ຍສໝ - ຄະນະກຳມະການປະຊາຊົນນະຄອນ ເກີນເທີ ຫາກໍ່ຕົກລົງອະນຸມັດບ້ວງກອງທຶນການຊ່ວຍເຫຼືອທີ່ບໍ່ເປັນໂຄງການ “ຫົວໃຈໃຫ້ເດັກ” ໂດຍການໜູນຊ່ວຍຈາກອົງການ Milal Heart Foundation (MHF).
ຍສໝ - ວັນທີ 29 ພຶດສະພາ, ພະແນກແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ນະຄອນ ເກີນເທີ ໄດ້ສົມທົບກັບຄະນະຊາວໜຸ່ມນະຄອນ ຈັດຕັ້ງພິທີປຸກລະດົມ “ເດືອນກະທຳເພື່ອເດັກນ້ອຍ ປີ 2024”, ໂດຍຫົວຂໍ້ “ການກະທຳທີ່ແທດເໝາະ, ບູລິມະສິດແຫຼ່ງຊັບພະຍາກອນໃຫ້ເດັກນ້ອຍ”.
ຍສໝ - ວັນທີ 28 ພຶດສະພາ, ຢູ່ຕາແສງ ບາເຕີ່ງ (ເມືອງ ເຮື່ອງຮວ໋າ, ແຂວງ ກວາງຈິ) ໄດ້ດຳເນີນກອງປະຊຸມສະຫຼຸບເບື້ອງຕົ້ນ15 ປີແຫ່ງການແຮກສ່ຽວ ກຸ່ມປະຊາຊົນສອງເບື້ອງຊາຍແດນລະຫວ່າງບ້ານລົວ, ຈຸ່ມ (ຕາແສງ ບາເຕີ່ງ, (ເມືອງ ເຮື່ອງຮວ໋າ, ແຂວງ ກວາງຈິ) ກັບບັນດາບ້ານ ອັນລະ, ອາຢົງ, ເຊ (ເມືອງ ສະໝ້ວຍ, ແຂວງ ສາລະວັນ, ລາວ).
ຍສໝ - ນີ້ແມ່ນຄຳເຫັນຂອງ ທ່ານ ຮວ່າງຊວນແອັງ, ປະທານຄະນະກຳມະການປະຊາຊົນ ແຂວງ ກາວບັ່ງ ທີ່ກອງກອງປະຊຸມຮ່ວມກັບຄະນະຜູ້ແທນຄະນະກຳມະການຊາຍແດນແຫ່ງຊາດ ກະຊວງການຕ່າງປະເທດ ຫວຽດນາມ ກ່ຽວກັບການຜັນຂະຫຍາຍດໍາເນີນການທົດລອງເຂດທັດສະນິຍະພາບນ້ຳຕົກຕາດບ້ານຢົກ (ຫວຽດນາມ) - ດຶກທຽນ (ຈີນ) ເມື່ອບໍ່ດົນມານີ້.
ຍສໝ - ຕອນເຊົ້າວັນທີ 23 ພຶດສະພາ, ຄະນະພັກແຂວງ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ ແລະ ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ແຂວງ ກວາງບິ່ງ ໄດ້ຈັດພິທີມອບຮັບ, ໄວ້ອາໄລ ແລະ ເຮັດພິທີທາງສາສະໜາ 16 ອັດຖິນັກຮົບອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດຢູ່ລາວ ໄດ້ກັບຄືນບ້ານເກີດ ແລະ ຝັງທີ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ບ່າຢົກ (ໂບ໋ແຈັກ, ກວາງບິ່ງ).
