ເກີນເທີ: ອະນຸມັດກອງທຶນການຊ່ວຍເຫຼືອທີ່ບໍ່ເປັນໂຄງການ “ຫົວໃຈໃຫ້ເດັກ” ໂດຍການໜູນຊ່ວຍຈາກອົງການ MHF

10:45 | 31/05/2024

ຍສໝ - ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ ເກີນ​ເທີ ຫາ​ກໍ່​ຕົກລົງ​ອະນຸມັດ​ບ້ວງກອງທຶນການຊ່ວຍເຫຼືອທີ່ບໍ່ເປັນໂຄງການ “ຫົວ​ໃຈ​ໃຫ້​ເດັກ” ​ໂດຍການ​ໜູນ​ຊ່ວຍຈາກ​ອົງການ Milal Heart Foundation (MHF).

ນະຄອນ ເກີນເທີ ໄດ້ພົບປະເພື່ອສະເຫຼີມສະຫຼອງ 65 ປີແຫ່ງວັນຊາດສາທາລະນະລັດ ກູບາ, ໄຊຊະນະການປະຕິວັດ ກູບາ.
ກົງສຸນໃຫຍ່ ການາດາ ປະຈຳນະຄອນ ໂຮ່ຈີມິນ ເຂົ້າຮ່ວມປູກຕົ້ນໄມ້ມິດຕະພາບຢູ່ ເກີນເທີ

ການຊ່ວຍເຫຼືອທີ່ບໍ່ແມ່ນໂຄງການ ມີເປົ້າຫມາຍເພື່ອການຜ່າຕັດສໍາລັບເດັກນ້ອຍ ແລະ ຫນູນຊ່ວຍການປັບປຸງຊີວິດຂອງເດັກນ້ອຍຫຼັງຈາກການຜ່າຕັດຫົວໃຈ. ລະອຽດ, ໂຄງການຈະ​ໜູນ​ຊ່ວຍການຜ່າຕັດຫົວໃຈໃຫ້ແກ່ເດັກນ້ອຍທີ່ທຸກຍາກ; ໜູນ​ຊ່ວຍ​ເງິນ​ສ້າງ​ເຮືອນແຫ່ງຄວາມ​ຮັກ​ແພງ​ໃຫ້​ເດັກນ້ອຍ​ຫຼັງ​ຜ່າ​ຕັດ​ຫົວ​ໃຈ; ມອບທຶນການສຶກສາໃຫ້ເດັກນ້ອຍຫຼັງການຜ່າຕັດຫົວໃຈ; ພົບປະເດັກນ້ອຍຫຼັງຈາກການຜ່າຕັດຫົວໃຈ.

ໂດຍໄດ້ຮູ້ວ່າ, ຍອດຈຳນວນທຶນຊ່ວຍເຫຼືອແມ່ນ 433.500 USD, ເທົ່າກັບ 12.327.219.000 ດົ່ງ, ປະຕິບັດໂດຍສະມາຄົມອຸປະຖຳຄົນເຈັບທີ່ທຸກຍາກນະຄອນ ເກີນເທີ. ເວລາຈັດຕັ້ງປະຕິບັດແມ່ນແຕ່ເດືອນ ພຶດສະພາ ປີ 2024 ຫາເດືອນ ທັນວາ ປີ 2026.

ເກີນເທີ: ອະນຸມັດກອງທຶນການຊ່ວຍເຫຼືອທີ່ບໍ່ເປັນໂຄງການ “ຫົວໃຈໃຫ້ເດັກ” ໂດຍການໜູນຊ່ວຍຈາກອົງການ MHF

ກວດ​ພະຍາດ​ໃຫ້ເດັກນ້ອຍ​ຢູ່​ໂຮງໝໍ ຮວ່ານໝີ ກຶວ​ລອງ, ນະຄອນ ​ເກີນ​ເທີ.

ຄຽງຂ້າງ​ນັ້ນ, ຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ເກີນ​ເທີ ຍັງ​ໄດ້​ຕົກລົງ​ຮັບຮອງ​ເອົາ​ການ​ໜູນ​ຊ່ວຍ “ໂຄງການ​ມະນຸດສະທຳ​ສຳລັບເດັກນ້ອຍ ແລະ ຜູ້​ເຖົ້າ​ຜູ້​ແກ່ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຢູ່​ນະຄອນ ​ເກີນ​ເທີ” ​ໂດຍການໜູນ​ຊ່ວຍຈາກ​ອົງການ​ Social Assistance Program for Vietnam (SAP-VN).

