ນ້ຳໃຈທະຫານປະຊາຊົນໃນມື້ທີ່ແດດຮ້ອນ ແຫ້ງແລ້ງ

08:23 | 03/05/2024

ຍສໝ - ມາ​ຮອດ​ເມືອງ ເຈີ່ນວັນເທີຍ, ອູ່ມິງ ແລະ ເຖີຍບິ່ງ ຂອງ​ແຂວງ ກາເມົາ​ ໃນ​ຊຸມ​ມື້​ສຸດ​ທ້າຍ​ຂອງ​ເດືອນ ເມສາ 2024, ຫຢູ່ຫຼາຍຄອງ​ນ້ຳ, ຮ່ອງນ້ຳກໍ​ແຫ້ງ​ແລ້ງ​​, ນ້ຳບາດານຫຼາຍ​ແຫ່ງ ກໍໝົດກ້ຽງ, ທັນຍາຫານທີ່ຫ່ຽວແຫ້ງ, ປະຊາຊົນ​ຂາດ​ທັງນ້ຳເພື່ອກິນ, ດື່ມ. ອາກາດ​ທີ່​ແຫ້ງ​ແລ້ງ​ຢູ່​ທີ່​ນີ້ ​ໄດ້​ກາຍເປັນຄວາມຮ້ອນເຮັ່ງໃຈກ່ວາ, ແຕ່ເມື່ອ​ໄດ້​ຮັບ​ນ້ຳ​ເຢັນ​ທີ່​ສົ່ງ​ມາ​ຈາກບັນດາ​ທະຫານ​ກອງທັບ​ເຮືອ ກໍ່ມີຄວາມຊຸ່ມຊື່ນໃຈກວ່າ.

ເພີ່ມທະວີການຮ່ວມມືລະຫວ່າງປະຊາຊົນແຂວງ ລອງອານ ແລະ ປະຊາຊົນ ກູບາ ເພີ່ມທະວີການຮ່ວມມືລະຫວ່າງປະຊາຊົນແຂວງ ລອງອານ ແລະ ປະຊາຊົນ ກູບາ
​ເພີ່ມ​ທະວີ​ການ​ແລກປ່ຽນ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ສະພາ​ປະຊາຊົນ​ນະຄອນຫຼວງ​ຮ່າ​ໂນ້ຍ ​ແລະ ນະຄອນຫຼວງ​ວຽງ​ຈັນ (ລາວ) ​ເພີ່ມ​ທະວີ​ການ​ແລກປ່ຽນ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ສະພາ​ປະຊາຊົນ​ນະຄອນຫຼວງ​ຮ່າ​ໂນ້ຍ ​ແລະ ນະຄອນຫຼວງ​ວຽງ​ຈັນ l

ຂາດ​ນ້ຳແມ່ນລຳບາກຫຼາຍ​!

ຕາມ​ການ​ບອກ​ເລົ່າ​ຂອງ​ປະຊາຊົນ​ຢູ່​ບ້ານ 6 (​ຕາ​ແສງ ​ແຄງເລີ່ມ ເມືອງ ອູ່ມິງ, ແຂວງ ກາເມົາ) ​ແລ້ວ: ນັບ​ແຕ່​ລະດູແຫ້ງແລ້ງທີ່ໜັກໜ່ວງໃນປີ 2016 ມາ​ຮອດ​ປະຈຸ​ບັນ, ​ເມື່ອຮອດ​ລະດູ​ແລ້ງຂອງແຕ່ລະປີ ແມ່ນປະຊາຊົນ​ຕ້ອງ​ປະສົບ​ກັບ​ບັນຫາ​ຂາດນ້ຳ. ຫຼາຍໆຄົວເຮືອນບໍ່ສາມາດເຈາະເອົານ້ຳໃຕ້ດິນໄດ້, ຫຼືເຖິງວ່າຈະເຈາະໄດ້ ກໍໃຊ້ບໍ່ໄດ້, ເພາະນ້ຳມີສານສົ້ມຫຼາຍ. ນັບທັງບັນດາຄົວເຮືອນທີ່ມີເງື່ອນໄຂສ້າງຖັງ, ຂຸດໜອງເພື່ອເກັບນ້ຳຈືດ, ເອົານ້ຳກັ່ນຕອງສານສົ້ມ ກໍ່ປະສົບກັບບັນຫາໄພແຫ້ງແລ້ງໃນປີນີ້.

