ສາມ​ຈຸດສຸມໃນການ​ຮ່ວມ​ມື​ປ້ອງ​ກັນ, ຕ້ານ​ຢາ​ເສບ​ຕິດ​ລະ​ຫວ່າງ ​ຫວຽດ​ນາມ-ລາວ

20:52 | 15/10/2024

ຍສໝ - ​ວັນ​ທີ 14 ຕຸລາ ຢູ່​ຮ່າ​ໂນ້ຍ, ກະຊວງ​ຕຳຫຼວດ​ຫວຽດນາມ ​ໄດ້​ເປັນ​ປະທານໃນການຈັດກອງ​ປະຊຸມ​ສອງຝ່າຍຂັ້ນ​ລັດຖະມົນຕີ​​ລະຫວ່າງ​ກະຊວງ​ຕຳຫຼວດ​ຫວຽດນາມ ​ແລະ ກະຊວງ​ປ້ອງກັນຄວາມສະຫງົບລາວ ກ່ຽວ​ກັບ​ການ​ຮ່ວມ​ມື​ປ້ອງ​ກັນ, ຕ້ານ​ອາດຊະຍາ​ກຳ, ຮັກສາ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ສັງ​ຄົມ​ ແລະ ການ​ປ້ອງ​ກັນ, ຕ້ານຢາ​ເສບ​ຕິດ​. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ເລ​ແທງ​ລອງ, ປະ​ທານ​ຄະ​ນະ​ກຳ​ມະ​ການແຫ່ງຊາດກ່ຽວກັບການ​ປ້ອງ​ກັນ, ຕ້ານ AIDS, ຢາ​ເສບ​ຕິດ, ໂສເພນີ ໄດ້​ເຂົ້າ​ຮ່ວມ ແລະ ກ່າວ​ຄຳປາໄສ​ທີ່ກອງ​ປະ​ຊຸມ.

ຫວຽດ​ນາມ ແມ່ນ​ຂົວ​​ຕໍ່​ສຳ​ຄັນ​ລະ​ຫວ່າງ ອາ​ຊຽນ ກັບ​ບັນ​ດາ​ຄູ່​ຮ່ວມ​ມື
​ເພີ່ມ​ທະວີ​ການ​ປ້ອງ​ກັນ, ຕ້ານອາດຊະຍາກຳ​ຢາ​ເສບ​ຕິດ ​ຢູ່​ອະນຸພາກພື້ນແມ່​ນ້ຳຂອງ ເປີດກ້ວາງ.

​ໃນ​ຂອບ​ເຂດ​ກອງ​ປະຊຸມ, ກະຊວງ​ຕຳຫຼວດ 2 ປະ​ເທດ ໄດ້​ແລກປ່ຽນ​ຂໍ້​ມູນກ່ຽວ​ກັບ​ສະພາບ​ອາດຊະຍາ​ກຳ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ, ຄວາມ​ປອດ​ໄພ​ສັງຄົມ, ອາດຊະຍາ​ກຳ​ຢາ​ເສບ​ຕິດ​ທີ່​ກ່ຽວຂ້ອງ​ກັບສອງ​ປະ​ເທດ; ຕີລາຄາສະພາບການ, ໝາກຜົນຂອງວຽກງານປະສານສົມທົບກ່ຽວກັບການຜັນຂະຫຍາຍບົດບັນທຶກ​ຊ່ວຍ​ຈຳ​ທີ່ໄດ້ລົງນາມໃນວັນທີ 9 ສິງຫາ 2021 ລະຫວ່າງກະຊວງຕຳຫຼວດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ແລະ ກະຊວງຕຳຫຼວດ ແຫ່ງ ສປປ ລາວ ໃນການຮ່ວມມືປ້ອງກັນ, ຕ້ານຢາເສບຕິດ; ແຜນການສະບັບທີ 376/KH-BCA-C04 ລົງວັນທີ 13 ກັນຍາ 2021 ຂອງກະຊວງຕຳຫຼວດກ່ຽວກັບການຜັນຂະຫຍາຍປະຕິບັດບັນດາສັນຍາ, ຂໍ້ຕົກລົງ, ແຜນການຮ່ວມມືລະຫວ່າງສອງປະເທດ; ວຽກງານການຮ່ວມມືປ້ອງກັນ, ຕ້ານ​ອາດຊະຍາ​ກຳ​ທີ່​ກ່ຽວຂ້ອງ​ເຖິງ​ການຄ້າມະນຸດ, ອາດຊະຍາ​ກຳ​ກ່ຽວກັບຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ, ອາດຊະຍາ​ກຳ​ຢາ​ເສບ​ຕິດ​ຢູ່​ຊາຍ​ແດນ​ຫວຽດນາມ - ລາວ.

