ໜູນຊ່ວຍວິ​ສາ​ຫະ​ກິດ​ໂດຍແມ່​ຍິງເປັນເຈົ້າຂອງ ​ເຂົ້າ​ຮ່ວມບັນດາລະບົບສະໜອງ

12:31 | 18/04/2024

ຍສໝ - ປະຈຸ​ບັນ​ຢູ່​ ຫວຽດນາມ, ມີຫຼາຍກວ່າ 20% ຂອງ​ເຈົ້າຂອງວິ​ສາ​ຫະ​ກິດຂະໜາດກາງ ແລະ ນ້ອຍ ແມ່ນ​ແມ່ຍິງ; 51% ຂອງ​ວິ​ສາ​ຫະ​ກິດ ຫວຽດ​ນາມ ມີ​ແມ່ຍິງໃນ​ໂຄງ​ປະ​ກອບ​ການ​ເປັນ​ເຈົ້າ​ຂອງ, ເຊິ່ງສູງ​ກວ່າ​ບັນ​ດາ​ປະ​ເທດ. ເຖິງຢ່າງໃດກໍ່ຕາມ, ບັນດາວິ​ສາ​ຫະ​ກິດໂດຍ​ແມ່ຍິງເປັນ​ເຈົ້າ​ຂອງ ສ່ວນຫຼາຍຢູ່ຂັ້ນຕ່ຳທີ່ສຸດຂອງບັນດາລະບົບສະໜອງໃນຫຼາຍຂະແໜງການ ແລະ ປະສົບກັບຄວາມຫຍຸ້ງຍາກໃນການຕອບສະໜອງຄວາມຮຽກຮ້ອງຕ້ອງການຊື້ເຄື່ອງຂອງບັນດາບໍລິສັດໃຫຍ່.

ຫວຽດ​ນາມ - ຣູ​ມາ​ນີ ຍັງ​ມີ​ຊ່ອງ​ຫວ່າງ​ຫຼາຍ​ເພື່ອ​ພັດ​ທະ​ນາ​ການ​ຮ່ວມ​ມື​ລະ​ຫວ່າງ​ວິ​ສາ​ຫະ​ກິດ ຫວຽດ​ນາມ - ຣູ​ມາ​ນີ ຍັງ​ມີ​ຊ່ອງ​ຫວ່າງ​ຫຼາຍ​ເພື່ອ​ພັດ​ທະ​ນາ​ການ​ຮ່ວມ​ມື​ລະ​ຫວ່າງ​ວິ​ສາ​ຫະ​ກິດ
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ແລະ ຮົງ​ກາ​ຣີ ໄດ້​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ວິ​ສາ​ຫະ​ກິດ 2 ປະ​ເທດ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ແລະ ຮົງ​ກາ​ຣີ ໄດ້​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ວິ​ສາ​ຫະ​ກິດ 2 ປະ​ເທດ

ຂໍ້ມູນຂ້າງເທິງນີ້ ໄດ້ຍົກອອກທີ່ເວທີປາໄສວິສາຫະກິດ ເພື່ອແບ່ງປັນ ແລະ ປຶກສາຫາລືກ່ຽວກັບບັນດາວິທີແກ້ໄຂເພື່ອໜູນຊ່ວຍວິສາຫະກິດໂດຍແມ່ຍິງເປັນເຈົ້າຂອງ ໃນການເຂົ້າເຖິງທ້ອງຕະຫຼາດ, ເຂົ້າຮ່ວມບັນດາລະບົບສະໜອງໂດຍຜ່ານການນຳໃຊ້ເຄື່ອງມືພັດທະນາແບບຍືນຍົງ ທີ່ດຳເນີນໃນວັນທີ 17 ເມສາ ຢູ່ ຮ່າໂນ້ຍ.