ທ່ານ​ນາງ ຮວິ່ງທິ​ແຫຍ້ (ບ້ານ 6, ຕາ​ແສງ ແຄງເລີ່ມ ເມືອງ ອູ່ມິງ, ແຂວງ ກາເມົາ) ເລົ່າວ່າ: “ເດືອນ​ ທັນວາ ​ຜ່ານ​ມາ​ຮອດ​ປະຈຸ​ບັນ, ນ້ຳ​ດື່ມກໍ​ບໍ່​ພຽງພໍ, ຫາກຍັງເວົ້າເຖິງນ້ຳທີ່ໃຊ້​ອາບ​ນ້ຳ, ຊັກເຄື່ອງ, ອະນາໄມ. ບໍ່ມີເຂົ້າ ແມ່ນງ່າຍກວ່າ, ແຕ່ບໍ່ມີນ້ໍາ, ມັນຍາກຫຼາຍ. ໂດຍບໍ່ມີນ້ໍາດື່ມ, ຫຼາຍຄົນຕ້ອງດື່ມນ້ໍາບາດານ. ນ້ຳປະເພດນີ້ ປົນເປື້ອນດ້ວຍເກືອ, ສານສົ້ມ ຈຶ່ງມີລົດຊາດເຄັມ, ສົ້ມ ແລະ ດື່ມຍາກ, ແຕ່ຈຳຕ້ອງດື່ມ ເພາະຫຼາຍຄອບຄົວບໍ່ມີຄວາມສາມາດຊື້ໄດ້”.

ນ້ຳໃຈທະຫານປະຊາຊົນໃນມື້ທີ່ແດດຮ້ອນ ແຫ້ງແລ້ງ

ກຳ​ປັ່ນ 470, ກອງທັບ​ເຮືອ​ເຂດ 5 ​ໄດ້​ສະໜອງ​ນ້ຳ​ໃຫ້​ປະຊາຊົນ​ຢູ່​ຕາ​ແສງ ​ແຄງເລີ່ມ ເມືອງ ອູ່ມິງ. (ພາບ: ວັນດີ້ງ)

ໂດຍ​ຮ່ວມ​ເດີນທາງພ້ອມກັນກັບ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ ​ເພື່ອ​ໜູນ​ຊ່ວຍ​ປະຊາຊົນ​ຜ່ານ​ຜ່າ​ໄພ​ແຫ້ງ​ແລ້ງ, ພະນັກງານ, ນັກຮົບກອງທັບເຮືອເຂດ 5 ໄດ້​ໜູນ​ໃຊ້​ທຸກ​ນາທີ, ທຸກ​ຊົ່ວ​ໂມງ ​ເພື່ອ​ນຳ​ເອົາ​ນ້ຳ​ຈືດ​ມາ​ໃຫ້​ປະຊາຊົນ. ນັບ​ແຕ່​ວັນ​ທີ 17 ​ເມສາ ມາ​ຮອດ​ປະຈຸ​ບັນ, ນ້ຳ​ຈືດນັບ​ຮ້ອຍ​ແມັດ​ກ້ອນ ກໍ​ໄດ້​ຂົນ​ສົ່ງ​ເຂົ້າສູ່ດິນຕໍ່ແຜ່ນ​ເພື່ອ​ສະໜອງ​ໃຫ້​ປະຊາຊົນບັນດາບ້ານ ໂດຍ​ກຳ​ປັ່ນ​ກອງທັບ​ເຮືອ​ເຂດ 5.

