VNHIP ໜູນ​ຊ່ວຍ 1,8 ຕື້​ດົ່ງ ​ເພື່ອ​ປັບປຸງຄຸນ​ນະພາ​ບຊີວິດການເປັນຢູ່ໃຫ້ແກ່​ເດັກນ້ອຍ ​ແລະ ຊາວ​ໜຸ່ມ​ຢູ່ ດ່າ​ນັງ

13:40 | 13/05/2024

ຍສໝ - ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ ດ່າ​ນັງ ຫາ​ກໍ່​ໄດ້​ອອກ​ມະຕິ​ສະບັບ​ເລກທີ 959/QD-UBND ລົງ​ວັນ​ທີ 8 ພຶດສະພາ 2024 ວ່າດ້ວຍການອະນຸມັດ​ການ​ຮັບບ້ວງ​ເງິນ​ເກືອບ 1,8 ຕື້​ດົ່ງ​ຈາກ​ໂຄງການປັບປຸງຄຸນ​ນະພາ​ບຊີວິດການເປັນຢູ່ໃຫ້ແກ່​ເດັກນ້ອຍ ​ແລະ ຊາວ​ໜຸ່ມ​ອາຍຸ​ຕ່ຳ​ກວ່າ 25 ປີ ທີ່ຮັບ​ຜົນ​ກະທົບ​ຈາກ​ເຊື້ອ HIV/AIDS ຢູ່​ນະຄອນ ດ່າ​ນັງ ໂດຍ​ອົງການ Vietnam Health Improvement Projects (VNHIP) ອຸປະຖຳ.

Peace Trees ຫວຽດ​ນາມ ໜູນ​ຊ່ວຍ​ການ​ກໍ່​ສ້າງຕົວແບບໂຮງ​ຮຽນ​ອະ​ນຸ​ບານ K-ing ຢູ່​ຕາ​ແສງຊາຍແດນ ກວາງ​ບິ່ງ. Peace Trees ຫວຽດ​ນາມ ໜູນ​ຊ່ວຍ​ການ​ກໍ່​ສ້າງຕົວແບບໂຮງ​ຮຽນ​ອະ​ນຸ​ບານ K-ing ຢູ່​ຕາ​ແສງຊາຍແດນ ກວາງ​ບິ່ງ.
ນຳ​ການ​ເຄື່ອນ​ໄຫວ​ຂອງ​ສະມາຄົມ​ມິດຕະພາບ​ ຫວຽດນາມ - ຝຣັ່ງ ແຂວງ ດົ່ງ​ນາຍ ​ໃຫ້​ມີ​ປະສິດທິ​ຜົນ ແລະ ມີຄຸນ​ນະພາ​ບກ່ວາ​ອີກ ນຳ​ການ​ເຄື່ອນ​ໄຫວ​ຂອງ​ສະມາຄົມ​ມິດຕະພາບ​ ຫວຽດນາມ - ຝຣັ່ງ ແຂວງ ດົ່ງ​ນາຍ ​ໃຫ້​ມີ​ປະສິດທິ​ຜົນ ແລະ ມີຄຸນ​ນະພາ​ບກ່ວາ​ອີກ

ໂດຍໄດ້​ຮັບ​ການ​ຜັນຂະຫຍາຍແຕ່​ເດືອນ​ພຶດສະພາ 2024 ຫາ​ເດືອນເມສາ 2027, ​ໂຄງການໂດຍອົງການ Vietnam Health Improvement Projects (VNHIP) ອຸປະຖຳຕິດ​ພັນ​ກັບ​ເປົ້າ​ໝາຍ​ປັບປຸງສຸ​ຂະ​ພາບ ແລະ ຄຸນ​ນະ​ພາບ​ຊີ​ວິດ​ການເປັນຢູ່ຂອງ​ເດັກ​ນ້ອຍ ແລະ ຊາວ​ໜຸ່ມ​ອາ​ຍຸ​ຕ່ຳ​ກວ່າ 25 ປີ ທີ່ຮັບ​ຜົນ​ກະທົບ​ຈາກ​ເຊື້ອ HIV/AIDS ຢູ່​ນະ​ຄອນ ດ່າ​ນັງ.

