ສື່ມວນຊົນຍີ່ປຸ່ນໄດ້ຕີລາຄາສູງການຢ້ຽມຢາມຍີ່ປຸ່ນຂອງທ່ານປະທານປະເທດ ຫວໍວັນເຖືອງ | |
ນັກສຶກສາແມ່ນນັກການທູດເພື່ອເພີ່ມພູນຄູນສ້າງການພົວພັນມິດຕະພາບ ຫວຽດນາມ - ຍີ່ປຸ່ນ |
ຄວາມຕ້ອງການທີ່ຈໍາເປັນທີ່ສຸດຂອງປະຊາຊົນໃນເຂດເກີດແຜ່ນດິນໄຫວໃນປະຈຸບັນແມ່ນນ້ຳສະອາດເພາະວ່າລະບົບນ້ຳປະປາໄດ້ຮັບຄວາມເສຍຫາຍ, ມາຮອດວັນທີ 5 ມັງກອນ, ແມ່ນຍັງບໍ່ທັນໄດ້ຮັບການແກ້ໄຂ.
ຕອນຄ່ຳວັນທີ 4 ມັງກອນນີ້, ພາຍຫຼັງເຕົ້າໂຮມຂໍ້ມູນຄວາມຮຽກຮ້ອງຕ້ອງການຂອງຊາວ ຫວຽດນາມ ຢູ່ເຂດໃກ້ກັບເຂດເກີດເຫດແຜ່ນດິນໄຫວ, ກຸ່ມອາສາສະໝັກນະຄອນ Komatsu, ແຂວງ Ishikawa ໄດ້ກະກຽມຢ່າງຮີບດ່ວນ, ມອບໝາຍຊື້ເຄື່ອງຂອງ, ເຕົ້າໂຮມຢູ່ປະຕູເຮືອນຂອງຄອບຄົວທ່ານ ຫງວຽນຈິແທງເດຶອກ. ເຄື່ອງຂອງທີ່ຈຳເປັນທີ່ນຳເຂົ້າໄປຊ່ວຍເຫຼືອໃນຄັ້ງນີ້ແມ່ນນ້ຳສະອາດທີ່ຫຼາຍທີ່ສຸດ, ໜັກທີ່ສຸດ ແລະ ຄຸງທີ່ສຸດແມ່ນຕຸກນ້ຳສະອາດ, ແກັດນ້ຳເປັນແກ້ວ/ຕຸກ, ຈາກນັ້ນແມ່ນອາຫານ ລວມມີ ໝີ່ສຳເລັດຮູບ, ເຂົ້າສຳເລັດຮູບ ແລະ ເຄື່ອງໃຊ້ສອຍເຊັ່ນ: ຖ້ວຍ, ໄມ້ຖູ່ ແບບໃຊ້ຄັ້ງດຽວ.
ນ້ຳດື່ມສະອາດແມ່ນສິ່ງຈຳເປັນອັນດັບຕົ້ນໆໃນສະຖານະການຂາດນ້ຳ. |
ໂດຍແລກປ່ຽນກັບຜູ້ຕາງໜ້າພິເສດສຳນັກຂ່າວສານ ຫວຽດນາມ , ທ່ານ ເດຶອກ ໃຫ້ຮູ້ວ່າ: ເພື່ອຮັກສາການລຳລຽງຢ່າງມີປະສິດທິຜົນ ແລະ ທັນການ, ທ່ານ ແລະ ບັນດາໝູ່ໃນກຸ່ມ ໄດ້ເຊື່ອມຕໍ່ກັບຊາວຫວຽດນາມ ທີ່ຕ້ອງການຄວາມຊ່ວຍເຫຼືອ, ສຳຫຼວດຄວາມຕ້ອງການຂອງເຂົາເຈົ້າ ເພື່ອເຫັນວ່າຕ້ອງການອັນໃດທີ່ສຸດໃນສະພາບປະຈຸບັນ ແລະ ກໍ່ເພື່ອຊັ່ງຊາວ່າກຸ່ມຂອງທ່ານສາມາດຕອບສະໜອງໄດ້ໃນຂອບເຂດໃດ. ທ່ານກ່າວວ່າ, ມີຊາວ ຫວຽດນາມ ຈຳນວນບໍ່ໜ້ອຍທີ່ມາຈາກທົ່ວປະເທດ ຍີ່ປຸ່ນ ໄດ້ຕິດຕໍ່ຫາທ່ານ, ສະແດງຄວາມປາດຖະໜາຢາກໜູນຊ່ວຍປະຊາຄົມໂດຍການສົ່ງສະບຽງອາຫານເຊັ່ນ: ເຂົ້ົ້າຕົ້ົ້ມ, ເຂົ້າປັ້ນ... ທ່ານ ເດຶອກ ໃຫ້ຮູ້ວ່າ: ເພື່ອຈຳກັດການສົ່ງເຄື່ອງຊ່ວຍເຫຼືອຫຼາຍເກີນໄປ ອາດຈະເຮັດໃຫ້ເກີດສະພາບການເຫຼືອ ແລະ ຟຸ່ມເຟືອຍ, ທ່ານຮຽກຮ້ອງໃຫ້ທຸກຄົນລໍຖ້າການໄປຕົວຈິງຂອງກຸ່ມໃນວັນທີ 5 ມັງກອນນີ້ ແລ້ວຈິ່ງຈະແຈ້ງຄວາມຕ້ອງການຂອງບັນດາຜູ້ທີ່ຢູ່ທີ່ນັ້ນວ່າເຂົສຕ້ອງການໃຫ້ອຸປະຖຳຫຍັງ. ໃນຕອນຄ່ຳວັນທີ 4 ມັງກອນນີ້, ກຸ່ມອາສາສະໝັກໄດ້ສັບຊ້ອນເຄື່ອງຂຶ້ນລົດເພື່ອອອກເດີນທາງໃນຕອນເຊົ້າວັນທີ 5 ມັງກອນ ໄປຍັງສະຖານທີ່ທີ່ຕ້ອງການຄວາມຊ່ວຍເຫຼືອ.
ການເດີນທາງເພື່ອນຳນ້ຳ ແລະ ສະບຽງອາຫານໄປໃຫ້ຊາວ ຫວຽດນາມ ຢູ່ໃກ້ຈຸດສູນກາງເກີດເຫດແມ່ນຫຍຸ້ງຍາກພໍສົມຄວນ. ກຸ່ມອາສາສະໝັກ 10 ຄົນ ໄດ້ເດີນທາງໄປຕາມເສັ້ນທາງຫຼວງເລກ 8 ໂດຍເລີ່ມແຕ່ເວລາ 5 ໂມງເຊົ້າໃນເວລາທີ່ມັນຍັງມືດ ແລະ ອຸນຫະພູມກາງແຈ້ງແມ່ນປະມານ 3 ອົງສາເຊ. ໄລຍະທາງທີ່ຕ້ອງເດີນທາງແມ່ນປະມານ 100 ກິໂລແມັດ, ມີຫຼາຍຫຼາຍຕອນເຈື່ອນ ແລະ ຫຍຸບ. ມີບາງສ່ວນຂອງຖະໜົນທີ່ໄດ້ຮັບຄວາມເສຍຫາຍຢ່າງໜັກ ຈົນມີແຕ່ລົດນ້ອຍເທົ່ານັ້ນທີ່ສາມາດຜ່ານໄປໄດ້. ເສັ້ນທາງດ່ວນກໍ່ຖືກເວັ້ນຫຼາຍຕອນ. ເສັ້ນທາງດ່ວນສ່ວນຫຼາຍແມ່ນໄປຕາມແຄມຝັ່ງທະເລ ແລະຍັງມີຄວາມສ່ຽງທີ່ຈະເກີດການສັ່ນສະເທືອນ ດັ່ງນັ້ນ ກຸ່ມດັ່ງກ່າວຈຶ່ງຕັດສິນໃຈບໍ່ໃຊ້ເສັ້ນທາງດ່ວນ. ແທນທີ່ນັ້ນ, ກຸ່ມດັ່ງກ່າວໄດ້ໄປຕາມເສັ້ນທາງຫຼວງແຫ່ງຊາດປົກກະຕິ, ເຖິງແມ່ນວ່າໄລຍະທາງຈະຍາວກວ່າ, ແຕ່ຄວາມປອດໄພຈະສູງກວ່າເພາະວ່າມັນບໍ່ຢູ່ລຽບຊາຍຝັ່ງ ຫຼື ພູເຂົາ ແລະ ບໍ່ມີຄວາມສ່ຽງທີ່ຈະເກີດຄື້ນສິນາມິ ຫຼື ດິນເຈື່ອນ. ຕາມການສ່ອງແສງຂອງກຸ່ມດັ່ງກ່າວແລ້ວ, ນອກຈາກເຮືອນປະຊາຊົນທີ່ພັງລົງມາຫຼາຍຫຼັງຢູ່ສອງຟາກທາງແລ້ວ, ເບິ່ງຄືວ່າເສັ້ນທາງຫຼວງແຫ່ງຊາດສ່ວນໃຫຍ່ກໍ່ໄດ້ຮັບການອະນາໄມ ແລະ ສ້ອມແປງຊົ່ວຄາວເພື່ອຮັບປະກັນການສັນຈອນໄປມາເພື່ອບໍ່ໃຫ້ຂາດວັກຂາດຕອນ.