ຄວາມນ້ຳໃຈທະຫານ ແລະ ປະຊາຊົນໃນມື້ແຫ້ງແລ້ງ
ນ້ຳຈືດໄດ້ສົ່ງເຖິງບ້ານປະຊາຊົນ ໂດຍພະນັກງານ-ນັກຮົບກອງທັບເຮືອເຂດ 5 ສົມທົບກັບອຳນາດການປົກຄອງທ້ອງຖິ່ນ. (ພາບ: ວັນດີ້ງ)

ມື້ໃດກໍຄືກັນ, ພະນັກງານ, ນັກຮົບກອງທັບເຮືອເຂດ 5 ກໍຟ້າວຟັ່ງຂະຫຍັນປ່ຽນຜຽນກັນເຮັດວຽກນໍາເອົານໍ້າມາໃຫ້ປະຊາຊົນ. ມີຜູ້ເປີດຝາຖັງ, ມີຜູ້ເອົາກະຕຸກນໍ້າໃສ່ລົດໃຫ້ປະຊາຊົນເອົາກັບບ້ານ... ວຽກງານບໍ່ໄດ້ຢຸດ, ເຫື່ອໄຫຼອອກຕາມຫຼັງ ແລະ ໃບໜ້າ, ແຕ່ສາຍຕາຂອງທະຫານຍັງສົດໃສ, ເຕັມໄປດ້ວຍຄວາມສຸກ.

ຄວາມນ້ຳໃຈທະຫານ ແລະ ປະຊາຊົນໃນມື້ແຫ້ງແລ້ງ
ນ້ຳຈືດໄດ້ສົ່ງເຖິງບ້ານປະຊາຊົນ ໂດຍພະນັກງານ-ນັກຮົບກອງທັບເຮືອເຂດ 5 ສົມທົບກັບອຳນາດການປົກຄອງທ້ອງຖິ່ນ. (ພາບ: ວັນດີ້ງ)

ນອກຈາກການໜູນຊ່ວຍໃຫ້ແກ່ປະຊາຊົນແລ້ວ, ກອງບັນຊາການກອງທັບເຮືອ ເຂດ 5 ຍັງໄດ້ມອບຂອງຂວັນ 30 ພູດ (ແຕ່ລະພູດມີມູນຄ່າ 500.000 ດົ່ງ) ໃຫ້ບັນດາຄອບຄົວນະໂຍບາຍ.

ຄວາມນ້ຳໃຈທະຫານ ແລະ ປະຊາຊົນໃນມື້ແຫ້ງແລ້ງ
ມອບຂອງຂວັນທີ່ມີຄວາມໝາຍຂອງກອງບັນຊາການກອງທັບເຮືອເຂດ 5 ໃຫ້ບັນດາຄອບຄົວຢູ່ຕາແສງ ແຄງຕ໋ຽນ​

ໃນໂອກາດນີ້, ໜ່ວຍບໍລິການ ຍັງໄດ້ສົມທົບກັບບໍລິສັດໃຫຍ່ທ່າກຳປັ່ນໃໝ່ ໄຊງ່ອນ ແລະ ຄະນະຂົນຂວາຍປະຊາຊົນ ພັກແຂວງ ກາເມົາ ມອບຖັງນໍ້າ (500 ລິດ) 150 ຖັງ ; ຕຸກນ້ຳດື່ມ​​ບໍລິສຸດ (20 ລິດ) 200 ຕຸກ ​ແລະ ຂອງຂວັນ 50 ພູດ​ໃຫ້​ບັນດາ​ຄອບຄົວ​ທຸກ​ຍາກ, ດ້ອຍ​ໂອກາດ​ຢູ່ 3 ​ເມືອງ​ຄື: ​ເຈີ່ນ​ວັນເທີຍ, ອູ່ມິງ ແລະ ເຖີຍບິ່ງ ດ້ວຍ​ຍອດ​ມູນ​ຄ່າ​ເກືອບ 400 ລ້ານ​ດົ່ງ.

