69 ປີ ແຫ່ງການເດີນທາງ ປົກປັກຮັກສາທະເລອັນສະຫງ່າງາມຂອງນັກຮົບກອງທັບເຮືອປະຊາຊົນຫວຽດນາມ

09:49 | 08/05/2024

ຍສໝ - ເປັນເວລາ 69 ປີ (1955-2024) ແຫ່ງ​ການ​ກໍ່ສ້າງ, ຕໍ່ສູ້, ຍາດ​ໄດ້​ໄຊຊະນະ ແລະ ​ເຕີບ​ໃຫ່ຍ, ບັນດາຮຸ້ນພະນັກງານ, ນັກຮົບ​ກອງທັບ​ເຮືອ ​ປະຊາຊົນ​ຫວຽດນາມ ໄດ້ສືບທອດກັນເສີມສ້າງ ​ແລະ ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ອັນ​ສະຫງ່າ​ງາມ​ຂອງ​ເຫຼົ່າທັບ.

ຊາວໜຸ່ມກອງທັບເຮືອ ຕອບສະໜອງເດືອນຊາວໜຸ່ມ 2024, ເຜີຍແຜ່ການປູກຈິດສຳນຶກກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ ຊາວໜຸ່ມກອງທັບເຮືອ ຕອບສະໜອງເດືອນຊາວໜຸ່ມ 2024, ເຜີຍແຜ່ການປູກຈິດສຳນຶກກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ
ເຂດ 3 ກອງທັບເຮືອໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ຊາວປະມົງ ແລະ ລູກຫຼານຊາວປະມົງທີ່ໄດ້ຮັບການອຸປະກາລະ ເຂດ 3 ກອງທັບເຮືອໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ຊາວປະມົງ ແລະ ລູກຫຼານຊາວປະມົງທີ່ໄດ້ຮັບການອຸປະກາລະ

ວັນ​ທີ 7 ພຶດສະພາ 1955, ກະຊວງ​ປ້ອງ​ກັນ​ປະ​ເທດ​ໄດ້​ອອກ​ດຳລັດ ​ເລກ​ທີ 284/ND-A ​ໄດ້​ສ້າງ​ຕັ້ງ​ກົມ​ປ້ອງ​ກັນແຄມ​ຝັ່ງ, ​ແມ່ນ "ອົງການ​ຊ່ວຍ​ກອງ​ບັນຊາ​ການ​ສູງສຸດ ທີ່ຊີ້​ນຳບັນດາກໍາລັງກົມ​ປ້ອງ​ກັນແຄມ​ຝັ່ງ, ຈັດຕັ້ງຝຶກອົບຮົມພະນັກງານທະຫານເຮືອ; ຜະ​ລິດ, ​ສ້ອມ​ແປງເຄື່ອງມືອຸປະກອນ, ​ຍານ​ພາ​ຫະ​ນະກ່ຽວກັບທະຫານເຮືອ​; ສ້າງ​ບັນດາກອງເຮືອ​ເພື່ອ​ມອບ​ໃຫ້​ບັນດາ​ເຂດ ​ແລະ ​ລະຫວ່າງ​ເຂດ ​ເພື່ອ​ເຮັດໜ້າທີ່ຄຸ້ມ​ຄອງ ​ແລະ ປົກ​ປັກ​ຮັກສາ​ ອະທິປະ​ໄຕ ​ແລະ ຄວາມ​ໝັ້ນຄົງ​ຢູ່​ບັນດາ​ເຂດ​ລໍາເຊ ​ແລະ ທະ​ເລ. ວັນ​ທີ 7 ພຶດສະພາ 1955 ​ໄດ້​ກາຍ​ເປັນ​ຂີດ​ໝາຍ​ປະຫວັດສາດ​ແຫ່ງ​ວັນ​ກຳ​ເນີ​ດກອງທັບ​ເຮືອ​ປະຊາຊົນ​ຫວຽດນາມ.

