ຫວຽດນາມ ມີຫຼາຍບາດກ້າວ​ໃຫຍ່​ໃນ​ການ​ແກ້​ໄຂ​ຄວາມບໍ່ສະເໝີພາບລະຫວ່າງຍິງ-ຊາຍ ແລະ ຊຸກຍູ້​ສິດທິ​ຂອງ​ແມ່ຍິງ

12:41 | 20/04/2024

ຍສໝ - ໂດຍຕອບ​ສຳພາດກັບສື່ມວນຊົນ, ທ່ານ​ນາງ Caroline Nyamayamombe, ຫົວໜ້າ​ຜູ້ຕາງໜ້າ UN Women ຫວຽດນາມ ​ໃຫ້​ຮູ້​ວ່າ ຫວຽດນາມ ​ໄດ້​ມີຫຼາຍບາດກ້າວໃຫຍ່​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້​ ເພື່ອ​ແກ້​ໄຂ​ຄວາມ​ບໍ່​ສະເໝີພາບລະຫວ່າງຍິງ-ຊາຍ ແລະ ຊຸກຍູ້​ສິດທິ​ຂອງ​ແມ່ຍິງໃນ​ຫຼາຍ​ຂົງ​ເຂດຕ່າງໆ, ລວມມີ ກົດໝາຍ, ການ​ເມືອງ, ການ​ສຶກສາ ແລະ ວຽກເຮັດງານທຳ.

ວຽກງານແນວ​ໂຮມ ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ພົວພັນ​ແບບ​ພິ​ເສດ​ລະຫວ່າງ​ ກຳປູ​ເຈຍ - ລາວ - ຫວຽດນາມ ວຽກງານແນວ​ໂຮມ ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ພົວພັນ​ແບບ​ພິ​ເສດ​ລະຫວ່າງ​ ກຳປູ​ເຈຍ - ລາວ - ຫວຽດນາມ
ສ້າງ​ເງື່ອນ​ໄຂ​ ເພື່ອ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ລົງທຶນ​ຢ່າງແຮງກວ່າ​ອີກ​ໃນ​ຂົງ​ເຂດ​ເຮືອນ​ຢູ່ ​ແລະ ອະສັງຫາລິມະຊັບຢູ່ ຫວຽດນາມ ສ້າງ​ເງື່ອນ​ໄຂ​ ເພື່ອ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ລົງທຶນ​ຢ່າງແຮງກວ່າ​ອີກ​ໃນ​ຂົງ​ເຂດ​ເຮືອນ​ຢູ່ ​ແລະ ອະສັງຫາລິມະຊັບຢູ່ ຫວຽດນາມ

ຫວຽດນາມ ບັນລຸໄດ້ 4 ຜົນງານກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ

ວັນທີ 9 ເມສາ, ສະພາເສດຖະກິດສັງຄົມຂອງສະຫະປະຊາຊາດ (ECOSOC) ໄດ້ເລືອກຕັ້ງ ຫວຽດນາມ ເຂົ້າເປັນຄະນະບໍລິຫານງານອົງການສະຫະປະຊາຊາດ ກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ມອບສິດໃຫ້ແມ່ຍິງ (UN Women) ອາຍຸການ 2025-2027.

ດ້ວຍ​ການ​ເລືອກ​ຕັ້ງເຂົ້າໃນສະພາບໍລິຫານ​ງານ, ນັບ​ແຕ່​ເດືອນ ມັງກອນ 2025 ຫາ​ທ້າຍ​ປີ 2027, ຫວຽດນາມ ຈະ​ເຂົ້າ​ຮ່ວມ​ການປະສານງານໃນການກໍ່ສ້າງ ແລະ ຜັນຂະຫຍາຍບັນດາທິດທາງໃຫຍ່​ຂອງ​ UN Women, ຮັບປະກັນ​ບັນດາ​ຍຸດ​ທະ​ສາດ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ອົງການນີ້ ເພື່ອສະເໝີຕົ້ນສະເໝີປາຍກັບບັນດາເປົ້າໝາຍ ແລະ ນະໂຍບາຍສັງລວມຂອງສະຫະ​ປະຊາ​ຊາດ ກ່ຽວກັບການຊຸກຍູ້ສະເໝີພາບລະຫວ່າງຍິງ-ຊາຍ ແລະ ການມອບ​ສິດໃຫ້ແກ່​ແມ່ຍິງ.