ພາຍຫຼັງກວ່າ 4 ຊົ່ວໂມງຂອງການເດີນທາງດ້ວຍລົດ, ກຸ່ມອາສາສະໝັກໄດ້ໄປຮອດບ່ອນທີ່ກຳມະກອນຍິງ ຫວຽດນາມ 19 ຄົນອາໄສຢູ່. ເມື່ອກຸ່ມອາສາສະໝັກມາຮອດ, ສິ່ງທຳອິດທີ່ແມ່ຍິງເວົ້າແມ່ນ "ພວກເຮົາຕ້ອງການນ້ຳຫຼາຍທີ່ສຸດ, ເພາະວ່າລະບົບນ້ຳປະປາຍັງບໍ່ທັນເຄື່ອນໄຫວໄດ້".
ມາຮອດວັນທີ 5 ມັງກອນນີ້, ນອກເໜືອໄປຈາກເຂດຈຸດສູນກາງເຫດແຜ່ນດິນໄຫວທີ່ຍັງບໍ່ທັນມີໃຜເຂົ້າເຖິງແລ້ວ, ຫຼາຍບ່ອນຢູ່ເມືອງ Wakura Onsen ໃກ້ກັບຈຸດສູນກາງເຫດແຜ່ນດິນໄຫວຍັງມີສະພາບການຂາດແຄນອາຫານອີກ. ແຮງງານຍິງຄົນໜຶ່ງໃຫ້ຮູ້ວ່າ: ມາຮອດວັນທີ 5 ມັງກອນນີ້, ເຂົາເຈົ້າໄດ້ຮັບການໜູນຊ່ວຍຈາກບໍລິສັດ ແລະ ປະຊາຄົມຊາວ ຫວຽດນາມ ຈາກ Ishikawa. ຍ້ອນຖະໜົນຫົນທາງໄດ້ຮັບການເກັບມ້ຽນ, ບາງຮ້ານສັບພະສິນຄ້າ ແລະຮ້ານສະດວກຊື້ໄດ້ເລີ່ມເປີດຄືນໃໝ່ແລ້ວ. ບັນດາແຮງງານຍິງ ຫວຽດນາມ ໄດ້ຮັບການໜູນຊ່ວຍດ້ານອາຫານຈາກບໍລິສັດ ແລະ ສາມາດຊື້ອາຫານຈາກຮ້ານສັບພະສິນຄ້າ. ເຖິງຢ່າງໃດກໍຕາມ, ນ້ໍາຍັງເປັນເລື່ອງຍາກ. ພວກເພື່ອນກໍ່ໄດ້ລະດົມທຸກສິ່ງທຸກຢ່າງທີ່ສາມາດເກັບນ້ຳໄດ້ມາຮັບນ້ຳສະອາດຈາກກຸ່ມອາສາສະໝັກ. ຊ້ຳບໍ່ໜຳເຄື່ອງຊັກຜ້າທີ່ເພ ແຕ່ພວກເຂົາກໍ່ນໍາໃຊ້ຖົງຢາງຂະຫນາດໃຫຍ່ເພື່ອເອົາໃສ່ໃນຖັງຊັກ, ປ່ຽນຖັງຊັກໃຫ້ເປັນຖັງນ້ໍາສະອາດ. ແຮງງານຫວຽດນາມ ແບ່ງປັນວ່າ ທຸກຄົນລ້ວນແຕ່ມີສະຕິຕໍ່ຄວາມຫຍຸ້ງຍາກ, ເປັນເຈົ້າຕົນເອງທີ່ສຸດ ແລະ ໃຫ້ກຳລັງໃຈເຊິ່ງກັນ ແລະ ກັນໃນການນຳໃຊ້ນ້ຳຢ່າງປະຢັດ.
