ຍສໝ - ດ້ວຍທ່າແຮງທີ່ກຳໄດ້ການຕະຫຼາດ ແລະ ມີຄວາມຄຸ້ນເຄີຍກັບທ້ອງຖິ່ນ, ນັກທຸລະກິດຊາວຫວຽດນາມຢູ່ຕ່າງປະເທດ ໄດ້ສົມທົບກັບນັກທຸລະກິດພາຍໃນປະເທດ ສ້າງເປັນຕ່ອງໂສ້ການສະໜອງ ເຊິ່ງໃນນັ້ນ ພິເສດທັງສອງສົ້ນ ລ້ວນແຕ່ແມ່ນນັກທຸລະກິດຫວຽດນາມ ນຳສິນຄ້າຫວຽດນາມ ອອກໄປສູ່ຕ່າງປະເທດ.
ຍສໝ - ຕາມສະຖານີໂທລະພາບ NHK ຂອງ ຍີ່ປຸ່ນ ແລ້ວ, ເຂດໃກ້ກັບຈຸດສູນກາງເຫດແຜ່ນດິນໄຫວໃນວັນທີ 1 ມັງກອນ, ທ່ານ ຫງວຽນຈິແທ່ງເດຶອກ ໄດ້ເປັນເຈົ້າການໄປຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກໄພພິບັດຄັ້ງນີ້ເປັນຫຼາຍເທື່ອ.
ຍສໝ - ເຖິງວ່າປະສົບກັບຄວາມຫຍຸ້ງຍາກກໍ່ຕາມ, ແຕ່ຍອດຈຳນວນເງິນໂອນໄປນະຄອນໂຮ່ຈິມິນໃນປີ 2023 ຍັງຄົງຮັກສາລະດັບເຕີບໂຕທີ່ດີ, ບັນລຸເກືອບ 9,5 ຕື້ USD. ໃນນັ້ນ, ປະລິມານການໂອນເງິນຈາກອາຊີກວມອັດຕາສ່ວນສູງທີ່ສຸດ, ເຖິງ 50,5% ແລະ ເພີ່ມຂຶ້ນ 143,8% ເມື່ອທຽບໃສ່ທ້າຍປີ 2022.
ຍສໝ - ວັນທີ 20 ມັງກອນ, ສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ Fukuoka, ສະມາຄົມຊາວ ຫວຽດນາມ ອາໄສຢູ່ Fukuoka, ສະຫະສະມາຄົມສົ່ງເສີມການຄ້າ ແລະ ການລົງທຶນ ຫວຽດນາມ ຢູ່ Kyushu ໄດ້ສົມທົບກັນຈັດວັນບຸນເຕັດ “ລະດູບານໃໝ່ແຫ່ງບ້ານເກີດເມືອງນອນ” ເພື່ອຕ້ອນຮັບບຸນເຕັດປີມະໂຣງ 2024.
ຍສໝ - ສະຖານທູດ ຍີ່ປຸ່ນ ປະຈຳ ຫວຽດນາມ ຫາກໍ່ແຈ້ງຂ່າວການຈັດຕັ້ງສອບເສັງທັກສະສະເພາະຢູ່ ຫວຽດນາມ.
ຍສໝ - ວັນທີ 15 ມັງກອນ, ທີ່ກອງປະຊຸມວິສາມັນຄັ້ງທີ 5, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15, ຮ່າງກົດໝາຍວ່າດ້ວຍທີ່ດິນແດນ (ສະບັບປັບປຸງ) ທີ່ຍື່ນສະເໜີ ໄດ້ຮັບການປັບປຸງບັນດາຂໍ້ກຳນົດກ່ຽວກັບສິດ ແລະ ພັນທະກ່ຽວກັບການນຳໃຊ້ທີ່ດິນຂອງຊາວ ຫວຽດນາມ ທີ່ໄປຕັ້ງຖິ່ນຖານຢູ່ຕ່າງປະເທດ.