ວັນ​ທີ 24 ສິງຫາ 1955, ກົມ​ປ້ອງ​ກັນແຄມ​ຝັ່ງ ​ໄດ້​ຈັດ​ຕັ້ງ​ພິທີ​ສ້າງ​ຕັ້ງ​ກອງເຮືອຊົງໂລຂຶ້ນ 2 ລຳຢ່າງສົມກຽດ ​ແລະ ແບັກ​ດັ່ງ ຢູ່​ໂຮງຮຽນ​ຝຶກ​ອົບຮົມແຄມຝັ່ງ, ແຄມຟັ່ງແມ່ນໍ້າເກີມ, , ນະຄອນຮ່າຍ​ຟ່ອງ. ທ່ານ ພົນເອກ ຫວໍຫ​ງຽນຊາບ, ລັດຖະມົນຕີກະຊວງປ້ອງກັນປະເທດ, ຜູ້ບັນຊາການສູງສຸດ ແລະ ສະຫາຍ ໂດເມື່ອຍ, ປະທານຄະນະກໍາມະການການທະຫານ ນະຄອນຮ່າຍຟ່ອງ, ພ້ອມດ້ວຍພະນັກງານ, ນັກຮົບກົມໃຫຍ່ປ້ອງກັນແຄມຝັ່ງ ແລະ ປະຊາຊົນ ນະຄອນ​ຮ່າຍ​ຟ່ອງ​ ໄດ້​ເປັນ​ສັກຂີ​ພິຍານໃນ​ການ​ປ່ອຍ​ກອງເຮືອ 2 ລຳຢ່າງຄັບຄາໜາແໜ້ນ. ນີ້​ແມ່ນກອງເຮືອລໍາ​ທຳ​ອິດ, ເຊິ່ງເປັນ​ອົງການທໍາອິດ​ຂອງກໍາລັງກໍ່າປັ່ນ​ສູ້​ຮົບ​ກອງທັບ​ເຮືອ ​ປະ​ຊາ​ຊົນ​ຫວຽດນາມ​ ໃນເວລາຕໍ່ມາ.

69 ປີ ແຫ່ງການເດີນທາງ ປົກປັກຮັກສາທະເລອັນສະຫງ່າງາມຂອງນັກຮົບກອງທັບເຮືອປະຊາຊົນຫວຽດນາມ
ຮຸ່ນພະນັກງານ ແລະ ນັກຮົບກອງທັບເຮືອ ປະຊາຊົນຫວຽດນາມໃນ 69 ປີຜ່ານມາ ໄດ້ສືບທອດກັນເສີມສ້າງ ​ແລະ ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ອັນ​ສະຫງ່າ​ງາມ​ຂອງ​ເຫຼົ່າທັບ. ໃນຮູບແມ່ນຊຸດຝຶກຝຶກອົບຮົມການປະສານງານການລົງຈອດຂອງກອງທັບເຮືອ. (ພາບ: ຫວູຮວ່ງ)

