ທ່ານໝໍ ຫວຽດນາມ ກວດກາ, ແຈກຢາຍຢາ, ມອບຂອງຂວັນໃຫ້ປະຊາຊົນຢູ່ ລາວ

00:00 | 11/12/2023

ຍສໝ - ຕາມຜູ້ຕາງໜ້າພິ​ເສດ​ສຳ​ນັກ​ຂ່າວສານ​ ຫວຽດນາມ​ ປະຈຳ ​ລາວ ​ແລ້ວ, ​ແຕ່​ວັນ​ທີ 5-10 ທັນວາ, ສະມາຄົມ​ມິດຕະພາ ບ​ຫວຽດນາມ - ລາວ ນະຄອນ​ ໂຮ່ຈິ​ມິນ ສົມທົບ​ກັບ​ມະຫາວິທະຍາ​ໄລ​ແພດສາດ ຟ້າ​ມຫງອກ​ແທກ ແລະ ຄະນະ​ກຳມະການ​ຊາວ​ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ນະຄອນ ​ໂຮ່ຈີ​ມິນ​ ໄດ້​ຈັດ​ຕັ້ງ​ການ​ກວດ​ພະຍາດ, ​ແຈກ​ຢາຍ​ຢາ ແລະ ມອບ​ຂອງຂວັນ​ໃຫ້​ຊາວ ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ແລະ ປະຊາຊົນ​ທີ່ມີ່​ສະພາບການຫຍຸ້ງຍາກ​ຢູ່​ແຂວງ​ ຄຳ​ມ່ວນ, ພາກ​ກາງ​ ລາວ.

ທ່ານໝໍ​ໝວກເບ​ເລ​ສີຂຽວ​ຫວຽດນາມ ​ເຄົາລົບ​ທຸງຊາດໃນຕົ້ນ​ປີ​ໃໝ່​ຢູ່​ຊູ​ດັງ​ໃຕ້ ທ່ານໝໍ​ໝວກເບ​ເລ​ສີຂຽວ​ຫວຽດນາມ ​ເຄົາລົບ​ທຸງຊາດໃນຕົ້ນ​ປີ​ໃໝ່​ຢູ່​ຊູ​ດັງ​ໃຕ້
ທ່ານໝໍ ຫວຽດ​ນາມ - ລາວ ຈັດ​ຕັ້ງ​ການ​ປິ່ນ​ປົວ​ພະ​ຍາດ ແລະ ສະ​ໜອງ​ຢາ​ໃຫ້​ແກ່​ປະ​ຊາ​ຊົນ​ເມືອງ ເຊ​ໂປນ ​ໂດຍ​ບໍ່​ເສຍ​ຄ່າ ທ່ານໝໍ ຫວຽດ​ນາມ - ລາວ ຈັດ​ຕັ້ງ​ການ​ປິ່ນ​ປົວ​ພະ​ຍາດ ແລະ ສະ​ໜອງ​ຢາ​ໃຫ້​ແກ່​ປະ​ຊາ​ຊົນ​ເມືອງ ເຊ​ໂປນ ​ໂດຍ​ບໍ່​ເສຍ​ຄ່າ

​ໃນ​ຊຸມ​ມື້​ເຮັດ​ວຽກ​ຢູ່​ທ້ອງ​ຖິ່ນ, ບັນດາ​ທ່ານ​ໝໍ ​ໄດ້​ກວດກາ ​ແລະ ແຈກຢາຍຢາໃຫ້​ຊາວ ຫວຽດນາມ ຢູ່​ຕ່າງປະ​ເທດ ​ແລະ ຊາວ​ ລາວ ​ນັບ​ຮ້ອຍ​ຄົນ ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ ຢູ່​ເມືອງ​ທ່າ​ແຂກ ​ແຂວງ ຄຳ​ມ່ວນ. ປະຊາຊົນ ໄດ້ແທກຄວາມດັນ ເລືອດ, ຈັງຫວະເຕັ້ນຟອງໝາກຫົວໃຈ, ກວດຕາ, ຫູດັງຄໍ, ໄດ້ຮັບຄຳແນະນຳກ່ຽວກັບພະຍາດທົ່ວໄປຈຳນວນໜຶ່ງ ເພື່ອຍົກສຸງສະຕິໃນການຮັກສາສຸຂະພາບ ແລະ ໄດ້ຮັບບັນດາຢາບຳລຸງ, ວິຕາມິນ ແລະ ຢາເພີ່ມທະວີຕ້ານທານ...

