ຄົນຕ່າງປະເທດຢູ່ຫວຽດນາມ ຮູ້ສຶກຕະລຶງ ແລະ ຕື້ນຕັນໃຈທີ່ໄດ້ຮັບການໜູນຊ່ວຍ

09:00 | 10/09/2021

ຍສໝ - ຄົນຕ່າງປະເທດຫຼາຍຄົນ ໄດ້ຮູ້ສຶກຕະລຶງເມື່ອເຂົາເຈົ້າໄດ້ຍິນສຽງເຄາະປະຕູ, ເຫັນພວກອ້າຍຕຳຫຼວດ, ທະຫານບ້ານ ມອບເຄື່ອງໃຊ້ທີ່ຈຳເປັນ ຊ່ວຍເຫຼືອ...

ດານັງ ຕັ້ງໂທລະສັບສາຍດ່ວນ ເພື່ອຊ່ວຍເຫຼືອຄົນຕ່າງປະເທດທີ່ປະສົບກັບຄວາມຫຍຸ້ງຍາກ ເນື່ອງຈາກການລະບາດຂອງພະຍາດ COVID-19 ດານັງ ຕັ້ງໂທລະສັບສາຍດ່ວນ ເພື່ອຊ່ວຍເຫຼືອຄົນຕ່າງປະເທດທີ່ປະສົບກັບຄວາມຫຍຸ້ງຍາກ ເນື່ອງຈາກການລະບາດຂອງພະຍາດ COVID-19
ສ້າງຂໍ້ກຳນົດໃໝ່ກ່ຽວກັບອົງການຈັດຕັ້ງ, ສ່ວນບຸກຄົນຕ່າງປະເທດທີ່ເຄື່ອນໄຫວການຄ້າເອເລັກໂຕນິກ ຢູ່ ຫວຽດນາມ ສ້າງຂໍ້ກຳນົດໃໝ່ກ່ຽວກັບອົງການຈັດຕັ້ງ, ສ່ວນບຸກຄົນຕ່າງປະເທດທີ່ເຄື່ອນໄຫວການຄ້າເອເລັກໂຕນິກ ຢູ່ ຫວຽດນາມ

ທ່ານ Pedr Finn (ພົນລະເມືອງອົດສະຕາລີ) ອາໄສຢູ່ນະຄອນດ່ານັງ ໄດ້ສົ່ງຈົດໝາຍຂອບໃຈເຖິງລັດຖະບານ ແລະ ປະຊາຊົນຫວຽດນາມ. ລາວຂຽນວ່າ: “ຂ້າພະເຈົ້າໄດ້ ແລະ ກໍາລັງດໍາລົງຊີວິດ ຄືແຂກທີ່ພິເສດຢູ່ໃນປະເທດທີ່ສຸດຍອດນີ້. ໄດ້ເປັນເວລາຫຼາຍປີແລ້ວ ແຕ່ຂ້າພະເຈົ້າຍັງມີຄວາມຕະລຶງ ກັບຄວາມມ່ວນຊື່ນ, ພູມໃຈ, ຄວາມຮອບຄອບຖີ່ຖ້ວນຂອງປະຊາຊົນຢູ່ທີ່ນີ້.”

ທ້າວ Pedr Finn ກ່າວວ່າ ລາວໄດ້ຮັບໂທລະສັບໂດຍບັງເອີນ ເພື່ອຢື້ຢາມຖາມຂ່າວກ່ຽວກັບຊີວິດປະຈຸບັນຂອງລາວ ຢູ່ໃນເຂດທີ່ຢູ່ອາໄສທີ່ພວມປະຕິບັດການແຍກປ່ຽວທາງການແພດ ເພື່ອປ້ອງກັນ COVID-19 ຈາກຄະນະນໍາຕາແສງ Nai Hien Dong, ຕໍາຫຼວດຕາແສງ, ຫົວໜ້າໜ່ວຍ ແລະ ໄດ້ຮັບຫຼາຍຂອງຂວັນສະໜັບສະໜູນທີ່ແທດຈິງ.