ຍສໝ - ເພື່ອປະຕິບັດໜ້າທີ່ເບິ່ງແຍງປະຊາຊົນຢູ່ບໍລິເວນຄຸ້ມຄອງ, ໄລຍະຜ່ານມາ, ບັນດາກອງບັນຊາການທະຫານຊາຍແດນ ໄດ້ສົມທົບກັບຜູ້ມີຄວາມເມດຕາ, ອຳນາດການປົກຄອງທ້ອງຖິ່ນຈັດຕັ້ງການກວດພະຍາດ, ແຈກຢາປົວພະຍາດໂດຍບໍ່ເສຍຄ່າ ແລະ ຂອງຂວັນໃຫ້ປະຊາຊົນຢູ່ເຂດຊາຍແດນ. ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍ, ປະກອບສ່ວນພ້ອມກັບຄະນະພັກ ແລະ ອຳນາດການປົກຄອງທ້ອງຖິ່ນໃນຂອບເຂດທີ່ຕັ້ງທັບ ປະຕິບັດບັນດານະໂຍບາຍຮັບປະກັນຊີວິດສັງຄົມໃຫ້ເປັນຢ່າງດີ, ຮັດແໜ້ນການພົວພັນດ້ານການທະຫານ - ພົນລະເຮືອນຢູ່ເຂດດັ່ງກ່າວຕື່ມອີກ.
ຍສໝ - ຄະນະກຳມະການປະຊາຊົນແຂວງ ເທື່ອທຽນເຫວ້ ຫາກໍ່ໄດ້ອອກມະຕິສະບັບເລກທີ 1312/QD-UBND ລົງວັນທີ 21 ພຶດສະພາ 2024 ໂດຍໄດ້ຮັບບ້ວງຊ່ວຍເຫຼືອມູນຄ່າ 630 ລ້ານດົ່ງຈາກໂຄງການ “ໜູນຊ່ວຍເດັກນ້ອຍທີ່ມີສະສະພາບປະສົບກັບຄວາມຫຍຸ້ງຍາກພິເສດ ຢູ່ສູນວຽກງານສັງຄົມ ແລະ ກອງທຶນປົກປ້ອງເດັກ ໄລຍະ 2024-2026” ໂດຍອົງການ Hue Help (ອັງກິດ) ອຸປະຖຳ.
ຍສໝ - ຜູ້ຕາງໜ້າຂອງ ຫວຽດນາມ ຮຽກຮ້ອງບັນດາຝ່າຍທີ່ກ່ຽວຂ້ອງເຖິງການປະທະກັນ ປະຕິບັດຕາມກົດໝາຍສາກົນ ແລະ ກົດໝາຍມະນຸດສະທຳສາກົນຢ່າງເຂັ້ມງວດ, ພິເສດແມ່ນສົນທິສັນຍາ Geneva 4 ສະບັບ ປີ 1949 ແລະ ມະຕິທີ່ກ່ຽວຂ້ອງຂອງສະຫະປະຊາຊາດ.
ຍສໝ - ຄະນະກົງສຸນໃຫຍ່ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ປະຈຳ ນະຄອນ ດານັງ ນຳໂດຍ ກົງສຸນໃຫຍ່ ທ່ານ ສຸພັນ ຫາດາວເຮືອງ ໄດ້ເຂົ້າອວຍພອນ ແລະ ບູຊາໃນບຸນວິສາຂະບູຊາ Vesak 2568 – 2024 ທີ່ວັດ ຕາມບາວ, ຕາແສງ ບິ່ງຮຽນ, ເມືອງ ຫາຍເຈົາ, ນະຄອນ ດານັງ.
ຍສໝ - ວັນບຸນເກັບໝາກໝັ້ນປີ 2024 ໄດ້ຈັດຂຶ້ນຢູ່ຕາແສງ ເມື່ອງຫຼົງ (ເມືອງ ກີເຊີນ, ແຂວງ ເງ້ອານ) ດ້ວຍການເຄື່ອນໄຫວວັດທະນະທຳທີ່ເປັນເອກະລັກສະເພາະຫຼາຍຢ່າງຂອງຊາວເຜົ່າ ມົ້ງ ແລະ ແມ່ນເຫດການ ເພື່ອແຜ່ກະຈາຍສີສັນຂອງເຂດຊາຍແດນ ແລະ ໂຄສະນາ, ແນະນຳເຄື່ອງໝາຍການຄ້າຂອງໝາກໝັ້ນ ຕ່າມຮວາ.