​ກອງທຶນຂອງການຊ່ວຍເຫຼືອ​ດັ່ງກ່າວ​ແມ່ນ ​ເພື່ອ​ແນ​ໃສ່​ຍົກສູງສຸຂະພາບ​ຂອງ​ເດັກນ້ອຍ​ທີ່​ເຈັບ​ປ່ວຍ​ຢູ່​ໃນ​ສະພາບ​ການທີ່ຫຍຸ້ງຍາກ ​ໃຫ້​ໄດ້​ຮັບ​ການ​ປິ່ນປົວ​ໂດຍ​ບໍ່​ເສຍ​ຄ່າ ​ແລະ ຜູ້​ອາຍຸສູງ​​ທີ່​ເປັນ​ຕາ​ຕໍ້​ໃຫ້​ມີ​ສາຍຕາ​ທີ່​ແຈ້ງຂຶ້ນ, ປະກອບສ່ວນ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ຄົນ​ທຸກ​ຍາກ​ໃຫ້​ດີ​ຂຶ້ນ. ໂດຍລະອຽດ, ໂຄງການ​ດ້ານ​ມະນຸດສະທຳ​ຈະ​ໃຫ້ການ​ໜູນ​ຊ່ວຍ​ການ​ປິ່ນປົວ​ເດັກ​ພິການ​ລະບົບການເຄື່ອນໄຫວ 50 ຄົນ; ມອບລົດຖີບໃຫ້ເດັກທຸກຍາກ 50 ຄັນ; ມອບທຶນການສຶກສາໃຫ້ນັກຮຽນທີ່ທຸກຍາກ 10 ຄົນ; ໜູນ​ຊ່ວຍການຜ່າຕັດຫົວໃຈໃຫ້ເດັກນ້ອຍຜູ້ທຸກຍາກ 5 ຄົນ; ໜູນ​ຊ່ວຍການຜ່າຕັດຕາໃຫ້ຜູ້ເຖົ້າ 50 ຄົນ ທີ່ປະສົບກັບຄວາມຫຍຸ້ງຍາກ.

ໂດຍໄດ້ຮູ້ວ່າ, ຍອດຈຳນວນທຶນຊ່ວຍເຫຼືອແມ່ນ 36.443.73 USD, ເທົ່າກັບປະມານ 910.000.000 ດົ່ງ, ປະຕິບັດໂດຍສະມາຄົມອຸປະຖຳຄົນເຈັບທີ່ທຸກຍາກນະຄອນ ເກີນເທີ. ເວລາຈັດຕັ້ງປະຕິບັດແມ່ນໃນປີ 2024.

ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ ເກີນ​ເທີ ໄດ້ມອບໝາຍໃຫ້ສະມາຄົມອຸປະຖໍາຄົນເຈັບທີ່ທຸກຍາກນະຄອນ (ເຈົ້າຂອງບ້ວງກອງທຶນການຊ່ວຍເຫຼືອ) ຮັບຜິດຊອບຮອບດ້ານກ່ຽວກັບເນື້ອໃນທີ່ສະເໜີ ແລະ ປະຕິບັດຕາມກົດໝາຍວ່າດ້ວຍສຳເນົາເອກະສານການຊ່ວຍເຫຼືອ; ຜັນ​ຂະຫຍາຍ ​ແລະ ປະຕິບັດ​ການ​ຊ່ວຍ​ເຫຼືອ​ຕາມ​ກຳນົດ​ເວລາ ​ແລະ ມີ​ປະສິດທິ​ຜົນ; ປະສານ​ສົມທົບ​ກັບ​ສອງ​ອົງການ​ດັ່ງກ່າວ ​ແລະ ບັນດາ​ອົງການ, ໜ່ວຍງານ​ທີ່​ກ່ຽວຂ້ອງ ​ເພື່ອ​ຜັນ​ຂະຫຍາຍ​ການ​ຊ່ວຍ​ເຫຼືອ​ຕາມ​ດຳລັດ​ສະບັບ​ເລກທີ 80/2020/ND-CP ລົງ​ວັນ​ທີ 8 ກໍລະກົດ 2020 ຂອງ​ລັດຖະບານ.

ແຂວງ ເກີນເທີ ພົບປະແລກປ່ຽນມິດຕະພາບຢູ່ລາວ, ຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ ແຂວງ ເກີນເທີ ພົບປະແລກປ່ຽນມິດຕະພາບຢູ່ລາວ, ຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ

ຍສໝ - ສະມາຄົມມິດຕະພາບ ຫວຽດນາມ - ລາວ ນະຄອນເກີນເທີ ແລະ ສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນເກີນເທີ ຫາກໍ່ຈັດຕັ້ງຄະນະເຂົ້າຮ່ວມການເຄື່ອນໄຫວພົບປະແລກປ່ຽນມິດຕະພາບຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

​ເກີນເທີ: ຈັດຕັ້ງການພົບປະແລກປ່ຽນ​ທາງ​ອອນ​ລາຍ​ເຊື່ອມ​ຕໍ່​ລຸ້ນໜຸ່ມ​ຫວຽດນາມ - ສິງກະ​ໂປ ​ເກີນເທີ: ຈັດຕັ້ງການພົບປະແລກປ່ຽນ​ທາງ​ອອນ​ລາຍ​ເຊື່ອມ​ຕໍ່​ລຸ້ນໜຸ່ມ​ຫວຽດນາມ - ສິງກະ​ໂປ

ຍສໝ - ການພົບປະແລກປ່ຽນໄດ້ຖືກເຊື່ອມຕໍ່ໂດຍຜ່ານໂປຼແກຼມອອນລາຍ Zoom meeting, ກິດຈະກໍາການແລກປ່ຽນໄດ້ນໍາໃຊ້ພາສາອັງກິດ.

ມິງດຶກ

ເຫດການ
302 Found

Found

The document has moved here.