ອົງ​ການ Hue Help ໜູນ​ຊ່ວຍ​ເດັກ​ນ້ອຍທີ່ມີສະ​ພາບປະສົບກັບຄວາມ​ຫຍຸ້ງ​ຍາກ​ພິເສດ​ຢູ່ ເທື່ອທຽນເຫວ້

08:45 | 24/05/2024

ຍສໝ - ຄະນະ​ກຳມະການ​ປະຊາຊົນ​ແຂວງ​ ເທື່ອ​ທຽນ​ເຫວ້ ຫາ​ກໍ່​ໄດ້​ອອກ​ມະຕິ​ສະບັບ​ເລກທີ 1312/QD-UBND ລົງ​ວັນ​ທີ 21 ພຶດສະພາ 2024 ໂດຍ​ໄດ້​ຮັບ​ບ້ວງຊ່ວຍເຫຼືອມູນ​ຄ່າ 630 ລ້ານ​ດົ່ງ​ຈາກ​ໂຄງການ “ໜູນ​ຊ່ວຍ​ເດັກ​ນ້ອຍທີ່ມີ​ສະ​ສະພາບປະສົບກັບຄວາມຫຍຸ້ງ​ຍາກ​ພິເສດ ຢູ່ສູນ​ວຽກງານສັງຄົມ ແລະ ກອງ​ທຶນ​ປົກ​ປ້ອງ​ເດັກ ໄລ​ຍະ 2024-2026” ​ໂດຍ​ອົງ​ການ Hue Help (ອັງກິດ) ອຸປະຖຳ.

ອົດ​ສະ​ຕາ​ລີ ໜູນ​ຊ່ວຍ​ແມ່​ຍິງ 30.000 ຄົນ​ຢູ່​ແຂວງ ລາວ​ກາຍ, ເຊີນ​ລາ ເພື່ອ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ດ້ານ​ເສດ​ຖະ​ກິດ ອົດ​ສະ​ຕາ​ລີ ໜູນ​ຊ່ວຍ​ແມ່​ຍິງ 30.000 ຄົນ​ຢູ່​ແຂວງ ລາວ​ກາຍ, ເຊີນ​ລາ ເພື່ອ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ດ້ານ​ເສດ​ຖະ​ກິດ
Peace Trees ຫວຽດ​ນາມ ໜູນ​ຊ່ວຍ​ການ​ກໍ່​ສ້າງຕົວແບບໂຮງ​ຮຽນ​ອະ​ນຸ​ບານ K-ing ຢູ່​ຕາ​ແສງຊາຍແດນ ກວາງ​ບິ່ງ. Peace Trees ຫວຽດ​ນາມ ໜູນ​ຊ່ວຍ​ການ​ກໍ່​ສ້າງຕົວແບບໂຮງ​ຮຽນ​ອະ​ນຸ​ບານ K-ing ຢູ່​ຕາ​ແສງຊາຍແດນ ກວາງ​ບິ່ງ.

ໂຄງ​ການ​ໂດຍ​ອົງ​ການ Hue Help (ອັງກິດ) ແນໃສ່ໜູນ​ຊ່ວຍ​ດ້ານການ​ສຶກ​ສາ, ຍົກສູງ​ຄຸນ​ນະ​ພາບ​ການ​ສຶກ​ສາ ແລະ ຄວາມມ່ວນຊື່ນບັນ​ເທີງ​ໃຫ້​ເດັກ​ນ້ອຍ​ທີ່​ໄດ້​ຮັບ​ການ​ລ້ຽງ​ດູ​ຢູ່​ສູນວຽກງານສັງຄົມ ແລະ ກອງ​ທຶນ​ປົກປ້ອງເດັກນ້ອຍ (ເຮືອນເລກ​ທີ 65 ດັ້ງເຕີດ, ຕາແສງ ອ່ານຮວ່າ, ນະຄອນ ເຫວ້), ຜ່ານນັ້ນ ກໍໄດ້ຊ່ວຍໃຫ້​ເດັກ​ນ້ອຍ​ມີຄວາມ​ອາດສາ​ມາດ​ທີ່​ຈະ​ເປັນ​ເຈົ້າຕົນເອງ​, ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊຸມ​ຊົນ ແລະ ​ກາຍ​ເປັນ​ຜູ້ທີ່ເປັນປະ​ໂຫຍດ​ຂອງ​ສັງ​ຄົມ​.