ຄົນຕ່າງປະເທດຢູ່ຫວຽດນາມ ຮູ້ສຶກຕະລຶງ ແລະ ຕື້ນຕັນໃຈທີ່ໄດ້ຮັບການໜູນຊ່ວຍ
ທ່ານ Matthew Keenan ໄດ້ຮັບການໜູນຊ່ວຍ.

“ຫວຽດນາມແມ່ນປະເທດທີ່ມີຄວາມຮອບຄອບຖີ່ຖ້ວນ ແລະ ມີຄວາມຮັກແພງຊ່ວຍເຫຼືອກັນຢ່າງແທ້ຈິງ. ມີຄວາມເອົາໃຈໃສ່ພວກເຮົາເຖິງແມ່ນວ່າໃນເວລາທີ່ທົ່ວປະເທດ ກຳລັງຕໍ່ສູ້ຕ້ານກັບການລະບາດຂອງພະຍາດ ດ້ວຍຊັບພະຍາກອນທັງໝົດກໍ່ຕາມ. ອີກເທື່ອໜຶ່ງ, ຂ້າພະເຈົ້າຂໍຂອບໃຈຢ່າງເລິກເຊິ່ງຕໍ່ກັບປະເທດນີ້ - ແຫ່ງທີ່ຂ້າພະເຈົ້າເອກອ້າງທະນົງໃຈເອີ້ນວ່າເປັນເຮືອນຫຼັງທີສອງຂອງຂ້າພະເຈົ້າ. ນັ້ນແມ່ນຄວາມໂຊກດີຂອງຂ້າພະເຈົ້າ. ຂອບໃຈຫວຽດນາມ!” ທ່ານ Pedr ຂຽນ.

ກໍ່ຢູ່ທີ່ນະຄອນດານັງ, ທ່ານ Matthew Keenan (ສັນຊາດອາເມລິກາ) ແບ່ງປັນວ່າ: “ຮ້ານຄ້າ ແລະ ຮ້ານອາຫານປິດຫຼາຍມື້. ກຳລັງຕຳຫຼວດໄປສົ່ງເຂົ້າ, ອາຫານ ແລະ ໝາກໄມ້ໃຫ້ຄົນຕ່າງປະເທດທີ່ຢູ່ເຮືອນໃນໄລຍະເວລາແຍກຫ່າງສັງຄົມ. ຂອບໃຈກຳລັງຕຳຫຼວດນະຄອນດານັງ ສຳລັບຈິດໃຈເຈດຕະນາດີ. ທຸກຢ່າງລ້ວນແຕ່ປົກກະຕິ".

ປະຈຸບັນນະຄອນດານັງ ມີຄົນຕ່າງປະເທດດໍາລົງຊີວິດ ແລະ ເຮັດວຽກທັງໝົດ 4.851 ຄົນ. ວັນທີ 2 ກັນຍາ, ທ່ານ ຮວິ່ງດຶກເຈື່ອງ - ຫົວໜ້າພະແນກການຕ່າງປະເທດນະຄອນດານັງ ໃຫ້ຮູ້ວ່າ ໃນໄລຍະປະຕິບັດການແຍກຫ່າງກັນທີ່ເຄັ່ງຄັດ, ສາຍດ່ວນຂອງພະແນກ ໄດ້ຮັບປະມານ 180 ສາຍໂທລະສັບ, ອີເມວ ແລະ ຂໍ້ຄວາມສະເໜີຂໍຄວາມຊ່ວຍເຫຼືອຈາກຄົນຕ່າງປະເທດ ທີ່ອາໄສຢູ່ໃນບໍລິເວນ, ສ່ວນໃຫຍ່ແມ່ນສະເໜີຂໍໃຫ້ຊື້ອາຫານ ແລະ ຢຸກຢາ; ຄໍາແນະນໍາກ່ຽວກັບວິທີການກວດວິເຄາະ, ສັກຢາວັກຊີນຕ້ານ COVID-19, ຂັ້ນຕອນການຕໍ່ກຳນົດວີຊາ, ຂັ້ນຕອນເພື່ອກັບຄືນປະເທດ; ລົງທະບຽນສັກຢາປ້ອງກັນພະຍາດລະບາດໃຫ້ທັນເວລາ.

