ກວາງ​ຈິ: ປະ​ກາດ​ບັນ​ດາ​ໂຄງ​ການ​ໜູນ​ຊ່ວຍ​ຄົນ​ພິການ​ ໂດຍ USAID ໜູນ​ຊ່ວຍ

17:14 | 05/09/2021

ຍ​ສ​ໝ - ຕອນ​ເຊົ້າ​ວັນ​ທີ 1 ກັນ​ຍາ, ອົງ​ການ​ພັດ​ທະ​ນາ​ສາ​ກົນ ອາ​ເມ​ລິ​ກາ (USAID) ສົມ​ທົບ​ກັບ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ ແຂວງ ກ໋​ວາງ​ຈິ ແລະ ສູນ​ການກະ​ທຳ​ແຫ່ງ​ຊາດ ແກ​້​ໄຂ​ຜົນ​ຮ້າຍທີ່​ຕາ​ມ​ມາ​ຈາກ​ທາດ​ພິດ​ເຄ​ມີ ແລະ ສິ່ງ​ແວດ​ລ້ອມ (NACCET -ກະ​ຊວງ​ປ້ອງ​ກັນ​ປະ​ເທດ) ຈັດ​ຕັ້ງ​ພິ​ທີ​ປະ​ກາດ​ທາງ​ໄກ ບັນ​ດາ​ໂຄງ​ການ​ໜູນ​ຊ່ວຍຄົນ​ພິ​ການ ໂດຍ USAID ໜູນ​ຊ່ວຍ​ຢູ່ ກ໋​ວາງ​ຈິ.

USAID ໜູນຊ່ວຍ​ເງິນ​ເກືອບ 10 ລ້ານ USD ເພື່ອຊ່ວຍ ຫວຽດ​ນາມ ຮັບ​ມື​ກັບ​ໂລກ​ລະ​ບາດ ແລະ ຫຼຸດ​ຜ່ອນ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດໂຄວິດ - 19 USAID ໜູນຊ່ວຍ​ເງິນ​ເກືອບ 10 ລ້ານ USD ເພື່ອຊ່ວຍ ຫວຽດ​ນາມ ຮັບ​ມື​ກັບ​ໂລກ​ລະ​ບາດ ແລະ ຫຼຸດ​ຜ່ອນ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດໂຄວິດ - 19
ພິທີເປີດຕົວໂຄງການພັດທະນາ ລະບົບສາທາລະນະສຸກທີ່ສະໜັບສະໜູນໂດຍ USAID ພິທີເປີດຕົວໂຄງການພັດທະນາ ລະບົບສາທາລະນະສຸກທີ່ສະໜັບສະໜູນໂດຍ USAID
ກວາງ​ຈິ: ປະ​ກາດ​ບັນ​ດາ​ໂຄງ​ການ​ໜູນ​ຊ່ວຍ​ຄົນ​ພິການ​ ໂດຍ USAID ໜູນ​ຊ່ວຍ
ພິ​ທີ ປະ​ກາດ​ບັນ​ດາ​ໂຄງ​ການ​ໜູນ​ຊ່ວຍ​ຄົນ​ພິການ​ ໂດຍ USAID ໜູນ​ຊ່ວຍ (ພາບ: quangtri.gov.vn)

ບັນ​ດາ​ໂຄງ​ການ ລວມ​ມີ “ໜູນ​ຊ່ວຍ​ປັບ​ປຸງ​ຄຸນ​ນະ​ພາບ​ການ​ດຳ​ລົງ​ຊີ​ວິດຂອງ​ຄົນ​ພິ​ການ ຢູ່​ບັນ​ດາ​ແຂວງທີ່​ຖືກ​ຫວ່ານ​ທາດ​ທິດ​ສີ​ສົ້ມ (ໂຄງ​ການ ເຊື່ອມ​ຕົວ​ I) ໂດຍ​ສູນ​ຂໍ້​ລິ​ເລີ່ມ​ສຸ​ຂະ​ພາບ ແລະ ປະ​ຊາ​ກອນ (CCIHP) ປະ​ຕິ​ບັດ ແລະ ອົງ​ການ​ປະ​ຕິ​ບັດ​ຝ່າຍ ຫວຽດ​ນາມ ແມ່ນ NACCET