ຫວຽດນາມ ສືບຕໍ່ແມ່ນປະເທດຮັບເງິນຕາຕ່າງປະເທດໂດຍຊາວຫວຽດນາມອາໄສຢູ່ຕ່າງປະເທດຝາກມາ ຫຼາຍທີ່ສຸດໃນໂລກ
ຍສໝ - ໃນສະພາບການທີ່ລັດຖະບານ ຍີ່ປຸ່ນ ພວມເອົາໃຈໃສ່ເຖິງການກູ້ຊີບ, ຊ່ວຍເຫຼືອ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກແຜ່ນດິນໄຫວ, ຊາວ ຫວຽດນາມ ຢູ່ເຂດຈຸດສຸມໄດ້ຮັບການໜູນຊ່ວຍຢ່າງອົບອຸ່ນຈາກປະຊາຄົມ ແລະ ບັນດາເພື່ອນມິດຊາວ ຍີ່ປຸ່ນ.
ຍສໝ - ທ່ານຮອງນາຍົກລັດຖະມົນຕີ ເຈີ່ນລິວກວາງ ໄດ້ເຊັນຂໍ້ຕົກລົງເລກທີ 30/2023/QD-TTg ວ່າດ້ວຍການກຳນົດບົດບາດ, ສິດ, ໜ້າທີ່ ແລະ ໂຄງຮ່າງການຈັດຕັ້ງຂອງຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ຢູ່ຕ່າງປະເທດ ສັງກັດກະຊວງການຕ່າງປະເທດ.
ຍສໝ - ໃນສະພາບທີ່ລັດຖະບານ ຍີ່ປຸ່ນ ພວມແລ່ນແຂ່ງກັບເວລາເພື່ອດຳເນີນການປະຕິບັດງານກູ້ຊີບ, ຊ່ວຍເຫຼືອ ແລະ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດແຜ່ນດິນໄຫວ, ຊາວ ຫວຽດນາມ ອາໄສຢູ່ບັນດາທ້ອງຖິ່ນໃກ້ແຂວງ Ishikawa ສືບຕໍ່ມານະພະຍາຍາມໜູນຊ່ວຍປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກຢູ່ບັນດາເຂດຖືກຜົນສະທ້ອນຢ່າງຮ້າຍແຮງຂອງເຫດແຜ່ນດິນໄຫວ.
ຍສໝ - ວັນທີ 20 ທັນວາ, ຢູ່ນິວຢອກ (ອາເມລິກາ), ຄະນະຜູ້ແທນຫວຽດນາມ ປະຈໍາ ສະຫະປະຊາຊາດ (ສປຊ) ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 79 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ (22 ທັນວາ 1944 – 22 ທັນວາ 2023 ) ແລະ 34 ປີແຫ່ງ “ວັນບຸນທົ່ວປວງຊົນປ້ອງກັນຊາດ” (22 ທັນວາ 1989 – 22 ທັນວາ 2023).
ຍສໝ - ພາຍຫຼັງເກີດແຜ່ນດິນໄຫວລະດັບ 7,6 ລິກເຕີ ຢູ່ພາກກາງຂອງ ຍີ່ປຸ່ນ ໃນຕອນບ່າຍວັນທີ 1 ມັງກອນ, ສະຖານທູດຫວຽດນາມ ປະຈຳ ຍີ່ປຸ່ນ ໄດ້ສ້າງຕັ້ງກຸ່ມປະຕິບັດງານເພື່ອຢັ້ງຢືນຂໍ້ມູນທີ່ກ່ຽວຂ້ອງເຖິງຄວາມປອດໄພຂອງຊາວ ຫວຽດນາມ ທີ່ດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ບັນດາຖ້ອງຖິ່ນທີ່ປະສົບເຫດແຜ່ນດິນໄຫວ.
