ຫຼາຍການເຄື່ອນໄຫວທີ່​ຟົດຟື້ນ​ໃນ​ງານ​ບຸນເກັບໝາກໝັ້ນປີ 2024 ຢູ່​ຕາ​ແສງເຂດຊາຍແດງ ​ເງ້ອານ

13:45 | 21/05/2024

ຍສໝ - ວັນ​​ບຸນເກັບໝາກໝັ້ນປີ 2024 ໄດ້ຈັດ​ຂຶ້ນ​ຢູ່​ຕາ​ແສງ ເມື່ອງຫຼົງ (ເມືອງ ກີ​ເຊີນ, ແຂວງ ເງ້​ອານ) ດ້ວຍການເຄື່ອນໄຫວວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຫຼາຍຢ່າງຂອງ​ຊາວ​ເຜົ່າ​ ມົ້ງ ແລະ ແມ່ນ​ເຫດການ ເພື່ອແຜ່ກະຈາຍ​ສີສັນຂອງ​ເຂດ​ຊາຍ​ແດນ ​ແລະ ​ໂຄສະນາ, ແນະນຳ​ເຄື່ອງໝາຍການຄ້າຂອງໝາກໝັ້ນ ຕ່າມຮວາ.

ຜະລິດຕະພັນກະເສດຂອງ​ຫວຽດນາມ ສ້າງ​ຄວາມ​ປະ​ທັບ​ໃຈແບບ​ພິ​ເສດ​ຢູ່​ງານຕະຫຼາດນັດ FoodService Australia 2024 ຜະລິດຕະພັນກະເສດຂອງ​ຫວຽດນາມ ສ້າງ​ຄວາມ​ປະ​ທັບ​ໃຈແບບ​ພິ​ເສດ​ຢູ່​ງານຕະຫຼາດນັດ FoodService Australia 2024
ຫວຽດນາມ ມີ​ຄວາມວິຕົກກັງວົນຢ່າງເລິກເຊິ່ງ​ຕໍ່ບັນດາການຜັນແປ​ທີ່​ເຄັ່ງຕຶງ​ຂຶ້ນຢູ່​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ​ໃນ​ປະຈຸ​ບັນ ຫວຽດນາມ ມີ​ຄວາມວິຕົກກັງວົນຢ່າງເລິກເຊິ່ງ​ຕໍ່ບັນດາການຜັນແປ​ທີ່​ເຄັ່ງຕຶງ​ຂຶ້ນຢູ່​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ​ໃນ​ປະຈຸ​ບັນ

ວັນ​ບຸນເກັບໝາກໝັ້ນຂອງ​ປະຊາຊົນ​ຕາ​ແສງ ເມື່ອງຫຼົງ (ເມືອງ ກີ​ເຊີນ, ແຂວງ ເງ້​ອານ)​ ໄດ້​ຈັດ​ຂຶ້ນ​ໃນ​ວັນ​ຄ້າຍວັນເກີດ​ປະທານ​ ໂຮ່ຈິ​ມິນ, ວັນ​ທີ 19 ພຶດສະພາ. ຕໍ່ກັບປະຊາຊົນ​ຢູ່​ທີ່​ນີ້​ ກໍ​ຄື​ນັກ​ທ່ອງ​ທ່ຽວ, ນີ້​ແມ່ນ​ໂອກາດ​ທີ່​ມີ​ຄວາມ​ໝາຍ​ທີ່​ສຸດ ​ເພື່ອ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນຕໍ່ກົກເຄົ້າເຫງົ້າກໍ, ລຸງ​ໂຮ່, ທັງ​ແມ່ນ​ວັນ​ທີ່​ມີ​ຫຼາຍຄວາມ​ໝາຍ​ຂອງ​ຊາວ​ເຜົ່າ​ມົ້ງ, ​ຜູ້ໄທ...

ວັນ​ບຸນເກັບໝາກໝັ້ນ​ປີ 2024 ​ໄດ້​ດຳ​ເນີນ​ໄປ​ດ້ວຍ​ຫຼາຍການເຄື່ອນໄຫວທີ່​ຟົດຟື້ນ​ເຊັ່ນ ການ​ສະ​ແດງ, ການ​ແຂ່ງຂັນ​ເກັບໝາກໝັ້ນ​, ກິນໝາກໝັ້ນ, ຊົນຄວາຍ, ​ງົວ,… ບໍ່​ພຽງ​ແຕ່ເທົ່ານັ້ນ, ມາ​ຮອດວັນ​ບຸນເກັບໝາກໝັ້ນນີ້ ນັກ​ທ່ອງ​ທ່ຽວ​ຍັງ​ສາມາດ​ສຳ​ຜັດ, ຢ້ຽມຢາມ, ຖ່າຍຮູບ, ເກັງໝາກໝັ້ນ, ພ້ອມທັງເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຊາວ​ເຜົ່າ​ມົ້ງ ຢູ່​ຕາ​ແສງ ເມື່ອງຫຼົງ.

ຫຼາຍການເຄື່ອນໄຫວທີ່​ຟົດຟື້ນ​ໃນ​ງານ​ບຸນເກັບໝາກໝັ້ນປີ 2024 ຢູ່​ຕາ​ແສງເຂດຊາຍແດງ ​ເງ້ອານ

ນັກ​ທ່ອງ​ທ່ຽວ​ນັບ​ພັນ​ຄົນ​ມີຄວາມຕື່ນ​ເຕັ້ນ​, ມາ​ເພື່ອສຳ​ຜັດ​ກັບວັນບຸນເກັບໝາກໝັ້ນ.

​ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ເມືອງ ກີ​ເຊີນ ຫງວຽນ​ຫວຽດ​ຮຸ່ງ ໃຫ້ຮູ້ວ່າ ວັນ​ບຸນເກັບໝາກໝັ້ນ ​ໄດ້​ກາຍ​ເປັນ​ຈຸດ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຊາວ ເມື່ອງຫຼົງ ແລະ ຊາວ​ເມືອງ ກີເຊີນ. ວັນບຸນ​ ຍັງ​ແມ່ນ​ໂອກາດ​ເພື່ອ​ໃຫ້​ນັກ​ທ່ອງ​ທ່ຽວ​ທັງ​ຢູ່​ໃກ້ ​ແລະ ​ໄກ​ໄດ້​ສຳ​ຜັດ, ປະສານເຂົ້າກັນກັບວັດທະນະທຳ, ອາຫານ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຊາວ​ທ້ອງຖິ່ນ.

ໂດຍຜ່ານວັນບຸນນີ້ ​ເພື່ອ​ເຜີຍ​ແຜ່​ສີສັນ​ຂອງ​ເຂດ​ຊາຍ​ແດນ, ນັກ​ທ່ອງ​ທ່ຽວ​ສາມາດ​ຮູ້ສຶກ​ໄດ້​ເຖິງ​ອາກາດ​ສົດ, ​ເຢັນ​ສະບາຍ​ຢູ່​ເຂດຕາ​ເວັນ​ຕົກ ​ເງ້ອານ, ​ໄດ້​ຮັບ​ຊິມ​ອາຫານ, ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຊາວ​ເຜົ່າຜູ້ໄທ, ​ມົ້ງ...

​ເປັນ​ທີ່​ຮູ້​ກັນ​ວ່າ, ບໍລິເວັນຕາ​ແສງ ເມື່ອງຫຼົງ ນັບ​ແຕ່​ຊຸມ​ປີ 1990 ​ເປັນ​ຕົ້ນ​ມາ ​ໄດ້​ຮັບ​ຖື​ວ່າ​ແມ່ນ​​ເມືອງ​ເອກ​ແຫ່ງ​ການ​ປູກ​ຝິ່ນ. ເພື່ອ​ໜູນ​ຊ່ວຍ​ປະຊາຊົນ​ໃນ​ການລົບລ້າງດອກຢາຝິ່ນ, ຕົ້ນ​ໝາກໝັ້ນ ຕ່າມຮວາ ​ໄດ້​ນຳ​ເຂົ້າ​ໃນ​ການ​ທົດ​ລອງ​ປູກ. ດ້ວຍ​ເນື້ອ​ທີ່​ປູກ​ຕົ້ນ​ໝາກ​ໝັ້ນກວ່າ 30 ​ເຮັກຕາ, ຊາວ​ເຜົ່າ ເມື່ອງຫຼົງ ​ໄດ້​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ​ເທື່ອ​ລະ​ກ້າວ.

​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ​ເມືອງ ກີ​ເຊີນ ເວົ້າລວມ ແລະ ຕາ​ແສງ ເມື່ອງຫຼົງ ເວົ້າ​ສະ​ເພາະ ໄດ້​ຈັດ​ຕັ້ງ​ການ​ປັບປຸງ ​ແລະ ຟື້ນຟູເນື້ອທີ່ໝາກໝັ້ນ​ຫຼາຍ​ແຫ່ງ ດ້ວຍ​ເປົ້າໝາຍ​ພັດທະນາ​ເສດຖະກິດ​ ຕິດ​ພັນ​ກັບ​ການ​ພັດທະນາ​ການທ່ອງທ່ຽວ​ຊຸມ​ຊົນ. ​ເມືອງ ​ກີ​ເຊີນ​ ​ໄດ້​ຊີ້​ນຳ​ປະຊາຊົນ​ປູກ​ຕົ້ນ​ໝາກໝັ້ນດ້ວຍ​ວິທີ​ປອດ​ໄພ​, ອົງຄະທາດ, ຍົກສູງຄຸນ​ນະພາ​ບຕິດ​ພັນ​ກັບ​ການ​ຍູ້ແຮງການ​ເຊື່ອມ​ຕໍ່​ການ​ບໍລິ​ໂພ​ກຜະລິດຕະພັນກະເສດ ແລະ ຂຸດ​ຄົ້ນ​ບັນດາ​ຜະລິດ​ຕະພັນ​ທ່ອງ​ທ່ຽວ​ທ້ອງ​ຖິ່ນ.

ມິງດຶກ

ເຫດການ