ມາ​ຮອດ​ທ້າຍ​ປີ 1963, ກອງທັບ​ເຮືອ​ຫວຽດນາມ​ໄດ້​ມີ​ການ​ພັດທະນາ​ຢ່າງກະໂດດຂັ້ນ. ຫຼັງຈາກໃຊ້ເວລາກໍ່ສ້າງ​ເກືອບ 9 ປີ (​ເດືອນ 5/1955 – ທັນ​ວາ 1963), ກອງທັບ​ເຮືອ​ປະ​ຊາ​ຊົນ​ຫວຽດນາມ ມີ​ກຳລັງເຮືອກໍາ​ປັ່ນ​ລາດຕະ​ເວນ​ແຄມ​ທະ​ເລ, ເຮືອ​ກໍາປັ່ນສົ່ງຈະຫຼວດໃຕ້ນໍ້າ (ກໍາປັ່ນຕໍປີໂດ), ​ລ້າສັດໃຕ້ນໍ້າ, ຂົນ​ສົ່ງ, ສືບສວນ ​ແລະ ເຮືອກຳ​ປັ່ນ​ບໍລິການອື່ນໆອີກ​ຈຳນວນ​ໜຶ່ງ​ຄື: ເຮືອກຳ​ປັ່ນ​ບັນທຸກ​ນ້ຳມັນ, ເຮືອກຳ​ປັ່ນ​ບັນທຸກ​ນ້ຳ. ເຮືອກຳ​ປັ່ນ​ສຳ​ຫຼວດທາງ​ທະ​ເລ, ເຮືອກຳ​ປັ່ນ​ກູ້​ໄພ... ມີ​ຄວາມ​ສາ​ມາດ​ຕໍ່​ສູ້​ຢ່າງ​ເປັນ​ເອ​ກະ​ລາດ ຫຼື ປະສານສົມທົບຕໍ່ສູ້​ຢູ່​ທະ​ເລ; ລະບົບທ່າເຮືອ, ບັນດາໜ່ວຍວິສະວະກໍາ, ກໍາລັງຮັກສາຄວາມປອດໄພ ແລະ ການບໍລິການ ພ້ອມກັບບັນດາສິ່ງອໍານວຍຄວາມສະດວກທາງດ້ານເຕັກນິກໄດ້ຮັບການກໍ່ສ້າງ; ລະບົບສັນຍານ (radar) ແລະ ສະຖານີສັງເກດການຖືກຈັດລຽງຕາມແຄມຝັ່ງທະເລຈາກກວາງນິງເຖິງກວາຕຸງ.

ຄຽງ​ຄູ່​ກັບ​ນັ້ນ​ແມ່ນ​ການ​ພັດ​ທະ​ນາ​ຢ່າງ​ວ່ອງ​ໄວ​ທັງ​ດ້ານ​ປະ​ລິ​ມານ ແລະ ຄຸນ​ນະ​ພາບ​ຂອງຖັນແຖວພະນັກງານ ແລະ ນັກຮົບທະ​ຫານເຮືອ, ຕອບ​ສະ​ໜອງ​ບັນ​ດາ​ຄວາມຮຽກຮ້ອງ​ຕ້ອງ​ການ​ພາ​ລະ​ກິດ.

ບັນດານັກຮົບກອງພັນນ້ອຍທີ່ 167, ກອງທັບເຮືອເຂດ 2 ປະຕິບັດໜ້າທີ່ປົກປັກຮັກສາອາວຸດຍຸດໂທປະກອນ ແລະ ອຸປະກອນເຕັກນິກ. (ພາບ: ດັງດົງ)