ຍສໝ - ທີ່ກອງປະຊຸມເຈລະຈາ, ບັນດາຫົວໜ້າອົງການຜູ້ຕາງໜ້າ ຫວຽດນາມ ຢູ່ຕ່າງປະເທດ ຈະແບ່ງປັນທ່າອຽງໃໝ່ໃນການລົງທຶນ, ການປ່ຽນແປງໃໝ່ປະດິດສ້າງ, ການສຶກສາບຳລຸງສ້າງ, ເປັນເສນາທິການໃຫ້ບັນດາວິສາຫະກິດ ຫວຽດນາມ ບັນລຸໄດ້ຜົນສຳເລັດ.
ຍສໝ - ການຮ່ວມມືດ້ານແຮງງານລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ ໄດ້ພັດທະນາຢ່າງເລິກເຊິ່ງໃນ 3 ຂົງເຂດຄື ການສົ່ງແຮງງານໄປ ຍີ່ປຸ່ນ, ການສອນວິຊາຊີບ - ການສຶກສາວິຊາອາຊີບ ແລະ ການໝັ້ນຄົງສັງຄົມ. ແຕ່ວ່າ, ຄວາມສາມາດບົ່ມຊ້ອນໃນການຮ່ວມມືຍັງມີຫຼາຍຢ່າງ.
ຍສໝ - ນີ້ແມ່ນການແບ່ງປັນຂອງທ່ານສາດສະດາຈານ ຫງວຽນດິ່ງຟຸ, ປະທານສະມາຄົມນັກທຸລະກິດຊາວ ຫວຽດນາມ ຢູ່ ອາເມລິກາ (VENUSA) ກັບວາລະສານ ຍຸກສະໄໝ.
ຍສໝ - ນີ້ແມ່ນຄັ້ງທຳອິດທີ່ເຫດການວັນເຝີຫວຽດນາມ ໄດ້ຈັດຂຶ້ນທີ່ ປະເທດອາຟະລິກາໃຕ້, ເຊິ່ງແມ່ນໜຶ່ງໃນບັນດາຂໍ້ລິເລີ່ມຂອງ ສະຖານທູດຫວຽດນາມ ປະຈໍາ ອາຟະລິກາໃຕ້.
ຍສໝ - ເມື່ອບັນດາຜູ້ແທນໄດ້ເລືອກເອົາເຂົ້າຮ່ວມໂຄງການຮຽນພາສາອາຣັບ ໂດຍລັດຖະບານ ກູເວດ ໄດ້ອຸປະຖຳ, ບັນດານັກສຶກສາ ຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມຂະຫຍັນຂັນເຂື່ອນ ແລະ ມີຫົວຄິດປະດິດສ້າງ ດ້ວຍການແນະນຳຮູບພາບປະເທດຕົນໃຫ້ບັນດາຄູອາຈານ, ນັກສຶກສາໃນເຫດການແລກປ່ຽນວັດທະນະທຳທີ່ດຳເນີນຢູ່ມະຫາວິທະຍາໄລ ຄູເວດ ວັນທີ 10 – 11 ທັນວາ.
ຍສໝ - ຫວ່າງມໍ່ໆມານີ້, ຫວຽດນາມໄດ້ຂຶ້ນສູ່ອັນດັບ 15 ປະເທດກ້າວໜ້າທີ່ສຸດໃນອາຊີ, ອີງຕາມການຕີລາຄາຂອງເວັບໄຊຂ່າວການເງິນ Insider Monkey. ນອກຈາກຫວຽດນາມແລ້ວ, ອາຊີຕາເວັນອອກສ່ຽງໃຕ້ຍັງລວມມີສິງກະໂປ, ໄທ ແລະມາເລເຊຍ.
ຍສໝ - ນີ້ແມ່ນການແບ່ງປັນຂອງທ່ານສາດສະດາຈານ ຫງວຽນດິ່ງຟູ໋, ປະທານສະມາຄົມນັກທຸລະກິດ ຫວຽດນາມ ຢູ່ ອາເມລິກາ (VENUSA) ກັບ ຍຸກສະໄໝ.