ອົງ​ການ Hue Help ໜູນ​ຊ່ວຍ​ເດັກ​ນ້ອຍໃນ​ສະ​ຖາ​ນະ​ການ​ທີ່​ຫຍຸ້ງ​ຍາກ​ທີ່​ສຸດ​ຢູ່​ແຂວງ ເທື່ອທຽນເຫ້ວ

ໂຄງການໂດຍອົງການ Hue Help (ອັງກິດ) ອຸປະຖຳເພື່ອຊ່ວຍໃຫ້​ເດັກ​ນ້ອຍ​ມີຄວາມອາດ​ສາ​ມາດ​ທີ່​ຈະ​ເປັນ​ເຈົ້າຕົນເອງ, ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊຸມ​ຊົນ ແລະ ​ກາຍ​ເປັນ​ຜູ້ທີ່ເປັນປະ​ໂຫຍດ​ຂອງ​ສັງ​ຄົມ​ - (ພາບ: Fanpage Hue Help).

ນອກ​ນີ້, ອົງການ Hue Help (ອັງກິດ) ກໍຈະ​ໜູນ​ຊ່ວຍຄ່າໃຊ້ຈ່າຍຮ່ຳຮຽນ ແລະ ຄວາມມ່ວນຊື່ນ​ບັນ​ເທິງ​ໃຫ້​ແກ່​ເດັກນ້ອຍ 19 ຄົນ ທີ່​ໄດ້​ຮັບ​ການ​ລ້ຽງ​ດູ​ຢູ່​ສູນ​ວຽກງານສັງຄົມ ແລະ ກອງ​ທຶນ​ປົກ​ປ້ອງ​ເດັກນ້ອຍ ລວມມີ: ຄ່າຮຽນຢູ່​ມະຫາວິທະຍາ​ໄລ, ​ຊັ້ນສູງ; ຄ່າໃຊ້ຈ່າຍໃນການຈ້າງຄູສອນ, ຮຽນເພີ່ມ; ຄ່າໃຊ້ຈ່າຍໃນການຈ້າງຄູສອນພິເສດ; ຄ່າ​ໃຊ້​ຈ່າຍ​ເພື່ອການ​ບັນ​ເທີງ​.

ໂດຍສ້າງຕັ້ງຂຶ້ນໃນປີ 2006, Hue Help ເປັນອົງການທີ່ບໍ່ຫວັງຜົນກຳໄລ ເຄື່ອນໄຫວກັບເປົ້າໝາຍແກ້ໄຂບັນດາສິ່ງທ້າທາຍດ້ານສຸຂະພາບ, ການສຶກສາ ແລະ ຄວາມປອດໄພໃຫ້ແກ່ເດັກນ້ອຍຢູ່ແຂວງ ເທື່ອທຽນເຫວ້ ແລະ ປັບປຸງສຸຂະພາບ, ການສຶກສາ ແລະ ອະນາຄົດໃຫ້ແກ່ເດັກດ້ອຍທີ່ປະສົມກັບຄວາມຫຍຸ້ງຍາກຢູ່ ຫວຽດນາມ.

ນັບ​ແຕ່​ໄດ້​ຮັບ​ການ​ສ້າງ​ຕັ້ງ​ເປັນ​ຕົ້ນ​ມາ, Hue Help ໄດ້ພັດທະນາທັງກ່ຽວກັບຂະ​ໜາດ​ ​ແລະ​ ກຳລັງຄວາມ​ສາມາດ, ປະຈຸ​ບັນ ພວມປະຕິບັດບັນດາໂຄງການ​ຢູ່​ຫຼາຍ​ແຂວງ/ນະຄອນ ໃນ ຫວຽດນາມ, ຮ່ວມ​ມື​ກັບ​ອຳນາດ​ການ​ປົກຄອງ ກໍຄືບັນດາອົງການຢູ່ທ້ອງ​ຖິ່ນ ​ແລະ ແຫ່ງຊາດ.

ມິງດຶກ

ເຫດການ