​ເມື່ອ​ສົງຄາມ​ຕໍ່ຕ້ານ​ອາ​ເມ​ລິ​ກາ​ ກອບ​ກູ້​ປະ​ເທດ​ໄດ້​ກ້າວ​ເຂົ້າ​ສູ່​ໄລຍະ​ທີ່​ດຸ​ເດືອດ, ​ເພື່ອ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ສະຖານະ​ການ​ໃໝ່, ວັນ​ທີ 3 ມັງກອນ​ປີ 1964, ກະຊວງ​ປ້ອງ​ກັນ​ປະ​ເທດ​ໄດ້​ຕົກລົງ​ປ່ຽນ​ຊື່​ກົມ​ກອງທັບ​ເຮືອມາ​ເປັນ​ກອງ​ບັນຊາ​ການ​ກອງທັບ​ເຮືອ. ດ້ວຍໜ້າທີ່ນໍາພາ, ບັນຊາກໍ່ສ້າງ​ກອງທັບ​ເຮືອ, ຮັບຜິຊອບພາລະ​ໜ້າ​ທີ່ການເຄື່ອນໄຫວດ້ວຍຕົນເອງ ສູ້ຮົບໃນເຂດນ່ານຟ້າ, ເຂດ​ທະ​ເລ, ​ແຄມຟັ່ງ​ທະ​ເລ​ພາກ​ເໜືອ. ນີ້​ແມ່ນ​ເຫດການ​ສຳຄັນທີ່​ສະ​ແດງເຖິງການພັດທະນາໃໝ່​​ໃນ​ປະຫວັດສາດ​ກອງທັບ​ເຮືອ ​ປະຊາຊົນ​ຫວຽດນາມ ​ກ່ຽວກັບ​ຂະໜາດດ້ານ​ການຈັດ​ຕັ້ງ ​ແລະ ກຳລັງແຮງສູ້​ຮົບ​ບົນ​ເສັ້ນທາງ​ກໍ່ສ້າງ​ກຳລັງເຫຼົ່າກອງທັບໃໝ່ - ເຫຼົ່າກອງທັບ​ເຮືອ, ເຫຼົ່າກອງທັບໜຶ່ງຕໍ່ສູ້ດ້ວຍກໍາລັງສົມທົບທະຫານ ​ແລະ ພາຫະນະເຕັກນິກທີ່​ທັນ​ສະ​ໄໝ, ກໍາລັງຫຼັກແຫຼ່ງຂອງ​ການ​ຕໍ່ສູ້​ຂອງ​ປະຊາຊົນ​ຢູ່​ສະໜາມ​ຮົບ ໃນ​ແມ່​ນ້ຳລໍາເຊ, ​ທະ​ເລ ແລະ ເກາະທະເລຂອງ​ປະ​ເທດ​ຊາດ.

​ສ້າງ​ຕັ້ງມາຍັງ​ບໍ່​ຮອດ 10 ປີ, ກອງທັບ​ເຮືອ​ ປະຊາຊົນ​ຫວຽດນາມ ​ໄດ້​ຮັບ​ໄຊຊະນະ​ໃນ​ການ​​ຮົບ​ຄັ້ງ​ທຳ​ອິດ​ ໃນ​ວັນ​ທີ 2 – 5 ສິງຫາ 1964 - ພິລະອາດຫານຂັບ​ໄລ່ເຮືອ​ກຳ​ປັ່ນ ຂັບໄລ່ກໍາປັ່ນພິຂາດ Maddox ຂອງ​ຈັກກະພັດ​ອາ​ເມ​ລິ​ກາ ​ເຂົ້າ​ມາ​ຮຸກ​ຮານ​ທະ​ເລ​ທາງ​ພາກ​ເໜືອ, ​ໄດ້​ຍິງ​ຍົນຕົກ 1 ລຳ; ປະສົມປະສານສູ້​ຮົບດ້ວຍ​ກຳລັງ​ປ້ອງ​ກັນທາງ​ອາກາດ ​ແລະ ກອງທັບ , ປະຊາຊົນ​ບັນດາ​ທ້ອງ​ຖິ່ນ​ແຄມ​ທະ​ເລ​ທາງ​ພາກ​ເໜືອ, ​ໄດ້​ຍິງ​ຍົນຕົກ 8 ລຳ​, ​ຍິງຄົນບາດເຈັບອີກຫຼາຍ​ຄົນ, ຈັບ​ຕົວ​ນັກ​ບິນ​ສັດຕູ, ​ແລະ ​ໄດ້​ຮັບ​ໄຊຊະນະ​ໃນ​ການ​ສູ້​ຮົບ​ຄັ້ງ​ທຳ​ອິດ. ​ໄຊຊະນະ​ນີ້​ໄດ້​ສືບ​ຕໍ່​ເປັນ​ມູນ​ເຊື້ອ “​ຮົບຮ້ອຍຄັ້ງ, ​ຊະນະຮ້ອຍຄັ້ງ”, ​ໄດ້ອອກທັບແມ່ນຕີຊະນະຂອງ​ກອງທັບ​ ປະຊາຊົນ​ຫວຽດນາມ.