ສາມ​ຈຸດສຸມໃນການ​ຮ່ວມ​ມື​ປ້ອງ​ກັນ, ຕ້ານ​ຢາ​ເສບ​ຕິດ​ລະ​ຫວ່າງ ​ຫວຽດ​ນາມ-ລາວ

ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ເລ​ແທງ​ລອງ ກ່າວ​ຄຳປາໄສທີ່​ກອງ​ປະຊຸມ. (ພາບ: ກະຊວງຕຳຫຼວດ)

ສອງ​ຝ່າຍ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ປ້ອງ​ກັນ, ຕ້ານ​ອາດຊະຍາ​ກຳ, ຮັກສາ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ, ຄວາມ​ປອດ​ໄພ​ສັງຄົມ ​ແລະ ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ຢາ​ເສບ​ຕິດ​ລະຫວ່າງ​ກະຊວງ​ຕຳຫຼວດ​ຂອງ​ສອງ​ປະ​ເທດ. ພ້ອມ​ກັນ​ນັ້ນ, ກໍ່ປຶກສາ​ຫາລື​ກ່ຽວ​ກັບ​ທິດ​ທາງ, ວິທີ​ແກ້​ໄຂ ​ເພື່ອ​ຍົກ​ສູງ​ປະສິດທິ​ຜົນ​ການ​ຮ່ວມ​ມື​ກັນປ້ອງ​ກັນ, ຕ້ານ​ອາດຊະຍາ​ກຳ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ, ຄວາມ​ປອດ​ໄພ​ສັງຄົມ, ອາດຊະຍາ​ກຳ​ຢາ​ເສບ​ຕິດ​ໃນ​ໄລຍະ​ຈະ​ມາ​ເຖິງ.

ກ່າວ​ຄຳປາໄສທີ່​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ​ເລ​ແທງລອງ ກ່າວ​ຢ່າງ​ຈະ​ແຈ້ງວ່າ ປະຈຸ​ບັນ, ສະພາບ​ອາດຊະຍາ​ກຳ​ຂ້າມ​ຊາດ, ພິ​ເສດ​ແມ່ນ​ອາດຊະຍາ​ກຳ​ຢາ​ເສບ​ຕິດ​ແມ່ນ​ບັນຫາ​ລວມຂອງທົ່ວ​ໂລກ, ໄດ້​ ແລະ ພວມ​ສົ່ງ​ຜົນ​ສະທ້ອນ​ບໍ່​ດີ​ເຖິງ​ທຸກ​ດ້ານ​ຂອງ​ຊີວິດ​ເສດຖະກິດ-ສັງຄົມ​ຂອງ​ແຕ່ລະ​ປະ​ເທດ. ຫວຽດນາມ ​ແລະ ລາວ ພວມ​ຕົກ​ຢູ່​ພາຍ​ໃຕ້​ຄວາມ​ກົດ​ດັນ ​ແລະ ຜົນ​ກະທົບ​ອັນ​ໃຫຍ່​ຫຼວງ​ຈາກ​ສະພາບ​ການ​ດັ່ງກ່າວ.

ທ່ານ​ເນັ້ນ​ໜັກ​ວ່າ 2 ຝ່າຍ​ຕ້ອງ​ກຳນົດ​ທັດສະນະ​ຢ່າງ​ຈະ​ແຈ້ງ ​ແລະ ບາງ​ຈຸດເປົ້າໝາຍ​ຈຸດສຸມ ຕ້ອງສຸມໃສ່​ເຖິງ​ການ​ຮ່ວມ​ມື​ໃນ​ໄລຍະ​ຈະ​ມາ​ເຖິງ. ນັ້ນ​ແມ່ນ: ສືບ​ຕໍ່​ເສີມຂະຫຍາຍ​ກຳລັງ​ແຮງສັງລວມຂອງ​ລະບົບ​ການ​ເມືອງ ​ແລະ ທົ່ວ​ປວງ​ຊົນ​ໃນ​ການ​ປ້ອງ​ກັນ, ຕໍ່ສູ້, ສະກັດ​ກັ້ນ​ອາດຊະຍາ​ກຳ ​ແລະ ຢາ​ເສບ​ຕິດ, ຫຼຸດຜ່ອນ​ອາດຊະຍາ​ກຳ​ຮ້າຍ​ແຮງ​ທຸກ​ປະ​ເພດ, ຫຼຸດຜ່ອນ​ອາດຊະຍາ​ກຳ​ໃນບັນດາບໍລິເວນສຳຄັນ, ປະກອບສ່ວນ​ກໍ່ສ້າງ​ສັງຄົມທີ່ປອດ​ໄພ, ໝັ້ນຄົງ ເພື່ອຮັບໃຊ້ການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດ.