ຍສໝ - ຫວ່າງມໍ່ໆມານີ້, ຢູ່ຫຼັກໝາຍຈຸດຕັດກັນຂອງເສັ້ນຊາຍແດນ 3 ປະເທດ ຫວຽດນາມ - ລາວ - ຈີນ, ສອງປ້ອມປ້ອງກັນຊາຍແດນ A Pa Chai ແລະ ແຊນເທື້ອງ (ກອງບັນຊາການທະຫານປ້ອງກັນຊາຍແດນແຂວງ ດ້ຽນບຽນ, ຫວຽດນາມ) ໄດ້ດຳເນີນກອງປະຊຸມພົບປະກັບ ກົມຕຳຫຼວດເມືອງ ຍອດອູ, ແຂວງ ຜົ້ງສາລີ (ລາວ) ແລະ ກອງຮ້ອຍຄຸ້ມຄອງຊາຍແດນ ຢ່າງແທງ, ແຂວງ ຢູນໜານ (ຈີນ).
ຍສໝ - ໃນລະຫວ່າງວັນທີ 13 – 17 ພຶດສະພາ, ຢູ່ນະຄອນ ບ໋ວນມາທ້ວນ, ໂຮງຮຽນບຳລຸງສ້າງຜູ້ຄຸ້ມຄອງຂໍ້ມູນຂ່າວສານ ແລະ ສື່ສານ (ກະຊວງຖະແຫລງຂ່າວ ແລະ ສື່ສານ) ໄດ້ຈັດຕັ້ງຊຸດຝຶກອົບຮົມຄວາມຮູ້, ຄວາມສາມາດ, ວິຊາສະເພາະຂໍ້ມູນຂ່າວສານໃຫ້ແກ່ບັນດາກຳລັງທີ່ເຂົ້າຮ່ວມການເຄື່ອນໄຫວຂໍ້ມູນຂ່າວສານຕ່າງປະເທດ ຢູ່ເຂດຊາຍແດນ.
ຍສໝ - ຄະນະກຳມະການປະຊາຊົນນະຄອນ ດ່ານັງ ຫາກໍ່ໄດ້ອອກມະຕິສະບັບເລກທີ 959/QD-UBND ລົງວັນທີ 8 ພຶດສະພາ 2024 ວ່າດ້ວຍການອະນຸມັດການຮັບບ້ວງເງິນເກືອບ 1,8 ຕື້ດົ່ງຈາກໂຄງການປັບປຸງຄຸນນະພາບຊີວິດການເປັນຢູ່ໃຫ້ແກ່ເດັກນ້ອຍ ແລະ ຊາວໜຸ່ມອາຍຸຕ່ຳກວ່າ 25 ປີ ທີ່ຮັບຜົນກະທົບຈາກເຊື້ອ HIV/AIDS ຢູ່ນະຄອນ ດ່ານັງ ໂດຍອົງການ Vietnam Health Improvement Projects (VNHIP) ອຸປະຖຳ.
ຍສໝ - ຕອນບ່າຍວັນທີ 10 ພຶດສະພາ, ຢູ່ສຳນັກງານອົງການສະຫະປະຊາຊາດທີ່ນະຄອນເຈນີວາ ປະເທດສະວິດ, ຄະນະເຮັດວຽກກ່ຽວກັບການກົນໄກກວດຄືນກຳນົດເວລາແຜ່ໄປທົ່ວ (UPR) ຮອບທີ 4 ຂອງສະພາສິດທິມະນຸດສະຫະປະຊາຊາດ ໄດ້ຕົກລົງຮັບຮອງເອົາບົດລາຍງານແຫ່ງຊາດ UPR ຂອງຫວຽດນາມ.