ຫວຽດນາມ ມີຫຼາຍບາດກ້າວ​ໃຫຍ່​ໃນ​ການ​ແກ້​ໄຂ​ຄວາມບໍ່ສະເໝີພາບລະຫວ່າງຍິງ-ຊາຍ ແລະ ຊຸກຍູ້​ສິດທິ​ຂອງ​ແມ່ຍິງ

ທ່ານນາງ Caroline Nyamayamombe, ຫົວໜ້າຜູ້ຕາງໜ້າ UN Women ຫວຽດນາມ. (ພາບ: UN Women ຫວຽດນາມ)

ໂດຍຕອບ​ສຳພາດກັບສື່ມວນຊົນເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ນາງ Caroline Nyamayamombe, ຫົວໜ້າ​ຜູ້ຕາງໜ້າ​ UN Women ຫວຽດນາມ ​ໄດ້ສະແດງຄວາມ​ຊົມ​ເຊີຍ ຫວຽດນາມ ທີ່​ໄດ້​ຮັບການເລືອກ​ຕັ້ງ​ເຂົ້າ​ເປັນ​ສະພາ​ບໍລິຫານ​ງານ​ UN Women ອາຍຸ​ການ 2025-2027. ທ່ານ​ນາງ ໃຫ້ຮູ້ວ່າ ນີ້​ແມ່ນ​ການ​ຮັບ​ຮູ້​ທີ່​ສຳຄັນ​ຈາກ​ປະຊາ​ຄົມ​ສາກົນ ຕໍ່ຄຳ​ໝັ້ນ​ສັນຍາ​ອັນ​ຢຶດໝັ້ນຂອງ ​ຫວຽດນາມ ຕໍ່ການ​ຊຸກຍູ້ສະເໝີພາບລະຫວ່າງຍິງ-ຊາຍ ແລະ ​ການມອບ​ສິດໃຫ້ແກ່​ແມ່ຍິງ. ພ້ອມ​ກັນ​ນັ້ນ, ກໍ​ເນັ້ນ​ໜັກ​ເຖິງ​ການພົວພັນ​ຮ່ວມ​ມື​​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ ຫວຽດ​ນາມ ແລະ UN Women ຢູ່ລະ​ດັບ​ປະ​ເທດຊາດ ແລະ ທົ່ວ​ໂລກ.

“ນີ້​ແມ່ນການແຕ່ງຕັ້ງທີ່ທີ່​ສົມ​ຄວນ ເພາະວ່າ ຫວຽດນາມ ​ໄດ້​ມີຫຼາຍບາດກ້າວ​ຢ່າງ​ໃຫຍ່​ຫຼວງໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້​ ເພື່ອ​ແກ້​ໄຂ​ຄວາມ​ບໍ່​ສະເໝີພາບລະຫວ່າງຍິງ-ຊາຍ ແລະ ຊຸກຍູ້​ສິດທິ​ຂອງ​ແມ່ຍິງໃນ​ຫຼາຍ​ຂົງ​ເຂດຕ່າງໆ, ລວມມີ ກົດໝາຍ, ການ​ເມືອງ, ການ​ສຶກສາ ແລະ ວຽກເຮັດງານທຳ”, ທ່ານ​ນາງ Caroline Nyamayamombe ຕີ​ລາຄາ​.

ຮັບຮູ້ບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ເພື່ອຮັບປະກັນສິດ ແລະ ຄວາມກ້າວໜ້າໃຫ້ແມ່ຍິງ, ທ່ານນາງ Caroline Nyamayamombe ໃຫ້ຮູ້ວ່າ ລັດຖະບານ ຫວຽດນາມ ກໍໄດ້ຮັກສາກຳລັງຜັກດັນການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ ເປັນເວລາຫຼາຍປີ. ນັບ​ແຕ່ເມື່ອ​ປະຕິບັດ​ບັນດາ​ເປົ້າ​ໝາຍ​ພັດທະນາ​ແບບ​ຍືນ​ຍົງ, ການຈັດ​ອັນ​ດັບ​ໂລກຂອງ ຫວຽດນາມ ​ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ-​ຊາຍ ​ໄດ້​ຫຍັບຂຶ້ນ​ຈາກອັນ​ດັບ 83 ຂຶ້ນ​ເປັນ 72 ​ໃນ​ຈຳນວນ 146 ປະ​ເທດ, ຕາມ​ບົດ​ລາຍ​ງານ​ໄລຍະຫ່າງ​ລະຫວ່າງ​ຍິງ-​ຊາຍ​ທົ່ວ​ໂລກ ໂດຍ​ເວທີ​ປາ​ໄສ​ເສດຖະກິດ​ໂລກ​ ປະກາດ​ໃນ​ປີ 2023.

