ຫວຽດນາມ ຮຽກຮ້ອງເພີ່ມທະວີການປົກປ້ອງສາມັນຊົນ ໃນການປະທະກັນດ້ວຍກຳລັງອາວຸດ

17:10 | 23/05/2024

ຍສໝ - ຜູ້ຕາງໜ້າ​ຂອງ ​ຫວຽດນາມ ຮຽກຮ້ອງ​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ເຖິງ​ການ​ປະ​ທະ​ກັນ ​ປະຕິບັດຕາມ​ກົດໝາຍ​ສາກົນ ​ແລະ ກົດໝາຍ​ມະນຸດສະທຳ​ສາກົນ​ຢ່າງ​ເຂັ້ມ​ງວດ, ພິເສດ​ແມ່ນ​ສົນທິສັນຍາ Geneva 4 ສະບັບ ​ປີ 1949 ​ແລະ ມະຕິ​ທີ່​ກ່ຽວຂ້ອງ​ຂອງ​ສະຫະ​ປະຊາ​ຊາດ.

ຍູ້ແຮງການ​ຮ່ວມ​ມື ​ຫວຽດນາມ - ອົດສະຕຣາລີ ໃນ​ຂົງ​ເຂດ​ກໍ່ສ້າງ ຍູ້ແຮງການ​ຮ່ວມ​ມື ​ຫວຽດນາມ - ອົດສະຕຣາລີ ໃນ​ຂົງ​ເຂດ​ກໍ່ສ້າງ
ຫວຽດນາມ ຮຽກຮ້ອງເພີ່ມທະວີການປົກປ້ອງສາມັນຊົນ ແລະ ພື້ນຖານໂຄງລ່າງ, ການບໍລິການພົນລະເຮືອນທີ່ຈຳເປັນໃນການປະທະກັນດ້ວຍອາວຸດ ຫວຽດນາມ ຮຽກຮ້ອງເພີ່ມທະວີການປົກປ້ອງສາມັນຊົນ ແລະ ພື້ນຖານໂຄງລ່າງ, ການບໍລິການພົນລະເຮືອນທີ່ຈຳເປັນໃນການປະທະກັນດ້ວຍອາວຸດ
ຫວຽດນາມ ຮຽກຮ້ອງເພີ່ມທະວີການປົກປ້ອງສາມັນຊົນ ໃນການປະທະກັນດ້ວຍກຳລັງອາວຸດ

ຜູ້​ຄົນ​ລໍ​ຖ້າ​ຮັບ​ການ​ຊ່ວຍ​ເຫຼືອ​ດ້ານ​ສະ​ບຽງ​ອາ​ຫານ​ຢູ່​ໃນ​ເມືອງ Rafah, ເຂດ Gaza ວັນ​ທີ 30 ມີ​ນາ 2024. (ພາບ: THX/TTXVN)

ໃນວັນ​ທີ 21-22 ພຶດສະພາ​, ຢູ່​ສຳນັກງານ​ອົງການ​ສະຫະ​ປະຊາ​ຊາດ​ທີ່ ​ນິວຢອກ ໄດ້ດຳເນີນວາລະປະຊຸມ​ເປີດ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ ອົງການ​ສະຫະ​ປະຊາ​ຊາດ ​ກ່ຽວ​ກັບ​ການ​ປົກ​ປ້ອງສາມັນຊົນໃນ​ການ​ປະ​ທະ​ກັນ​ດ້ວຍ​ກຳລັງ​ອາວຸດ​ ໄດ້​ດຳ​ເນີນ​ໄປ​ດ້ວຍ​ຫົວ​ຂໍ້​ວ່າ “ສະ​ເຫຼີ​ມສະຫຼອງ 25 ປີ​ມະຕິຕົກລົງເລກທີ 1265 ຂອງ​ສະພາ​ຄວາມ​ໝັ້ນຄົງ​ ອົງການສະຫະ​ປະຊາ​ຊາດ​ ​ແລະ 75 ປີ​ຂອງບັນດາ​ສົນ​ທິ​ສັນ​ຍາ​ Geneva”.

