ADB ໃຫ້ການຊ່ວຍເຫຼືອ 60 ລ້ານໂດລາສະຫະລັດ ເພື່ອປັບປຸງພື້ນຖານໂຄງລ່າງໃນເຂດຊົນເຜົ່າສ່ວນໜ້ອຍ ຢູ່ຫວຽດນາມ

16:30 | 30/08/2021

ຍສໝ - ທະນາຄານພັດທະນາອາຊີ (ADB) ຫາກໍ່ອະນຸມັດບ້ວງເງິນກູ້ຢືມ 58 ລ້ານໂດລາສະຫະລັດ ແລະ ເງິນຊ່ວຍເຫຼືອລ້າ 2 ລ້ານໂດລາສະຫະລັດ ຈາກກອງທຶນເຕັກໂນໂລຢີຂັ້ນສູງ ຂອງ ADB ເພື່ອຈັດຕັ້ງປະຕິບັດໂຄງການພື້ນຖານໂຄງລ່າງໃຫ້ເໝາະສົມກັບການປ່ຽນແປງຂອງດິນຟ້າອາກາດ ສຳລັບຊົນເຜົ່າສ່ວນໜ້ອຍ ຢູ່ໃນສອງແຂວງບີ່ງດີ້ງ ແລະ ກ໋ວາງນາມ...

ວົງເງິນການສົ່ງອອກຂອງຫວຽດນາມ ໄປຍັງອັງກິດ ບັນລຸເກືອບ 600 ລ້ານໂດລາສະຫະລັດ ວົງເງິນການສົ່ງອອກຂອງຫວຽດນາມ ໄປຍັງອັງກິດ ບັນລຸເກືອບ 600 ລ້ານໂດລາສະຫະລັດ
ທະນາຄານ ADB ຍູ້ແຮງການຮ່ວມມືກັບນະຄອນ ໂຮ່ຈິ້ມິນ ທະນາຄານ ADB ຍູ້ແຮງການຮ່ວມມືກັບນະຄອນ ໂຮ່ຈິ້ມິນ

ທະນາຄານພັດທະນາອາຊີ (ADB) ຫາກໍ່ອະນຸມັດບ້ວງເງິນກູ້ຢືມ 58 ລ້ານໂດລາສະຫະລັດ ແລະ ເງິນຊ່ວຍເຫຼືອລ້າ 2 ລ້ານໂດລາສະຫະລັດ ຈາກກອງທຶນເຕັກໂນໂລຢີຂັ້ນສູງ ຂອງ ADB ເພື່ອຈັດຕັ້ງປະຕິບັດໂຄງການພື້ນຖານໂຄງລ່າງໃຫ້ເໝາະສົມກັບການປ່ຽນແປງຂອງດິນຟ້າອາກາດ ສຳລັບຊົນເຜົ່າສ່ວນໜ້ອຍ ຢູ່ໃນສອງແຂວງບີ່ງດີ້ງ ແລະ ກ໋ວາງນາມ...

ADB ໃຫ້ການຊ່ວຍເຫຼືອ 60 ລ້ານໂດລາສະຫະລັດ ເພື່ອປັບປຸງພື້ນຖານໂຄງລ່າງໃນເຂດຊົນເຜົ່າສ່ວນໜ້ອຍ ຢູ່ຫວຽດນາມ
ແຂວງບິ່ງດິ້ງປະສົບກັບຜົນກະທົບຫຼາຍຢ່າງ ຈາກໄພພິບັດທາງທຳມະຊາດ ໃນປີ 2020

ໂຄງການດັ່ງກ່າວມີຈຸດປະສົງ ເພື່ອປັບປຸງຊີວິດການເປັນຢູ່ຂອງຊຸມຊົນຊົນເຜົ່າສ່ວນໜ້ອຍ ໃນເຂດຫ່າງໄກສອກຫຼີກ. ໂຄງການດັ່ງກ່າວ ຈະເຊື່ອມຕໍ່ກັບບັນດາສະຖານທີ່ຜະລິດຢູ່ເຂດຊົນນະບົດ, ເຂດຫ່າງໄກສອກຫຼີກກັບບັນດາຕະຫຼາດ ແລະ ຮາກຖານປຸງແຕ່ງພືດໄດ້ດີກວ່າ, ແລະ ເພີ່ມທະວີຄວາມສາມາດໃນການເຂົ້າເຖິງ ຂອງຜູ້ຊົມໃຊ້ຜົນປະໂຫຍດກັບການບໍລິການດ້ານສຸຂະພາບ, ການສຶກສາ ແລະ ຕະຫຼາດ.

ໂຄງການຍັງເປີດກວ້າງຄວາມສາມາດໃນການເຂົ້າເຖິງແຫຼ່ງສະໜອງນໍ້າສະອາດ ແລະ ການຕໍ່ນ້ຳເຂົ້າ ແລະ ລະບາຍອອກ. ຄາດວ່າ ຈະມີປະມານ 243,000 ຄົນ, ໃນນັ້ນມີ 126,300 ຄົນແມ່ນກຸ່ມຊົນເຜົ່າສ່ວນໜ້ອຍ ຈະໄດ້ຊົມໃຊ້ຜົນປະໂຫຍດຈາກໂຄງການນີ້.

ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທີ່ຖືກຜົນສະທ້ອນຫຼາຍທີ່ສຸດຈາກການປ່ຽນແປງຂອງດິນຟ້າອາກາດ. ຄາດວ່າ ໃນແຕ່ລະປີ ຫວຽດນາມສູນເສຍລາຍຮັບສະເລ່ຍ 2.37 ຕື້ໂດລາສະຫະລັດ ຍ້ອນໄພພິບັດທາງທຳມະຊາດ, ໂດຍສະເພາະແມ່ນ ໄພນ້ຳຖ້ວມ, ໃນນັ້ນແຂວງບິ່ງດິ້ງ ແລະ ກວ໋າງນາມແມ່ນໜຶ່ງໃນບັນດາແຂວງທີ່ໄດ້ຮັບຜົນກະທົບໜັກໜ່ວງທີ່ສຸດ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.