ທ່ານນາງ ກໍ່ໄລ່ລຽງ 4 ຜົນງານ​ທີ່​ພົ້ນ​ເດັ່ນ​ຂອງ​ ຫວຽດນາມ ນັບ​ແຕ່ເມື່ອ​ປະຕິບັດ​ບັນດາ​ເປົ້າໝາຍ​ພັດທະນາ​ແບບ​ຍືນ​ຍົງ:

ທີ​ໜຶ່ງ, ຫວຽດນາມ ໄດ້ສືບ​ຕໍ່ເພີ່ມທະວີຂອບເຂດນະໂຍບາຍ ​ແລະ ນິຕິກຳກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ລະຫວ່າງຍິງ-ຊາຍ. ຕົວຢ່າງ ກົດໝາຍວ່າດ້ວຍການໜູນຊ່ວຍວິສາຫະກິດຂະໜາດນ້ອຍ ແລະ ກາງ (ປີ 2017); ກົດໝາຍວ່າດ້ວຍການປ້ອງ​ກັນ, ຕ້ານການໃຊ້​ຄວາມຮຸນແຮງໃນຄອບຄົວ ສະບັບປັບປຸງ (2022); ປະມວນກົດໝາຍແຮງງານ ສະບັບປັບປຸງ (2019).

ທີສອງ, ຫວຽດນາມ ໄດ້ຍູ້ແຮງການເຂົ້າຮ່ວມການເມືອງຂອງແມ່ຍິງໃນການເລືອກຕັ້ງປີ 2021, ດ້ວຍອັດຕາຜູ້ແທນສະມາຊິກສະພາແຫ່ງຊາດຍິງເພີ່ມຂຶ້ນເຖິງ 30% - ສູງທີ່ສຸດນັບແຕ່ປີ 1976, ສູງກວ່າລະດັບສະເລ່ຍຂອງທົ່ວປະເທດແມ່ນ 25%.

ທີສາມ, ຫວຽດນາມ ​ແມ່ນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ທີ່​ມີ​ອັດຕາ​ແມ່ຍິງ​ເຂົ້າ​ຮ່ວມ​ກຳລັງ​ແຮງ​ງານ​ສູງທີ່​ສຸດ​ໃນ​ໂລກ. ອັດຕານີ້ ແມ່ນສູງເກືອບເທົ່າກັບຜູ້ຊາຍ (72% ສໍາລັບແມ່ຍິງ, ເມື່ອທຽບກັບ 82% ສໍາລັບຜູ້ຊາຍ).

ທີ​ສີ່, ຫວ່າງ​ມໍ່ໆ​ມາ​ນີ້, ຫວຽດນາມ ​ໄດ້​ຮັບຮອງ​ເອົາ​ໂຄງການ​ດຳ​ເນີນ​ງານ​ແຫ່ງ​ຊາດ​ກ່ຽວ​ກັບ​ແມ່ຍິງ, ສັນຕິພາບ ​ແລະ ຄວາມ​ໝັ້ນຄົງ​ ເປັນ​ຄັ້ງ​ທຳ​ອິດ​ໃນ ​ເດືອນ ມັງກອນ 2024 ​ແລະ ​ໄດ້​ລື່ນ​ກາຍເປົ້າໝາຍທີ່​ໄດ້​ວາງ​ອອກ​ກ່ຽວກັບການເພີ່ມທະວີບົດບາດ ແລະ ການ​ເຂົ້າ​ຮ່ວມ​ຂອງ​ແມ່ຍິງ​ໃນ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ.

