ທ່ານ​ນາງ ​ເຈິ່ນ​ໂຕ​ງາ: ຈົ່ງມາ​ນະ​ກ້າ​ແກ່ນ​ກ້າວ​ເດີນຕໍ່​ໄປ​ພ້ອມ​ກັບ​ຄວາມ​ຍຸ​ຕິ​ທຳ

22:33 | 11/08/2021

ຍ​ສ​ໝ - ທ່າ​ນ​ນາງ ເຈິ​ນ​ໂຕ​ງາ (ອາ​ຍຸ 80 ປີ), ຜູ້​​ທີ່ໄດ້​ຕໍ່​ສູ້​ເພື່ອ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ກ່​ວາ 10 ປີ, ໄດ້​ສູ້​ຢັນ​ກັນ​ກັບ ກຸ່ມ​ບໍ​ລິ​ສັດ​ເຄ​ມີ​ແຖວ​ໜ້າ​ໂລກ ກວ່າ 10 ແຫ່ງ ໄດ້​ກ່າວ​ຄຳ​ເຫັນ​ຄື​ແນວ​ນັ້ນ​ກັບ​ນັກ​ຂ່າວວາ​ລະ​ສານ​ຍຸກ​ສະ​ໄໝ ແລະ ມະໂນທຳມວນ​ມະ​ນຸດ ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 60 ປີ​ແຫ່ງ​ວັນໄພ​ພິ​ບັດ​ທາດ​ພິດ​ສີ​ສົ້ມ ຢູ່ ຫວຽດ​ນາມ (10 ສິງ​ຫາ 1961 – 10 ສິງ​ຫາ 2021).

ອິນເດຍ ຮ່ວມມືກັບ ຫວຽດນາມ ທົດລອງ ແລະ ຜະລິດວັກຊິນ Nanocovax ອິນເດຍ ຮ່ວມມືກັບ ຫວຽດນາມ ທົດລອງ ແລະ ຜະລິດວັກຊິນ Nanocovax
ການເດີນທາງໄປຢ້ຽມຢາມລາວຂອງປະທານປະເທດຫວຽດນາມບັນລຸໝາກຜົນຮອບດ້ານ, ແທດຈິງຫຼາຍຢ່າງ ການເດີນທາງໄປຢ້ຽມຢາມລາວຂອງປະທານປະເທດຫວຽດນາມບັນລຸໝາກຜົນຮອບດ້ານ, ແທດຈິງຫຼາຍຢ່າງ
ທ່ານ​ນາງ ​ເຈິ່ນ​ໂຕ​ງາ: ຈົ່ງມາ​ນະ​ກ້າ​ແກ່ນ​ກ້າວ​ເດີນຕໍ່​ໄປ​ພ້ອມ​ກັບ​ຄວາມ​ຍຸ​ຕິ​ທຳ
ທ່ານ​ນາງ​ເຈິ່ນ​ໂຕ​ງາ ພ້ອມ​ກັບ ຊາວ​ຝ​ລັ່ງ ຮຽກ​ຮ້ອງ​ຄວາມ​ຍຸ​ຕິ​ທຳ

ຂໍ​ຮຽນ​ທ່ານ​ນາງ ສະ​ໜອ​ງ​ຂໍ້​ມູນຫຼ້າ​ສຸດ​ກ່ຽວ​ກັບ​​ການ​​ຮ້ອງ​ຟ້ອງ​ຄະ​ດີທາດ​ພິດ​ສີ​ສົ້ມ ກັບ​ບັນ​ດາ​ບໍ​ລິ​ສັດ​ເຄ​ມີ​ຂອງ ອາ​ເມ​ລິ​ກາ?

