ກວດພະຍາດ, ມອບຂອງຂວັນໃຫ້ປະຊາຊົນຢູ່ເຂດຊາຍແດນ

07:42 | 25/05/2024

ຍສໝ - ເພື່ອປະຕິບັດໜ້າທີ່ເບິ່ງແຍງປະຊາຊົນຢູ່ບໍລິເວນຄຸ້ມຄອງ, ໄລຍະຜ່ານມາ, ບັນດາກອງບັນຊາການທະຫານຊາຍແດນ ໄດ້ສົມທົບກັບຜູ້​ມີຄວາມເມດຕາ, ອຳນາດການປົກຄອງທ້ອງຖິ່ນຈັດຕັ້ງການກວດພະຍາດ, ແຈກຢາປົວພະຍາດໂດຍບໍ່ເສຍຄ່າ ແລະ ຂອງຂວັນໃຫ້ປະຊາຊົນຢູ່ເຂດຊາຍແດນ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ, ປະກອບສ່ວນ​ພ້ອມກັບ​ຄະນະ​ພັກ ​ແລະ ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນໃນຂອບເຂດທີ່ຕັ້ງທັບ ປະຕິບັດ​ບັນດາ​ນະ​ໂຍບາຍ​ຮັບປະກັນ​ຊີວິດ​ສັງຄົມ​ໃຫ້ເປັນຢ່າງດີ, ຮັດ​ແໜ້ນ​ການ​ພົວພັນ​ດ້ານ​ການ​ທະຫານ - ພົນລະ​ເຮືອນ​ຢູ່​ເຂດ​ດັ່ງກ່າວຕື່ມອີກ.

ກວດພະຍາດ, ແຈກຢາຍຢຸກຢາໃຫ້ປະຊາຊົນຊາວເຜົ່າສ່ວນໜ້ອຍຢູ່ ດ້ຽນບຽນ ໂດຍບໍ່ເສຍຄ່າ ກວດພະຍາດ, ແຈກຢາຍຢຸກຢາໃຫ້ປະຊາຊົນຊາວເຜົ່າສ່ວນໜ້ອຍຢູ່ ດ້ຽນບຽນ ໂດຍບໍ່ເສຍຄ່າ
ກວດພະຍາດ ແລະ ແຈກຢາຍຢຸກຢາໃຫ້ປະຊາຊົນລາວ 2.000 ຄົນ ກວດພະຍາດ ແລະ ແຈກຢາຍຢຸກຢາໃຫ້ປະຊາຊົນລາວ 2.000 ຄົນ
ກວດພະຍາດ, ມອບຂອງຂວັນໃຫ້ປະຊາຊົນຢູ່ເຂດຊາຍແດນ

ຜູ້​ແທນ​ບັນດາ​ຫົວໜ່ວຍກົມກອງ ​ໄດ້​ມອບ​ຂອງຂວັນ​ໃຫ້​ປະຊາຊົນ​ບ້ານ ອານ​ກວາງດົງ, ອານ​ກວາງ​ໄຕ (ຕາ​ແສງ ກາດແຂ໋ງ). ພາບ: ກົງເກືອງ