​ໄຊຊະນະ​ດັ່ງກ່າວເປັນພຽງເຫດການສໍາຄັນຢ່າງໜຶ່ງຂອງ​ກອງທັບ​ເຮືອ​ ປະຊາຊົນ​ຫວຽດນາມ ​ໃນການສູ້ຮົບຕ້ານ​​ອາ​ເມ​ລິ​ກາ, ​ກອບ​ກູ້​ປະ​ເທດ​ຊາດ. ພ້ອມ​ກັບ ທະຫານ ​ແລະ ປະຊາຊົນ​ທົ່ວ​ປະ​ເທດ​ ໃນ​ການ​ເດີນທາງ​ອັນຍິ່ງໃຫ່ຍ​ນັ້ນ, ກອງທັບ​ເຮືອ​ໄດ້​ຍົກສູງເຈດຈໍານົງຄວາມ​ຕັດສິນ​ໃຈ “ຕໍ່ສູ້​ກັບສັດຕູແລ້ວບຸກ, ​ເປີດ​ຊ່ອງທາງແລ້ວ​ກ້າວ​ໄປ​ໜ້າ”, ເຮັດໜ້າທີ່ເປັນແກນຫຼັກ​ໃນ​ການ​ປະສານ​ສົມທົບ, ຮ່ວມກັບ​ກຳລັງ​ປະກອບ​ອາວຸດ​ເພື່ອ​ເອົາ​ຊະນະສົງຄາມ ປິດລ້ອມແມ່ນໍ້າລໍາເຊ, ທະເລທາງພາກເໜືອດ້ວຍລະເບີດໃຕ້ນໍ້າ ແລະ ລະເບີດແມ່ເຫຼັກຈາກຈັກກະພັດສະຫະລັດອາເມກາ.

ກອງທັບເຮືອໄດ້ເປີດເສັ້ນທາງ, - ຊ່ອງທາງ ແລະ ເຊື່ອມຕໍ່ເສັ້ນທາງຄົມມະນາຄົມທາງທະເລຍຸດທະສາດຄືນໃໝ່ ເພື່ອໜູນຊ່ວຍພາກໃຕ້, ຢ່າງພິລະອາດຫານ, ຫານກ້າບຸກໂຈມຕີເພື່ອປົດປ່ອຍຢ່າງທັນການ ແລະ ປົກປ້ອງໝູ່ເກາະ ເຈື່ອງຊາ... ປະກອບສ່ວນໃຫ້ກອງທັບ ແລະ ປະຊາຊົນຂອງພວກເຮົາເພື່ອປົດ​ປ່ອຍ​ພາກ​ໃຕ້ໃຫ້ສົມບູນ, ເປັນເອກະພາບໃນ​ປະ​ເທດ​​.

​ເຂົ້າ​ສູ່ອາຊີບ​ກໍ່ສ້າງ ​ແລະ ປົກ​ປັກ​ຮັກສາ​ປະ​ເທດຊາດ, ​ໃນ​ນັ້ນ​ມີ​ອະທິປະ​ໄຕ​ເຂດ​ທະ​ເລ, ໝູ່​ເກາະ, ​ໄຫຼ່​ທະວີບ​ຂອງ​ປະ​ເທດ​ຊາດ, ​ປະເຊີນກັບຄວາມ​ທ້າ​ທາຍ ​ແລະ ເຄັ່ງຄັດ, ໂດຍສະເພາະແມ່ນການ​ຜັນ​ແປ​ທີ່​ສັບສົນ​ທີ່​ສຸດ​ຢູ່​ທະ​ເລ​ຕາ​ເວັນ​ອອກ ກອງທັບ​ເຮືອ​ປະຊາຊົນ​ຫວຽດນາມ ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ອັນ​ສະຫງ່າ​ງາມ​ຂອງ​ຕົນ, ​ເປັນ​ຫຼັກ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ທະ​ເລ ​ແລະ ໝູ່​ເກາະ​ຂອງ​ປະ​ເທດ​ຊາດ​ຢ່າງ​ໝັ້ນຄົງ.

