ແຂວງ ເກີນເທີ ປຸກລະດົມ ເດືອນກະທຳເພື່ອເດັກນ້ອຍ ປີ 2024

10:44 | 31/05/2024

ຍສໝ - ວັນທີ 29 ພຶດສະພາ, ພະແນກແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ນະຄອນ ເກີນເທີ ໄດ້ສົມທົບກັບຄະນະຊາວໜຸ່ມນະຄອນ ຈັດຕັ້ງພິທີປຸກລະດົມ “ເດືອນກະທຳເພື່ອເດັກນ້ອຍ ປີ 2024”, ໂດຍຫົວຂໍ້ “ການກະທຳທີ່ແທດເໝາະ, ບູລິມະສິດແຫຼ່ງຊັບພະຍາກອນໃຫ້ເດັກນ້ອຍ”.

ໂຄສະນາ​ວັດທະນະທຳ, ທ່ອງ​ທ່ຽວ ​ຮ່າ​ໂນ້ຍ ​ເຖິງ​ເພື່ອນ​ມິດສາ​ກົນ​ທີ່ Festival ຊາວ​ໜຸ່ມ​ສາກົນ ​ຄັ້ງ​ທີ III ປີ 2024
ຍ້ອງ​ຍໍ​ສັນ​ລະ​ເສີນ 200 “ນັກ​ຮົບ​ນ້ອຍ ດຽນ​ບຽນ” ທົ່ວ​ປະ​ເທດ ຄັ້ງ​ທີ V ປີ 2024

ກ່າວ​ຄຳປາໃສທີ່​ພິທີ​ເປີດ, ທ່ານ ຫງວຽນ​ຖືກ​ຮ່ຽນ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ເກີນ​ເທີ, ຫົວໜ້າ​ຄະນະ​ບໍລິຫານການ​ປົກ​ປ້ອງ ​ແລະ ດູ​ແລ​ເດັກ ຂອງ​ນະຄອນ - ຮຽກຮ້ອງ​ໃຫ້​ທຸກ​ຂັ້ນ, ຂະ​ແໜງ​ການ ແລະ ບັນດາທ້ອງ​ຖິ່ນ ຕັ້ງໜ້າ​ປັບປຸງ​ບັນດາ​ເນື້ອ​ໃນ, ຄວາມ​ຫຼາກ​ຫຼາຍ​ຂອງ​ຮູບ​ແບບ ​ແລະ ການ​ເຄື່ອນ​ໄຫວ ​ເພື່ອສ້າງເງື່ອນໄຂໃຫ້ເດັກນ້ອຍໃຊ້ສິດ ແລະ ໜ້າທີ່ຂອງຕົນ. ທ່ານ ຫງວຽນ​ຖືກ​ຮ່ຽນ ເນັ້ນ​ໜັກ​ວ່າ: “ເໜືອ​ກວ່າ​ນັ້ນ, ພວກ​ເຮົາ​ແຕ່​ລະ​ຄົນ​ຄວນ​ມອບ​ສິ່ງ​ທີ່​ດີ​ທີ່​ສຸດ​ໃຫ້​ແກ່​ເດັກ ແລະ ຍາມ​ໃດ​ກໍ​ຮັບ​ຟັງ​ເດັກນ້ອຍ​ດ້ວຍຫົວ​ໃຈ ແລະ ປົກປ້ອງເດັກ​ນ້ອຍ​ດ້ວຍ​ການ​ກະ​ທຳ”.