ປັດ​ຈຸ​ບັນ, ທະ​ນາ​ຍ​ຄ​ວາມ​ໄດ້ປະ​ຕິ​ບັດ​ການ​ກະ​ກ​ຽມ​ເອ​ກະ​ສານ ຄ້ານຄຳຕັດສິນຄະດີ. ຝ​ລັ່ງ​ພວມ​ຢູ່​ໃນ​ໄລ​ຍະ​ພັກ​ແ​ລ້ງ, ສານ​ ຂອງ​ປາ​ຣີ ໄດ້​ຍ້າຍ​ຕາ​ຕະ​ລາງ​ເຮັດ​ວຽກໄປ​ຍັງ​ວັນ​ທີ 6 ກັນ​ຍາ, ສະ​ນັ້ນ ຮອດ​ມື້​ນັ້ນ ພວກ​ຂ້າ​ພະ​ເຈົ້າ​ຈຶ່ງ​ສົ່ງ​ເອ​ກະ​ສານ​ຄ້ານ​​ຄຳ​ຕັດ​ສິນ​ຄະ​ດີ ແລະ ຖ້າ​ຄຳ​ຕັດ​ສິ​ນຂອງ​ສານ.

ທ່ານ​ນາງ​ຮູ້​ສຶກ ແລະ ມີ​ການຄາດ​ຄະ​ເນ​ແນວ​ໃດ, ຮຽນ​ທ່ານ?

ປີນີ້, ຂ້າ​ພະ​ເຈົ້າ​ມີ​ອາ​ຍຸ 80 ປີ​ແລ້ວ ແຕ່​ຂ້າ​ພະ​ເຈົ້າ​ຈະ​ສືບ​ຕໍ່​ຮຽກ​ຮ້ອງ​ຄວາມຍຸ​ຕິ​ທຳ​ໃຫ້​ແກ່​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ. ສຸ​ຂ​ະ​ພາບອາດ​ຈະ​ບໍ່​ອ​ຳ​ນວຍໃຫ້​ຂ້າ​ພະ​ເຈົ້າຕິດ​ຕ​າມ​ການຮຽກ​ຮ້ອງ​ຈົນ​ເຖິງ​ຕອນ​ສຸດ​ທ້າຍ​ຂອງ​ການ​ຕໍ່​ສູ້ນີ້, ແຕ່​ລຸ້ນ​ໜຸ່ມ​ຂອງ ຝ​ລັ່ງ ແລະ ແຫ່ງ​ຕ່າງໆ​ໃນ​ໂລກ ຈະ​ສືບ​ຕໍ່​ຕໍ່​ສູ້​ເພື່ອ​ການ​ຮ້ອງ​ຟ້ອງ. ເປົ້າ​ໝາຍ​ຂອງ​ການ​ຮ້ອງ​ຟ້ອງ​ເພື່ອ​ໃຫ້ປະ​ຊາ​ຊົນ​ໃນ​ໂລກ​ເຂົ້າ​ໃຈ​ໄດ້​ວ່າ​ ໄພ​ພິ​ບັດ​ທາດ​ພິດ​ສີ​ສົ້ມ ແລະ ກ່າວ​ປະ​ນາມ​ໄພ​ພິ​ບັດ​ດັ່ງ​ກ່າວ ແມ່ນເພື່ອ​ພ້ອມ​ກັນຊ່ວຍ​ເຫຼືອ​​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ຂອງ ຫວຽດ​ນາມ. ເປົ້າ​ໝາຍ​ນັ້ນ​ຈະ​ມີ​ຜູ້​ສືບ​ຕໍ່, ຂ້າ​ພະ​ເຈົ້າກໍ່​ມີ​ຄວາມ​ອຸ່ນອ​ຽນ​ໃຈ.

ໃນ​ຂະ​ບວນ​ການ​ຕໍ່​ສູ້, ທ່ານ​ນາງ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກ​ຫາງ​ສຽງ​ສາ​ກົນ ແລະ ການ​ຮ່ວມ​ເດີນ​ທາງ, ຮ່ວມ​ແຮງ​ຮ່ວ​ມ​ໃຈຂອງລັດ​ຖະ​ບານ ແລະ ປະ​ຊາ​ຊົນຫວຽດ​ນາມ ຄື​ແນວ​ໃດ​?