ຍສໝ - ເພື່ອປົກປັກຮັກສາ ແລະ ພັດທະນາບັນດາຄຸນຄ່າວັດທະນະທຳຂອງຊາດ, ຫວ່າງແລ້ວນີ້, ສະມາຄົມຜູ້ຮັກແພງສິລະປະພື້ນເມືອງ ຫວຽດນາມ ຢູ່ ເຢຍລະມັນ ໄດ້ຈັດຕັ້ງລາຍການສະແດງ “ກອນລຳໃນໃຈຜູ້ຢູ່ໄກບ້ານເກີດ” ຢູ່ຫໍວັດທະນາທຳສູນການຄ້າ ດົ່ງຊວນ (ເບີລິນ, ເຢຍລະມັນ).
ຍສໝ - ຕາມຜູ້ຕາງໜ້າພິເສດສຳນັກຂ່າວສານ ຫວຽດນາມ ປະຈຳ ລາວ ແລ້ວ, ແຕ່ວັນທີ 5-10 ທັນວາ, ສະມາຄົມມິດຕະພາ ບຫວຽດນາມ - ລາວ ນະຄອນ ໂຮ່ຈິມິນ ສົມທົບກັບມະຫາວິທະຍາໄລແພດສາດ ຟ້າມຫງອກແທກ ແລະ ຄະນະກຳມະການຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງການກວດພະຍາດ, ແຈກຢາຍຢາ ແລະ ມອບຂອງຂວັນໃຫ້ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ປະຊາຊົນທີ່ມີ່ສະພາບການຫຍຸ້ງຍາກຢູ່ແຂວງ ຄຳມ່ວນ, ພາກກາງ ລາວ.
ຍສໝ - ຕອນຄ່ຳວັນທີ 9 ທັນວາ, ຢູ່ແຂວງ ອຸດອນທານີ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຫວືອງດິງເຫ້ວ ໄດ້ມີການພົບປະກັບປະຊາຄົມຊາວ ຫວຽດນາມ ຢູ່ ໄທ.
ຍສໝ - ຕອນເຊົ້າວັນທີ 3 ທັນວາ, ຢູ່ Dubai, UAE, ເນື່ອງໃນໂອກາດເຂົ້າຮ່ວມ ກອງປະຊຸມຂັ້ນສູງ COP 28 ແລະ ການເຄື່ອນໄຫວສອງຝ່າຍຢູ່ UAE, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໋ງ ໄດ້ມີການພົບປະກັບນັກສຶກສາຫວຽດນາມ ທີ່ຫາກໍ່ບັນລຸໄດ້ຜົນງານສູງໃນການແຂ່ງຂັນຢູ່ UAE.
ຍສໝ - ຕາມຂ່າວສານຫວຽດນາມ, ໃນຂອບເຂດການຢ້ຽມຢາມຕວກກີຢ່າງເປັນທາງການ, ຕອນຄ່ຳວັນທີ 29 ພະຈິກ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນຫຼວງ Ankara, ທ່ານນາຍົກລັດຖະມົນຕີ ຟາມມິງຈິງ ພ້ອມດ້ວຍພັນລະຍາໄດ້ພົບປະກັບພະນັກງານ, ພາລະກອນສະຖານທູດ ແລະ ປະຊາຄົມຊາວຫວຽດນາມໃນຕວກກີ
ຍສໝ - ສາດສະດາຈານ ເຢື່ອງກວ່າງຈູງ ໄດ້ຮັບລາງວັນຄົ້ນຄ້ວາດີເລີດ, ພ້ອມກັບທຶນຊ່ວຍເຫລືອ 8 ລ້ານ CAD (5,9 ລ້ານ USD) ຈາກລັດຖະບານ ການາດາ ເພື່ອນຳພາການຄົ້ນຄ້ວາເຕັກໂນໂລຊີໂທລະສັບມືຖືໄຮ້ສາຍລຸ້ນໃໝ່.