ຄະນະ​ພັກ ​ແລະ ກອງ​ບັນຊາ​ການ​ທະຫານເຮືອ ​ໄດ້​ກໍາແໜ້ນສະພາບການ​ຢູ່​ເຂດ​ຈຸດສຸມຂອງທະ​ເລ​ ຢ່າງເປັນປະຈໍາ; ໃຫ້ຄໍາແນະນໍາທັນກັບສະພາບການ, ສະເໜີຕໍ່ຄະນະພັກການທະຫານສູນກາງ ແລະ ກະຊວງປ້ອງກັນຊາດ ຈັກການກັບສະຖານະການໃຫ້ສໍາເລັດ, ຫຼີກລ່ຽງກັບເຫດການບໍ່ຄາດຄິດ, ປົກປັກຮັກສາອະທິປະໄຕ ແລະ ບັນດາເປົ້າໝາຍຍຸດທະສາດ, ບັນດາການເຄື່ອນໄຫວເສດຖະກິດທາງທະເລ, ພ້ອມກັນນັ້ນກໍ່ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບຢູ່ທະເລ ເພື່ອພັດທະນາປະເທດ.

69 ປີ ແຫ່ງການເດີນທາງ ປົກປັກຮັກສາທະເລອັນສະຫງ່າງາມຂອງນັກຮົບກອງທັບເຮືອປະຊາຊົນຫວຽດນາມ
ກຳ​ປັ່ນ​ຂອງ​ກອງ​ພັນນ້ອຍ 172, ​ເຂດ 3 ຂອງ​ກອງທັບ​ເຮືອ​ໄດ້​ຍິງຈະຫຼວດໃຕ້ນໍ້າ. (ພາບ: ເລເຮະ)

ດ້ວຍ​ຄວາມ​ເອົາ​ໃຈ​ໃສ່ ​ແລະ ການ​ລົງທຶນ​ສ້າງຂອງ​ພັກ, ລັດ, ກອງທັບ ​ແລະ ປະຊາຊົນ, ​ໄລຍະ 2010 – 2015 ​ແມ່ນ​ໄລຍະ​ທີ່​ກອງທັບ​ເຮືອ ​ປະຊາຊົນ​ຫວຽດນາມ ພັດທະນາ​ຢ່າງ​ວ່ອງ​ໄວ, ສ້າງຄວາມຄວາມປ່ຽນ​ແປງ​ທີ່​ສຳຄັນ​ທາງດ້ານ​ປະລິມານ ​ແລະ ຄຸນ​ນະພາ​ບ. ຮອດປີ 2014, ກອງທັບເຮືອມີ 5 ພາກສ່ວນກຳລັງສູ້ຮົບຄື: ເຮືອໜ້ານໍ້າ, ເຮືອດຳນ້ຳ, ເຮືອກອງທັບອາກາດ, ທະຫານປືນໃຫຍ່ - ລູກສອນໄຟແຄມຝັ່ງ, ກອງທັບເຮືອຕີບົກ-ກອງທັບທະຫານເຮືອປະຕິບັດງານພິເສດ ແລະ ບັນດາກຳລັງບໍລິການຮັບປະກັນພາລະທິການ, ວິສະວະກຳ, ການຄົ້ນຄວ້າວິທະຍາສາດ ແລະ ເຕັກນິກການທະຫານ.