ວັນ​ທີ 22 ພຶດສະພາ, ຢູ່ ປ້ອມປ້ອງກັນຊາຍແດນ ກາດແຂ໋ງ, ທະຫານ​ປ້ອງ​ກັນ​ຊາຍ​ແດນ ບິງ​ດິ້ງ, ຄະນະ​ແພດ​ໝໍ ​ແລະ ທ່ານ​ໝໍ​ໂຮງໝໍ ເລ່ວັນທິ້ງ (ນະຄອນ​ໂຮ່ຈິ​ມິນ) ໄດ້ສົມທົບ​ກັບປ້ອມ​ປ້ອງ​ກັນ​ຊາຍ​ແດນ ກາດແຂ໋ງ ​ແລະ ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ຕາ​ແສງ ກາດແຂ໋ງ(ເມືອງ ຝູກາດ, ​ແຂວງ ບິງ​ດິ້ງ) ​​ຈັດ​ຕັ້ງ​ການ​ກວດກາ ​ແລະ ປິ່ນປົວ​ພະຍາດ, ​ໄດ້​ແຈກຢາ​ປົວ​ພະຍາດ​ໂດຍ​ບໍ່​ເສຍ​ຄ່າ​ໃຫ້​ປະຊາຊົນ 300 ກວ່າ​ຄົນ​ຢູ່​ບ້ານ ອານ​ກວາງດົງ ​ແລະ ອານ​ກວາງ​ໄຕ (ຕາ​ແສງ ກາດແຂ໋ງ) ​ແລະ ມອບ​ຂອງຂວັນ 300 ພູດ (​ແຕ່​ລະພູດມີມູນ​ຄ່າ 300 ພັນ​ດົ່ງ). ນີ້​ແມ່ນ​ບັນດາ​ຄອບຄົວ​ນະ​ໂຍບາຍ, ຄອບຄົວ​ດ້ອຍ​ໂອກາດ, ຄອບຄົວ​ທຸກ​ຍາກ, ຄອບຄົວ​ໃກ້ລະດັບ​ທຸກ​ຍາກ, ຄົນ​ພິການ, ຜູ້​ເຖົ້າ​ຜູ້​ແກ່​ທີ່ຢູ່​ຕົວຄົນ​ດຽວ, ຜູ້ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ.

ໃນລາຍການ, ຫຼາຍກວ່າ 300 ຄົນໄດ້ຮັບການກວດກາໂດຍແພດຫມໍ ແລະ ພະຍາບານສໍາລັບພະຍາດທົ່ວໄປ, ໄດ້ເຜີຍແພ່ກ່ຽວກັບນະໂຍບາຍ ແລະ ກົດຫມາຍທີ່ກ່ຽວຂ້ອງກັບການປະກັນໄພສັງຄົມ, ການປະກັນໄພສາທາລະນະສຸກ, ກົດຫມາຍວ່າດ້ວຍການກວດ ແລະ ການປິ່ນປົວທີ່ຫາກລປະກາດໃຊ້ໃຫມ່.

ກວດພະຍາດ, ມອບຂອງຂວັນໃຫ້ປະຊາຊົນຢູ່ເຂດຊາຍແດນ

ການ​ນຳ​ສອງ​ຫົວ​ໜ່ວຍກົໃກອງ ​ໄດ້​ມອບ​ເຮືອນ​ຢູ່ ແລະ ອຸປະກອນການຫາລ້ຽງຊີບ​ໃຫ້​ຄອບ​ຄົວ​ຂອງ​ປ້າ ເຈືອງ​ທິ​ແທງ​ເວີນ ຢູ່​ບ້ານ ຫຼີ​ຮືງ, ຕາ​ແສງ ​ເຍີນ​ຫຼີ, ນະ​ຄອນ ກຸ່ຍເຍີນ. ພາບ: ກົງເກືອງ

ກ່ອນໜ້ານັ້ນ, ວັນທີ 3 ພຶດສະພາ, ກອງບັນຊາການທະຫານຊາຍແດນແຂວງ ບິງດິ້ງ ແລະ ສະຫະພັນແມ່ຍິງແຂວງ ບິງດິ້ງ ໄດ້ສົມທົບກັບຄະນະພັກ, ອຳນາດການປົກຄອງທ້ອງຖິ່ນຂອງຕາແສງ ເຍີນໂຮ້ຍ ແລະ ເຍີນຫຼີ, ນະຄອນ ກຸ່ຍເຍີນ, ແຂວງ ບິງດິ້ງ ເພື່ອມອບ “ເຮືອນແຫ່ງຄວາມຮັກ” ໃຫ້ 2 ຄອບຄົວ​ຂອງ​ປ້າ ຫງວຽນ​ທິ​ມວນ, ຢູ່​ບ້ານ​ເຍີນເຟືອກ, ຕາ​ແສງ ເຍີນ​ໂຮ້ຍ ແລະ ປ້າ ເຈືອງ​ທິ​ແທງ​ເວີນ, ຢູ່​ໝູ່​ບ້ານ ຫຼີ​ຮຶງ, ຕາ​ແສງ ​ເຍີນ​ຫຼີ, ນະ​ຄອນ ກຸ່ຍເຍີນ. ນີ້​ແມ່ນ​ສະມາຊິກ​ແມ່ຍິງ 2 ຄົນ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ທີ່​ສຸດ, ມີ​ລູກກຳລັງປະຕິບັດ​ການ​ທະຫານ​ຢູ່​ໝູ່​ເກາະ​ ເຈືອງ​ຊາ.