ການ​ຮ້ອງ​ຟ້ອງ​ໄດ້​ແກ່​ຍາມ​ມາ​ເປັນ​ເວ​ລາ 11 ປີ, ໃນນັ້ນ​ມີ 7 ປີ​ທີ່​ເປັນທາງ​ການ. ໃນ​ເບື້ອງ​ຕົ້ນ ຂ້າ​ພະ​ເຈົ້າ​ໄດ້​ຕໍ່​ສູ້​ຄົນ​ດຽວ, ແຕ່​ມາ​ຮອດ​ປັດ​ຈຸ​ບັນ​ຫາງ​ສຽງ​ຈາກ​ທຸກ​ແຖບ​ຖິ່ນ​ໃນ​ໂລກ ລ້ວນ​ແຕ່ ອອກສຽງສະ​ໜັບ​ສະ​ໜູນ ແລະ ເຂົາ​ເຈົ້າ​ເອີ້ນນີ້​ແມ່​ນ ການ​ຮ້ອງ​ຟ້ອງ​ປະ​ຫວັດ​ສາດ. ໂລກ ຮູ້​ຈັກ​ເຖິງ​ໄພ​ພິ​ບັດ​ທາດ​ພິດ​ສີ​ສົ້ມ ແລະ ອອ​ກສຽງ​ສະ​ໜັບ​ສະ​ໜູນ​ຜູ້​ປະ​ສົບ​ກັບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ເປັນ​ຈຳ​ນວນຫຼວງຫຼາຍ. ສິ່ງນີ້​ໄດ້​ສ້າງ​ເປັນ​ກຳ​ລັງ​ແຮງ​ໃຫ້​ແກ່​ການ​ຕໍ່​ສູ້ນີ້.

ບ້ານ​ເກີດ​ເມືອງນອນ ຫວຽດ​ນາມ ແມ່ນ​ແຫຼ່ງ​ກຳ​ລັງ​ອັນ​ໃຫຍ່ຫຼວງ​ສຳ​ລັບຂ້າ​ພະ​ເຈົ້າ. ໃນ 7 ປີ​ຜ່ານ​ມາ, ຂ້າ​ພະ​ເຈົ້າ​ໄດ້​ຮັບ​ຄວາມ​ເຫັນ​ອົກ​ເຫັນ​ໃຈ, ການ​ລະ​ດົມ​ກຳ​ລັງ​ໃຈ, ສະ​ໜັບ​ສະ​ໜູນ​ເປັນ​ຢ່າງ​ຍິ່ງ​ຈາກ ຫວຽດ​ນາມ. ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ໄດ້​ອອກສຽງ​ຢ່າງ​ເປັນ​ທາງ​ການ ບໍ່​ເຫັນ​ດີ​ກັບ​​ຂໍ້ສະຫຼຸບຂ​ອງ ສານ​ຝ​ລັ່ງ ແລະ ມີ​ຄວາມ​ປາດ​ຖະ​ໜາ​ຢາກ​ໃຫ້​ບັ້ນ​ຕໍ່​ສູ້​ແຫ່ງ​ຍຸ​ຕິ​ທຳ​ນີ້​ສືບ​ຕໍ່​ໄດ້​ຮັບ​ການ​ປະ​ຕິ​ບັດ. ບັນ​ດາ​ຄຳ​ເວົ້າ​ລະ​ດົມ​ກຳ​ລັງ​ໃຈ, ​ສະ​ໜັບ​ສະ​ໜູນ​ຈາກ​ປະ​ເທດ​ຊາດ ແມ່ນ​ການ​ເພີ່ມ​ກຳ​ລັງ​ທີ່​ສັກ​ສິດ​ທີ່​ສຸດ ເພື່ອ​ໃຫ້​ຂ້າ​ພະ​ເຈົ້າ​ມີ​ກຳ​ລັງ​ໜູນ ສືບ​ຕໍ່​ການ​ຮ້ອງ​ຟ້ອງ.