ແຂວງ ເກີນເທີ ປຸກລະດົມ ເດືອນກະທຳເພື່ອເດັກນ້ອຍ ປີ 2024

ບັນດາ​ຜູ້​ແທນ​ໄດ້​ເປັນ​ສັກຂີ​ພິຍານ​ພິທີ​ລົງ​ນາມ​ລະບຽບຂໍ້​ກຳນົດກ່ຽວ​ກັບ​ການ​ປ້ອງ​ກັນ ​ແລະ ຫຼຸດຜ່ອນ​ການ​ໃຊ້​ແຮງ​ງານ​ເດັກແບບຜິດ​​ກົດໝາຍ​ໄລຍະ 2024 – 2025, ທິດ​ທາງ​ຮອດ​ປີ 2030 ລະຫວ່າງ​ພະແນກ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ ນະຄອນ ເກິເທີ ແລະ ບັນດາໜ່ວຍງານທີ່ກ່ຽວຂ້ອງ.

ທ່ານ ຫງວຽນ​ຖືກຮຽນ ກໍ່​ຮຽກຮ້ອງ​ໃຫ້​ກວດກາ​ ​ແລະ ກຳແໜ້ນ​ບັນດາ​ຂໍ້​ມູນ​ກ່ຽວ​ກັບ​ເດັກນ້ອຍ ​ແລະ ກຸ່ມ​ເດັກ; ເພີ່ມທະວີການເຊື່ອມຕໍ່ ແລະ ລະດົມແຫຼ່ງກຳລັງຈາກບັນດາອົງການຈັດຕັ້ງ ແລະ ບຸກຄົນ ເພື່ອຈັດຕັ້ງບັນດາການເຄື່ອນໄຫວລະຫຼິ້ນ, ບັນເທີງ, ເບິ່ງແຍງດູແລ ແລະ ຊ່ວຍເຫຼືອດ້ານວັດຖຸໃຫ້ແກ່ເດັກນ້ອຍ, ໂດຍສະເພາະແມ່ນເດັກນ້ອຍໃນສະພາບການພິເສດ ແລະ ມີຄວາມຫຍຸ້ງຍາກລຳບາກ, ເດັກນ້ອຍມີຄວາມສ່ຽງຕົກຢູ່ໃນສະພາບພິເສດ, ເດັກນ້ອຍຢູ່ບັນດາສະຖານທີ່ຊ່ວຍເຫຼືອສັງຄົມ.

ພ້ອມ​ກັນ​ນັ້ນ, ກໍ່​ເອົາ​ໃຈການ​ໃສ່​ລົງທຶນ​ຍົກ​ລະດັບ ​ແລະ ສ້ອມ​ແປງ​ບັນດາ​ເຂດລະຫຼິ້ນ ​ແລະ ບັນ​ເທິງ​ໃຫ້​ແກ່​ເດັກນ້ອຍ, ພິ​ເສດ​ແມ່ນ​ເດັກນ້ອຍ​ຢູ່​ເຂດ​ປະສົບ​ກັບ​ສະພາບ​ເສດຖະກິດ-ສັງຄົມທີ່​ຫຍຸ້ງຍາກ; ​ສຸມໃສ່ບັນດາ​ແຫຼ່ງກຳລັງໃຫ້ຫຼາຍສຸດ ​ເພື່ອ​ຮັບປະກັນ​ໃຫ້​ 100% ​ເດັກນ້ອຍໄດ້​ຮັບ​ການ​ປະຕິບັດ​ນະ​ໂຍບາຍ​ປະກັນ​ສັງຄົມ​ຕາມ​ລະບຽບ​ການ.