ໜູນຊ່ວຍວິ​ສາ​ຫະ​ກິດ​ໂດຍແມ່​ຍິງເປັນເຈົ້າຂອງ ​ເຂົ້າ​ຮ່ວມບັນດາລະບົບສະໜອງ

ທ່ານ​ນາງ Caroline T. Nyamayemobe, ຫົວໜ້າຜູ້​ຕາງ​ໜ້າ UN Women ປະ​ຈຳ​ ຫວຽດ​ນາມ ກ່າວ​ຄຳປາໄສ​ທີ່​ເວ​ທີ​ປາ​ໄສ.

ເວທີ​ປາ​ໄສ ​ໄດ້​ຈັດ​ຕັ້ງ​ໂດຍ​ສະພາ​ນັກທຸລະກິດ​ຍິງ ຫວຽດນາມ ຂຶ້ນກັບສະຫະພັນ​ການ​ຄ້າ ​ແລະ ອຸດສາຫະກຳ​ ຫວຽດນາມ (VCCI) ​ແລະ ອົງການ​ສະຫະ​ປະຊາ​ຊາດ​ກ່ຽວກັບຄວາມ​ສະ​ເໝີ​ພາບລະຫວ່າງຍິງ-ຊາຍ ແລະ ມອບສິດໃຫ້ແກ່ແມ່ຍິງ (UN Women). ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ນອນໃນ​ຂອບ​ເຂດ​ຂອງ​​ໂຄງການ “ສ້າງ​ໂອກາດ​ທ້ອງຕະຫຼາດ​ທີ່​ສະ​ເໝີ​ພາບ​ໃຫ້​ແກ່​ແມ່ຍິງ ​ແລະ ວິສາຫະກິດໂດຍແມ່ຍິງເປັນເຈົ້າຂອງ ໂດຍຜ່ານ​ການຊື້ເຄື່ອງທີ່​ມີ​ຄວາມ​ຮັບຜິດຊອບ​ລະຫວ່າງ​ຍິງ-​ຊາຍ” (WE RISE Together) ​ໂດຍ​ລັດຖະບານ​ ອົດສະຕຣາລີ ໜູນຊ່ວຍຜ່ານການ​ພົວພັນຄູ​ຮ່ວມ​ມື ແມ່​ນ້ຳຂອງ - ອົດສະຕຣາລີ.

ບັນດາ​ຜູ້​ແທນ, ຜູ້ຕາງໜ້າ​​ວິ​ສາ​ຫະກິດ ​ໄດ້​ຊີ້​ອອກ​ບັນດາ​ສາຍ​ເຫດ​ຕົ້ນຕໍ​ຂອງ​ສະພາບ​ການ​ທີ່​ກ່າວ​ມາ​ຂ້າງ​ເທິງ​ ລວມມີ: ຂໍ້ຈຳກັດ​ໃນ​ການ​ເຂົ້າ​ເຖິງ​ແຫຼ່ງທຶນ, ທ້ອງຕະຫຼາດ; ຂາດດຸນ​ບັນດາເຄືອ​ຂ່າຍໜູນຊ່ວຍທຸ​ລະ​ກິດ​ສໍາ​ລັບ​ແມ່​ຍິງ​; ໂຄງການບຳລຸງສ້າງ ແລະ ໂອກາດໃຫ້ຄໍາປຶກສາເພື່ອຝຶກຝົນທັກສະໃຫ້ແກ່ນັກທຸລະກິດແມ່ຍິງ ຈໍານວນຫນ້ອຍໜຶ່ງ; ການແບກຫາບທີ່ໜັກໜ່ວງຂອງວຽກງານການດູແລຄອບຄົວ ແລະ ຄວາມຄິດຕາຍຕົວກ່ຽວກັບຄວາມສາມາດໃນການດຳເນີນທຸລະກິດຂອງແມ່ຍິງ ແມ່ນຍັງມີຢູ່.