ນອກຈາກນັ້ນ, ​ຄະນະກຳມະການຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດນະຄອນ

ໂຮ່ຈີມິນ ຍັງໄດ້ມອບຕູ້ປຶ້ມພາສາ ຫວຽດ ມູນຄ່າ 5 ລ້ານດົ່ງ ໃຫ້ແກ່ໂຮງຮຽນປະຖົມ ທົ໋ງຍົ໋ດ ຢູ່ຕາແສງ ທ່າແຂກ. ກິດ​ຈະ​ກຳ​ນີ້​ເພື່ອ​ແນ​ໃສ່​ປະ​ຕິ​ບັດ​ໂຄງ​ການ ວັນເຊີດຊູພາສາ ຫວຽດ ໃນປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​

ທ່ານໝໍ ຫວຽດນາມ ກວດກາ, ແຈກຢາຍຢາ, ມອບຂອງຂວັນໃຫ້ປະຊາຊົນຢູ່ ລາວ

ທ່ານໝໍ​ກວດ​ພະຍາດ, ​ແຈກ​ຢາຍ​ຢາ ແລະ ມອບ​ຂອງຂວັນ

ນອກຈາກນັ້ນ, ຄະນະຈັດຕັ້ງຍັງໄດ້ມອບຂອງຂັວນອັນລ້ຳຄ່ານັບຮ້ອຍອັນ, ປະກອບມີບັນດາສິ່ງທີ່ຈຳເປັນໃຫ້ຊີວິດປະຈຳວັນໃຫ້ແກ່ປະຊາຊົນທີ່ຫຍຸ້ງຍາກ ແລະ ໂຮງຮຽນປະຖົມ ທົ່ງຄຳ ເມືອງ ບົວລະພາ ແຂວງ ຄຳມ່ວນ.

ຕາມຄະນະຈັດຕັ້ງແລ້ວ, ນີ້ແມ່ນບັນດາການເຄື່ອນໄຫວປະກອບສ່ວນປັບປຸງການພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນ ຫວຽດນາມ - ລາວ ໃນຂະບວນການພັດທະນາ ແລະ ການເຊື່ອມຕົວເສດຖະກິດສາກົນ; ພ້ອມ​ກັນ​ນັ້ນ ກໍ່​ສະ​ແດງ​ໃຫ້​ເຫັນ​ຄວາມ​ຮັກ​ແພງ, ຄວາມເອົາໃຈໃສຂອງ​ການ​ນຳ ​ແລະ ປະຊາຊົນ​ນະຄອນ ​ໂຮ່ຈີ​ມິນ ທີ່ມີຕໍ່​ປະຊາ​ຄົມ​ຊາວ ​ຫວຽດນາມ ທີ່ມີ່ສະພາບການຫຍຸ້ງຍາກ ພວມ​ດຳລົງ​ຊີວິດ​ຢູ່​ແຂວງ​ ຄຳ​ມ່ວນ ​ເວົ້າ​ສະ​ເພາະ ​ແລະ ຢູ່ ​ລາວ​ ເວົ້າ​ລວມ.

ລາຍການກໍເພື່ອທົ່ວໄປ, ໂຄສະນາກ່ຽວກັບທາງ​ການ​ຕ່າງປະ​ເທດ, ວາງແຜນຄວາມ​ສາມັກຄີ​ແຫ່ງ​ຊາດ​ອັນ​ໃຫຍ່​ຫຼວງ ​ແລະ ນະ​ໂຍບາຍ​ຂອງ​ພັກ, ລັດ​ກ່ຽວຂ້ອງ​ກັບ​ຊາວ ​ຫວຽດນາມ​ ຢູ່​ຕ່າງປະ​ເທດ, ກໍແມ່ນຂໍ້ມູນ​ຂອງບັນດາ​ຜົນງານ​ທີ່​ນະຄອນ ​ໂຮ່ຈີ​ມິນ ບັນລຸ​ໄດ້​ໃນ​ປີຜ່ານມາ, ປະກອບສ່ວນປັບປຸງຄວາມ​ເຊື່ອ​ໝັ້ນ, ລະດົມຊາວ ຫວຽດນາມ ຢູ່​ ລາວ​ ນັບ​ມື້​ນັບຕິດພັນກັນ, ມຸ່ງ​ໄປ​ສູ່​ບ້ານ​ເກີດ​ເມືອງ​ນອນ​, ປະເທດຊາດ.

ມິງດຶກ

ເຫດການ
302 Found

Found

The document has moved here.