ທ່ານ ຫງວຽນ​ຊວນ​ຫາຍ - ກຳມະການ​ປະຈຳ​ພັກ​ນະຄອນ, ຮອງ​ປະທານ​ສະພາ​ປະຊາຊົນ​ນະຄອນ; ທ່ານ ຫງວຽນ​ຖືກ​ຮ່ຽນ - ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ, ຫົວ​ໜ້າ​ຄະ​ນະ​ບໍ​ລິ​ຫານ​ການ​ປົກ​ປ້ອງ​ ແລະ ​ເບິ່ງ​ແຍງ​ດູ​ແລ​ເດັກ​ຂອງ​ນະ​ຄອນ ເກີນ​ເທີ ໄດ້​ມອບ​ຂອງ​ຂວັນ ແລະ ໃບ​ຍ້ອງຍໍ​ຂອງ​ກອງ​ທຶນ​ອຸປະຖຳເພື່ອເດັກນ້ອຍ​ ຫວຽດ​ນາມ ໃຫ້​ແກ່​ເດັກ​ນ້ອຍ 5 ຄົນ​​ທີ່ປະສົບກັບສະພາບຄວາມຫຍຸ້ງຍາກພິເສດ ຢູ່ພິທີປຸກລະດົມ ເດືອນກະທຳເພື່ອເດັກນ້ອຍ ປີ 2024.

ຕາມ​ທ່ານ ຫງວຽນ​ຖືກຮ່ຽນ, ​ໃນ​ໄລຍະ​ທີ່ຜ່ານມາ​, ບັນດາ​ຄະນະ​ພັກ, ອຳນາດ​ການ​ປົກຄອງ, ​ແນວ​ໂຮມ​ປະ​ເທດ​ຊາດ, ບັນດາ​ອົງການ​ຈັດຕັ້ງທາງການ​ເມືອງ - ​ສັງຄົມ​ຂອງ​ນະຄອນ ​ແລະ ປະຊາ​ຄົມ​ ໄດ້​ສຸມ​ໃສ່​ບຸລິມະສິດ​ບັນດາ​ແຫຼ່ງກຳລັງ, ລະດົມ, ເບິ່ງແຍງດູແລທາງ​ດ້ານ​ວັດຖຸ, ຈິດ​ໃຈ, ປັບປຸງ​ຊີວິດ​ການ​ເປັນ​ຢູ່ໃຫ້ແກ່ເດັກນ້ອຍ; ສ້າງໂອກາດໃຫ້ເດັກ ໄດ້ດຳລົງຊີວິດໃນສະພາບແວດລ້ອມ​ທີ່​ປອດ​ໄພ, ປອດໃສ ​ແລະ ພັດທະນາ​ຢ່າງຮອບດ້ານ. ​ແຕ່ວ່າ, ​ໃນ​ສະພາບ​ຕົວ​ຈິງ, ການ​ໂຄສະນາ​ເຜີຍ​ແຜ່​ແນວທາງ​ຂອງ​ພັກ, ນະ​ໂຍບາຍ ​ແລະ ກົດໝາຍ​ຂອງ​ລັດ​ກ່ຽວ​ກັບ​ການ​ເບິ່ງ​ແຍງ, ສຶກສາ ​ແລະ ປົກ​ປ້ອງ​ເດັກ​ຢູ່​ທຸກ​ເວລາ ​ແລະ ​ທຸກ​ແຫ່ງ​ ແມ່ນຍັງ​ບໍ່​ເປັນ​ປະຈຳ, ຂາດ​ຄວາມ​ເລິກ​ເຊິ່ງ ​ແລະ ກຳລັງແຜ່ກະຈາຍ; ການລະດົມ​ແຫຼ່ງກຳລັງ​ສັງຄົມ​ເພື່ອ​ເບິ່ງ​ແຍງ​ດູ​ແລ​ເດັກນ້ອຍ ​ໂດຍ​ສະ​ເພາະ​ແມ່ນ​ເດັກນ້ອຍ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກພິເສດ ​ແລະ ​ເດັກນ້ອຍ​ທີ່​ມີຄວາມສ່ຽງ​ຕໍ່​ການ​ຕົກ​ຢູ່​ໃນ​ສະພາບ​ການ​ພິ​ເສດ ​ແມ່ນ​ບາງ​ຄັ້ງຍັງ​ຖືກ​ຈຳກັດ ​ແລະ ບໍ່​ທັນການ; ຫຼາຍ​ຕາ​ແສງ, ຕົວ​ເມືອງຍັງ​ບໍ່ທັນ​ມີ​ບ່ອນ​ລະຫຼິ້ນ, ບັນ​ເທີງ​ໃຫ້ແກ່​ເດັກ​ນ້ອຍ.

