ຫວຽດນາມ ​ເດັດດ່ຽວປະຕິເສດຄຳ​ຮຽກສິດທັງໝົດ​ຢູ່​ທະ​ເລ​ຕາ​ເວັນ​ອອກ ທີ່​ຜິດ​ກົດໝາຍ​ສາກົນ

17:06 | 31/03/2024

ຍສໝ - ຫວຽດນາມ ມີ​ພື້ນຖານ​ນິຕິ​ກຳ ແລະ ຫຼັກຖານປະຫວັດສາດ​ຢ່າງ​ຄົບ​ຖ້ວນ ​ເພື່ອ​ຢັ້ງຢືນ​ອະທິປະ​ໄຕ​ຂອງ​ ຫວຽດນາມ ສຳລັບ 2 ໝູ່​ເກາະ ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ ທີ່ສອດຄ່ອງກັບກົດໝາຍ​ສາກົນ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟ້າມມິງຈິງ ໄດ້​ພົບ​ປະ​ກັບ​ປະ​ຊາ​ຄົມ​ຊາວ​ ຫວຽດ​ນາມ ຢູ່ ອົດ​ສະ​ຕາ​ລີ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟ້າມມິງຈິງ ໄດ້​ພົບ​ປະ​ກັບ​ປະ​ຊາ​ຄົມ​ຊາວ​ ຫວຽດ​ນາມ ຢູ່ ອົດ​ສະ​ຕາ​ລີ
ຫວຽດນາມ ​ເນັ້ນ​ໜັກ​ເຖິງ​ບັນດາ​ຄຸນຄ່າ ​ແລະ ຫຼັກການ​ຂອງ​ກົດ​ບັດ ສປຊ ​ແມ່ນ​ພື້ນຖານ​ຂອງ​ກົດໝາຍ​ສາກົນ ຫວຽດນາມ ​ເນັ້ນ​ໜັກ​ເຖິງ​ບັນດາ​ຄຸນຄ່າ ​ແລະ ຫຼັກການ​ຂອງ​ກົດ​ບັດ ສປຊ ​ແມ່ນ​ພື້ນຖານ​ຂອງ​ກົດໝາຍ​ສາກົນ

​ທ່ານໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ​ຫວຽດນາມ ນາງ ຟ້າມທູຮັ່ງ ໃຫ້​ຮູ້​ວ່າ ກໍຄືຫຼາຍຄັ້ງທີ່ຢັ້ງຢຶນ​ແລ້ວນັ້ໜ, ຫວຽດນາມ ມີ​ພື້ນຖານ​ນິຕິ​ກຳ ​ແລະ ຫຼັກ​ຖານ​ປະຫວັດສາດ​ຢ່າງ​ຄົບ​ຖ້ວນ ​ເພື່ອ​ຢັ້ງຢືນ​ອະທິປະ​ໄຕ​ຂອງ​ ຫວຽດນາມ ສຳລັບ 2 ໝູ່​ເກາະ ຮ່ວາງ​ຊາ ​​ແລະ ​ເຈື່ອງ​ຊາ ທີ່ສອດຄ່ອງກັບກົດໝາຍ​ສາກົນ, ກໍຄືມີ​ອະທິປະ​ໄຕ, ສິດ​ອະທິປະ​ໄຕ ​ແລະ ສິດພິພາກສາກ່ຽວກັບບັນດາ​ເຂດ​ທະ​ເລ​ຂອງ​ຕົນ ເຊິ່ງໄດ້ກຳນົດເໝາະສົມກັບສົນທິສັນຍາຂອງ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 (UNCLOS).

ຫວຽດນາມ ​ເດັດດ່ຽວປະຕິເສດຄຳ​ຮຽກສິດທັງໝົດ​ຢູ່​ທະ​ເລ​ຕາ​ເວັນ​ອອກ ທີ່​ຜິດ​ກົດໝາຍ​ສາກົນ

ເກາະ ເຈື່ອງຊາ (ແຄ໊ງຮວ່າ). (ພາບ: ທູເຟື່ອງ/TTXVN)

ວັນ​ທີ 23 ມີນາ​, ​ໂດຍ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບທັດສະນະ​ຂອງ​ ຫວຽດນາມ ຕໍ່​ຄຳກ່າວປາໄສຂອງທ່ານ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ​ຈີນ ຫວັງເວິນປິ່ນ ​ໃນ​ວັນ​ທີ 14 ມີນາ 2024 ​ແລະ ຖະ​ແຫຼ​ງການ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ ຟີ​ລິບ​ປິນ ​ໃນ​ວັນ​ທີ 17 ມີນາ 2024 ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ທ່ານ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ນາງ ຟ້າມທູຮັ່ງ ເນັ້ນ​ໜັກ​ວ່າ: ກ່ຽວ​ກັບ​ບັນດາ​ຄຳ​ຮຽກສິດຢູ່​ທະ​ເລ​ຕາ​ເວັນ​ອອກ​ທີ່ໄປຝືນກັບ​ກົດໝາຍ​ສາກົນ, ​ລະ​ເມີດ​ອະທິປະ​ໄຕ​ຂອງ​ ຫວຽດນາມ ສຳລັບ 2 ໝູ່​ເກາະ ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ, ກໍ່​ຄື​ລະ​ເມີດ​ອະທິປະ​ໄຕ, ສິດ​ອະທິປະ​ໄຕ ​ແລະ ສິດພິພາກສາ​ຂອງ ​ຫວຽດນາມ ກ່ຽວກັບບັນດາ​ເຂດ​ທະ​ເລ​ຂອງ​ຕົນ ໄດ້ກຳນົດຢ່າງສອດຄ່ອງກັບສົນທິສັນຍາຂອງ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982, ຫຼັກໝັ້ນຂອງ ​ຫວຽດນາມ ຍາມ​ໃດ​ກໍ່​ຈະ​ແຈ້ງ, ສະເໝີຕົ້ນສະເໝີປາຍ​ ແລະ ​ໄດ້​ຮັບ​ການ​ຢືນຢັນເປັນ​ຫຼາຍ​ຄັ້ງ, ຕາມ​ນັ້ນ​ແລ້ວ, ຫວຽດນາມ ກໍ່​ເດັດດ່ຽວປະຕິເສດຄຳ​ຮຽກສິດທັງໝົດດັ່ງກ່າວ.

ທ່ານ​ນາງ ຟ້າມທູຮັ່ງ ຢືນຢັນ​ວ່າ ຫວຽດນາມ ປາດ​ຖະໜາ​ຢາກ​ໃຫ້​ບັນດາ​ປະ​ເທດ​ທີ່ກ່ຽວຂ້ອງ​ເຄົາລົບ ​ແລະ ປະຕິບັດ​ບັນດາ​ຂໍ້​ກຳນົດ​ຂອງ UNCLOS 1982 ຢ່າງ​ແທ້​ຈິງ, ປະກອບສ່ວນ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ຊອກ​ຫາ​ບັນດາ​ມາດ​ຕະການ​ແກ້​ໄຂພື້ນຖານ, ຍາວ​ນານຢູ່​ທະ​ເລ​ຕາ​ເວັນ​ອອກ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຊາຍແດນ, ທະເລ, ໝູ່ເກາະ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.