ໜູນຊ່ວຍເດັກນ້ອຍທີ່ປະສົບຄວາມຫຍຸ້ງຍາກເນື່ອງຈາກການລະບາດຂອງພະຍາດ COVID-19

16:38 | 12/09/2021

ຍສໝ - ກະຊວງແຮງງານ, ທະຫານເສຍອົງຄະ ແລະສັງຄົມໄດ້ສະເໜີໃຫ້ຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນ ຂຶ້ນກັບສູນກາງຊີ້ນຳບັນດາອົງການທີ່ກ່ຽວຂ້ອງຢູ່ທ້ອງຖິ່ນ ປະຕິບັດຕາມບັນດາຂໍ້ກຳນົດ ແລະມາດຕະຖານກ່ຽວກັບການຮັບປະກັນຄວາມປອດໄພ, ການປ້ອງກັນການຕິດເຊື້ອພະຍາດ COVID-19 ສຳລັບເດັກນ້ອຍຢ່າງເຂັ້ມງວດ.

ສາທາລະນະລັດເຊັກ ໂອນວັກຊີນ​ກັນ COVID -19  500,000 ໂດສ ໃຫ້ແກ່ຫວຽດນາມ ສາທາລະນະລັດເຊັກ ໂອນວັກຊີນ​ກັນ COVID -19 500,000 ໂດສ ໃຫ້ແກ່ຫວຽດນາມ
ປະເທດລາວ ໄດ້ເລີ່ມຕົ້ົ້ນທົດລອງການສັກວັກຊິນ ຕ້ານພະຍາດ COVID – 19 ປະເທດລາວ ໄດ້ເລີ່ມຕົ້ົ້ນທົດລອງການສັກວັກຊິນ ຕ້ານພະຍາດ COVID – 19
ພາບປະກອບ
ພາບປະກອບ

ກະຊວງແຮງງານ, ທະຫານເສຍອົງຄະ ແລະສັງຄົມໄດ້ຕົກລົງໜູນຊ່ວຍເດັກນ້ອຍທີ່ເປັນລູກຂອງແມ່ຍິງທີ່ຕິດເຊື້ອພະຍາດໂຄວິດ -19 ເຊິ່ງເກີດໃນລະຫວ່າງວັນທີ 27 ເມສາ ຫາ 31 ທັນວາ 2021 ຈໍານວນ 1 ລ້ານດົ່ງ/ຄົນ; ໜູນຊ່ວຍ 2 ລ້ານດົ່ງ/ເດັກກຳພ້າພໍ່ແມ່ 1 ຄົນ ແລະ ບັນດາ ເດັກນ້ອຍທີ່ປະສົບຄວາມຫຍຸ້ງຍາກ ກໍາພ້າພໍ່ (ຫຼືແມ່) ເນື່ອງຈາກການລະບາດຂອງພະຍາດ COVID-19 ໃນໄລຍະແຕ່ວັນທີ 27 ເມສາຫາ 31 ທັນວາ 2021.

ແຫຼ່ງທຶນແມ່ນຫັກຈາກກອງທຶນປົກປ້ອງເດັກຫວຽດນາມ. ອີງຕາມກະຊວງແຮງງານ, ທະຫານເສຍອົງຄະ ແລະສັງຄົມ ແລ້ວ, ການລະບາດຂອງພະຍາດໂຄວິດ -19 ຮອບທີ 4 ຢູ່ໃນປະເທດ ຫວຽດນາມ ໄດ້ສົ່ງຜົນກະທົບຮ້າຍແຮງຕໍ່ການພັດທະນາເສດຖະກິດ-ສັງຄົມ ແລະສຸຂະພາບຂອງປະຊາຊົນ, ໃນນັ້ນ ມີເດັກນ້ອຍ ແລະ ແມ່ຍິງຖືພາ.

ອີງຕາມສະຖິຕິຂອງບັນດາທ້ອງຖິ່ນ, ມາຮອດວັນທີ 31 ສິງຫາ 2021, ມີເດັກນ້ອຍ F0 11,822 ຄົນ ແລະເດັກນ້ອຍ F1 27,334 ຄົນ. ການລະບາດດັ່ງກ່າວໄດ້ສົ່ງຜົນກະທົບຮ້າຍແຮງຕໍ່ເດັກນ້ອຍທັງທາງຮ່າງກາຍ ແລະຈິດໃຈ ເພາະວ່າເດັກນ້ອຍຫຼາຍຄົນຕ້ອງຮຽນອອນລາຍເປັນເວລາດົນນານ, ໂພສະນາການຫຼຸດລົງ, ຊ້ຳບໍ່ໜຳ ເດັກນ້ອຍຫຼາຍຄົນຕົກຢູ່ໃນສະພາບທີ່ບໍ່ມີພໍ່ແມ່ ຫຼືພີ່ນ້ອງເບິ່ງແຍງດູແລ ເນື່ອງຈາກພໍ່ແມ່ຕ້ອງໄດ້ໄປຮັບການປິ່ນປົວ, ແຍກປ່ຽວ ຫຼືເສຍຊີວິດຈາກການຕິດເຊື້ອ COVID-19.

ກະຊວງແຮງງານ, ທະຫານເສຍອົງຄະ ແລະສັງຄົມໄດ້ສະເໜີໃຫ້ຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນ ຂຶ້ນກັບສູນກາງຊີ້ນຳບັນດາອົງການທີ່ກ່ຽວຂ້ອງຢູ່ທ້ອງຖິ່ນ ປະຕິບັດຕາມບັນດາຂໍ້ກຳນົດ ແລະມາດຕະຖານກ່ຽວກັບການຮັບປະກັນຄວາມປອດໄພ, ການປ້ອງກັນການຕິດເຊື້ອພະຍາດ COVID-19 ສຳລັບເດັກນ້ອຍຢ່າງເຂັ້ມງວດ; ໃຫ້ບຸລິມະສິດໃນການປິ່ນປົວ ແລະການດູແລເດັກທີ່ຕິດເຊື້ອ COVID-19 ຢູ່ບັນດາຮາກການສາທາລະນະສຸກ; ເອົາໃຈໃສ່ເບິ່ງແຍງສຸຂະພາບດ້ານຈິດໃຈ ແລະຈິດຕະສາດທາງສັງຄົມຂອງເດັກນ້ອຍ; ປະສານສົມທົບກັບກອງທຶນຊ່ວຍເຫຼືອເດັກນ້ອຍຫວຽດນາມເພື່ອຈັດຕັ້ງປະຕິບັດໃຫ້ທັນເວລາ, ເຮັດໃຫ້ຂັ້ນຕອນ ກາຍເປັນງ່າຍດາຍ ແລະສ້າງເງື່ອນໄຂສະດວກສູງສຸດໃຫ້ເດັກນ້ອຍໃນເປົ້າໝາຍດັ່ງກ່າວໄດ້ຮັບບັນດານະໂຍບາຍໜູນຊ່ວຍ.

ໄຊພອນ

ເຫດການ
302 Found

Found

The document has moved here.