ການສົນທະນາກ່ຽວກັບກົນໄກການທົບທວນຕາມການກຳນົດເວລາ ຂອງສະຫະປະຊາຊາດກ່ຽວກັບສິດທິມະນຸດ

11:19 | 22/03/2024

ຍສໝ - ໃນວັນ​ທີ 21 ມີນາ​ນີ້, ຢູ່​ກົມ​ການ​ຕ່າງປະ​ເທດ, ກະຊວງ​ຕຳຫຼວດ ​ໄດ້​ຈັດ​ການສົນທະນາ​ປຶກສາ​ຫາລື​ ກ່ຽວ​ກັບ​ກົນ​ໄກ​ການທົບທວນ​ທົ່ວ​ໂລກ​ກ່ຽວ​ກັບ​ສິດທິ​ມະນຸດ (UPR). ການສົນທະນາ​ ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ 80 ກວ່າ​ຫົວໜ່ວຍ, ທ້ອງ​ຖິ່ນ​ໃນກະຊວງ​ຕຳຫຼວດ, ​ໂດຍ​ທ່ານພົນຈັດຕະວາ ຫງວຽນ​ວັນ​ກີ, ຮອງ​ຫົວໜ້າ​ກົມ​ການ​ຕ່າງປະ​ເທດ​ເປັນ​ປະທານ.

ຂີດໝາຍຂອງ ຫວຽດນາມ ໃນປີທຳອິດທີ່ຮັບດຳລົງຖານະເປັນສະມາຊິກສະພາສິດທິມະນຸດ  ສະຫະປະຊາຊາດ ຂີດໝາຍຂອງ ຫວຽດນາມ ໃນປີທຳອິດທີ່ຮັບດຳລົງຖານະເປັນສະມາຊິກສະພາສິດທິມະນຸດ ສະຫະປະຊາຊາດ
ຫວຽດນາມ ໄດ້ຮັບການເລືອກຕັ້ງຄືນໃໝ່ເຂົ້າໃນສະພາສິດທິມະນຸດຂອງສະຫະປະຊາຊາດ ຫວຽດນາມ ໄດ້ຮັບການເລືອກຕັ້ງຄືນໃໝ່ເຂົ້າໃນສະພາສິດທິມະນຸດຂອງສະຫະປະຊາຊາດ

ໃນວັນ​ທີ 21 ມີນາ​ນີ້, ຢູ່​ກົມ​ການ​ຕ່າງປະ​ເທດ, ກະຊວງ​ຕຳຫຼວດ ​ໄດ້​ຈັດ​ການສົນທະນາ​ປຶກສາ​ຫາລື​ ກ່ຽວ​ກັບ​ກົນ​ໄກ​ການທົບທວນ​ທົ່ວ​ໂລກ​ກ່ຽວ​ກັບ​ສິດທິ​ມະນຸດ (UPR). ການສົນທະນາ​ ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ 80 ກວ່າ​ຫົວໜ່ວຍ, ທ້ອງ​ຖິ່ນ​ໃນກະຊວງ​ຕຳຫຼວດ, ​ໂດຍ​ທ່ານພົນຈັດຕະວາ ຫງວຽນ​ວັນ​ກີ, ຮອງ​ຫົວໜ້າ​ກົມ​ການ​ຕ່າງປະ​ເທດ​ເປັນ​ປະທານ.

ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ຜູ້​ແທນ​ໄດ້​ຮັບ​ຟັງ​ບັນດາ​ນັກ​ຊ່ຽວຊານ, ນັກຮຽນຮູ້​ດ້ານ​ສິດທິ​ມະນຸດ​ຄື: ຮອງ​ສາດສະດາຈານ, ດຣ ຫງວຽນ​ທິແທ່ງ​ຫາຍ, ຮອງ​ຜູ້ອຳນວຍການ​ສະ​ຖາ​ບັນ​ສິດທິ​ມະນຸດ; ປະລິນຍາໂທ ຫງວຽນ​ລິງຄາ, ຮອງ​ຫົວໜ້າ​ກົມ​ຮ່ວມ​ມື​ສາກົນ, ກະຊວງ​ຍຸຕິ​ທຳ; ປະລິນຍາໂທ ຫງວຽນວູມິນ, ຮອງຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງຍຸຕິທຳ, ໄດ້ແນະນຳກ່ຽວກັບສະພາບລວມຂອງກົນໄກ UPR; ຜົນກະທົບ ແລະ ອິດທິພົນຂອງກົນໄກຕໍ່ຫວຽດນາມ; ຂະ​ບວນ​ການ​ສ້າງ​ ແລະ​ ນໍາ​ສະ​ເຫນີ​ບົດ​ລາຍ​ງານ​ຢູ່​ສະ​ພາ​ສິດ​ທິ​ມະ​ນຸດ​ສະ​ຫະ​ປະ​ຊາ​ຊາດ​.