ໂຄງ​ການ​ເຊື່ອມ​ຕົວ I ມີ​ມູນ​ຄ່າ​ກ່​ວາ 6,9 ລ້ານ USD ແລະ ໂຄງ​ການໜູນ​ຊ່ວຍ​ປັບ​ປຸງ​ຄຸນ​ນະ​ພາບ​ການ​ດຳ​ລົງ​ຊີ​ວິດຂອງ​ຄົນ​ພິ​ການ (RVCO-II) ມີ​ມູນ​ຄ່າ​ປະ​ມານ 2 ລ້ານ USD ເພື່ອ​ແນ​ໃສ່​ໜູນ​ຊ່ວຍ​ໃຫ້​ແກ່​ຄົນ​ພິ​ການ, ໂດຍບໍ່​ຈຳ​ແນກ​ສາຍ​ເຫດ​ທີ່​ພິການ. ນີ້​ແມ່ນ​ບັນ​ດາ​ໂຄງ​ການ​ໜູນ​ຊ່ວຍ​ຈາກ​ປະ​ຊາ​ຊົນ ອາ​ເມ​ລິ​ກາ ໃນ​ຂອບ​ເຂດ​ສັນ​ຍາ​ການ​ຮ່ວມ​ມື​ເສດ​ຖະ​ກິດ ເຕັກ​ນິກ​ສອງ​ຝ່າຍ ລະ​ຫວ່າງ ລັດ​ຖະ​ບານ​ສອງ​ປະ​ເທດ ທີ່​ໄດ້​ລົງ​ນາມ​ໃນ​ປີ 2005.

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ນາງ Ann Marie Yastishock - ຜູ້​ອຳ​ນວຍ​ການ USAID ໄດ້​ຕີ​ລາ​ຄາ​ສູງ ການ​ຊີ້​ນຳ ແລະ ການ​ຮ່ວມ​ມືຢ່າງ​ມີ​ປະ​ສິດ​ທິ​ຜົນຂອງ​ແຂວງກວາງ​ຈິ ໃນ​ບັນ​ດາ​ໂຄງ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ, ເນັ້ນ​ໜັກ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ການ​ພົວ​ພັນ​ຮ່ວມ​ມ​ື​ລະ​ຫວ່າງ USAID ແລະ NACCET ໃນ​ໂຄງ​ການ​ໜູນ​ຊ່ວຍ​ປັບ​ປຸງ​ຄຸນ​ນະ​ພາບ​ໃນ​ການ​ດຳ​ລົງ​ຊີ​ວິດຂອງ​ຄົນ​ພິ​ການ​ຢູ່​ບັນ​ດາ​ແຂວງທີ່​ຖືກ​ຫວ່ານ​ທາດ​ພິດ​ສີ​ສົ້ມ, ໃນ​ນັ້​ນ​ມີ​ໂຄງ​ການ ເຊື່ອມ​ຕົວ I.

ຕາມທ່ານ​ນາງ Ann Marie Yastishock ແລ້ວ, ນີ້​ແມ່ນ​ໂຄງ​ການທີ່​ສະ​ແດງ​ໃຫ້​ເຫັນ​ຄວາມ​ມາ​ນະ​ພ​ະ​ຍາ​ຍາມ​ຂອ​ງ​ໂຄງ​ການ USAID ຢູ່ ຫວຽດ​ນາມ ໃນ​ການ​ແນະ​ນຳ​ບັນ​ດາ​ອົງ​ການ​ທ້ອງ​ຖິ່ນ ຮັບ​ປະ​ກັນບົດ​ບາດ​ຄຸ້​ມ​ຄອງໂຄງ​ການ.