ພາຍໃຕ້ການ​ເປັນ​ປະທານ​ຂອງ Mozambique, ປະ​ເທດ​ທີ່​ດຳລົງ​ຕຳ​ແໜ່ງປະທານ​ສະພາ​ຄວາມ​ໝັ້ນຄົງ​ ອົງການສະຫະ​ປະຊາ​ຊາດ ​ໃນ​ເດືອນ ພຶດສະພາ 2024, ກອງ​ປະຊຸມ​ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ ​ແລະ ກ່າວ​ຄຳ​ປາ​ໄສ​ຂອງຜູ້ຕາງໜ້າ 90 ກວ່າ​ປະ​ເທດ​ສະມາຊິກ, ຜູ້​ສັງ​ເກດ​ການ​ສະຫະ​ປະຊາ​ຊາດ ​ແລະ ອົງການ​ສາກົນ​ທີ່​ກ່ຽວຂ້ອງ​ຈຳນວນ​ໜຶ່ງ.

ປະທານຄະນະກໍາມະການອົງການກາແດງສາກົນ, ຜູ້ຊ່ວຍເລຂາທິການໃຫຍ່ຂອງອົງການສະຫະປະຊາຊາດກ່ຽວກັບບັນດາບັນຫາດ້ານມະນຸດສະທໍາ ແລະ ຜູ້ແທນສ່ວນໃຫຍ່ຈາກປະເທດອື່ນໆ ໄດ້ສະແດງຄວາມເປັນຫ່ວງຢ່າງເລິກເຊິ່ງກ່ຽວກັບການເພີ່ມຂື້ນຂອງການປະທະກັນດ້ານອາວຸດໃນປີທີ່ຜ່ານມາ, ເຊິ່ງກໍ່ໃຫ້ເກີດຜົນສະທ້ອນຮ້າຍແຮງຫຼາຍຕໍ່ສາມັນຊົນຜູ້ບໍ່ມີໂທດ.

ບົດລາຍງານຫຼ້າສຸດຂອງເລຂາທິການໃຫຍ່ສະຫະປະຊາຊາດ ໄດ້ບັນທຶກວ່າ ມີພົນລະເຮືອນຫຼາຍກວ່າ 33,000 ຄົນເສຍຊີວິດໃນການປະທະກັນໃນປີ 2023, ເພີ່ມຂຶ້ນ 72% ເມື່ອທຽບໃສ່ກັບປີ 2022, ເປັນການຕີລະຄັງເຕືອນກ່ຽວກັບການລ່ວງລະເມີດກົດຫມາຍມະນຸດສະທໍາສາກົນ ແລະ ຄວາມຫຍຸ້ງຍາກໃນການເຂົ້າເຖິງການຊ່ວຍເຫຼືອດ້ານມະນຸດສະທໍາໃນເຂດປະທະກັນ.

​ໂດຍອ້າງ​ຫຼັກຖານ​ການ​ປະ​ທະ​ກັນ​ຢູ່​ເຂດ Gaza ທີ່​ໄດ້​ສັງຫານສາມັນຊົນ ​ໂດຍ​ສະ​ເລ່ຍ 150 ຄົນ​ຕໍ່​ມື້​ໃນ 7 ​ເດືອນ​ຜ່ານ​ມາ, ທ່ານ​ອັກຄະ​ລັດຖະທູດ ຫງວຽນ​ຮວ່າງ​ຫງວ່ຽນ, ຮອງ​ຫົວໜ້າ​ຄະນະ​ປະຈຳ​ ຫວຽດນາມ ຢູ່ສະຫະ​ປະຊາ​ຊາດ ​ເນັ້ນ​ໜັກ​ວ່າ: ປະຊາ​ຄົມ​ໂລກ ​ແລະ ​ສະພາ​ຄວາມ​ໝັ້ນຄົງ​ຕ້ອງການມີ​ບັນດາ​ມາດ​ຕະການ​ທີ່​ມີ​ປະສິດທິ​ຜົນ​ກວ່າ​ ເພື່ອ​ປົກ​ປ້ອງສາມັນຊົນ ​ແລະ ພື້ນຖານ​ໂຄງ​ລ່າງ​ພົນລະ​ເຮືອນ, ​ໃນ​ນັ້ນ ​ວິທີ​ທີ່​ດີ​ທີ່​ສຸດ​ແມ່ນ​ແກ້​ໄຂ​ບັນດາສາຍ​ເຫດພື້ນ​ຖານ​ຂອງ​ການ​ປະ​ທະ​ກັນ ແລະ ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ການ​ເຈລະຈາ ​ແລະ ການ​ໄກ່ເກ່ຍ​ກັນ.

ຜູ້ຕາງໜ້າ​ຂອງ​ ຫວຽດນາມ ຮຽກຮ້ອງ​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ເຖິງ​ການ​ປະ​ທະ​ກັນ​ປະຕິບັດ​ຕາມກົດໝາຍ​ສາກົນ ​ແລະ ກົດໝາຍ​ມະນຸດສະທຳ​ສາກົນ​ຢ່າງ​ເຂັ້ມ​ງວດ, ​ໂດຍ​ສະ​ເພາະ​ແມ່ນ​ສົນທິສັນຍາ Geneva 4 ສະບັບ​ ປີ 1949 ​ແລະ ມະຕິ​ທີ່​ກ່ຽວຂ້ອງ​ຂອງ​ສະຫະ​ປະຊາ​ຊາດ.

ທ່ານ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ຮວ່າງຫ​ງວ່ຽນ ກໍ່​ເນັ້ນ​ໜັກ​ເຖິງ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ ​ຫວຽດ​ນາມ ໃນ​ການ​ປົກ​ປ້ອງ​ສາມັນຊົນ, ໃນນັ້ນ ມີການເອົາເຂົ້າສູ່ປະ​ມວນ​ກົດ​ໝາຍ​ອາ​​ຍາ ​ບັນດາການ​ທຳລາຍ​ສັນ​ຕິ​ພາບ, ​ກໍ່​ສົງຄາມຮຸກຮານ, ອາ​ດຊະ​ຍາ​ກອນ​ຕ້ານ​ມະ​ນຸດ​ຊາດ, ອາດຊະຍາກອນສົງຄາມ...

​ໃນ​ຖານະ​ເປັນ​ກຳມະການ​ບໍ່​ຖາວອນສະພາ​ຄວາມ​ໝັ້ນຄົງ ອົງການ​ສະຫະ​ປະຊາ​ຊາດ​ ສະໄໝ 2020-2021, ຫວຽດນາມ​ ໄດ້​ເປັນ​ປະທານ​ຮຽບຮຽງຮ່າງ ​ແລະ ຊຸກຍູ້​ການ​ຮັບຮອງ​ເອົາ​ມະຕິ 2573 ກ່ຽວ​ກັບ​ການ​ປົກ​ປ້ອງ​ພື້ນຖານ​ໂຄງ​ລ່າງ​ພົນລະ​ເຮືອນ​ທີ່​ຈຳເປັນໃນການປະທະກັນ, ​ເປັນ​ປະທານ​ກອງ​ປະຊຸມ​ຈຳນວນໜຶ່ງກ່ຽວ​ກັບ​ການ​ເກັບ​ກູ້​ລະ​ເບີດ, ​ສະກັດກັ້ນ​ການໃຊ້ຄວາມ​ຮຸນ​ແຮງທາງເພດ, ການ​ດູ​ແລ​ເດັກນ້ອຍ​ໃນການປະທະກັນ.

ຜ່ານ​ການ​ເຂົ້າ​ຮ່ວມ​ບັນດາການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ​ຂອງ​ສະຫະ​ປະຊາ​ຊາດ, ຫວຽດນາມ ກໍ່ຍັງໄດ້​ປະກອບສ່ວນ​ຢ່າງ​ມີ​ປະສິດທິ​ຜົນ​ເຂົ້າ​ໃນ​ການ​ປົກ​ປ້ອງ​​ສາມັນຊົນ ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ການ​ປະ​ທະ​ກັນໃນບໍລິເວນຕົວຈິງ.

ມະຕິສະບັບເລກທີ 1265 ລົງວັນທີ 17 ກັນຍາ 1999 ເປັນຄັ້ງທຳອິດໄດ້ຮັບຮູ້ການປົກປ້ອງສາມັນຊົນໃນການປະທະກັນເປັນບັນຫາສຳຄັນກ່ຽວກັບສັນຕິພາບ - ຄວາມໝັ້ນຄົງສາກົນ ແລະ ກາຍເປັນຫົວຂໍ້ປະຈຳປີຢ່າງເປັນທາງການໃນໂຄງການດຳເນີນຂອງສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດ.

ໃນຂະນະທີ່ ສົນທິສັນຍາ Geneva 4 ສະບັບ ປີ 1949 ແລະ 3 ອານຸສັນຍາ ສະບັບເພີ່ມເຕີມ ໄດ້ຮັບຖືວ່າເປັນພື້ນຖານຂອງກົດໝາຍມະນຸດສະທໍາສາກົນ ເພື່ອແນໃສ່ປົກປ້ອງຜູ້ເຄາະຮ້າຍຈາກການປະທະກັນດ້ວຍອາວຸດ.

ມິງດຶກ

ເຫດການ
302 Found

Found

The document has moved here.