ຍູ້ແຮງວຽກງານໂຄສະນາເຜີຍແຜ່ການສະກັດກັ້ນອາດຊະຍາກຳ ແລະ ຢາເສບຕິດ, ກໍ່ສ້າງຂະບວນການທົ່ວປວງຊົນປ້ອງກັນຄວາມປອດໄພແຫ່ງຊາດ, ພິເສດແມ່ນບັນດາບໍລິເວນສຳຄັນ, ຍຸດທະສາດ, ເຂດຊົນເຜົ່າສ່ວນໜ້ອຍ, ເຂດສາສະໜາ, ເຂດຊາຍແດນ, ໝູ່ເກາະ, ເຂດອຸດສາຫະກຳ ແລະ ນະຄອນໃຫຍ່.

ຮັກສາ, ເສີມຂະຫຍາຍປະສິດທິ​ຜົນ​ສູງສຸດຂອງ​ກົນ​ໄກ​ຮ່ວມ​ມື​ກ່ຽວກັບການປ້ອງ​ກັນ, ຕ້ານຢາ​ເສບ​ຕິດ ​ແລະ ອາດ​ຊະ​ຍາ​ກຳ​ລະຫວ່າງ​ສອງ​ປະ​ເທດ. ໃນນັ້ນ ​ໄດ້​ສຸມ​ໃສ່ “3 ​ເພີ່ມ​ທະວີ” ຄື: ​ເພີ່ມ​ທະວີ​ການ​ແລກປ່ຽນ, ​ແບ່ງປັນ​ຂໍ້​ມູນຜ່ານ​ສາຍ​ດ່ວນ​ຢູ່ 4 ຂັ້ນ​ຂອງ​ຕຳຫຼວດ; ​ເພີ່ມ​ທະວີ​ການ​ສົມທົບ​ການປະຕິບັດ​ບັນດາການເຄື່ອນໄຫວບົດຮຽນວິຊາການ ແລະ ການ​ຊ້ອມ​ຮົບ​ຂ້າມ​ຊາດ; ເພີ່ມ​ທະວີ​ການ​ສຳເລັດ​ລະບົບ​ນະ​ໂຍບາຍ, ກົດໝາຍ​ວ່າ​ດ້ວຍ​ການ​ຕ້ານ​ອາດຊະຍາ​ກຳ ​ແລະ ຕ້ານ​ຢາ​ເສບ​ຕິດ.

ທ່ານ​ຮອງ​ນາຍົກລັດຖະມົນຕີ ສະ​ເໜີ​ວ່າ ຕ້ອງ​ສຸມ​ໃສ່​ແຫຼ່ງກຳລັງໃຫ້ວຽກງານປ້ອງ​ກັນ, ຕ້ານ​ອາດຊະຍາ​ກຳ ​ແລະ ຢາ​ເສບ​ຕິດ; ຍົກສູງປະສິດທິພາບຂອງການນໍາໃຊ້ອຸປະກອນ, ພາຫະນະ, ອຸປະກອນດ້ານວິຊາການ, ອາວຸດ, ເຄື່ອງມືໜູນຊ່ວຍ, ພາຫະນະຮັບໃຊ້ການປະຕິບັດງານ.

ສາມ​ຈຸດສຸມໃນການ​ຮ່ວມ​ມື​ປ້ອງ​ກັນ, ຕ້ານ​ຢາ​ເສບ​ຕິດ​ລະ​ຫວ່າງ ​ຫວຽດ​ນາມ-ລາວ

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ. (ພາບ: ກະຊວງຕຳຫຼວດ)

ຍູ້ແຮງວຽດງານບຳບັດ ແລະ ຄຸ້ມຄອງຫຼັງການບຳບັດ ວຽກງານເຊື່ອມໂຍງຊຸມຊົນຄືນໃຫມ່, ສ້າງການຫາລ້ຽງຊີບ, ວຽກເຮັດງານທຳທີ່ໝັ້ນຄົງໃຫ້ແກ່ຜູ້ຫຼັງການບຳບັດຢາເສບຕິດ, ຄະດີອາຍາ, ຜູ້ລະເມີດກົດໝາຍ ແລະ ເປົ້າໝາຍທີ່ມີຄວາມສ່ຽງຕໍ່ການກໍ່ອາດຊະຍາກຳເພື່ອແກ້ໄຂຕົ້ນກຳເນີດຂອງອາດຊະຍາກຳ ແລະ ຢາເສບຕິດ.

