ກວາງບິ່ງ: ໄວ້ອາໄລ ແລະ ເຮັດພິທີທາງສາສະໜາ 16 ອັດຖິນັກຮົບຜູ້ເສຍສະຫຼະຊີວິດເພື່ອຊາດຢູ່ລາວ

15:39 | 27/05/2024

ຍສໝ - ຕອນ​ເຊົ້າ​ວັນ​ທີ 23 ພຶດສະພາ, ຄະນະ​​ພັກ​ແຂວງ, ສະພາ​ປະຊາຊົນ, ຄະນະ​ກຳມະການ​ປະຊາຊົນ ແລະ ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ ​ຫວຽດນາມ ​ແຂວງ ກວາງ​ບິ່ງ ​ໄດ້​ຈັດ​ພິທີ​ມອບ​ຮັບ, ​ໄວ້ອາໄລ ​ແລະ ເຮັດພິທີທາງສາສະໜາ 16 ອັດຖິນັກຮົບ​ອາສາ​ສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດຢູ່​ລາວ​ ໄດ້​ກັບ​ຄືນບ້ານເກີດ ແລະ ຝັງ​ທີ່​ສຸສານ​ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ ບ່າ​ຢົກ (​ໂບ໋ແຈັກ, ກວາງ​ບິ່ງ).

ກວາງບິ່ງ, ດົ່ງ​ນາຍ ​ໄປ​ຢ້ຽມຢາມ, ອວຍພອນ​ປີໃໝ່ ແຂວງ ​ຈຳປາ​ສັກ ​ແລະ ​ແຂວງ Kampong Thom. ກວາງບິ່ງ, ດົ່ງ​ນາຍ ​ໄປ​ຢ້ຽມຢາມ, ອວຍພອນ​ປີໃໝ່ ແຂວງ ​ຈຳປາ​ສັກ ​ແລະ ​ແຂວງ Kampong Thom.
ນຳນ້ຳສະອາດມາໃຫ້ເດັກນ້ອຍຢູ່ເຂດພູດອຍ ມິງຮ່ວາ (ກວາງບິ່ງ) ນຳນ້ຳສະອາດມາໃຫ້ເດັກນ້ອຍຢູ່ເຂດພູດອຍ ມິງຮ່ວາ (ກວາງບິ່ງ)

ໂດຍເຂົ້າຮ່ວມພິທີມີ ທ່ານພົນໂທ ຫວໍມິນເລືອງ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຮອງຫົວໜ້າຄະນະຊີ້ນໍາແຫ່ງຊາດກ່ຽວກັບການຄົ້ນຫາ, ເຕົ້າໂຮມ ແລະ ກຳນົດຊື່ແລະນາມສະກຸນ ອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ ຫວຽດນາມ; ຜູ້ຕາງໜ້າກອງບັນຊາການທະຫານເຂດ 4, ການນໍາແຂວງ ຄໍາມ່ວນ (ລາວ), ແຂວງ ກວາງບິ່ງ, ກໍາລັງປະກອບອາວຸດ ແລະ ປະຊາຊົນໃນແຂວງ.

ດ້ວຍ​ຫຼັກສິນ​ທຳຂອງຊາດແມ່ນ “ກິນເຂົ້າຄິດຮອດຄຸນນາ ກິນປາຄິດຮອດຄຸນນ້ຳ”, ​ໃນ​ລະດູ​ແລ້ງ 2023 – 2024, ພະນັກງານ, ລັດຖະກອນ​ຂອງ​ໜ່ວຍ​ທ້ອນໂຮມ​ອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ 589 (ກອງ​ບັນຊາ​ການ​ທະຫານ​ແຂວງ ກວາງ​ບິ່ງ) ​ໄດ້​ຊອກ​ຄົ້ນ ​ແລະ ເກັບທ້ອນ​​ອັດຖິ​ຂອງ​ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ 16 ອັດຖິຈາກປະເທດເພື່ອນລາວ ກັບເມືອບ້ານເກີດເມືອງນອນ ຫວຽດນາມ. ​ອັດຖິຂອງນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດທັງໝົດທີ່ທ້ອນໂຮມໃນຄັ້ງນີ້ຍັງບໍ່ທັນສາມາດລະບຸຊື່ ຫຼື ບ້ານເກີດໄດ້ເທື່ອ.