ທ່ານ​ນາງ ​ເຈິ່ນ​ໂຕ​ງາ: ຈົ່ງມາ​ນະ​ກ້າ​ແກ່ນ​ກ້າວ​ເດີນຕໍ່​ໄປ​ພ້ອມ​ກັບ​ຄວາມ​ຍຸ​ຕິ​ທຳ
ຈົ່ງມາ​ນະ​ກ້າ​ແກ່ນ​ກ້າວ​ເດີນຕໍ່​ໄປ​ພ້ອມ​ກັບ​ຄວາມ​ຍຸ​ຕິ​ທຳ
ການ​ພົວ​ພັນ​ສອງ​ປະ​ເທດ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ນັບ​ມື້​ນັບ​ດີ​ຂຶ້ນ. ຂ້າ​ພະ​ເຈົ້າ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ລັດ​ຖະ​ບານ ອາ​ເມ​ລິ​ກາ ​ທີ່ໄດ້​ມີ​ບັນ​ດາ​ໂຄງ​ການ​ແກ້​ໄຂ​ຜົນ​ຮ້າຍ​ທີ່​ຕາ​ມ​ມາ​ຈາກ​ສົງ​ຄາມ​ຄື ແກ້​ໄຂ​ທາດ​ພິດ​ສະ​ໜາມ​ບິນ​ດ່າ​ນັ້ງ, ບຽນ​ຮ່​ວາ ແລະ ໜູນ​ຊ່ວຍ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຜ່ານ​ສະ​ມາ​ຄົມ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາ​ດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ​ແລ້​ວ ຂ້າ​ພະ​ເຈົ້າ​ໄດ້​ຮູ້​ວ່າ ບັນ​ດາ​ການ​ໜູນ​ຊ່ວຍ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ ຍັງ​ຄົງມີ​ຂໍ້​ຈຳ​ກັດ​ຢູ່.

ຍ້ອນ​ແນວນັ້ນ, ຊາວ​ຫວຽດ​ນາມ ຕ້ອງ​ເຮັດ​ຫຍັງ​ເພື່ອ​ພ້ອມ​ກັບ​ທ່ານ​ນາງ ນຳ​ຄວາມ​ຍຸ​ຕິ​ທຳ​ໄປ​ສູ່​ບັນ​ດາ​ຜູ້​ປະ​ສົບ​ເຄາະ​ຮ້າຍ?

ການ​ຕໍ່​ສູ້ນີ້​ຈະ​ແກ່​ຍາວ ແລະ ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ. ເພາະ​ສະ​ນັ້ນ, ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ຫວຽດ​ນາມ 4 ລ້ານ​ຄົນ ຕ້ອງ ຮ່ວມ​ແຮງ​ຮ່ວມ​ໃຈກັນ​ສະ​ແດງ​ໃຫ້​ເຫັນ​ຜົນ​ຮ້າຍ​ຂອງ​ທາດ​ພິດ​ສີ​ສົ້ມ​ແມ່ນ​ຄື​ແນວ​ໃດ, ​ການ​ສືບກຳ​ມະ​ພັນ​ຈາກ​ຄົນລຸ້ນ​ນີ້​ໄປ​ສູ່​ຄົນ​ລຸ້ນ​ຕໍ່​ໄປ​ຄື​ແນວ​ໃດ. ນອກ​ຈາກ​ນັ້ນ, ສື່ມວນ​ຊົນຂອງ ຫວຽດ​ນາມ ຕ້ອງ​ປະ​ຕິ​ບັດ​ຄື ສື່ມວນ​ຊົນ​ຂອງ​ຝ​ລັ່ງ ຫຼື​ ບາງ​ປະ​ເທດ ໂດຍແມ່ນການ​ເວົ້າ​ເຖິງ​ການ​ຕໍ່​ສູ້ນີ້​ຢ່າງ​ບໍ່​ຢຸດ​ຢັ້ງ ເພື່ອ​ປຸກ​ລຸກ​ຈິດ​ສຳນຶກໃນ​ແຕ່​ລະ​ຄົນ.