ການສົນທະນາກ່ຽວກັບກົນໄກການທົບທວນຕາມການກຳນົດເວລາ ຂອງສະຫະປະຊາຊາດກ່ຽວກັບສິດທິມະນຸດ

ພົນຈັດຕະວາ ຫງວຽນ​ວັນ​ກີ, ຮອງ​ຫົວ​ໜ້າ​ກົມ​ການ​ຕ່າງ​ປະ​ເທດ, ກະ​ຊວງ​ຕຳຫຼວດ​ໄດ້​ກ່າວ​ຄຳ​ເຫັນ​ທີ່​ກອງ​ປະ​ຊຸມ.

UPR ເປັນກົນໄກໜຶ່ງທີ່ສຳຄັນຂອງສະພາສິດທິມະນຸດຂອງສະຫະປະຊາຊາດ ໂດຍມີໜ້າທີ່ກວດກາຄືນສະພາບສິດທິມະນຸດໃນທຸກປະເທດສະມາຊິກຂອງສະຫະປະຊາຊາດ. ຜ່ານ​ນັ້ນ ຊຸກຍູ້​ໃຫ້​ບັນດາ​ປະ​ເທດ​ປະຕິບັດ​ພັນທະ ​ແລະ ຄຳ​ໝັ້ນ​ສັນຍາ​ກ່ຽວ​ກັບ​ສິດທິ​ມະນຸດ​ຢ່າງ​ຄົບ​ຖ້ວນ ດ້ວຍ​ຫຼັກການ​ເຈລະຈາ, ການ​ຮ່ວມ​ມື, ສະ​ເໝີ​ພາບ, ມີ​ຈຸດປະສົງ ​ແລະ ຄວາມ​ໂປ່​ງ​ໃສ.

ບົນ​ຈິດ​ໃຈ​ນັ້ນ, ຫວຽດນາມ ຍາມ​ໃດ​ກໍ່​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ຮອບ​ວຽນ UPR ​ໃນ 18 ປີຜ່ານມາ ນັບ​ແຕ່​ກົນ​ໄກ UPR ​ໄດ້​ຮັບ​ການ​ສ້າງ​ຕັ້ງ ​ແລະ ປະຕິບັດ​ບັນດາ​ຂໍ້​ສະ​ເໜີ​ແນະ​ທີ່​ຫວຽດນາມ ​ໄດ້​ຮັບ​ເອົາ​ຢ່າງ​ຄົບ​ຖ້ວນ.

ຮັບຮູ້ເຖິງຄວາມສຳຄັນຂອງກົນໄກ UPR, ກະຊວງຕຳຫຼວດ ຍາມໃດກໍ່ຖືເປັນສຳຄັນຂະບວນການຈັດຕັ້ງປະຕິບັດບັນດາຂໍ້ສະເໜີແນະ. ນີ້​ບໍ່​ພຽງ​ແຕ່​ແມ່ນ​ການ​ປະຕິບັດ​ໜ້າ​ທີ່, ພັນທະ​ໃນ​ການ​ຄຸ້ມ​ຄອງ​ລັດ​ໃນ​ຂົງ​ເຂດ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ ​ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ສາກົນ​ໃນ​ຂົງ​ເຂດ​ປະຊາທິປະ​ໄຕ ​ແລະ ສິດທິ​ມະນຸດ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ໂອກາດ​ໃຫ້​ບັນດາ​ອົງການ, ຫົວໜ່ວຍ​ໃນ​ກະຊວງຕຳຫຼວດ, ​ແລະ ຕຳຫຼວດ​ທ້ອງ​ຖິ່ນ ​ເພື່ອ​ກວດກາ​ຄືນ​ບັນດາ​ນະ​ໂຍບາຍ, ກົດໝາຍ​ເປັນ​ຕົ້ນ​ແມ່ນ​ຂະ​ບວນການ​ປະຕິບັດ​ການ​ຮັບປະກັນ​ສິດທິ​ມະນຸດ​ໃນ​ວຽກ​ງານ​ຕຳຫຼວດ. ຈາກ​ນັ້ນ, ພວກ​ເຮົາ​ສາມາດ​ດຶງ​ດູດ​ປະສົບ​ການ ​ແລະ ຄົ້ນ​ພົບ​ຊ່ອງ​ຫວ່າງ ​ແລະ ຂໍ້​ບົກ​ຜ່ອງ​ໃນ​ລະບົບ​ນະ​ໂຍບາຍ ​ແລະ ກົດໝາຍ​ຂອງ​ລັດ, ​ແລະ ຄວາມ​ບໍ່​ພຽງພໍ​ໃນ​ການ​ປະຕິບັດ​ທີ່​ສາມາດ​ກະທົບ​ເຖິງ​ສິດທິ​ມະນຸດ​ຂອງ​ພົນລະ​ເມືອງ. ບົນ​ພື້ນຖານ​ນັ້ນ, ພວກ​ຂ້າພະ​ເຈົ້າ​ສະ​ເໜີ​ໃຫ້​ລັດຖະບານ​ແກ້​ໄຂ ​ແລະ ​ເພີ່ມ​ເຕີມ​ລະບົບ​ກົດໝາຍ​ກ່ຽວ​ກັບ​ສິດທິ​ມະນຸດ​ໃຫ້​ສົມບູນ​ແບບ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.