ບັນດາຂໍ້ສະເໜີແນະ

ຕາມ​ທ່ານ​ນາງ ຫົວໜ້າ​ຜູ້ຕາງໜ້າ UN Women ຫວຽດນາມ ​ແລ້ວ, ສະພາ​ບໍລິຫານ​ງານ​ມີ​ບົດບາດສະໜອງການໜູນຊ່ວຍລະຫວ່າງ​ລັດຖະບານ ​ແລະ ຕິດຕາມ​ກວດກາ​ບັນດາ​ການ​ເຄື່ອນ​ໄຫວ​ບໍລິຫານຂອງ UN Women, ຄວາມສະເໝີຕົ້ນສະເໝີປາຍກັບ​ບັນດາ​ນະ​ໂຍບາຍສັງລວມຂອງ​ກອງ​ປະຊຸມ​ໃຫຍ່, ສະພາເສດຖະກິດ ແລະ ສັງຄົມ, ແລະ ປະຕິບັດຕາມບັນດາຄວາມຮັບຜິດຊອບທີ່ໄດ້ຍົກອອກໃນກົດບັດສະຫະປະຊາຊາດ. ນອກ​ນີ້, ສະພາ​ຍັງ​ມີ​ໜ້າ​ທີ່​ຮັບປະກັນວ່າ UN Women ຍາມໃດກໍ່ປະຕິບັດ​ຕາມ ​ແລະ ຕອບ​ສະໜອງ​ຄວາມ​ຕ້ອງການ ​ແລະ ບຸລິມະສິດ​ຂອງ​ບັນດາປະ​ເທດ​ທີ່ຮັບເອົາ.

ໃນອາຍຸການ 2025-2027, UN Women ຈະຮັບຮອງເອົາຍຸດທະສາດທົ່ວໂລກໃໝ່ ເພື່ອຊຸກຍູ້ການປະຕິບັດບັນດາເປົ້າໝາຍການພັດທະນາແບບຍືນຍົງ, ໂດຍໃນນັ້ນ ຄວາມສະເໝີພາບລະຫວ່າງຍິງ-ຊາຍແມ່ນຈຸດສຸມ.

ທ່ານ​ນາງ Caroline Nyamayamombe ກ່າວວ່າ ອີງຕາມ​ຜົນງານ ​ແລະ ປະສົບ​ການ​ຂອງ​ຕົນ, ຫວຽດນາມ ດ້ວຍ​ຈຳນວນ​ປະຊາກອນ​ທີ່​ຫຼວງ​ຫຼາຍ ​ແລະ ວັດທະນະທຳ​ສັງຄົມ​ທີ່​ເປັນ​ເອກະລັກ​ສະ​ເພາະ ຈະ​ນຳ​ມາ​ເຊິ່ງຫຼາຍ​ທັດສະນະ​ທີ່ເລິກ​ເຊິ່ງກ່ຽວ​ກັບ​ການ​ຊຸກຍູ້​ຄວາມ​ສະ​ເໝີ​ພາບລະຫວ່າງຍິງ-ຊາຍ. ຕົວຢ່າງ, ຫວຽດນາມ ໄດ້ມານະພະຍາຍາມຫຼຸດຜ່ອນຄວາມທຸກຍາກຫຼາຍຮູບຫຼາຍແບບ ແລະ ບັນລຸໄດ້ລາຍຮັບສະເລ່ຍປານກາງ, ແຕ່ປະຈຸບັນ 10,3% ແມ່ຍິງທົ່ວໂລກຍັງດຳລົງຊີວິດຢູ່ໃນຄວາມທຸກຍາກທີ່ສຸດ. ມີສິ່ງທ້າທາຍ ແລະ ກາລະໂອກາດຫຼາຍຢ່າງໃນຂະບວນການຫັນເປັນດິຈິຕອລ ແລະ ພະລັງງານ, ກໍຄືໃນການເພີ່ມທະວີການເຂົ້າຮ່ວມຂອງແມ່ຍິງໃນຂົງ​ເຂດ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ການ​ເມືອງ, ສັນ​ຕິ​ພາບ​ ແລະ​ ສະ​ຖຽນ​ລະ​ພາບ​ທົ່ວໂລກ.

“ຫວຽດນາມ ສາມາດແບ່ງປັນການເດີນທາງຂອງຕົນເອງ ແລະ ສົ່ງແຮງບັນດານໃຈໃຫ້ຫຼາຍປະເທດອື່ນໆ. ບັນດາການປະກອບສ່ວນເຫຼົ່ານີ້ ແມ່ນມີຄຸນຄ່າອັນລ້ຳຄ່າໃນການສະໜອງຂໍ້ມູນ ແລະ ໜູນຊ່ວຍບັນດາວິທີການເຂົ້າເຖິງ ແລະ ການຮ່ວມມືປ່ຽນແປງໃໝ່, ເພື່ອຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ການມອບສິດໃຫ້ແກ່ແມ່ຍິງ”. ທ່ານນາງ Caroline Nyamayamombe ກ່າວ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ສິດຂອງມະນຸດ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.