ຄວາມນ້ຳໃຈທະຫານ ແລະ ປະຊາຊົນໃນມື້ແຫ້ງແລ້ງ

ກອງທັບ​ເຮືອ​ເຂດ 5, ບໍລິສັດໃຫຍ່ທ່າກຳປັ່ນໃໝ່ ໄຊງ່ອນ ພ້ອມກັນກັບອົງການທີ່ມີໜ້າທີ່ ແຂວງ ກາເມົາ ມອບ​ຂອງຂວັນ​ໃຫ້​ປະຊາຊົນ ກາ​ເມົາ. (ພາບ: ວັນດີ້ງ)

ແກ້​ໄຂ "ໄພ​ແຫ້ງ​ແລ້ງ" ຂອງ​ເຂດດິນແຫ້ງແລ້ງ

ປ້າ ເຈີ່ນທິກຸກ ຢູ່ຕາແສງ ແຄງບິ່ງດົງ (ເມືອງ ເຈີ່ນວັນເທີຍ, ແຂວງ ກາເມົາ) ເວົ້າວ່າ: ທະຫານກອງທັບເຮືອເຂດ 5 ໄດ້ນຳເອົານ້ຳຈືດມາໃຫ້, ຍັງໄດ້ມອບທັງຖັງນ້ຳນຳອີກ. ເຮືອນຂອງຂ້າພະເຈົ້າມີໄຫເກັບນ້ຳຈຳນວນໜຶ່ງ, ແຕ່ກໍ່ແຕກແຫງຕາມການເວລາ, ຄອບຄົວກໍ່ປະສົບກັບຄວາມຫຍຸ້ງຍາກ ສະນັ້ນ ບໍ່ມີເງິນປ່ຽນໄຫ.

ປ້າ ​ໄທບິກ​ເຢິ່ນ ຢູ່ຕາ​ແສງ ແຄງເລີ່ມ (ເມືອງ ອູ່ມິງ, ແຂວງ ກາເມົາ) ໃຫ້ເລົ່າວ່າ: ໂຊກດີທີ່​ມີທະຫານກອງທັບເຮືອເຂດ 5 ພ້ອມກັນກັບບັນດາຜູ້​ມີຄວາມເມດຕາ ໄດ້​ນຳ​ເອົາ​ນ້ຳ​ຈືດມາໃຫ້, ​ເຮັດ​ໃຫ້​ປະຊາຊົນ​ພວກ​ຂ້າພະ​ເຈົ້າ​ບັນເທົາ​ຄວາມ​ຍາກ​ລົງ. ທຸກຄົນບອກກັນໃຊ້ຢ່າງປະຢັດ, ໃຊ້ສຳລັບຄວາມຕ້ອງການທີ່ຈຳເປັນເຊັ່ນ: ກິນ, ດື່ມ.

ຄວາມນ້ຳໃຈທະຫານ ແລະ ປະຊາຊົນໃນມື້ແຫ້ງແລ້ງ
ນ້ຳຈືດໄດ້ສົ່ງເຖິງບ້ານປະຊາຊົນ ໂດຍພະນັກງານ-ນັກຮົບກອງທັບເຮືອເຂດ 5 ສົມທົບກັບອຳນາດການປົກຄອງທ້ອງຖິ່ນ. (ພາບ: ວັນດີ້ງ)