ແຂວງ ເກີນເທີ ປຸກລະດົມ ເດືອນກະທຳເພື່ອເດັກນ້ອຍ ປີ 2024

ທ່ານ​ນາງ ເຈີ່ນ​ທິ​ຊວນ​ມາຍ, ຫົວໜ້າ​ພະ​ແນ​ກ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ​ແລະ ຜູ້​ອຸປະຖຳ​ໄດ້​ມອບ​ລົດຖີບ​ໃຫ້ບັນດາ​ນັກຮຽນ​ທີ່​ດ້ອຍ​ໂອກາດ​ໃນ​ພິທີ​ປຸກລະດົມ.

ທີ່ພິທີ, ໄດ້ມີການດຳເນີນພິທີລົງ​ນາມ​ລະບຽບຂໍ້​ກຳນົດກ່ຽວ​ກັບການສະກັດກັ້ນ ແລະ ຫຼຸດຜ່ອນການໃຊ້ແຮງງານເດັກໜ້ອຍແບບຜິດກົດໝາຍ ໄລຍະ 2024 – 2025, ທິດທາງຮອດປີ 2030 ລະຫວ່າງພະແນກແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ນະຄອນ ແລະ ໜ່ວຍງານທີ່ກ່ຽວຂ້ອງ; ​ໄດ້​ລົງ​ນາມ​ໃນ​ແຜນການ​ສົມທົບ​ກັນ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຕອບ​ສະໜອງ​ ເດືອນ​ກະທຳ​ເພື່ອ​ເດັກນ້ອຍ ​ປີ 2024 ລະຫວ່າງ​ພະແນກ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ​ກັບ ຄະນະ​ຊາວ​ໜຸ່ມ​ນະຄອນ ເກີນເທີ.

​ເນື່ອງ​ໃນ​ໂອກາດ​ນີ້, ກອງ​ທຶນ​ອຸປະຖຳເພື່ອເດັກນ້ອຍ ​ຫວຽດນາມ ​ໄດ້​ມອບ​ຂອງຂວັນ 5 ພູດ (​ພູດລະ 3 ລ້ານ​ດົ່ງ) ​ແລະ ​ໃບ​ຍ້ອງຍໍ​​ໃຫ້​ແກ່​ເດັກ​ນ້ອຍ 5 ຄົນ​ທີ່​ປະສົບ​ກັບ​ສະພາບ​ຫຍຸ້ງຍາກພິເສດແຕ່ຮຽນເກັ່ງ​​ຢູ່ບັນດາ​ເມືອງ: ນິງກຽວ, ບິ່ງ​ຖູຍ, ​ໂອ​ໂມນ, ​ທົ​ດ​ນົດ ​ແລະ ​ເມືອງ​ ຫວິງ​ແທ້ງ; ບໍລິສັດ AIA ປະກັນຊີວິດ ຈຳກັດ ໄດ້ສະໜັບສະໜູນລົດຖີບ 20 ຄັນ ແລະ ຂອງຂວັນໃຫ້ແກ່ເດັກນ້ອຍທີ່ປະສົບກັບຄວາມຫຍຸ້ງຍາກພິເສດຢູ່ເມືອງ ເຖີຍລາຍ; ບໍລິສັດ ຫວຍ ເກີນເທີ ຈຳກັດຜູ້ດຽວ ໄດ້ສະໜັບສະໜູນປື້ມ 10.000 ຫົວ ແລະ ເສື້ອກັນຝົນ 200 ຜືນ ໃຫ້ແກ່ເດັກນ້ອຍທີ່ປະສົບກັບຄວາມຫຍຸ້ງຍາກພິເສດໃນບໍລິເວນນະຄອນ.

