວຽດ​ນາມ ຈະ​ມີ 4 ສະ​ຖານ​ທີ່​ປ່ອນ​ບັດ​ເລືອກ​ຕັ້ງ​ໃນ​ວັນ​ທີ 19 ກັນ​ຍາ​ ນັ້ນ​ແມ່ນ: ຮ່າ​ໂນ້ຍ, ນະ​ຄອນ​ໂຮ່​ຈີ​ມິນ, ດ່າ​ນັ້ງ ແລະ ບ່າ​ເຣຍ-ຫວູ​ງ​ເຕົາ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.