ຕາມ​ທ່ານ ຫງວຽນມິງທົງ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ຕາ​ແສງ ແຄງເລີ່ມ (ເມືອງ ອູ່ມິງ, ແຂວງ ກາເມົາ) ແລ້ວ: ​ຕາ​ແສງ ແຄງເລີ່ມ ​ໄດ້​ລົງທຶນ​ກໍ່ສ້າງ​ອ່າງສະໜອງ​ນ້ຳ​ເພື່ອ​ຮັບ​ໃຊ້​ປະຊາຊົນ, ​ແຕ່​ຍ້ອນ​ໄພ​ແຫ້ງ​ແລ້ງ​ແກ່ຍາວ, ຄວາມອາດສາມາດຂອງອ່າງເກັບນ້ຳແມ່ນບໍ່ພຽງພໍສໍາລັບຕາ​ແສງທັງຫມົດ. ປະຊາຊົນ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ​ໃນ​ຊີວິດ​ປະຈຳ​ວັນ, ການ​ຜະລິດ. ​ເພື່ອ​ມີ​​ນ້ຳ​ໃຊ້​ຕຸກໜຶ່ງໃນຊີວິດປະຈຳ​ວັນ, ປະຊາຊົນ​ຕ້ອງ​ໄປ​ໄກ​ພໍ​ສົມຄວນ,​ ເຖິງ​ແມ່ນ​ຈະ​ໄປ​ໄກ​ກໍ​ບໍ່​ມີ​ນ້ຳ​ໃຊ້ ​ເພາະ​ນ້ຳສ້າງ​ກໍ່​ແຫ້ງ​ແລ້ງ, ໜອງ​ນ້ຳ​ກໍ່​ແຫ້ງ. ການ​ໃຊ້​ເງິນ​ເພື່ອ​ຊື້​ນ້ຳ​ໃຊ້​ປະຈຳ​ວັນ​ ​ແມ່ນ​ແພງ​ສົມຄວນ, ປະຊາຊົນ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ບໍ່​ສາມາດ​ຊື້​ໄດ້. ຍ້ອນ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ລັດ, ການ​ໜູນ​ຊ່ວຍ​ຂອງ​ພະນັກງານ, ນັກຮົບ​ກອງທັບ​ເຮືອ​ເຂດ 5 ພ້ອມກັນກັບບັນດາຜູ້​ມີຄວາມເມດຕາ, ນ້ຳ​ໄດ້ມາຮອດເຮືອນ​ປະຊາຊົນ. ທະຫານ​ກໍ​ໄດ້​ຊ່ວຍ​ປະຊາຊົນ​ເອົາ​ກະຕຸກ​ນ້ຳ​ມາ​ໃຫ້ຮອດ​ເຮືອນ, ປະຊາຊົນ​ຮູ້ສຶກ​ດີ​ໃຈ​ຫຼາຍ”

“ໄພ​ແຫ້ງ​ແລ້ງ, ຄວາມ​ຮ້ອນ​ທີ່​ແກ່ຍາວ​ໃນ​ປີ​ນີ້ ​ໄດ້​ເຮັດ​ໃຫ້​ການຂາດ​ນ້ຳ​ນັບ​ມື້​ນັບ​ຮ້າຍ​ແຮງ. ສະ​ນັ້ນ, ບັນດາຂອງຂວັນ​ທີ່ແທດຈິງທີ່ສຸດຂອງ​ກອງ​ບັນຊາ​ການ​ກອງທັບ​ເຮືອ​ເຂດ 5 ​ແລະ ບໍ​ລິ​ສັດໃຫຍ່ທ່າກຳປັ່ນໃໝ່ ໄຊງ່ອນ ໄດ້​ຊ່ວຍ​ໃຫ້​ປະຊາຊົນ​ມີນ້ຳ​ສະອາດ ​ແລະ ອຸປະກອນ​ເກັບ​ນ້ຳຈືດເພີ່ມ​ຂຶ້ນ, ຮັບ​ໃຊ້​ຄວາມ​ຕ້ອງການໃນ​ການດຳລົງຊີວິດ​, ຮັບປະກັນສຸຂະພາບຄອບຄົວ. ການກະທຳອັນດີງາມນີ້ ໄດ້ສະແດງໃຫ້ເຫັນນ້ຳໃຈທະຫານ - ປະຊາຊົນ ທີ່ຕິດພັນກັນ ແລະ ມູນເຊື້ອອັນດີງາມຂອງທະຫານລຸງໂຮ” - ທ່ານ ຈິ້ງແທງຮ່ຽນ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ຕາ​ແສງ ແຄງບິ່ງດົງ (ເມືອງ ເຈີ່ນວັນເທີຍ, ແຂວງ ກາເມົາ) ໃຫ້ຮູ້.