ພື້ນຖານເສດຖະກິດຫວຽດນາມ ປີ 2024 - ແງ່ຫວັງທີ່ໜ້າປະເອີບໃຈ ພື້ນຖານເສດຖະກິດຫວຽດນາມ ປີ 2024 - ແງ່ຫວັງທີ່ໜ້າປະເອີບໃຈ

ຍສໝ - ຫຼາຍອົງການຈັດຕັ້ງສາກົນທີ່ມີອິດທິພົນຊື່ສຽງໄດ້ຕີລາຄາສູງ ແລະຮັບຮູ້ການປັບປຸງຫຼາຍດັດຊະນີຈັດອັນດັບສາກົນຂອງຫວຽດນາມ, ພົ້ນເດັ່ນແມ່ນ: ດັດຊະນີຄວາມຜາສຸກທົ່ວໂລກ, ດັດຊະນີການປ່ຽນແປງໃໝ່ປະດິດສ້າງ, ມູນຄ່າເຄື່ອງໝາຍການຄ້າແຫ່ງຊາດຫວຽດນາມ ກໍ່ຄືການສື່ສານດີຈີຕອນ, ການຊຳລະດີຈີຕອນ, ເສດຖະກິດດີຈີຕອນ ແລະການຈັດອັນດັບຄວາມໄວ້ວາງໃຈສາກົນກ່ຽວກັບສິນເຊື່ອໄລຍະຍາວ, ການຄາດຄະເນສາກົນກໍ່ເຊື່ອໝັ້ນຕໍ່ແງ່ຫວັງຟື້ນຟູໂດຍໄວໃນໄລຍະຈະມາເຖິງຂອງພື້ນຖານເສດຖະກິດຫວຽດນາມ.

ຄະ​ນະ​ຊາວ​ໜຸ່ມ​ຄອມ​ມູ​ນິດ ໂຮ່​ຈີ​ມິນ ແຂວງ ຮ​ວ່າ​ບິ່ງ ເລີ່ມ​ດຳ​ເນີນເດືອນ​ຊາວ​ໜຸ່ມ​ປີ 2024 ຄະ​ນະ​ຊາວ​ໜຸ່ມ​ຄອມ​ມູ​ນິດ ໂຮ່​ຈີ​ມິນ ແຂວງ ຮ​ວ່າ​ບິ່ງ ເລີ່ມ​ດຳ​ເນີນເດືອນ​ຊາວ​ໜຸ່ມ​ປີ 2024

ຍສໝ - ຕອນ​ບ່າຍ​ວັນ​ທີ 25 ກຸມພາ, ຢູ່​ຕາ​ແສງ ຟອງ​ຝູ, ​ເມືອງ ​ເຕີນ​ລາກ, ​ແຂວງ ຮ່ວາ​ບິ່ງ, ຄະນະ​ປະຈຳ​ຄະນະ​ຊາວ​ໜຸ່ມ​ແຂວງ ຮ່ວາ​ບິ່ງ ສົມທົບ​ກັບ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ຈັດ​ຕັ້ງ​ພິທີ​ໄຂ​ງານ​ບຸນ​ປູກ​ຕົ້ນ​ໄມ້ “ຮູ້ບຸນຄຸນລຸງ​ໂຮ່ຕະຫຼອດ​ໄປ” ​ແລະ ​ເດືອນ​ຊາວ​ໜຸ່ມ​ປີ 2024, ປະຕິບັດ​ບັນດາ​ການ​ເຄື່ອນ​ໄຫວ​ປະກັນ​ສັງຄົມ, ​ເລີ່​ມຕົ້ນ ​ແລະ ​ເປີດ​ກວ້າງ​ບັນດາ​ໂຄງການ ​ແລະ ກິດຈະກຳ​ຊາວ​ໜຸ່ມ.

ມິງດຶກ

ເຫດການ
302 Found

Found

The document has moved here.