ໃນ​ນັ້ນ, ສະຫະພັນ​ແມ່ຍິງ​ແຂວງ ບິງ​ດິ້ງ ໄດ້ໜູນ​ຊ່ວຍ​ແຕ່​ລະ​ເຮືອນ ດ້ວຍ​ຈຳນວນ​ເງິນ 50 ລ້ານ​ດົ່ງ ຕາມ​ໂຄງການ “ຮ່ວມເດີນທາງໄປ​ກັບ​ແມ່ຍິງ​ຢູ່​ເຂດ​ຊາຍ​ແດນ, ທະ​ເລ, ໝູ່​ເກາະ” ​ໃນ​ປີ 2024 ​ແລະ ຂອງຂວັນ 2 ພູດ​ໃຫ້ 2 ຄອບຄົວ.

ກ່ອນ​ໜ້າ​ນັ້ນ, ກອງ​ບັນຊາ​ການ​ທະ​ຫານ​ນະຄອນ ກຸ່ຍເຍີນ ກໍໄດ້ໜູນ​ຊ່ວຍ 5 ລ້ານ​ດົ່ງ; ກອງບັນຊາການທະຫານຊາຍແດນແຂວງບິງດິ້ງ ໄດ້ໜູນຊ່ວຍ 2 ຄອບຄົວດ້ວຍວິທີການຫາລ້ຽງຊີບ, ແຕ່ລະຄອບຄົວ 5 ລ້ານດົ່ງ ແລະ ຂອງຂວັນ 2 ພູດ; ສະຫະພັນ​ແມ່ຍິງ​ເມືອງ, ຕາ​ແສງ ​ແລະ ທ້ອງ​ຖິ່ນ​ໄດ້​ມອບ​ພັດ​ລົມ 3 ໜ່ວຍ. ການເຄື່ອນໄຫວທັງໝົດແມ່ນ 118 ລ້ານດົ່ງ). (ກົງເກືອງ)

ໃນວັນທີ 18 ພຶດສະພາ, ຢູ່ຄະນະກໍາມະການປະຊາຊົນຕາແສງ ຫວິງເຊື່ອງ, ເມືອງ ເຕິ່ນເຈົາ, ແຂວງ ອານຢ່າງ, ຄະນະແພດ, ທ່ານໝໍຂອງສູນການແພດເມືອງ ເຕິ່ນເຈົາ ແລະ ນັກສຶກສາອາສາສະໝັກຂອງມະຫາວິທະຍາໄລແພດສາດ-ການຢາ ເກີນເທີ່ ໄດ້ສົມທົບກັບປ້ອມປ້ອງກັນຊາຍແດນທີ່ດ່ານ​ຊາຍ​ແດນ​ສາກົນ​ ຫວິງເຊື່ອງ ​ແລະ ທະຫານ​ປ້ອງ​ກັນ​ຊາຍ​ແດນ ອານ​ຢ່າງ ​ຈັດ​ຕັ້ງ​ວັນ​ແພດ​ໜຸ່ມ ​ເພື່ອ​ປະຕິບັດ​ຕາມ​ຄຳເວົ້າຂອງ ​ລຸງ​ໂຮ່ ອາສາ​ສະໝັກເພື່ອ​ສຸຂະພາບ​ຊຸມ​ຊົນ ​ປີ 2024.

ກວດພະຍາດ, ມອບຂອງຂວັນໃຫ້ປະຊາຊົນຢູ່ເຂດຊາຍແດນ

ບັນດາທ່ານໝໍ, ພະນັກງານແພດໝໍຂອງປ້ອມປ້ອງກັນຊາຍແດນສາກົນ ຫວິງເຊື່ອງ ກວດພະຍາດໃຫ້ແກ່ປະຊາຊົນ. ພາບ: ຕັວນກຽດ

