ກວາງ​ຈິ-​ສາລະ​ວັນ: ຮັກສາ​ເຂດ​ຊາຍ​ແດນ​ສັນຕິພາບຕາມຮູບ​ແບບແຮກສ່ຽວ

13:01 | 30/05/2024

ຍສໝ - ​ວັນ​ທີ 28 ພຶດສະພາ, ຢູ່​ຕາ​ແສງ ບາເຕີ່ງ (ເມືອງ ເຮື່ອງຮວ໋າ, ແຂວງ ກວາງ​ຈິ) ໄດ້​ດຳ​ເນີນກອງ​ປະ​ຊຸມ​ສະຫຼຸບເບື້ອງຕົ້ນ15 ປີ​ແຫ່ງ​ການແຮກສ່ຽວ ກຸ່ມ​ປະ​ຊາ​ຊົນສອງ​​ເບື້ອງຊາຍ​ແດນ​ລະ​ຫວ່າງບ້ານ​ລົວ, ຈຸ່ມ (ຕາ​ແສງ ບາເຕີ່ງ, (ເມືອງ ເຮື່ອງຮວ໋າ, ແຂວງ ກວາງ​ຈິ) ກັບບັນດາບ້ານ ອັນລະ, ອາຢົງ, ເຊ (ເມືອງ ສະໝ້ວຍ, ແຂວງ ສາລະວັນ, ລາວ).

ສູ້​ຊົນ​ສ້າງ​ທັດສະນິຍະພາບ​ນ້ຳ​ຕົກຕາດ​ບ້ານ​ຢົກ (ຫວຽດ​ນາມ) - ດຶກ​ທຽນ (ຈີນ) ​ໃຫ້​ເປັນ​ຕົວ​ແບບ​ການ​ທ່ອງ​ທ່ຽວ​ຂ້າມ​ຊາຍ​ແດນ
ການ​ຮ່ວມ​ມື​ໃນ​ການ​ຜັນ​ຂະ​ຫຍາຍ​ແລວເສດຖະກິດ ກວາງ​ຈີ້ (ຫວຽດ​ນາມ) - ສາລະ​ວັນ (ລາວ) - ອຸ​ບົນ​ຣາ​ດຊະ​ທາ​ນີ (ໄທ)

ປີ 2009, ໂດຍປະຕິບັດໂຄງການແຮກສ່ຽວກຸ່ມ​ປະ​ຊາ​ຊົນສອງ​​ເບື້ອງ​ຊາຍ​ແດນ​, ​ຕາ​ແສງ ບາເຕີ່ງ ມີ 3 ບ້ານແຮກສ່ຽວກັບ 3 ບ້ານຂຶ້ນກັບເມືອງ ສະໝ້ວຍ (ບ້ານລົວ - ບ້ານອັນລະ, ບ້ານສະຕວງ -​ ບ້ານເຊ, ບ້ານຈຸ່ມ - ບ້ານອາຢົງ). ສອງ​ຝ່າຍ ​ໄດ້​ລົງ​ນາມ​ໃນຂໍ້ກຳນົດ​ການເຄື່ອນໄຫວດ້ວຍ 12 ​ເນື້ອ​ໃນ, ໂດຍ 100% ຈຳນວນ​ຄອບຄົວ​ທີ່ລົງອະບຽນເຂົ້າ​ຮ່ວມ. ນີ້​ແມ່ນ​ບັນດາ​ໝູ່​ບ້ານທີ່ມີ​ສາຍ​ພົວພັນ​ທາງ​ດ້ານ​ຊົນ​ເຜົ່າ, ຍາດ​ພີ່ນ້ອງ​ມາ​ແຕ່​ດົນ​ນານ, ມີກົກເຄົ້າເຫງົ້າກໍ, ມູນເຊື້ອວັດທະນະທຳ, ຮີດຄອງ​ປະ​ເພນີຮ່ວມກັນ.

ພາຍຫຼັງ 15 ປີ​ແຫ່ງ​ການ​ປະຕິບັດແຮກສ່ຽວ, ບັນດາ​ໝູ່​ບ້ານ​ ​ໄດ້​ຮັກສາ​ການ​ປະຕິບັດ​ລະບຽບ​ການ​ຄູ່​ແຮກສ່ຽວຢ່າງ​ເຂັ້ມ​ງວດ; ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນ​ປະຊາຊົນ​ສອງ​ເບື້ອງຊາຍ​ແດນ​ເປັນ​ຢ່າງ​ດີ, ປະກອບສ່ວນປັບປຸງການ​ພົວພັນ​ມິດຕະພາບແບບພິເສດລະຫວ່າງ​ສອງ​ປະ​ເທດ. 2 ຝ່າຍ​ໄປ​ຢ້ຽມຢາມກັນເນື່ອງໃນບັນ​ດາ​ເຫດ​ການ​ສຳ​ຄັນ​ຂອງ​ຊາດຢ່າງເປັນ​ປະ​ຈຳ​; ​ຈັດ​ຕັ້ງກອງ​ປະ​ຊຸມມອບຮັບວຽກງານປະຈຳໄລຍະ ແລະ ກະທັນຫັນ ເມື່ອມີສະພາວະການໃໝ່ເກີດ​ຂຶ້ນ​ 62 ຄັ້ງ ກັບຜູ້​ເຂົ້າ​ຮ່ວມ 3.720 ເທື່ອຄົນ; ສະກັດກັ້ນ, ຕ້ານອາດຊະຍາກຳທຸກປະເພດຢ່າງຕັ້ງໜ້າ.