ຍສໝ - ວັນທີ 9 ພຶດສະພາ 2024, ຢູ່ທີ່ກອງປະຊຸມຂ່າວປະຈຳກະຊວງການຕ່າງປະເທດ, ໃນການຕອບຄຳຖາມຂອງນັກຂ່າວສະເໜີໃຫ້ຮູ້ວ່າ ກ່ຽວກັບວິຈານຂອງ ຫວຽດນາມ ກ່ຽວກັບບົດລາຍງານສິດເສລີທາງສາສະໜາປີ 2024 ຂອງກຳມາທິການການເສລີທາງສາສະໜາສາກົນ (USCIRF), ທ່ານນາງ ໂຄສົກກະຊວງການຕ່າງປະເທດ ຟ້າມທູຮັ່ງ ເນັ້ນໜັກວ່າ:
ຍສໝ - ຕອນເຊົ້າວັນທີ 9 ພຶດສະພາ, ຢູ່ແຂວງ ກວາງນິງ, ໄດ້ດຳເນີນກອງປະຊຸມເຫັນດີເປັນເອກະສັນ ກ່ຽວກັບແຜນການຈັດຕັ້ງພິທີເປີດດ່ານຊາຍແດນສອງປະເທດຢ່າງເປັນທາງການຄື: ທາງເຂົ້າ ບັກຟອງຊິງ (ຫວຽດນາມ) - ລິຮ່ວາ (ຈີນ) ຢູ່ກມ 0 ແລະ ຂົວດ່ານຊາຍແດນ ຮ່ວາງໂມ - ດົ່ງຈູງ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7 ພຶດສະພາ 1954 – 7 ພຶດສະພາ 2024), ຄະນະກອງທະຫານຊ່າງແສງຫວຽດນາມ ໄດ້ຈັດຕັ້ງພິທີເປີດສະຫຼອງກອງທະຫານອັດສະລິຍະຢູ່ຖານທີ່ໝັ້ນທາງຫຼວງ (ເຂດ Abyei, ອາຟຣິກາ).
ຍສໝ - ເປັນເວລາ 69 ປີ (1955-2024) ແຫ່ງການກໍ່ສ້າງ, ຕໍ່ສູ້, ຍາດໄດ້ໄຊຊະນະ ແລະ ເຕີບໃຫ່ຍ, ບັນດາຮຸ້ນພະນັກງານ, ນັກຮົບກອງທັບເຮືອ ປະຊາຊົນຫວຽດນາມ ໄດ້ສືບທອດກັນເສີມສ້າງ ແລະ ເສີມຂະຫຍາຍມູນເຊື້ອອັນສະຫງ່າງາມຂອງເຫຼົ່າທັບ.
ຍສໝ - ຄະນະກຳມະການປະຊາຊົນແຂວງກວາງບິ່ງ ໄດ້ອອກມະຕິສະບັບເລກທີ 1116/QD-UBND ລົງວັນທີ 3 ພຶດສະພາ 2024 ກ່ຽວກັບການຮັບຮອງເອົາໂຄງການກໍ່ສ້າງຕົວແບບໂຮງຮຽນອະນຸບານ K-ing ຢູ່ຕາແສງຊາຍແດນ ຈ້ອງຮວາ (ເມືອງ ມິງຮວາ) ໂດຍອົງການ Peace Trees ຫວຽດນາມ (PTVN) ອຸປະຖຳ.
ຍສໝ - ສະມັດຊາໃຫຍ່ສະຫະປະຊາຊາດ ຫາກກໍເຫັນດີເປັນເອກະພາບຜ່ານມະຕິເລືອກເອົາປີ 2026 ເປັນປີສາກົນແມ່ຍິງເຮັດວຽກງານກະສິກຳ. ມະຕິດັ່ງກ່າວ ໂດຍກຸ່ມຫຼັກແຫຼ່ງລວມມີ: ອາເມລິກາ, ອາກຊັງຕິນ, ໂກໂລມບີ, ຝຣັ່ງ, ອີຕາລີ, ຍີ່ປຸ່ນ, ມາຣົກ, ເປຣູ, ຟີລິບປິນ ແລະ ຫວຽດນາມ ສະເໜີ ແລະ ໄດ້ມີ 126 ປະເທດອຸປະຖຳຮ່ວມ.