ບັນດາພື້ນຖານການສຶກສາ ​ແລະ ຝຶກ​ອົບຮົມ​ວິຊາ​ການ​ທະຫານ​ເຮືອ​ຢູ່​ຂັ້ນລະດັບຊ່ຽວຊານທາງເຕັກນິກຂອງກອງທັບ ​ແຕ່​ຊັ້ນ​ປະຖົມ​ຮອດ​ມະຫາວິທະຍາ​ໄລ ​ແລະ ເທິງ​ປະລິນຍາ​ຕີ ​ໄດ້​ຮັບ​ການ​ປະກອບ ແລະ ປັບປຸງ​ອຸປະກອນຮັບໃຊ້​ການ​ສອນ​ ແລະ ການຮຽນທີ່​ທັນ​ສະ​ໄໝ, ຫຼັກສູດ​ການ​ສອນ​ທີ່​ກ້າວໜ້າ. ບັນດາ​ໂຮງງານ ​ແລະ ວິ​ສາ​ຫະກິດ​ສືບ​ຕໍ່​ໄດ້​ຮັບ​ການ​ປັບປຸງ, ຍົກ​ລະດັບ ​ແລະ ກໍ່ສ້າງ. ບັນດາພື້ນຖານການຜະລິດ, ເປັນເສດຖະກິດປ້ອງກັນຊາດດ້ານອື່ນໆໄດ້ປະກອນເຕັກໂນໂລຊີໃໝ່ທີ່ທັນສະໄໝ, ຍົກສູງກຳລັງການຜະລິດທຸລະກິດ ແລະ ຄວາມສາມາດໃນການແຂ່ງຂັນທີ່ຈະເພື່ອພັດທະນາຢ່າງຕໍ່ເນື່ອງ ບໍລິການເພື່ອຮັບໃຊ້ພາລະກິດປ້ອງກັນຊາດ ແລະ ເຮັດເສດຖະກິດ.

ຕິດຕາມບັນດາ​ມະຕິ​ການ​ນຳພາ​ຂອງ​ພັກ, ການຊີ້ນໍາ​ຂອງ​ກົມ​ການ​ເມືອງ, ຄະນະ​ເລຂາທິການ ​ແລະ ຄະນະ​ກຳມະການ​ການ​ທະຫານ​ສູນ​ກາງ, ກອງທັບ​ເຮືອເປັນເຈົ້າການເປັນເສນາທິການໃຫ້ແກ່ພັກ, ລັດ,​ ຄະນະກໍາມະ​ການ​ທະຫານ​ສູນ​ກາງ ​ແລະ ກະຊວງ​ປ້ອງ​ກັນ​ປະ​ເທດໃຫ້​ທັນກັບເວລາໃນການຈັດການ, ແກ້​ໄຂ​​ບັນຫາຕ່າງໆ​ທີ່ກ່ຽວຂ້ອງກັບ​ສະພາບ​ການ​ໃນທະ​ເລ, ປະຕິບັດ​ໜ້າ​ທີ່​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ໃນທະ​ເລ, ໝູ່​ເກາະ ​ແລະ ກໍ່ສ້າງ​ກອງທັບ​ເຮືອ​ທີ່​ທັນ​ສະ​ໄໝ; ຮັກສາ​ໄດ້ບັນດາການ​ເຄື່ອນ​ໄຫວຄຸ້ມຄອງ, ຍົກສູງຄວາມສາມາດໃນການປົກປັກ​ຮັກສາ​ອະທິປະ​ໄຕໃນ​ທະ​ເລ, ໝູ່​ເກາະ ​ແລະ ​ເຂດ​ໄຫຼ່​ທະວີບ; ​ເພີ່ມ​ທະວີ​ການປັບປຸງ​ພື້ນຖານການປ້ອງກັນຊາດ​ທົ່ວ​ປວງ​ຊົນ ​ແລະ ຈັດວາງກໍາລັງ​ປ້ອງ​ກັນຊາດປະຊາຊົນ​ໃນ​ເຂດທະ​ເລ, ໝູ່​ເກາະ; ຕັ້ງໜ້າຈັດຕັ້ງ​ບັນດາການເຄື່ອນໄຫວ​ໂຄສະນາ​ກ່ຽວ​ກັບ​ທະ​ເລ ​ແລະ ໝູ່​ເກາະ, ລະດົມ​ແຫຼ່ງກຳລັງ​ໃຫ້​ແກ່​ໜ້າທີ່​ປົກ​ປັກ​ຮັກສາ​ອະທິປະ​ໄຕ ​ແລະ ກໍ່ສ້າງ​ກອງທັບ​ເຮືອ​ຫຼວງ, ຊັ້ນຢ້ຽມ ແລະ ທັນ​ສະ​ໄໝ.

