Gensuikyo ຮຽກຮ້ອງໃຫ້ການຊ່ວຍເຫຼືອ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຫວຽດນາມ

21:34 | 11/08/2021

ຍສໝ - ສະພາຍີ່ປຸ່ນຕ້ານລູກລະເບີດ A&H (Gensuikyo) ຮຽກຮ້ອງການໜູນຊ່ວຍ ສຳຫຼັບຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຫວຽດນາມ ແລະ ເພີ່ມທະວີຄວາມສາມັກຄີລະຫວ່າງສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຫວຽດນາມ (VAVA) ແລະ Gensuikyo …

ປະທານປະເທດຫວຽດນາມ ສົ່ງຈົດໝາຍຢ້ືຢາມຖາມຂ່າວຜູ້ຖືກເຄາະຮ້າຍຈາກທາດພິດສີສົ້ມ/ດິໂອຊີນ ປະທານປະເທດຫວຽດນາມ ສົ່ງຈົດໝາຍຢ້ືຢາມຖາມຂ່າວຜູ້ຖືກເຄາະຮ້າຍຈາກທາດພິດສີສົ້ມ/ດິໂອຊີນ
ການໂທດກຳສົງຄາມທີ່ເຮັດຜິດກັບທຳມະຄະຕິຄື ທາດພິດສີສົ້ມ ຈະບໍ່ໄດ້ປິດບັງໄວ້ ການໂທດກຳສົງຄາມທີ່ເຮັດຜິດກັບທຳມະຄະຕິຄື ທາດພິດສີສົ້ມ ຈະບໍ່ໄດ້ປິດບັງໄວ້

ໃນວັນທີ 4 ສິງຫາ, VAVA ແລະ Gensuikyo ໄດ້ຈັດກອງປະຊຸມອອນໄລ ດ້ວຍຫົວຂໍ້ “ເປັນຫຍັງພວກເຮົາຕ້ອງປະສານສົມທົບ ເພື່ອໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຢູ່ຫວຽດນາມ ແລະ ຕໍ່ສູ້ເພື່ອທຳລາຍອາວຸດນິວເຄຼຍ ແລະ ອາວຸດລ້າງຜານອື່ນໆ", ເຊິ່ງໄດ້ດຶງດູດການເຂົ້າຮ່ວມຂອງຜູ້ແທນ 165 ຄົນຈາກຍີ່ປຸ່ນ ແລະ ຫວຽດນາມ. ຢູ່ທີ່ກອງປະຊຸມ, Gensuikyo ໄດ້ຮຽກຮ້ອງໃຫ້ສະໜັບສະໜູນ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຫວຽດນາມ ແລະ ເພີ່ມທະວີຄວາມສາມັກຄີລະຫວ່າງ VAVA ແລະ Gensuikyo.

Gensuikyo ຮຽກຮ້ອງໃຫ້ການຊ່ວຍເຫຼືອ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຫວຽດນາມ
Gensuikyo ຮຽກຮ້ອງໃຫ້ການຊ່ວຍເຫຼືອ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຫວຽດນາມ.

ທີ່ກອງປະຊຸມ, ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ 4 ຄົນຢູ່ຫາຍຟອງ, ກວາງບິ່ງ, ຖ໊າຍຫງວຽນ ແລະ ນະຄອນໂຮ່ຈີມິນ ໄດ້ແບ່ງປັນສະພາບການຂອງເຂົາເຈົ້າ. ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ໄດ້ສະແດງຄວາມຫວັງ ແລະ ຢາກໃຫ້ທຸກຄົນ​ພ້ອມ​ກັນ​ຕໍ່ຄ້ານສົງຄາມ, ໂດຍສະເພາະ ແມ່ນສົງຄາມເຄມີ ແລະ ສົງຄາມນິວເຄຼຍໃນທົ່ວໂລກ, ​ເພື່ອພວກເຮົາຈະບໍ່ຕ້ອງເຫັນຄວາມທຸກທໍລະມານ, ການສູນເສຍ, ຄວາມພິການ, ​ການ​ພັດພາກຈາກກັນກັບຍາດພີ່ນ້ອງແບບນີ້ອີກຕໍ່ໄປ, ເພື່ອໃຫ້ຄົນລຸ້ນຕໍ່ໄປໄດ້ຮັບສິດ​ທິມະນຸດທີ່ແທ້ຈິງ, ສິດທີ່ຈະມີຄວາມຜາສຸກ... ຜູ້ປະສົບເຄາະຮ້າຍ ປາດ​ຖະ​ໜາຢາກໄດ້ຮັບຄວາມເອົາໃຈໃສ່ ແລະ ການໜູນຊ່ວຍຫຼາຍຂຶ້ນ ເພື່ອໃຫ້ເຂົາເຈົ້າສາມາດເຊື່ອມໂຍງເຂົ້າກັບ​ການ​ດຳ​ລົງຊີວິດຮ່ວມກັບທຸກຄົນໄດ້.

ປ້າ Tamiko Nishimoto, ຜູ້ທີ່ລອດຕາຍຈາກ​ເຫດຖິ້ມລະເບີດປະລະມານູຢູ່ Hiroshima (​ຫ່າງ​ຈາກເຮື​ອນ​ຂອງ​ລາວ ​ກ່ວາ 2 ກິໂລແມັດ, ຕອນນັ້ນ ລາວມີອາຍຸພຽງແຕ່ 4 ປີ) ແລະ ລຸງ Oonaka Shinichi ທີ່ພໍ່ຂອງລາວ​ເສຍ​ຊີ​ວິດ​ຍ້ອນ​ເຫດລະເບີດປະລະມານູ​ຢູ່ Hiroshima ໄດ້ໂອ້ລົມ, ສະແດງໃຫ້ເຫັນເຖິງຄວາມສາມັກຄີ ແລະ ການໜູນຊ່​ວຍ​ຂອງຜູ້ປະສົບເຄາະຮ້າຍ​​ຈາກລູກລະເບີດປະລະມານູຍີ່ປຸ່ນ (Hibakusha) ​ທີ່​ມີ​ຕໍ່ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຫວຽດນາມ.

ທ່ານ Goro Nakamura, ນັກຂ່າວພາບ, ສາດສະດາຈານ Hajime Suzuki ໄດ້ສະເໜີກ່ຽວກັບວຽກງານທີ່ໄດ້ເຮັດ ແລະ ​ການຄາດ​ຄະ​ເນ​ຂ​ອງເພື່ອນມິດຍີ່ປຸ່ນ ທີ່ຈະໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຫວຽດນາມ.

ກອງປະຊຸມໄດ້ຮັບ​ຟັງ​ຜູ້ຕາງໜ້າສະພາ Gensuikyo ອ່ານຄຳຮຽກຮ້ອງການສະໜັບສະໜູນຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຫວຽດນາມ ແລະ ເພີ່ມທະວີຄວາມສາມັກຄີລະຫວ່າງ VAVA ແລະ Gensuikyo, ລະຫວ່າງປະຊາຊົນຫວຽດນາມ - ຍີ່ປຸ່ນ ແລະ ປະຊາຊົນທົ່ວໂລກ ໃນການຕໍ່ສູ້ຕ້ານສົງຄາມ, ສະກັດກັ້ນການນຳໃຊ້ອາວຸດທຳລາຍ​ລ້າງເພື່ອຮັກສາສັນຕິພາບ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.