ຊຸກຍູ້​ການ​ຮ່ວມ​ມື​ສາກົນ​ໃນ​ການ​ຕ້ານ​ຢາ​ເສບ​ຕິດ ​ແລະ ອາດ​ຊະ​ຍາ​ກຳ, ນຳ​ໃຊ້​ວິທະຍາສາດ​ເຕັກ​ໂນ​ໂລຢີໃນ​ວຽກງານ​ຕໍ່ສູ້​ ເພື່ອໃຫ້ເໝາະ​ສົມ​ກັບ​ການຜັນແປຂອງ​ສະພາບ​ການ​ຢາ​ເສບ​ຕິດ ​ແລະ ອາດຊະຍາ​ກຳ​ຂອງ​ສອງ​ປະ​ເທດ.

ຕາງໜ້າ​ໃຫ້​ລັດຖະບານ ​ແລະ ຄະນະ​ກຳມະການ​ປ້ອງ​ກັນ, ຕ້ານ​ AIDS, ຢາ​ເສບ​ຕິດ, ໂສເພນີ ຂອງຫວຽດນາມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ​ເລ​ແທງ​ລອງ ຢືນຢັນ​ຄວາມ​ຕັດສິນ​ໃຈ ແລະ ຄຳໝັ້ນສັນຍາຈະຊີ້​ນຳ​ບັນດາ​ກະຊວງ, ຂະ​ແໜງ​ການທີ່ມີໜ້າທີ່ປະສານ​ສົມທົບ​, ຮ່ວມເດີນທາງເພື່ອໜູນຊ່ວຍລັດຖະບານ ແລະ ກະຊວງ​ປ້ອງກັນປະເທດ ລາວ ​ໃນ​ການສະກັດກັ້ນ, ​ຕ້ານ​ອາດຊະຍາ​ກຳ ​ແລະ ​ຢາ​ເສບ​ຕິດ.

ລົງ​ນາມ​ໃນຂໍ້ຕົກລົງການ​ຮ່ວມ​ມື​ດ້ານ​ການ​ທະ​ຫານ - ການ​ປ້ອງ​ກັນ​ປະ​ເທດ ​ລະ​ຫວ່າງແຂວງ ຮ່າ​ຕິ້ງ ແລະ ແຂວງ​ບໍ​ລິ​ຄຳ​ໄຊ

ລົງ​ນາມ​ໃນຂໍ້ຕົກລົງການ​ຮ່ວມ​ມື​ດ້ານ​ການ​ທະ​ຫານ - ການ​ປ້ອງ​ກັນ​ປະ​ເທດ ​ລະ​ຫວ່າງແຂວງ ຮ່າ​ຕິ້ງ ແລະ ແຂວງ​ບໍ​ລິ​ຄຳ​ໄຊ

ຍສໝ - ໂດຍປະຕິບັດ​ບັນດາ​ເນື້ອ​ໃນ​ທີ່​ໄດ້​ລົງ​ນາມ, ​ກອງບັນຊາການ​ທະຫານ​ແຂວງ ຮ່າ​ຕິ້ງ ແລະ ບໍລິ​ຄຳ​ໄຊ ​ໄດ້​ປະກອບສ່ວນ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ​ການພັດທະນາ​ແບບ​ຍືນ​ຍົງ​ຢູ່​ເຂດ​ຊາຍ​ແດນ.

ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ແລະ ແຟງລັງ ໃນ​ບັນດາຂົງ​ເຂດ

ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ແລະ ແຟງລັງ ໃນ​ບັນດາຂົງ​ເຂດ

ຍສໝ - ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Jussi Halla-aho ຢືນຢັນ​ວ່າ 2 ປະ​ເທດ​ຍັງ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫລາຍ​ຢ່າງ​ໃນ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ທີ່ ​ແຟງ​ລັງ​ ມີ​ທ່າແຮງ ແລະ ຫວຽດນາມ ມີ​ຄວາມ​ຕ້ອງການ, ຫວຽດນາມ ​ແມ່ນ​ຈຸດໝາຍປາຍທາງທີ່​ດຶງ​ດູດຂອງບັນດາ​ວິ​ສາ​ຫະກິດ ແຟງ​ລັງ.

ມີງດຶກ

Tags:

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.