ການ​ເຄື່ອ​ນ​ໄຫວນີ້ ຈະ​ຊ່ວຍ​ຍົກ​ສູງກຳ​ລັງ​ຄວາມ​ສາ​ມາດ​ຂອງ​ບັນ​ດາ​ອົງ​ການ​ທ້ອງ​ຖິ່ນ, ຍູູ້​ແຮງ​ການ​ການ​ປະ​ຕິ​ບັດ​ເປົ້າ​ໝາຍ ຂອງ USAID ໃນ​ການ​ຮ່ວມ​ມື​ກັບລັດ​ຖະ​ບານປະ​ເທດ​ປະ​ຈຳ​ຖິ່ນ ແລະ ບັນ​ດາ​ຄູ່​ຮ່ວມ​ມື​ທ້ອງ​ຖິ່ນ ເພື່ອ​ແນ​ໃສ່​ບັນ​ລຸ​ໄດ້​ບັນ​ດາ​ໝາກ​ຜົນ​ທີ່​ຍືນ​ຍົງ ຜ່ານ​ການ​ເພີ່ມ​ທະ​ວີ​ກຳ​ລັງ​ຄວາມ​ສາ​ມາດ ແລະ ລະ​ດົ​ມ​ບັນ​ດາ​ແຫຼ່ງ​ກຳ​ລັງ​ທ້ອງ​ຖິ່ນ.

ທ່ານ​ນາງ Ann Marie Yastishock ໃຫ້​ຮູ້​ວ່າ ດ້ວຍ​ໂຄງ​ການ RVCO-II ບັນ​ດາ​ຝ່າຍ​ຈະ​ສືບ​ຕ​ໍ່​ສ້າງ​ອອກ​ບັນ​ດ​າ​ການ​ປ່ຽນ​ແປງ​ຢ່າງ​ຕັ້ງ​ໜ້າ​ກ່ຽວ​ກັບ​ຄວາມ​ຮັບ​ຮູ້ ແລະ ທ່າ​ທີສຳ​ລັບ​ຄົນ​ພິ​ການ, ເພີ່ມ​ທະ​ວ​ີ​ກຳ​ລັງ​ຄວາມ​ສາ​ມາດ​ໃຫ້​ແກ່​ບັນ​ດາ​ອົງ​ການ, ປັບ​ປຸງ​ນະ​ໂຍ​ບາຍ​ເພື່ອ​ລົບ​ລ້າງ​ຮົ້ວ​ກີດ​ຂວາງໃຫ້​ແກ່​ການ​ເຊື່ອມ​ຕົວ​ຂອງ​ຄົນ​ພິ​ການ.

ຕາມ​ຂໍ້​ມູນ​ຈາກ USAID ແລ້ວ, ອາ​ເມ​ລິ​ກາ ໄດ້, ພວມ ແລະ ຈະ​ຜັນ​ຂະ​ຫຍາຍ​ບັ​ນ​ດາ​ໂຄງ​ການ​ດ້ວຍຫຼາຍ​ຮູບ​ແບບ​ຢູ່​ບັນ​ດາ​ທ້ອງ​ຖິ່ນ ເພື່ອ​ແກ້​ໄຂ​ຜົນ​ຮ້າຍ​​ຈາກ​ສົງ​ຄາມ, ປັບ​ປຸງ​ຄຸນ​ນະ​ພາບໃນ​ການ​ດຳ​ລົງ​ຊີ​ວິດ​ຢູ່​ບັນ​ດາ​ປະ​ຊາ​ຄົມ​ທີ່​ຖືກ​ຜົນ​ກະ​ທົບ​ຈາກ​ການ​ຫວ່ານ​ທາດ​ພິດ​ສີ​ສົ້ມໃນ​ສົງ​ຄາມ.

ແຂວງ​ກ໋ວາງ​ຈິ ແມ່ນໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ສຳ​ຄັນ​ຂອງ ອາ​ເມ​ລິ​ກາ ໃນ​ບັນ​ດາ​ໂຄງ​ການ​ຮ່ວມ​ມື​ພັດ​ທະ​ນາ​ກັບ ຫວຽດ​ນາມ, ລວມ​ມີ​ບັນ​ດາ​ໂຄງ​ການເກັບກູ້ ແລະ ​ທຳ​ລາຍ​ລູກ​ລະ​ເບີດທີ່​ຍັງ​ບໍ່​ທັນ​ແຕກ, ໜູນ​ຊ່ວຍ​ຄົນ​ພິ​ການ ແລະ ການ​ໜູນ​ຊ່ວ​ຍ​ດ້ານ​ມະ​ນຸດ​ສະ​ມຳ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.