ກວາງ​ຈິ-​ສາລະ​ວັນ: ຮັກສາ​ເຂດ​ຊາຍ​ແດນ​ສັນຕິພາບຕາມຮູບ​ແບບແຮກສ່ຽວ

ການ​ນຳ​ເມືອງ ສະໝ້ວຍ ​ໄດ້​ມອບ​ລາງວັນ​ໃຫ້​ບັນດາກົມກອງຄະນະ, ບຸກຄົນ​ທີ່​ມີ​ຜົນງານ​ດີ​ເດັ່ນ​ໃນ 15 ປີ​ແຫ່ງ​ການ​ປະຕິບັດແຮກສ່ຽວກຸ່ມ​ປະ​ຊາ​ຊົນສອງ​​ເບື້ອງ​ຊາຍ​ແດນ​. ພາບ: ໜັງສືພິມຊາຍແດນ

ນອກນີ້, ບັນດາບ້ານ, ໝູ່ບ້ານ ກໍໄດ້ຈັດຕັ້ງການໂຄສະນາເຜີຍແຜ່ກ່ຽວກັບປະເທດຊາດ, ຊາຍແດນແຫ່ງຊາດ ແລະ ຄວາມຮັບຜິດຊອບຂອງປະຊາຊົນ ຕໍ່ອະທິປະໄຕຄວາມໝັ້ນຄົງຊາຍແດນ ກວ່າ 100 ຄັ້ງ, ດ້ວຍຜູ້ເຂົ້າຮ່ວມ 20.000 ກວ່າເທື່ອຄົນ; ພ້ອມ​ກັນ​ຊ່ວຍ​ເຫຼືອ​ເຊິ່ງກັນ​ ແລະ​ ກັນ​ພັດທະນາ​ເສດຖະກິດ, ວັດທະນະທຳ, ສັງຄົມ, ຍົກສູງ​ຊີວິດ​ທາງ​ດ້ານ​ວັດຖຸ, ຈິດ​ໃຈ​ຂອງ​ປະຊາຊົນ​ເຂດ​ຊາຍ​ແດນ.

ສອງຝ່າຍ​ໄດ້​ສົມທົບ​ກັນ​ຈັດ​ຕັ້ງ​ການ​ລາດຕະ​ເວນ, ປົກ​ປັກ​ຮັກສາ​ເຂດ​ຊາຍ​ແດນ, ​ເກືອບ 200 ເທື່ອ. ຜ່ານ​ນັ້ນ, ປະຊາຊົນ​ສອງ​ປະ​ເທດ ​ກໍ່ໄດ້​ເຂົ້າ​ຮ່ວມຢ່າງ​ຕັ້ງໜ້າໃນບັນດາການ​ເຄື່ອນ​ໄຫວ​ກໍ່ສ້າງ ​ແລະ ປົກ​ປັກ​ຮັກສາ​ອະທິປະ​ໄຕ​ເຂດ​ຊາຍ​ແດນ​ຂອງ​ແຕ່ລະ​ຝ່າຍ. ການແຮກສ່ຽວ ​ຍັງ​ໄດ້​ປຸກລຸກມູນເຊື້ອຄວາມສາມັກຄີແບບພິ​ເສດ​ ຫວຽດນາມ - ລາວ; ນ້ຳໃຈຄວາມ​ຮັກແພງອັນສະ​ໜິດ​ສະ​ໜົມ, ຄວາມ​ສາ​ມັກ​ຄີ, ມິດ​ຕະ​ພາບ ​ນັບ​ມື້​ນັບໄດ້ຮັບປັບປຸງ ແລະ ພັດ​ທະ​ນາ.

ທີ່​ກອງ​ປະຊຸມ, ກອງບັນຊາການທະຫານຊາຍແດນ​ແຂວງ ກວາງ​ຈິ, ຄະນະ​ກຳມະການ​ປະຊາຊົນ​ເມອງ ເຮື່ອງຮວ໋າ, ເມືອງ ສະໝ້ວຍ ​ໄດ້​ມອບ​ລາງວັນ​ໃຫ້​ບັນດາໝູ່ຄະນະ, ບຸກຄົນ​ທີ່​ມີ​ຜົນງານ​ດີ​ເດັ່ນ​ໃນ 15 ປີ​ແຫ່ງ​ການ​ປະຕິບັດແຮກສ່ຽວກຸ່ມ​ປະ​ຊາ​ຊົນສອງ​​ເບື້ອງ​ຊາຍ​ແດນ​.