ກວາງບິ່ງ: ໄວ້ອາໄລ ແລະ ເຮັດພິທີທາງສາສະໜາ 16 ອັດຖິນັກຮົບຜູ້ເສຍສະຫຼະຊີວິດເພື່ອຊາດຢູ່ລາວ

ເຮັດພິທີທາງສາສະໜາອັດຖິນັກຮົບຜູ້ເສຍສະຫຼະຊີວິດເພື່ອຊາດຢູ່ທີ່ສຸສານ​ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ ບ່າ​ຢົກ. (ພາບ: quangbinh.gov.vn)

​ໃນ​ບັນຍາກາດ​ອັນເຂັ່ງຂຶມ​, ບັນດາ​ຜູ້​ແທນ ​ໄດ້​ຖະຫວາຍ​ທູບ​ທຽນ​, ດອກໄມ້ ດ້ວຍ​ນ້ຳ​ໃຈ​ເຄົາລົບນັບຖື, ມີຄວາມໂສກ​ເສົ້າ​ເສຍ​ໃຈ ​ແລະ ສະແດງຄວາມຮູ້ບຸນຄຸນເປັນຢ່າງສູງຕໍ່​ບັນດາ​ນັກຮົບ​ວິລະ​ຊົນ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ໃນ​ສົງຄາມ​ຕໍ່ສູ້​ປົດ​ປ່ອຍ​ຊາດຂອງ​ສອງ​ປະ​ເທດ ຫວຽດນາມ - ລາວ.

ອ່ານບົດໄວ້ອາໄລ​ທີ່​ພິ​ທີ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ກວາງ​ບິ່ງ, ທ່ານ ຮ​ວ່າງ​ຊວນ​ຕັວນ ເນັ້ນ​ໜັກ​ວ່າ: ໃນ​ບັນດາບັ້ນການຕໍ່ຕ້ານ​ຂອງ​ສອງ​ປະ​ຊາຊາດ ຫວຽດ​ນາມ ແລະ ລາວ, ມີ​ຊາວ​ໜຸ່ມ ​ຫວຽດ​ນາມ ນັບ​ໝື່ນ​ຄົນ​ໄດ້​ອອກເດີນທາງ​ໄປ​ເພື່ອໜ້າທີ່ສາ​ກົນ​ທີ່​ມີ​ກຽດ, ຄຽງ​ຂ້າງພ້ອມກັບກອງທັບ ​ແລະ ປະຊາຊົນ​ຊົນເຜົ່າ ລາວ ວິລະ​ຊົນ​ຕໍ່ສູ້​ຕ້ານ​ສັດຕູ​ໂຕດຽວກັນ. ທະຫານອາສາສະໝັກ ແລະ ນັກຊ່ຽວຊານຫວຽດນາມ ຈຳນວນນັບບໍ່ຖ້ວນ ໄດ້ເສຍສະຫຼະຊີວິດ, ອຸທິດຄາວເຍົສໄວ, ໜຸ່ນແໜ້ນ ເພື່ອເອກະລາດແຫ່ງຊາດ, ຄວາມຜາສຸກຂອງປະຊາຊົນສອງຊາດ, ສ້າງນໍ້າໃຈສາມັກຄີແບບພິເສດ, ບໍລິສຸດ, ຈົງຮັກພັກດີ ຫວຽດນາມ - ລາວ.

ກ່າວ​ຄຳ​ປາໄສ​ທີ່​ພິ​ທີ, ທ່ານ ​ແກ້ວ​ດອນ ບຸດ​ສິງ​ຄອນ ຮອງ​ເຈົ້າ​ແຂວງ ​ຄຳ​ມ່ວນ ຢືນຢັນ​ວ່າ: ພັກ, ລັດ ​ແລະ ປະຊາຊົນ ​ລາວ ຈະ​ຈົດຈຳ​ເຖິງ​ຄຸນງາມຄວາມດີ​ຂອງນັກຮົບ​ວິລະ​ຊົນ​, ນັກ​ອາສາ​ສະໝັກ ​ແລະ ນັກ​ຊ່ຽວຊານ ​ຫວຽດນາມ ຕະຫຼອດ​ໄປ.

​ເນື່ອງ​ໃນ​ໂອກາດ​ນີ້, ຜູ້ຕາງໜ້າ​ຄະນະ​ຊີ້​ນຳ​​ແຫ່ງ​ຊາດ 515, ທະຫານ​ເຂດ 4 ​ແລະ ​ແຂວງ ກວາງ​ບິ່ງ ​ໄດ້​ມອບ​ຂອງຂວັນ ​ແລະ ​ໃຫ້​ກຳລັງ​ໃຈແກ່​ພະນັກງານ, ລັດຖະກອນ​ໜ່ວຍ​ທ້ອນໂຮມອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ 589.

ມິງດຶກ

ເຫດການ
302 Found

Found

The document has moved here.