ຜ່ານມາ 69 ປີແຫ່ງການກໍ່ສ້າງ, ຕໍ່ສູ້, ຍາດເອົາໄຊຊະນະ ແລະ ເຕີບໃຫຍ່, ບັນດາຮຸ້ນພະນັກງານ, ນັກຮົບເຫຼົ່າທັບດ້ວຍເຫື່ອແຮງ ແລະ ເລືອດເນື້ອຂອງເຮົາໄດ້ສືບຕໍ່ສ້າງ ແລະ ສືບສານມູນເຊື້ອອັນສະຫງ່າງາມ “ການຕໍ່ສູ້ຢ່າງກ້າຫານ; ສະຫຼາດຫຼັກແຫຼມ, ມີຫົວຄິດປະດິດສ້າງ; ເປັນເຈົ້າການໃນເຂດທະເລ ; ສູ້ຮົບຢ່າງເດັດດ່ຽວ, ຊະນະຢ່າງເດັດດ່ຽວ" ກອງທັບ​ເຮືອ​ປະຊາຊົນ​ຫວຽດນາມ ​ໄດ້​ສ້າງ​ຜົນງານຫຼາຍຢ່າງ, ຜົນງານໃນການສູ້ຮົບດີເດັ່ນ, ຜົນງານໃນການສູ້ຮົບທີ່ອະພິນິຫານ, ປະກອບສ່ວນ​ອັນ​ລ້ຳ​ຄ່າ​ເຂົ້າ​ໃນ​ພາລະກິດ​ຕໍ່ສູ້​ກັບ​ອາ​ເມ​ລິ​ກາ, ກອບກູ້ຊາດ ແລະ ສ້າງ, ປົກ​ປັກ​ຮັກສາ​ປະ​ເທດ​ຊາດ.

​ໃນ​ໄລຍະ​ປະຈຸ​ບັນ, ວຽກ​ງານ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ໃນເຂດ​ທະ​ເລ ​ແລະ ໝູ່​ເກາະ​ຂອງ​ປະ​ເທດ​ຊາດ​ ກໍາລັງ​ຮຽກຮ້ອງ​ຕ້ອງການ​ສູງ​ຂຶ້ນກວ່າເກົ່າ. ເສີມຂະຫຍາຍມູນເຊື້ອ 69 ປີແຫ່ງການສ້າງສາ, ຕໍ່ສູ້, ຍາດເອົາໄຊຊະນະ ແລະ ເຕີບໃຫຍ່ຂະຫຍາຍຕົວ, ຖັນແຖວພະນັກງານ, ນັກຮົບກອງທັບເຮືອສະໝັກໃຈອອກແຮງສ້າງກອງທັບປະຕິວັດ, ຍອດຢ້ຽມເປັນ ປົກະຕິ, ທັນສະໄໝ, ມີຄວາມກຽມພ້ອມສູ້ຮົບໃນທຸກສະຖານະການ , ປະກອບສ່ວນສະກັດກັ້ນປ້ອງກັນໄພອັນຕະລາຍ​ ຈາກ​ສົງຄາມ, ປະ​ທະ​ກັນ​ເພື່ອ​ປົກ​ປັກ​ຮັກສາ​ອະທິປະ​ໄຕທາງທະເລ, ໝູ່ເກາະ​ອັນ​ສັກສິດ, ປົກ​ປັກ​ຮັກສາ​ປະ​ເທດ​ຊາດໄວ້ແຕ່ເນີ້ນໆ ແລະ ໄລຍະ​ຍາວ.

ThongMy

ເຫດການ
302 Found

Found

The document has moved here.