ເອື້ອຍ ຫງວຽນທິທູ, ນັກຝຶກງານຢູ່ Ishikawa ກໍ່ໃຫ້ຮູ້ວ່າ: ນ້ຳແມ່ນຄວາມຕ້ອງການທີ່ຈຳເປັນ. ເອື້ອຍກ່າວວ່າ ອາຫານບໍ່ຂາດເຂີນອີກແລ້ວ, ແຕ່ນ້ຳຍັງເປັນສິ່ງທີ່ຕ້ອງໃຊ້ຢ່າງປະຢັດໃນສະພາບການປະຈຸບັນ. ບໍລິສັດຂອງເອື້ອຍກໍ່ກໍາລັງສ້ອມແປງພື້ນຖານວັດຖຸທີ່ເສຍຫາຍ ແລະ ແຈ້ງຂໍ້ມູນເບື້ອງຕົ້ນວ່າ ບໍລິສັດອາດຈະຕ້ອງໂຈະການດໍາເນີນການຊົ່ວຄາວຈົນຮອດໝົດເດືອນກຸມພາ, ພະນັກງານຈໍານວນຫນຶ່ງຂອງບໍລິສັດອື່ນໆກ່າວວ່າ ພວກເຂົາຍັງລໍຖ້າການແຈ້ງການຈາກບໍລິສັດ ດັ່ງນັ້ນແມ່ນບໍ່ແນ່ນອນວ່າພວກເຂົາຈະກັບຄືນເຂົ້າມາເຮັດວຽກປົກກະຕິໃນເມື່ອໃດ.
ອາດເວົ້າໄດ້ວ່າ ຊີວິດຢູ່ອ້ອມແອ້ມເຂດໃຈກາງຂອງແຂວງ Ishikawa ພວມໄດ້ຮັບການຟື້ນຟູຄືນໃໝ່ເທື່ອລະກ້າວ. ເຖິງວ່າຍັງມີຫຼາຍບ່ອນທີ່ຕຶກ ແລະ ເຮືອນພັງລົງໃນເຫດແຜ່ນດິນໄຫວ, ແຕ່ຮ້ານສັບພະສິນຄ້າ ແລະ ຮ້ານຂາຍເຄື່ອງໄດ້ເລີ່ມດຳເນີນການຄືນໃໝ່ແລ້ວ. ຖະໜົນຫົນທາງໄດ້ຮັບການມ້ຽນມັດ ເພື່ອໃຫ້ໜ່ວຍກູ້ໄພ ສາມາດເຂົ້າໄປເຖິງພື້ນທີ່ໄດ້. ໂດຍໄດ້ຮັບການໜູນຊ່ວຍຈາກລັດຖະບານ, ບັນດາວິສາຫະກິດທ້ອງຖິ່ນ, ສະຖານທູດ ແລະ ປະຊາຄົມຊາວ ຫວຽດນາມ ປະຈຳ ຍີ່ປຸ່ນ, ຊາວ ຫວຽດນາມ ອາໄສຢູ່ແຫ່ງນີ້ ໃນເບື້ອງຕົ້ນໄດ້ຕອບສະໜອງຄວາມຕ້ອງການພື້ນຖານດ້ານອາຫານ, ນ້ຳດື່ມ. “ມອບດວງໃຈ, ຮັບຄວາມຮັກແພງ” ນັ້ນແມ່ນສິ່ງທີ່ດີທີ່ປະຊາຄົມຊາວ ຫວຽດນາມ ຢູ່ ຍີ່ປຸ່ນ ມຸ່ງໄປເຖິງ.
ມິງດຶກ