ຄົນຕ່າງປະເທດຢູ່ຫວຽດນາມ ຮູ້ສຶກຕະລຶງ ແລະ ຕື້ນຕັນໃຈທີ່ໄດ້ຮັບການໜູນຊ່ວຍ
ທ່ານນາງ ເຈິນຖິເຝື່ອງ, ຮອງປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບຮ່າໂນ້ຍ ໃຫ້ຂອງຂວັນແກ່ຄົນຕ່າງປະເທດ.

ວັນທີ 3 ກັນຍາ, ຢູ່ຮ່າໂນ້ຍ, ຄະນະກໍາມະການແນວໂຮມແຫ່ງຊາດຫວຽດນາມ ແລະ ສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນ ໄດ້ ມອບເຄື່ອງໃຊ້ຈໍາເປັນ ແລະ ອຸປະກອນການແພດໃຫ້ຄົນຕ່າງປະເທດ 72 ຄົນຢູ່ສອງເມືອງທີ່ປະສົບກັບຫຍຸ້ງຍາກ ໄຕໂຮ່ ແລະ ຮ່ວານກ໋ຽມ ຍ້ອນການລະບາດຂອງພະຍາດໂຄວິດ -19.

ຄົນອັງກິດຄົນໜຶ່ງຕື້ນຕັນໃຈເວົ້າວ່າ: “ຂ້າພະເຈົ້າຮູ້ສຶກຕະລຶງ ແລະ ຕື້ນຕັນໃຈຫຼາຍ. ຂ້າພະເຈົ້າໄດ້ຮັບຂອງຂວັນອັນອົບອຸ່ນ ແລະ ຈາກໃຈຂອງລັດຖະບານຫວຽດນາມ. ຂ້າພະເຈົ້າໄດ້ອາໄສຢູ່ຫວຽດນາມເປັນເວລາສອງປີແລ້ວ. ຂ້າພະເຈົ້າບໍ່ສາມາດກັບບ້ານ ແລະ ໄປຢາມຄອບຄົວຂອງຕົນໄດ້, ແຕ່ຂ້າພະເຈົ້າມີຄວາມໂຊກດີທີ່ໄດ້ເອີ້ນຫວຽດນາມວ່າເປັນບ້ານເກີດແຫ່ງທີສອງຂອງຕົນ ແລະ ທຸກຄົນເປັນຄອບຄົວທີສອງຂອງຂ້າພະເຈົ້າ.”

ທ່ານນາງ ເຈິນຖິເຝື່ອງ, ຮອງປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບຮ່າໂນ້ຍ ໃຫ້ຮູ້ວ່າ: “ສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນ ໄດ້ລະດົມການໜູນຊ່ວຍ; ໃນເວລາດຽວກັນ, ກໍ່ປະສານສົມທົບກັບເມືອງ ແລະ ສະມາຄົມມິດຕະພາບຂັ້ນຮາກຖານ ເພື່ອກວດຄືນ ແລະ ເກັບກຳສະພາບການຂອງຄົນຕ່າງປະເທດທີ່ອາໄສ, ສຶກສາ ແລະ ເຮັດວຽກຢູ່ໃນບໍລິເວນ, ເພື່ອໜູນຊ່ວຍກໍລະນີທີ່ຫຍຸ້ງຍາກ ເນື່ອງຈາກການລະບາດຂອງພະຍາດໂຄວິດ -19.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.