ຍສໝ - ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢ່າງ ຢືນຢັນວ່າ ຄະນະຜູ້ແທນຍາມໃດກໍ່ພ້ອມກັບບັນດານັກປັນຍາຊົນ ຫວຽດນາມ ຢູ່ ລັດ Connecticut, ສືບຕໍ່ປະກອບສ່ວນເຂົ້າໃນຜົນປະໂຫຍດລວມຂອງປະຊາຊົນ ກໍ່ຄືການພັດທະນາການພົວພັນ ຫວຽດນາມ - ອາເມລິກາ.
ຍສໝ - ວັນທີ 16-19 ພະຈິກ 2023, ສະຫະພັນບັນດາອົງການມິດຕະພາບແຂວງ ບິ່ງເຟືອກ ແລະ ສະພາກາແດງແຂວງ ບິ່ງເຟືອກ ສົມທົບກັບວັດ ແທງເລີມ, ວັດ ຟ໋າບຫວ່ຽນ, ວັດ ແທງຫງຽມ, ບັນດາກຸ່ມບໍລິຈາກອາສາສະໝັກ, ບັນດາກະຊວງ, ຜູ້ສະໜັບສະໜູນຢູ່ພາຍໃນ ແລະ ຕ່າງປະເທດ ໄດ້ຈັດຕັ້ງການເຄື່ອນໄຫວການກຸສົນ ແລະ ມອບຂອງຂວັນໃຫ້ຊາວ ຫວຽດນາມ ອາໄສຢູ່ ກຳປູເຈຍ ແລະ ລາວ.
ຍສໝ - ນັ້ນແມ່ນຄຳເຫັນທີ່ທ່ານນາງ ຫວູທິຮູ່ຍມາຍ, ປະທານຄະນະກຳມະການຊາວຫວຽດນາມ ອາໄສຢູ່ຕ່າງປະເທດນະຄອນ ໂຮ່ຈີມິນ ໃຫ້ຮູ້ທີ່ກອງປະຊຸມຢູ່ນອກກອງປະຊຸມ “ເວທີປາໄສວິສາຫະກິດຕ່າງປະເທດ ໄທ - ຫວຽດນາມ - ລາວ - ກຳປູເຈຍ - ມຽນມາ” ໃນປີ 2023.
ຍສໝ - ທ່ານ Dan On, ປະທານສະມາຄົມນັກທຸລະກິດ ຫວຽດນາມ - ການາດາ ໃຫ້ຮູ້ວ່າ, ທີ່ກອງປະຊຸມ “ການາດາ - ປະຕູເພື່ອວິສາຫະກິດ ຫວຽດນາມ ເຂົ້າເຖິງຕະຫຼາດ ອາເມລິກາເໜືອ” ໄດ້ເກີດຂຶ້ນໃນວັນທີ 22 ພະຈິກ ຢູ່ນະຄອນ ໂຮ່ຈີມິນ.
ຍສໝ - ຕາມສຳນັກຂ່າວສານຫວຽດນາມປະຈຳບາງກອກແລ້ວ, ວັນທີ 14 ພະຈິກນີ້, ກະຊວງພາຍໃນຂອງໄທໄດ້ປະກາດຖະແຫຼງການໃໝ່ 2 ສະບັບກ່ຽວກັບການມອບສິດພິເສດໃຫ້ຄົນງານເຂົ້າເມືອງຈາກ 4 ປະເທດຄື: ມຽນມາ, ລາວ, ກຳປູເຈຍ ແລະ ຫວຽດນາມ ສາມາດຕໍ່ອາຍຸການພັກເຊົາ ແລະ ສືບຕໍ່ເຮັດວຽກຢ່າງຖືກຕ້ອງຕາມກົດໝາຍຢູ່ປະເທດໄທ.