ຍສໝ - ໃນລະຫວ່າງວັນທີ 26 ເມສາ ຫາວັນທີ 2 ພຶດສະພາ, ຄະນະຜູ້ແທນນະຄອນ ໂຮ່ຈີມິນ ໂດຍທ່ານ ວາທີພົນເຮືອເອກ ຝ້າມຢືຊວນ, ຮອງແມ່ທັບເຮືອເປັນຫົວໜ້າຄະນະ, ແລະ ທ່ານ ຫງວຽນເຝືອກໂລກ, ຮອງເລຂາຄະນະພັກນະຄອນ, ຫົວໜ້າຄະນະຜູ້ແທນນະຄອນ ໂຮ່ຈີມິນ ໄດ້ລົງຢ້ຽມຢາມ, ໃຫ້ກຳລັງໃຈ ແລະ ມອບຂອງຂວັນໃຫ້ພະນັກງານ, ນັກຮົບ ແລະ ປະຊາຊົນຢູ່ເກາະຈຳນວນໜຶ່ງຢູ່ ເຈື່ອງຊາ, ແຂວງແຄ໋ງຮ່ວາ ແລະ ເຮືອນຖານ DK1.
ຍສໝ - ມາຮອດເມືອງ ເຈີ່ນວັນເທີຍ, ອູ່ມິງ ແລະ ເຖີຍບິ່ງ ຂອງແຂວງ ກາເມົາ ໃນຊຸມມື້ສຸດທ້າຍຂອງເດືອນ ເມສາ 2024, ຫຢູ່ຫຼາຍຄອງນ້ຳ, ຮ່ອງນ້ຳກໍແຫ້ງແລ້ງ, ນ້ຳບາດານຫຼາຍແຫ່ງ ກໍໝົດກ້ຽງ, ທັນຍາຫານທີ່ຫ່ຽວແຫ້ງ, ປະຊາຊົນຂາດທັງນ້ຳເພື່ອກິນ, ດື່ມ. ອາກາດທີ່ແຫ້ງແລ້ງຢູ່ທີ່ນີ້ ໄດ້ກາຍເປັນຄວາມຮ້ອນເຮັ່ງໃຈກ່ວາ, ແຕ່ເມື່ອໄດ້ຮັບນ້ຳເຢັນທີ່ສົ່ງມາຈາກບັນດາທະຫານກອງທັບເຮືອ ກໍ່ມີຄວາມຊຸ່ມຊື່ນໃຈກວ່າ.
ຍສໝ - ທີ່ການປະຊຸມຂ່າວປະຈຳຂອງກະຊວງການຕ່າງປະເທດໃນຕອນບ່າຍວັນທີ 25 ເມສາ, ທ່ານນ່າງໂຄສົກກະຊວງການຕ່າງປະເທດຫວຽດນາມ ຝ້າມທູຮັ່ງ ເນັ້ນໜັກວ່າ: ຫວຽດນາມ ຮຽກຮ້ອງຈີນເຄົາລົບອະທິປະໄຕຂອງຫວຽດນາມ ສຳລັບໝູ່ເກາະ ຮ່ວາງຊາ ແລະ ອະທິປະໄຕ ແລະ ສິດພິພາກສາ ຢູ່ເຂດທະເລຫວຽດນາມ.
ຍສໝ - ໂດຍຕອບສຳພາດກັບສື່ມວນຊົນ, ທ່ານນາງ Caroline Nyamayamombe, ຫົວໜ້າຜູ້ຕາງໜ້າ UN Women ຫວຽດນາມ ໃຫ້ຮູ້ວ່າ ຫວຽດນາມ ໄດ້ມີຫຼາຍບາດກ້າວໃຫຍ່ໃນຊຸມປີມໍ່ໆມານີ້ ເພື່ອແກ້ໄຂຄວາມບໍ່ສະເໝີພາບລະຫວ່າງຍິງ-ຊາຍ ແລະ ຊຸກຍູ້ສິດທິຂອງແມ່ຍິງໃນຫຼາຍຂົງເຂດຕ່າງໆ, ລວມມີ ກົດໝາຍ, ການເມືອງ, ການສຶກສາ ແລະ ວຽກເຮັດງານທຳ.