ກວາງ​ຈິ ມີ​ຊາຍ​ແດນ​ຕິດ​ກັບ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ ລາວ ຍາວ​ກວ່າ 187 ກິ​ໂລ​ແມັດ, ລວມມີ 2 ​ເມືອງ​ພູດ​ອຍ​ຄື ເຮື່ອງຮວ໋າ ແລະ ດັກ​ຣົງ. ມາ​ຮອດ​ປະຈຸ​ບັນ, ຢູ່​ເຂດ​ຊາຍ​ແດນ​ລະຫວ່າງ​ແຂວງ​ ກວາງ​ຈິ ກັບ 2 ​ແຂວງ​ ສະຫວັນນະເຂດ ແລະ ສາລະ​ວັນ (ລາວ) ໄດ້​ມີ 26 ໝູ່​ບ້ານ​ຈັດ​ຕັ້ງ​ແຮກສ່ຽວ​ບ້ານ - ບ້ານ​ຢູ່ສອງ​ຝັ່ງ​ຊາຍ​ແດນ. ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ຮູບ​ແບບ​ແຮກສ່ຽວບ້ານ - ບ້ານ​ໄດ້ຜັນຂະຫຍາຍດ້ວຍ​ຫຼາຍ​ໝາກຜົນທີ່ແທດ​ຈິງ, ຮັກສາ​ສັນຕິພາບ​ຢູ່​ເຂດ​ຊາຍ​ແດນ ຫວຽດນາມ - ລາວ.

ໂດຍຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​ແຮກສ່ຽວ ແມ່ນເພື່ອ​ເສີມຂະຫຍາຍຮີດຄອງ​ປະ​ເພນີ​ອັນ​ດີງາມ, ມິດຕະພາບ​ແບບ​ພິ​ເສດ​ຫວຽດນາມ - ລາວ; ປັບປຸງ ແລະ ເພີ່ມທະວີຄວາມສາມັກຄີ, ການຮ່ວມມື, ຊ່ວຍເຫຼືອເຊິ່ງກັນ ແລະ ກັນລະຫວ່າງລັດຖະບານ, ປະຊາຊົນ ແລະ ກໍາລັງຂອງສອງຝັ່ງຊາຍແດນ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ, ວັດທະນະທໍາ-ສັງຄົມ, ປັບປຸງການປ້ອງກັນຊາດ,ປົກປັກຮັກສາອະທິປະໄຕເຂດແດນຢ່າງໜັກແໜ້ນ, ປ້ອງກັນຊາຍແດນແຫ່ງຊາດ, ກໍ່ສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ການພັດທະນາ.

ລາວ ​ແລະ ​ໄທ ເລີ່ມ​ທົດລອງແລ່ນລົດ​ໄຟ​ຂ້າມ​ຊາຍ​ແດນ​ໃໝ່ ລາວ ​ແລະ ​ໄທ ເລີ່ມ​ທົດລອງແລ່ນລົດ​ໄຟ​ຂ້າມ​ຊາຍ​ແດນ​ໃໝ່

ຍສໝ - ເສັ້ນທາງລົດໄຟ ລາວ-ໄທ ແລະ ເສັ້ນທາງລົດໄຟ ລາວ-ຈີນ ແມ່ນບັນດາອົງປະກອບທີ່ສຳຄັນຂອງເຄືອຂ່າຍທາງລົດໄຟໃນພາກພື້ນ ເພື່ອເຊື່ອມຕໍ່ ຈີນ ກັບ ສິງກະໂປ ໂດຍຜ່ານ ລາວ, ໄທ ແລະ ມາເລເຊຍ.

ຫວຽດນາມ ​ແມ່ນທ້ອງຕະຫຼາດທີ່​ດຶງ​ດູດ ​ແລະ ສຳຄັນ​ສຳລັບບັນດາ​ວິ​ສາ​ຫະກິດ ​ແດນ​ມາກ ​ໃນ​ຂົງ​ເຂດ​ກະສິກຳ ຫວຽດນາມ ​ແມ່ນທ້ອງຕະຫຼາດທີ່​ດຶງ​ດູດ ​ແລະ ສຳຄັນ​ສຳລັບບັນດາ​ວິ​ສາ​ຫະກິດ ​ແດນ​ມາກ ​ໃນ​ຂົງ​ເຂດ​ກະສິກຳ

ຍສໝ - ຫວຽດນາມ ​ແມ່ນ​ຈຸດປາຍທາງທີ່​ດຶງ​ດູດ​ສຳລັບບັນດາບໍລິສັດ ແດນ​ມາກ ​ໃນ​ຂົງ​ເຂດ​ກະສິກຳ. ສະ​ນັ້ນ, ບັນດາວິ​ສາ​ຫະ​ກິດ​ກະ​ສິ​ກຳ ​ແລະ ​ສະ​ບຽງ​ອາ​ຫານ​ ແດນ​ມາກ ກໍມີຄວາມປາດຖະໜາ​ຢາກ​ຮ່ວມ​ມື...

ມິງດຶກ

ເຫດການ
302 Found

Found

The document has moved here.