ຕາມ​ນັ້ນ​ແລ້ວ, ຄະນະ​​ໄດ້​ຈັດ​ຕັ້ງ​ໄດ້ແຈກ​ຢາຍ​ຢຸກຢາ ​ແລະ ປິ່ນປົວ​ພະຍາດ​​ໃຫ້​ປະຊາຊົນໂດຍບໍ່ເສຍຄ່າ​ ​ປະມານ 300 ຄົນ (ຕາ​ແສງຫ​ວິງ​ເຊື່ອງ 100 ຄົນ, ຕາ​ແສງ ຝູ​ລົກ 100 ຄົນ) ​ແລະ ມອບ​ຂອງຂວັນ 300 ພູດ (ນ້ຳຕານ, ​ເຂົ້າສານ, ແປ້ງນົວ) ​ແຕ່ລະພູດມີມູນ​ຄ່າ 250.000 ​ດົ່ງ. ລວມຍອດ​ມູນ​ຄ່າ​ການ​ເຄື່ອນ​ໄຫວ​ແມ່ນ 75 ລ້ານ​ດົ່ງ. ແຫຼ່ງ​ລາຍຈ່າຍແມ່ນ​ໄດ້​ຮັບ​ການ​ລະດົມ​ຈາກ​ຮາກຖານປະຕິບັດການ​ກວດ ​ແລະ ປິ່ນປົວ​ພະຍາດ ​ແລະ ດຳເນີນທຸລະກິດ​ຜະລິດ​ຢາ​ຢູ່​ຕາ​ແສງ ​ເຕິ່ນ​ເຈົາ. (ຕັວນກຽດ)

ວັນ​ທີ 12 ພຶດສະພາ, ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ ຫວຽດນາມ ​ເມືອງ ອາເຫຼືອຍ, ​ແຂວງ ເທື່ອທ່ຽນເຫ໋ວ ​ສົມທົບ​ກັບ​ປ້ອມທະຫານ​ປ້ອງ​ກັນ​ຊາຍ​ແດນ​ເມືອງ ເຍີມ (ກອງ​ບັນຊາ​ການ​ປ້ອງ​ກັນ​ຊາຍແດນ ເທື່ອທ່ຽນເຫ໋ວ) ​ໄດ້​ຈັດ​ຕັ້ງ​ການ​ມອບ​ຂອງຂວັນ​ໃຫ້​ປະຊາຊົນ​ບ້ານ ​ເຊ​ຊັບ, ​ເມືອງ ກະລືມ, ​ແຂວງ ເຊ​ກອງ (ລາວ).

ເຊຊັບ​ ແມ່ນ​ບ້ານ​ທີ່​ມີ​ຊາຍ​ແດນ​ຕິດ​ກັບ​ເມືອງ ອາເຫຼືອຍ, ແຂວງ ເທື່ອທ່ຽນເຫ໋ວ. ທົ່ວບ້ານມີ 47 ຄອບຄົວ, ມີພົນລະເມືອງ 200 ກວ່າຄົນ. ດ້ວຍ​ທິດນຳ “ຊ່ວຍ​ເຫຼືອ​ເພື່ອນ​ຄື​ຊ່ວຍ​ຕົນ​ເອງ” ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ແຂວງ​ເທື່ອ​ທຽນ​ເຫ໋ວ, ທະຫານປ້ອງ​ກັນ​ຊາຍ​ແດນເມືອງ ອາເຫຼືອຍ ເວົ້າລວມ ແລະ ທະຫານປ້ອງ​ກັນ​ຊາຍ​ແດນ​ ເຍີມ ເວົ້າ​ສະ​ເພາະ ໄດ້​ຜັນຂະຫຍາຍຫຼາຍ​ການ​ເຄື່ອນ​ໄຫວ​ໜູນ​ຊ່ວຍ, ຊ່ວຍ​ເຫຼືອ​ປະ​ຊາ​ຊົນ​ຢູ່​ໝູ່​ບ້ານ​ຕິດຊາຍ​ແດນ​ຂອງປະເທດເພື່ອນລາວ ພັດທະນາ​ເສດຖະກິດ ​ແລະ ຍົກ​ສູງ​ຄຸນ​ນະພາ​ບຊີວິດ.