ຍສໝ - ປະຈຸບັນຢູ່ ຫວຽດນາມ, ມີຫຼາຍກວ່າ 20% ຂອງເຈົ້າຂອງວິສາຫະກິດຂະໜາດກາງ ແລະ ນ້ອຍ ແມ່ນແມ່ຍິງ; 51% ຂອງວິສາຫະກິດ ຫວຽດນາມ ມີແມ່ຍິງໃນໂຄງປະກອບການເປັນເຈົ້າຂອງ, ເຊິ່ງສູງກວ່າບັນດາປະເທດ. ເຖິງຢ່າງໃດກໍ່ຕາມ, ບັນດາວິສາຫະກິດໂດຍແມ່ຍິງເປັນເຈົ້າຂອງ ສ່ວນຫຼາຍຢູ່ຂັ້ນຕ່ຳທີ່ສຸດຂອງບັນດາລະບົບສະໜອງໃນຫຼາຍຂະແໜງການ ແລະ ປະສົບກັບຄວາມຫຍຸ້ງຍາກໃນການຕອບສະໜອງຄວາມຮຽກຮ້ອງຕ້ອງການຊື້ເຄື່ອງຂອງບັນດາບໍລິສັດໃຫຍ່.
ຍສໝ - ເນື່ອງໃນໂອກາດບຸນເຕັດຂອງຊາວເຜົ່າມົ້ງ, ແຕ່ວັນທີ 24 – 31 ມີນາ, ກະຊວງບັນຊາທະຫານ ແຂວງບິ່ງດິ້ງ ໄດ້ຈັດຕັ້ງການຢ້ຽມຢາມ, ອວຍພອນປີໃໝ່, ມອບຂອງຂວັນ, ກວດພະຍາດ, ສະໜອງຢາປົວພະຍາດໃຫ້ປະຊາຊົນບັນດາກຸ່ມບ້ານກະຈິດ, ເມືອງບາຈຽງ, ແຂວງຈໍາປາສັກ ແລະ ກຸ່ມບ້ານລະຫາວ, ແຂວງອັດຕະປື (ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ).
ຍສໝ - ຫວຽດນາມ ມີພື້ນຖານນິຕິກຳ ແລະ ຫຼັກຖານປະຫວັດສາດຢ່າງຄົບຖ້ວນ ເພື່ອຢັ້ງຢືນອະທິປະໄຕຂອງ ຫວຽດນາມ ສຳລັບ 2 ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ ທີ່ສອດຄ່ອງກັບກົດໝາຍສາກົນ.
ຍສໝ - ວັນທີ 25 ມີນານີ້, ໂຮງໝໍ Cho Ray ໄດ້ປະກາດວ່າ, ມີຊາວຫວຽດນາມ 3 ຄົນຫາກໍ່ບໍລິຈາກເລືອດຫາຍາກ ເພື່ອຊ່ວຍເຫຼືອຄົນເຈັບອາຍຸ 64 ປີສັນຊາດອັງກິດ.
ຍສໝ - ໃນວັນທີ 21 ມີນານີ້, ຢູ່ກົມການຕ່າງປະເທດ, ກະຊວງຕຳຫຼວດ ໄດ້ຈັດການສົນທະນາປຶກສາຫາລື ກ່ຽວກັບກົນໄກການທົບທວນທົ່ວໂລກກ່ຽວກັບສິດທິມະນຸດ (UPR). ການສົນທະນາ ມີການເຂົ້າຮ່ວມຂອງຜູ້ແທນ 80 ກວ່າຫົວໜ່ວຍ, ທ້ອງຖິ່ນໃນກະຊວງຕຳຫຼວດ, ໂດຍທ່ານພົນຈັດຕະວາ ຫງວຽນວັນກີ, ຮອງຫົວໜ້າກົມການຕ່າງປະເທດເປັນປະທານ.
ຍສໝ - ຕອນຄ່ຳວັນທີ 18 ມີນາ, ຢູ່ຕາແສງ ເຊີນຖິວ, ເມືອງພູດອຍ ກວາງເຊີນ (ແທງຮ໋ວາ), ງານບຸນເມື່ອງເຊໄດ້ດຳເນີນໄປດ້ວຍການເຂົ້າຮ່ວມຂອງຊາວເຜົ່າໄທ ແລະ ປະຊາຊົນລາວນັບພັນຄົນຢູ່ເຂດຊາຍແດນຕາເວັນຕົກແທງຮ່ວາ ແລະ ແຂວງຫົວພັນ (ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ).