ຫວຽດນາມ ປະຕິເສດ ສໍຳລັບບົດລາຍງານສິດເສລີທາງສາສະໜາສາກົນປີ 2024 ຂອງຄະນະກຳມະການເສລີທາງສາສະໜາສາກົນ

15:30 | 10/05/2024

ຍສໝ - ວັນ​ທີ 9 ພຶດສະພາ 2024, ຢູ່​ທີ່​ກອງ​ປະຊຸມ​ຂ່າວ​ປະຈຳ​ກະຊວງ​ການ​ຕ່າງປະ​ເທດ, ​ໃນການຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວສະເໜີໃຫ້ຮູ້ວ່າ ກ່ຽວກັບວິຈານຂອງ​ ຫວຽດນາມ ກ່ຽວກັບບົດ​ລາຍ​ງານ​ສິດ​ເສລີ​ທາງ​ສາສະໜາ​ປີ 2024 ຂອງ​ກຳມາທິການການ​ເສລີ​ທາງ​ສາສະໜາ​ສາກົນ (USCIRF), ທ່ານນາງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ ຟ້າມທູຮັ່ງ ​ເນັ້ນ​ໜັກວ່າ:

ສື່​ມວນ​ຊົນ​ສາກົນ​ຍ້ອງຍໍ​ໄຊຊະນະ ​ດ້ຽນບຽນ​ຝູ ຂອງ​ ຫວຽດນາມ ສື່​ມວນ​ຊົນ​ສາກົນ​ຍ້ອງຍໍ​ໄຊຊະນະ ​ດ້ຽນບຽນ​ຝູ ຂອງ​ ຫວຽດນາມ
ຫວຽດນາມ ນອນໃນ top 2 ຂອງຈຳນວນ​ນັກ​ທ່ອງ​ທ່ຽວ​ສາກົນ​ມາ​ລາວ ຫວຽດນາມ ນອນໃນ top 2 ຂອງຈຳນວນ​ນັກ​ທ່ອງ​ທ່ຽວ​ສາກົນ​ມາ​ລາວ

ຫວຽດນາມ ຍາມ​ໃດ​ກໍ່​ປະຕິບັດ​ນະ​ໂຍບາຍ​ເຄົາລົບ ​ແລະ ຮັບປະກັນ​ສິດ​ເສລີ​ໃນ​ການ​ເຊື່ອ​ຖື, ​ສາສະໜາ, ສິດ​ໃນ​ການ​ເຊື່ອ​ຖື​ ຫຼື ​ບໍ່​ເຊື່ອ​ຖື​ສາສະໜາ​ຂອງ​ປະຊາຊົນ​. ຢູ່ ​ຫວຽດນາມ, ບໍ່​ມີ​ຜູ້​ໃດ​ຖືກ​ຈຳ​ແນ​ກ​ເພາະ​ສາສະໜາ, ຄວາມ​ເຊື່ອ​ຖື ​ແລະ ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ອົງການ​ສາສະໜາ ​ລ້ວນ​ແຕ່​ໄດ້​ຮັບ​ການ​ຮັບປະກັນ​ຕາມ​ຂໍ້​ກຳນົດ​ຂອງ​ກົດໝາຍ. ສິ່ງ​ນີ້ ໄດ້​ສະ​ແດງ​ອອກ​ຢ່າງ​ຈະ​ແຈ້ງ​ໃນ​ລັດ​ຖະ​ທຳ​ມະ​ນູນ​ປີ 2013, ລະ​ບົບ​ກົດ​ໝາຍ​ຂອງ​ຫວຽດ​ນາມ ແລະ ໄດ້​ຮັບ​ການ​ເຄົາ​ລົບບົນຕົວຈິງ.

ຫວຽດນາມ ປະຕິເສດ ສໍຳລັບບົດລາຍງານສິດເສລີທາງສາສະໜາສາກົນປີ 2024 ຂອງຄະນະກຳມະການເສລີທາງສາສະໜາສາກົນ

ທ່ານນາງ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ ຟ້າມທູຮັ່ງ ​ເນັ້ນ​ໜັກ.

ບັນດາ​ນະ​ໂຍບາຍ, ຄວາມ​ມານະ​ພະຍາຍາມ ​ແລະ ບັນດາ​ຜົນງານຂອງ ຫວຽດນາມ ໃນ​ການ​ຮັບປະກັນ​ສິດທິ​ມະນຸດ, ​ໃນ​ນັ້ນ​ມີ​ສິດ​ເສລີ​ສາສະໜາ, ​ເສລີ​ການ​ເຊື່ອ​ຖື​ ທີ່ໄດ້​ຮັບ​ການ​ຮັບ​ຮູ້ ​ແລະ ຕີ​ລາຄາ​ສູງ​ຈາກ​ຫຼາຍ​ປະ​ເທດ. ນີ້​ກໍ​ແມ່ນ​ການ​ຕີ​ລາຄາ, ພິຈາລະນາຂອງ​ບັນດາ​ປະ​ເທດ​ທີ່​ກອງ​ປະຊຸມ​ປຶກສາ​ຫາລື​ກ່ຽວ​ກັບ​ບົດ​ລາຍ​ງານ​ແຫ່ງ​ຊາດ​ຂອງ​ ຫວຽດນາມ ຕາມກົນໄກກວດກາ​ຄືນປະຈຳໄລຍະໄປທົ່ວ (UPR) ຮອບ​ທີ 4 ຂອງ​ສະພາ​ສິດທິ​ມະນຸດ​ສະຫະ​ປະຊາ​ຊາດ ຫາກໍຈັດຕັ້ງຢູ່ Geneva, ສະວິດ.

ຫວຽດນາມ ປະຕິ​ເສດ​ບັນດາໃຫ້ຂໍ້ສັງເກດ​ທີ່​ບໍ່​ພາວະວິໄສ, ມີລັກສະນະເປັນຄວາມຄິດຕາຍຕົວ ແລະ ບໍ່​ຖືກຕ້ອງ​ກ່ຽວ​ກັບ​ສະພາບ​ຕົວ​ຈິງ​ຢູ່ ຫວຽດນາມ ​ໃນ​ບົດ​ລາຍ​ງານ​ສິດ​ເສລີ​ທາງ​ສາສະໜາ​ສາກົນ​ປີ 2024 ຂອງ​ກຳມາທິການການ​ເສລີ​ທາງ​ສາສະໜາ​ສາກົນ ອາເມລິກາ (USCIRF). ພວກ​ຂ້າພະ​ເຈົ້າ ໄດ້​, ພວມ ແລະ​ ​ຈະ​ສືບ​ຕໍ່​ປຶກສາ​ຫາລື​ກັບ​ ອາ​ເມ​ລິ​ກາ​ ກ່ຽວ​ກັບ​ບັນດາ​ບັນຫາ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ​ບົນ​ຈິດ​ໃຈ​ກົງ​ໄປ​ກົງ​ມາ, ​ເປີດ​ເຜີຍ ​ແລະ ​ເຄົາລົບ​ເຊິ່ງກັນ​ແລະ​ກັນ, ປະກອບສ່ວນເຂົ້າໃນການ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ເພື່ອສັນຕິພາບ, ການຮ່ວມມື ແລະ ການພັດທະນາແບບຍືນຍົງລະຫວ່າງ ຫວຽດນາມ ແລະ ອາເມລິກາ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ສິດຂອງມະນຸດ

ເບິ່ງເພີ່ມເຕີມ
ເຫດການ