ທີ່​ປ້ອມປ້ອງ​ກັນ​ຊາຍ​ແດນ​ຮົງ​ຖາຍ, ບັນດາ​ຫົວໜ່ວຍ​ໄດ້​ມອບ​ຂອງຂວັນ 60 ພູດ ​ເຊິ່ງລວມມີ: ເຂົ້າສານ, ​ໝີ່ ​ແລະ ​ເຄື່ອງ​ໃຊ້​ຈຳ​ເປັນ​ຈຳນວນ​ໜຶ່ງ, ​ມີມູນ​ຄ່າ 70 ລ້ານ​ດົ່ງ​ໃຫ້ອຳນາດການປົກຄອງ ​ແລະ ປະຊາຊົນ​ບ້ານ​ເຊຊັບ.

ໃນວັນດຽວກັນ, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ເມືອງ ອາເຫຼືອຍ ໄດ້ສົມທົບກັບບັນດາອົງການຈັດຕັ້ງ, ສ່ວນບຸກຄົນ, ຜູ້ໃຈບຸນອຸປະຖຳຂອງຂວັນເກືອບ 200 ພູດໃຫ້ບັນດາຄອບຄົວທຸກຍາກ, ຄອບຄົວປະສົບກັບຄວາມຫຍຸ້ງຍາກຢູ່ຕາແສງ ຮົ່ງເວີນ ແລະ ຕາແສງ ກວາງເຍີມ (ເມືອງ ອາເຫຼືອຍ), ມີມູນຄ່າ 138,2 ລ້ານດົ່ງ.

ງົບປະມານການໃຊ້ຈ່າຍໃຫ້ແກ່ການເຄື່ອນໄຫວນີ້ແມ່ນໄດ້ຮັບການຮຽກຮ້ອງຈາກຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ເມືອງ ອາເຫຼືອຍ ສະໜັບສະໜູນ ແລະ ພ້ອມກັບຄະນະການກຸສົນ “ຖ້ຽນຢວຽນ ໄຊງ່ອນ - ກວາງນາມ - ກວາງຈິ”. (ຫວໍ​ຕຽນ)

* ແຕ່ວັນທີ 5 ຫາວັນທີ 7 ພຶດສະພາ, ປ້ອມປ້ອງກັນຊາຍແດນ ຂຶ້ນກັບກອງບັນຊາການທະຫານຊາຍແດນແຂວງ ອານຢ່າງ ໄດ້ຈັດຕັ້ງການເຄື່ອນໄຫວໂຄສະນາ, ກວດກາ ແລະ ປິ່ນປົວພະຍາດ, ແຈກຢາຍຢຸກຢາໂດຍບໍ່ເສຍຄ່າ, ມອບຂອງຂວັນ, ກໍ່ສ້າງເຮືອນໃຫ້ປະຊາຊົນທີ່ທຸກຍາກຢູ່ເຂດຊາຍແດນ.

ລະອຽດ, ວັນທີ 7 ພຶດສະພາ, ປ້ອມປ້ອງກັນຊາຍແດນ ເຍີນຮຶງ ໄດ້ສົມທົບກັບສະຫະພັນແມ່ຍິງ ອານຝູ ຈັດຕັ້ງການໂຄສະນາເຜີຍແພ່ກົດໝາຍວ່າດ້ວຍ ຊາຍແດນ ຫວຽດນາມ ແລະ ບັນດາເອກະສານນິຕິກໍາກ່ຽວກັບຊາຍແດນແຫ່ງຊາດ ໃຫ້ແກ່ບັນດາສະມາຊິກສະຫະພັນແມ່ຍິງທີ່ຄຸ້ມຄອງເອງຢູ່ເຂດຊາຍແດນ, ຫຼັກໝາຍຊາຍແດນຂອງຕາ​ແສງ ອານ​ຝູ, ເມືອງ​ຕິ້ງ​ບ່ຽນ, ແຂວງ ອານ​ຢ່າງ. ພ້ອມ​ກັນ​ນັ້ນ, ໜ່ວຍ​ງານ​ກໍ່ໄດ້​ມອບ​ຂອງຂວັນ 40 ພູດ​ໃຫ້​ສະມາຊິກ​ແມ່ຍິງ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຢູ່​​ບໍລິເວນ. ລວມມູນ​ຄ່າ​ການ​ເຄື່ອນ​ໄຫວ​ປະມານ 15 ລ້ານ​ດົ່ງ.

ວັນທີ 5 ພຶດສະພາ, ປ້ອມປ້ອງກັນຊາຍແດນ ຫວິງໂຮ້ຍດົງ ໄດ້ສົມທົບກັບຄະນະກໍາມະການປະຊາຊົນແຂວງ ຫວິງໂຮ້ຍດົງ ແລະ ຄະນະກວດ ແລະ ປິ່ນປົວພະຍາດ ອີຖ້ຽນ (ນະຄອນ ເຈົາດົກ, ແຂວງ ອານຢ່າງ) ຈັດຕັ້ງການກວດ, ປິ່ນປົວພະຍາດ, ແຈກຢາຍຢຸກຢາປິ່ນປົວພະຍາດໃຫ້ປະຊາຊົນ 400 ຄົນທຸກ​ຍາກໂດຍບໍ່ເສຍຄ່າ, ພ້ອມ​ກັນ​ນັ້ນ ​ກໍ​ໄດ້​ມອບ​ຂອງ​ຂວັນ 303 ພູດ​ໃຫ້​ແກ່​ຄົນ​ທຸກ​ຍາກ​ຢູ່​ຕາ​ແສງ ຫວິງໂຮ້ຍດົງ, ​ເມືອງ​ອານ​ຝູ, ​ແຂວງ​ອານ​ຢ່າງ. ລວມຍອດ​ມູນ​ຄ່າ​ການ​ເຄື່ອນ​ໄຫວ​ທັງ​ໝົດ​ປະມານ 85 ລ້ານ​ດົ່ງ.

ໃນສອງວັນ ວັນທີ 5, 6 ພຶດສະພາ, ພະນັກງານ, ນັກຮົບປ້ອມປ້ອງກັນຊາຍແດນ ຫວິງຢ່າ ໄດ້ປຸກລະດົມພະນັກງານ, ນັກຮົບຈໍານວນ 40 ຄົນ ໄປຊ່ວຍເຫຼືອບັນດາຄອບຄົວທຸກຍາກຢູ່ຕາແສງ ຫວິງຢ່າ, ເມືອງ ຈີ່ໂຕ່ນ, ແຂວງ ອານຢ່າງ ກໍ່ສ້າງເຮືອນໃໝ່.

ບັນດາການ​ເຄື່ອນ​ໄຫວທີ່​ແທດ​ຈິງ ​ແລະ ມີ​ຄວາມ​ໝາຍ​ຂອງ​ບັນດາ​ ພະນັກງານ, ທະຫານ​ປ້ອງ​ກັນ​ຊາຍ​ແດນ ອານ​ຢ່າງ ​ໄດ້​ປະກອບສ່ວນ​ແບ່ງປັນ​ຄວາມ​ຫຍຸ້ງຍາກ, ການຂາດ​ເຂີນ​ຂອງ​ປະຊາຊົນ​ທຸກ​ຍາກ, ​ເບິ່ງ​ແຍງ​ດູ​ແລ​ຊີວິດ​ທາງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ໃຫ້ແກ່​ປະຊາຊົນ​ຢູ່​ເຂດ​ຊາຍ​ແດນ​, ແນໃສ່​ສ້າງກຳລັງແຮງສັງລວມໃນພາລະກິດແຫ່ງການ​ກໍ່ສ້າງ, ຄຸ້ມ​ຄອງ ​ແລະ ປົກ​ປັກ​ຮັກສາ​ອະທິປະ​ໄຕ​ຜືນ​ແຜ່ນດິນ​ຢ່າງໝັ້ນຄົງ ​ແລະ ຄວາມ​ປອດໄພ​ຊາຍ​ແດນ​ແຫ່ງ​ຊາດ. (ຈ໋ຽນຄູ່)

* ​ວັນ​ທີ 9 ພຶດສະພາ, ຢູ່​ໝູ່​ບ້ານ ຟເຣີຍ ຈອບ B, ຕາ​ແສງ ​ລາຍຮວ່າ, ​ເມືອງ ຫ​ວິງ​ເຈົາ, ​ແຂວງ ​ຊ໋ອກ​ຈັ່ງ, ທະຫານ​ປ້ອງ​ກັນ​ຊາຍ​ແດນ ​ລາຍຮວ່າ ​ໄດ້​ສົມທົບ​ກັບ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ ​​ຈັດ​ຕັ້ງ “​ຮ້ານຂາຍເຄື່ອງ 0 ດົ່ງ” ​ໃຫ້​ແກ່​ຜູ້​ທຸກ​ຍາກ​ຢູ່​ບໍລິເວນຕາແສງ​ ລາຍຮວ່າ.