VNHIP ໜູນ​ຊ່ວຍ 1,8 ຕື້​ດົ່ງ ​ເພື່ອ​ປັບປຸງຄຸນ​ນະພາ​ບຊີວິດການເປັນຢູ່ໃຫ້ແກ່​ເດັກນ້ອຍ ​ແລະ ຊາວ​ໜຸ່ມ​ຢູ່ ດ່າ​ນັງ

ໂຄງການຕິດພັນກັບ​ເປົ້າ​ໝາຍ​ປັບປຸງສຸ​ຂະ​ພາບ ແລະ ຄຸນ​ນະ​ພາບ​ຊີ​ວິດ​ການເປັນຢູ່ຂອງ​ເດັກ​ນ້ອຍ ແລະ ຊາວ​ໜຸ່ມ​ອາ​ຍຸ​ຕ່ຳ​ກວ່າ 25 ປີ ທີ່ຮັບ​ຜົນ​ກະທົບ​ຈາກ​ເຊື້ອ HIV/AIDS ຢູ່​ນະ​ຄອນ ດ່າ​ນັງ. (ພາບ: Minh Hien/ksbtdanang.vn).

ລະອຽດ, ເດັກນ້ອຍ ແລະ ຊາວໜຸ່ມ​ອາ​ຍຸ​ຕ່ຳ​ກວ່າ 25 ປີ ທີ່ຮັບ​ຜົນ​ກະທົບ​ຈາກ​ເຊື້ອ HIV/AIDS ພ້ອມກັນກັບສະມາຊິກໃນຄອບຄົວ ຈະໄດ້ຮັບການຍົກລະດັບຄຸນນະພາບການເບິ່ງແຍງສຸຂະພາບ, ພິເສດ ແມ່ນການສຶກສາກ່ຽວກັບສຸຂະພາບການເຕີບໂຕຂອງເຍົາວະຊົນ ແລະ ການປ້ອງກັນພະຍາດທີ່ກ່ຽວຂ້ອງກັບ HIV/AIDS.

ນອກຈາກນັ້ນ, ເດັກນ້ອຍ ແລະ ຊາວໜຸ່ມ​ອາ​ຍຸ​ຕ່ຳ​ກວ່າ 25 ປີ ທີ່ຮັບ​ຜົນ​ກະທົບ​ຈາກ​ເຊື້ອ HIV/AIDS ໄດ້ຮັບການໜຸນຊ່ວຍດ້ານໂພຊະນາການ, ທຶນການສຶກສາ, ພາຫະນະ ແລະ ບັນດາເງື່ອນໄຂການຮຽນ. ເດັກນ້ອຍ ແລະ ຊາວໜຸ່ມ​ອາ​ຍຸ​ຕ່ຳ​ກວ່າ 25 ປີ ທີ່ຮັບ​ຜົນ​ກະທົບ​ຈາກ​ເຊື້ອ HIV/AIDS ໄດ້ຮັບການຍົກສູງທັກສະຊີວິດ.

ພ້ອມກັນນັ້ນ, ຄອບຄົວຂອງເດັກນ້ອຍ ແລະ ຊາວໜຸ່ມ​ອາ​ຍຸ​ຕ່ຳ​ກວ່າ 25 ປີ ທີ່ຮັບ​ຜົນ​ກະທົບ​ຈາກ​ເຊື້ອ HIV/AIDS ກໍໄດ້ຮັບການປັບປຸງ​ເງື່ອນ​ໄຂ​ການ​ຮ່ຳຮຽນ, ການ​ຮຽນວິຊາຊີບ ​ແລະ ປະກອບສ່ວນ​ປັບປຸງ​ລາຍ​ຮັບ​ຂອງ​ຄອບຄົວ​ໂດຍ​ຜ່ານ​ການໜູນຊ່ວຍການຫາລ້ຽງຊີບ.

ມິງດຶກ

ເຫດການ
ອ່ານຫຼາຍທີ່ສຸດ
302 Found

Found

The document has moved here.