ກ່າວ​ຄຳ​ປາໄສທີ່​ເວທີ​ປາ​ໄສ, ທ່ານ​ນາງ Caroline T. Nyamayemobe, ຫົວໜ້າຜູ້ຕາງໜ້າ​ UN Women ປະຈຳ ຫວຽດນາມ ​ໃຫ້​ຮູ້​ວ່າ ຫຼັກຖານໄດ້ສະແດງໃຫ້ເຫັນບັນດາປະເທດ​​ມີ​ຄວາມ​ສະ​ເໝີ​ພາບລະຫວ່າງຍິງ-ຊາຍ​ສູງ​ກວ່າ ມີ​ພື້ນຖານ​ເສດຖະກິດ​ເຕີບ​ໂຕ​ໄວ ​ແລະ ​ແກ່ງ​ແຍ້​ງກວ່າອີກ. ການນຳໃຊ້ເຄື່ອງມືພັດທະນາແບບຍືນຍົງ ເຊັ່ນ ນະໂຍບາຍການຊື້ເຄື່ອງທີ່​ມີ​ຄວາມ​ຮັບຜິດຊອບ​ລະຫວ່າງ​ຍິງ-​ຊາຍ ແລະ ບັນດາຫຼັກການທີ່ມອບສິດໃຫ້ແກ່ແມ່ຍິງ (WEPs) ແມ່ນໜຶ່ງໃນທາງເລືອກທີ່ດີ ເພື່ອຈະຊ່ວຍໃຫ້ວິສາຫະກິດສ້າງຄວາມແຕກຕ່າງ ແລະ ພັດທະນາຢ່າງຍືນຍົງ.

​ເວທີ​ປາ​ໄສ​ ​ໄດ້​ອັບເດດ​ຂໍ້​ມູນ​ກ່ຽວ​ກັບ​ເສັ້ນທາງວິສາຫະກິດ ເພື່ອ​ປະຕິບັດ​ບັນດາເປົ້າໝາຍພັດທະນາ​ແບບ​ຍືນ​ຍົງ​ຂອງ ​ຫວຽດນາມ; ວິທີການແກ້ໄຂເພື່ອ​ໜູນຊ່ວຍວິສາຫະກິດຕອບສະໜອງບັນດາມາດຕະຖານກ່ຽວກັບການພັດທະນາ​ແບບ​ຍືນ​ຍົງ​ຂອງຊາດ ແລະ ສາກົນ; ແບ່ງປັນກ່ຽວກັບບັນດານະໂຍບາຍ, ໂຄງການເພີ່ມທະວີຄວາມສາມາດໃນການເຂົ້າເຖິງທ້ອງຕະຫຼາດ, ໜູນຊ່ວຍດ້ານການເງິນ ແລະ ບໍ່ເປັນດ້ານການເງິນສໍາລັບວິສາຫະກິດໂດຍແມ່ຍິງເປັນເຈົ້າຂອງ, ເປັນການນຳ.

​ເນື່ອງ​ໃນ​ໂອກາດ​ນີ້, ວິ​ສາ​ຫະກິດ ຫວຽດນາມ 22 ແຫ່ງ ໄດ້​ເຂົ້າຮ່ວມການລົງ​ນາມ​ສະໜັບສະໜູນ​ຫຼັກການມອບສິດໃຫ້ແກ່​ແມ່ຍິງ (Women’s Empowerment Principles – WEPs), ໄດ້​ສະ​ແດງ​ໃຫ້​ເຫັນ​ຄຳ​ໝັ້ນ​ສັນຍາ​ໃນ​ການ​ຊຸກຍູ້​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ​-ຊາຍຢູ່​ບ່ອນ​ເຮັດ​ວຽກ, ໃນທ້ອງ​ຕະຫຼາດ ​ແລະ ​ໃນ​ຊຸມ​ຊົນ. ຄະນະ​ຈັດ​ຕັ້ງ​ ກໍ່ຍັງ​ໄດ້ປຸກລະດົມ​ລາງວັນ​ການ​ປະຕິບັດ​ຫຼັກການມອບສິດໃຫ້​ແກ່ແມ່ຍິງ 2024 (WEPs Awards 2024), ແມ່ນໜຶ່ງຂໍ້​ລິ​ເລີ່​ມຂອງ​ UN Women ທີ່ໄດ້​ປະຕິບັດ​ນັບ​ແຕ່​ປີ 2020.

ມິງດຶກ

ເບິ່ງເພີ່ມເຕີມໃນ: ສາລະຄະດີ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.