​ຮ້ານ​ດັ່ງກ່າວ​ມີ​ອາຫານ​ທີ່​ຫຼາກ​ຫຼາຍ ​ແລະ ​ເຄື່ອງ​ໃຊ້​ທີ່​ຈຳ​ເປັນ​ເຊັ່ນ: ເຂົ້າ, ນ້ຳຕານ, ເກືອ, ນ້ຳປາ, ໄຂ່, ນ້ຳມັນ​ພືດ ​ແລະ ເຄື່ອງນຸ່ງ​ຫົ່ມ​ທີ່​ໜ່ວຍງານໄດ້​ຂົນຂວາຍການສະໜັບສະໜູນຈາກບັນດາຜູ້​ມີ​ຄວາມເມດຕາ, ສ່ວນພືດຜັກ, ໝາກ​ໄມ້​ເປັນ​ສິນຄ້າ ທີ່ຫົວໜ່ວຍເພີ່ມການຜະລິດຕື່ມ. ​ເນື່ອງ​ໃນ​ໂອກາດ​ນີ້, ບັນດາ​ພະນັກງານ​ດ່ານ​ຊາຍ​ແດນ ​ລາຍ​ຮ່ວາ ຍັງ​ໄດ້​ມາ​ເພື່ອ​ມອບ​ຂອງຂວັນໂດຍ​ກົງ​​ໃຫ້​ບັນດາ​ຜູ້ປະສົບ​ກັບ​ຄວາມ​ຫຍຸ້ງຍາກພິ​ເສດ​, ຜູ້​ເຖົ້າ​ຜູ້​ແກ່​ດຳລົງ​ຊີວິດ​ຢູ່​ຄົນ​ດຽວ​ທີ່ມີເງື່ອນໄຂໄປມາຫາສູ່ທີ່ຫຍຸ້ງຍາກ.

ທ່ານຮ້ອຍເອກ ຊ໋ອກດຸ່ງ, ຮອງຫົວໜ້າການເມືອງ, ປ້ອມປ້ອງກັນຊາຍແດນ ລາຍຮວ່າ, ໃຫ້ຮູ້ວ່າ: ຮູບແບບ “ຮ້ານຂາຍເຄື່ອງ 0 ດົ່ງ” ໂດຍກົມກອງປະຕິບັດເກືອບ 2 ປີແລ້ວ, ຈັດເດືອນລະເທື່ອຢູ່ບັນດາໝູ່ບ້ານຂອງເມືອງ ລາຍຮວ່າ ແລະ ຕາແສງ ຫວິງເຕິ່ນ , ເມືອງຫວິງເຈົາ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ, ປະກອບສ່ວນ​ໃຫ້​ຄະນະ​ພັກ, ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ຢູ່​ບັນດາ​ເຂດ​ປະຈຳ​ການ​ປະຕິບັດ​ນະ​ໂຍບາຍ​ຮັບປະກັນ​ຊີວິດ​ສັງຄົມ​ໃຫ້ເປັນຢ່າງ​ດີ, ຮັດ​ແໜ້ນ​ການ​ພົວພັນ​ດ້ານ​ການ​ທະຫານ ​ແລະ ພົນລະ​ເຮືອນ​ຢູ່​ເຂດ​ຊາຍ​ແດນ​ທາງ​ທະ​ເລ​ ເຊິ່ງບໍລິຫານໂດຍໜ່ວຍງານ. ຜ່ານ​ນັ້ນ, ກໍ່ເຮັດ​ພາບ​ພົດ​ຂອງ​ນາຍ​ພົນທະຫານຍົດ​ສີ​ຟ້າ​ຢູ່​ເຂດ​ຊາຍ​ແດນ​ທາງ​ທະ​ເລ​ແຂວງ ຊ໋ອກຈັ່ງ ເຂັ້ມຂຸ້ນກວ່າເກົ່າ. (ວັນ​ລອງ)

ມິງດຶກ

ເຫດການ