ນອກ​ຈາກ​ການ​ຕໍ່​ສູ້​ດ້ານ​ນິ​ຕິ​ກຳແລ້ວ, ຂ້າ​ພະ​ເຈົ້າກໍ່​ຍັງ​ໄດ້​ມຸ່ງ​ໄປ​ເຖິງ​ບັນ​ດາ​ວຽກ​ງານ​ຢ່າງ​ລະ​ອຽດ. ພາຍຫຼັງ​ໂລກ​ລະ​ບາດ​ໂຄວິດ - 19, ຂ້​າ​ພະ​ເຈົ້າ​ຈະ​ປຶກ​ສາ​ຫາ​ລືການສ້າງ​ສູນ​ສອນ​ວິ​ຊາ​ຊີບ​ໃຫ້​ແກ່​ຜູ້ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ ແລະ ​ຄົນ​ພິ​ການ.

ຂ້າ​ພະ​ເຈົ້າ​ມີ​ຄວາມ​ຫວັງ​ຢ່າງ​ຍິ່ງວ່າ ປະ​ຊາ​ຊົນ​ຫ​ວຽດ​ນາມ ຈະ​ໜູນ​ຊ່ວຍ, ສະ​ໜັບ​ສະ​ໜູນຂ້າ​ພະ​ເຈົ້າໃນ​ການ​ປະ​ຕິ​ບັດ​ຄວາມ​ຝັນ​ສຸດ​ທ້າຍນີ້. ນັ້ນ​ແມ່ນ​ຊ່ວຍ​ໃຫ້​ຜູ້​ປະ​ສົບ​ເຄ​າ​ະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ ໄດ້ມີ​ການ​ດຳ​ລົງ​ຊີ​ວິດ​ທີ່​ເປັນ​ປົກ​ກະ​ຕິ ແລະ ໄດ້​ເຮັດ​ວຽກ, ​ໄດ້ຮັບ​ການ​ບຳ​ລຸງ​ສ້າງ​ວິ​ຊາ​ຊີບ ເພື່ອ​ສາ​ມາດ​ດຳ​ລົງ​ຊີ​ວິ​ດ​ດ້ວຍ​ກຳ​ລັງ​ແຮງ​ຂອງ​ຕົນ.

ວັນ​ທີ 10 ສິງ​ຫາ ແມ່ນ​ວັນ​ສະ​ເຫຼີມ​ສະຫຼອງ 60 ປີ​ແຫ່ງ​ໄພ​ພິ​ບັດ​ທາດ​ພິດ​ສີ​ສົ້ມ ຢູ່ ຫວຽດ​ນາມ. ທ່າ​ນ​ນາງ​ມີສານ​ຫຍັງ​ຢາກ​ສົ່ງ​ໄປ​ຍັງຫາ​ງ​ສຽງ​ສາ​ກົນ ກໍ່​ຄື ຫວຽດ​ນາມ?

ທຸກ​ປີ​ໃນ​ວັນ​ທີ 10 ສິງ​ຫາ ຈ​ະ​ມີ​ບັນ​ດາ​ການ​ແຫ່​ຂະ​ບວນ​ປະ​ທ້ວງ, ຈັດ​ຕັ້ງ​ການ​ມິດ​ຕິງ​ສະ​ເຫຼີມ​ສະຫຼອງ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19 ດັ່ງ​ນັ້ນ​ທຸກ​ການ​ເຄື່ອນ​ໄຫວ​ຖືກ​ຍົກ​ເລີກ. ຢູ່​ຝ​ລັ່ງ ກໍ່​ພວມ​ມີ​ບັນ​ດາ​ຈົດ​ໝາຍ​ສົ່ງ​ໄປ​ຍັງ ຫວຽດ​ນາມ ເພື່ອ​ລະ​ດົມ​ກຳ​ລັງ​ໃຈ​ບັນ​ດາ​ຜູ້​ປະ​ສົບ​ເຄ​າ​ະ​ຮ້າຍ​ຈາກ​ທິດ​ພິດ​ສີ​ສົ້ມ ແລະ ເວົ້າ​ເຖິງ​ການ​ສະ​ໜັບ​ສະ​ໜູນ​ຂອງ ຊາວ​ຝ​ລັ່ງ.