ຄວາມນ້ຳໃຈທະຫານ ແລະ ປະຊາຊົນໃນມື້ແຫ້ງແລ້ງ
ທ່ານ ພົນເຮືອເອກ ຫງວຽນຫິ້ວທວານ ກຳໄດ້ສະ​ພາບ​ການ​ປະ​ຕິ​ບັດ​ໜ້າທີ່​ສະ​ໜອງ​ນ້ຳ​ຂອງ​ພະ​ນັກ​ງານ, ​ທະ​ຫານ​ຂອງ​ກອງ​ບັນຊາ​ການ​ຢູ່​ຕາ​ແສງ ບ້ຽນແບັກ (ເມືອງ​ເຖີຍບິ່ງ, ແຂວງ ກາ​ເມົາ). (ພາບ: ວັນດີ້ງ)

ຕາມທ່ານ ພົນເຮືອເອກ ຫງວຽນຫິ້ວທວານ, ຜູ້ຮັບຜິດຊອບການເມືອງ ກອງທັບເຮືອເຂດ 5 ແລ້ວ: ຕໍ່ໄພແຫ້ງແລ້ງທີ່ແກ່ຍາວ, ຄະນະພັກ, ກອງບັນຊາການ ໄດ້ມີນະໂຍບາຍໜູນຊ່ວຍປະຊາຊົນແກ້ໄຂໄພແຫ້ງແລ້ງ ແລະ ຊົມໃຊ້ນ້ຳຈືດເພື່ອຮັບປະກັນຊີວິດການເປັນຢູ່. ນະ​ໂຍບາຍ​ນີ້ ​ໄດ້​ຮັບ​ການ​ຫັນເປັນລະອຽດດ້ວຍ​ແຜນການ ​ແລະ ​ແຂວງ ກາ​ເມົາ ກຳລັງແມ່ນ​ທ້ອງ​ຖິ່ນ​ທຳ​ອິດ​ໃນ​ຂົງເຂດທີ່​ມາໜູນ​ຊ່ວຍ. ນັບ​ແຕ່ນີ້ຮອດ​ກາງ​ເດືອນ​ພຶດສະພາ, ກອງທັບ​ເຮືອ​ເຂດ 5 ຈະ​ສືບ​ຕໍ່ສົ່ງ​ກຳ​ປັ່ນ 4 ລຳ ກຽມພ້ອມ​ທີ່​ຈະ​ໜູນ​ຊ່ວຍບັນດາບໍລິເວນ, ທ້ອງ​ຖິ່ນ ເມື່ອມີ​ຄວາມ​ຕ້ອງການ.

ຄວາມນ້ຳໃຈທະຫານ ແລະ ປະຊາຊົນໃນມື້ແຫ້ງແລ້ງ

ທ່ານ ພົນເຮືອເອກ ຫງວຽນຫິ້ວທວານ ​ໄດ້​ລົງ​ຢ້ຽມຢາມ ​ແລະ ຊຸກຍູ້​ປະຊາຊົນ​ເຂດ​ປະສົບ​ໄພ​ແຫ້ງ​ແລ້ງ​ຢູ່​ຕາ​ແສງ ແຄງເລີ່ມ. (ພາບ: ວັນດີ້ງ)

ສະພາບ​ໄພ​ແຫ້ງ​ແລ້ງ​ໃນບໍລິເວນແຂວງ ກາ​ເມົາ ຄາດ​ວ່າ​ຈະ​ຍັງສືບ​ຕໍ່​. ​ໃນ​ສະພາບ​ການ​ທີ່​ຫຍຸ້ງຍາກ, ​ນ້ຳໃຈທະຫານປະຊາຊົນ ນັບ​ມື້​ນັບ​ສະໜິດ​ແໜ້ນ​ກວ່າ. ການ​ໜູນ​ຊ່ວຍ​ຂອງ​ກອງທັບ​ເຮືອ ​ແລະ ກຳລັງ​ອື່ນໆ ​ໄດ້​ປະກອບສ່ວນ​ຊ່ວຍ​ໃຫ້ປະຊາຊົນ ກາ​ເມົາ ບັນເທົາ​ຄວາມ​ຫຍຸ້ງຍາກ​ລຳບາກ​ໃນ​ຍາມ​ແລ້ງ, ​ເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່​ຂອງ​ຕົນ​ມີ​ຄວາມເປັນປົກກະຕິ, ຟື້ນ​ຟູ​ການ​ຜະລິດ.

ມິງດຶກ

ເຫດການ
302 Found

Found

The document has moved here.