ACCL ຢາກ​ເປີ​ດ​ກ້​ວາງ​ຂອບ​ຂະ​ໜາດ​ການ​ໜູນ​ຊ່ວຍ​ໃຫ້​ແກ່​ບັນ​ດາ​ເດັກ​ທີ່​ເປັນ​ພະ​ຍາດ​ມະ​ເຮັງ ຢູ່ ຫວຽດ​ນາມ

18:17 | 21/08/2021

ຍ​ສ​ໝ - ທ່ານ​ນາງ Kazuyo Watanabe ຜູ້​ສ້າງ​ຕັ້ງ​ທັງ​ເປັນ​ປະ​ທານ​ສ​ະ​ຫະ​ພັນ​ດູ​ແລ​ເດັກ​ນ້ອຍ ອາ​ຊີ (ACCL) ມີ​ຄວາມ​ຫວັງ​ຢາກ​ໜູ​ນ​ຊ່ວຍ​ໃຫ້​ແກ່​ບັນ​ດາ​​ເດັກ​ທີ່​ເປັນ​ພະ​ຍາດ​ມະ​ເຮັງ ບໍ່ພຽງ​ແຕ່​ຢູ່​ພາກ​ກາງເທົ່າ​ນັ້ນ ຫາກ​ຍັງ​ຢູ່​ບັນ​ດາ​ເຂດພາກ​​ຕ່າງໆ​ຂອງ ຫວຽດ​ນາມ ອີກ​ດ້ວຍ.

WeWork ໜູນ​ຊ່ວຍ​ການ​ເພີ່ມ​ຄວາມ​ໄວ​ໃນ​ການ Startup ຢູ່ ຫວຽດ​ນາມ WeWork ໜູນ​ຊ່ວຍ​ການ​ເພີ່ມ​ຄວາມ​ໄວ​ໃນ​ການ Startup ຢູ່ ຫວຽດ​ນາມ
CEO ອາເມ​ລິ​ກາ​ຮຽກ​ຮ້ອງ​ໃຫ້ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Joe Biden ເພີ່ມ​ການ​ໜູນ​ຊ່ວຍ​ວັກ​ຊິນ​ກັນ​ໂຄວິດ - 19 ໃຫ້​ແກ່ ຫວຽດ​ນາມ CEO ອາເມ​ລິ​ກາ​ຮຽກ​ຮ້ອງ​ໃຫ້ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Joe Biden ເພີ່ມ​ການ​ໜູນ​ຊ່ວຍ​ວັກ​ຊິນ​ກັນ​ໂຄວິດ - 19 ໃຫ້​ແກ່ ຫວຽດ​ນາມ
ACCL ຢາກ​ເປີ​ດ​ກ້​ວາງ​ຂອບ​ຂະ​ໜາດ​ການ​ໜູນ​ຊ່ວຍ​ໃຫ້​ແກ່​ບັນ​ດາ​ເດັກ​ທີ່​ເປັນ​ພະ​ຍາດ​ມະ​ເຮັງ ຢູ່ ຫວຽດ​ນາມ
​ທ່ານ​ນາງ Kazuyo Watanabe, ຜູ້​ສ້າງ​ຕັ້ງ​ທັງ​ເປັນ​ປະ​ທານ ACCL ແລະ ທ່ານ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ ຫວູ​ຮົ່ງ​ນາມ (ພາບ: vietnamplus.vn)

ວັນ​ທີ 18 ສິງ​ຫ​າ​, ທ່ານ​ເອ​ກອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ຍີ່​ປຸ່ນ ຫວູ​ຮົ່ງ​ນາມ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ນາງ Kazuyo Watanabe, ຜູ້​ສ້າງ​ຕັ້ງ​ທັງ​ເປັນ​ປະ​ທານ ACCL.

ກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອນ​ຮັບ, ທ່ານ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ ຫວູ​ຮົ່ງ​ນາມ ໄດ້​ຕີ​ລາ​ຄາ​ສູງການ​ສະ​ໜັບ​ສະ​ໜູນອັນ​ລ້ຳ​ຄ່າ​ຂອງ ທ່ານ​ນາງ Watanabe ເວົ້າ​ສະ​ເພາະ ແລະ ACCL ເວົ້າ​ລວມ ໃຫ້​ແກ່​ບັນ​ດາ​ເດັກ​ທີ່​ເປັນ​ພະ​ຍາດ​ມະ​ເຮັງ ຢູ່ ຫວຽດ​ນາມ ໃນ 16 ປີ​ຜ່ານ​ມາ (ມີ​ຄົນ​ເຈັບ​ເດັກ​ປະ​ມານ 600 ຄົນ), ພ້ອມ​ທັງ​ຢັ້ງ​ຢືນ​ວ່າ ພ້ອມ​ແລ້ວ​ທີ່​ຈະ​ໜູນ​ຊ່ວຍ​ໃຫ້​ແກ່​ບັນ​ດາ​ການ​ເຄື່ອນ​ໄຫວ​ທຳ​ການ​ກຸ​ສົນຂອງ​ອົງ​ການນີ້​ຢູ່ ຫວຽດ​ນາມ.

ທ່ານ​ນາງ Watanabe ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ ເມື່ອມີເດັກ​ທີ່​ເປັນ​ພະ​ຍາດ​ມະ​ເຮັງຫຼາຍ​ຄົນ​ຢູ່ ຫວຽດ​ນາມ ໄດ້​ຮັບ​ການ​ໜູນ​ຊ່ວຍ​​ຟື້ນ​ຟູ ແລະ ພວມ​ເຕີບ​ໃຫຍ່, ພ້ອມ​ທັງ​ມີ​ຄວາມ​ຫວັງ​ວ່າ ໃນ​ໄລ​ຍະ​ຈະ​ມາ​ເຖິງ​ຈະ​ໜູນ​ຊ່ວຍ​ໃຫ້​ແກ່​ບັນ​ດາ​ເດັກ​ທີ່​ເປັນ​ພະ​ຍາດ​ມະ​ເຮັງ ບໍ່ພຽງ​ແຕ່​ຢູ່​ພາກ​ກາງ ເທົ່າ​ນັ້ນ ຫາກ​ຍັງ​ຢູ່​ບັນ​ດາ​ເຂດ​ພາກຕ່າງໆ​ຂອງ ຫວຽດ​ນາມ ອີກ​ດ້ວຍ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.