ຂ້າ​ພະ​ເຈົ້າ​ຄິດ​ວ່າ ເຖິງວ່າ​ບົດ​ສະຫຼຸບ​ສຸດ​ທ້າຍ​ຂອງ​ສານ​ຝ​ລັ່ງ​ຄື​ແນວ​ໃດ​ກໍ່​ຕາມ ແຕ່​ເລື່ອງ​ໃຫ້​ທົ່ວ​ໂລກ​ຮູ້​ຈັກ​ເຖິງ​ໄພ​ພິ​ບັດ​ທາດ​ພິດ​ສີ​ສົ້ມ, ການ​ກ່າວ​ປະ​ນາມ​ສົງ​ຄາມ​ເຄ​ມີ ແລະ ການ​ກະ​ທຳ​ເພື່ອ​ນຳ​ຍຸ​ຕິ​ກຳ​ໄປ​​ສູ່​ບັນ​ດາ​ຜູ້​ປະ​ສົບ​ເຄ​າ​ະ​ຮ້າຍ​ຈາກ​ທິດ​ພິດ​ສີ​ສົ້ມ, ນຳຊີ​ວິດ​ການ​ເປັນ​ຢູ່​​ທີ່ເປັນ​ປົກ​ກະ​ຕິ, ດີ​ງາມ​ກ່​ວາ​ເກົ່າ​ມາ​ໃຫ້​ບັນ​ດາ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ ແມ່ນ​ສຳ​ຄັນ​ທີ່​ສຸດ. ຂໍ​ຂອບ​ໃຈ​ທຸ​ກ​ຄົນ.ຈົ່ງມາ​ນະ​ກ້າ​ແກ່ນ​ກ້າວ​ເດີນໄປ​ພ້ອມ​ກັບ​ຄວາມ​ຍຸ​ຕິ​ທຳ.

ຂໍ​ຂອ​ບ​ໃຈ​ທ່ານ​ນາງ.

ທຸກ​ວັນຂ້າ​ພະ​ເຈົ້າ​ລ​້ວນ​ແຕ່​ອັບ​ເດດ​ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ, ພິ​ເສດ​ແມ່ນ​ຢູ່​ນະ​ຄອນ​ໂຮ່​ຈີ​ມິນ. ນີ້​ແມ່ນ​ນະ​ຄອນ​ທີ່​ມີ​ພີ່​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ​ດຳ​ລົງ​ຊີ​ວິດຢູ່. ໃນ​ຈຸດ​ເວ​ລາ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກນີ້, ຂ້າ​ພະ​ເຈົ້າ​ຂໍ​ແບ່ງ​ປັນ​ບັນ​ດາ​ຄວາມ​ເຈັບ​ປວດ​ກັ​ບ​ປະ​ຊ​າ​ຊົນ​ທີ່​ຖືກ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19. ຂ້າ​ພະ​ເຈົ້າ​​ຂໍສະ​ແດງ​ຄວາມ​ເຄົາ​ລົບ ແລະ ນັບ​ຖື​ຕໍ່​ບັນ​ດາ​ສ່ວນ​ບຸກ​ຄົນ ​ທີ່ໄດ້ ແລະ ພວມ​ເຮັດ​ວຽກ​ດ້ວຍ​ຄວາມມາ​ນະ​ພະ​ຍາ​ຍາມ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ ເພື່ອ​ຮັບ​ປະ​ກັນ​ຄວາມ​ສະ​ຫງົບ​ສຸກ, ຄວາມ​ປອດ​ໄພ​ໃຫ້​ແກ່​ປະ​ຊາ​ຊົນ ຫວຽດ​ນາມ.

ຂ້າ​ພະ​ເຈົ້າ​ຫວັງ​ວ່າ ຫວຽດ​ນາມ ຈະ​ຜ່ານ​ຜ່າ​ໂລກ​ລະ​ບາດ​ໂຄວິດ - 19 ໄປ​ໄດ້!

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.